ພຸດທະປະວັຕ ຈາກພຣະໂອຖະ
ໜ້າ/ 311
ພິກຂຸ ທ. ! ສ່ວນຕະຖາຄົຕຜູ້ເປັນອະຣະຫັນຕະສັມມາສັມພຸດທະ ຮູ້ແຈ້ງຕາມເປັນຈິງ ຊຶ່ງເຫດເປັນເຄື່ອງເກີດຂຶ້ນ ຊຶ່ງຄວາມຕັ້ງຢູ່ບໍ່ໄດ້ ຊຶ່ງສະເໜ່ ຊຶ່ງໂທດຄືຄວາມຕໍ່າຊາມ ແລະອຸບາຍເຄື່ອງຫຼຸດພົ້ນອອກໄປໄດ້ ແຫ່ງຮູບທັງຫຼາຍແລ້ວ ; ບໍ່ເປັນຜູ້ມີຮູບເປັນທີ່ຍິນດີ ບໍ່ກໍາໜັດໃນຮູບ ບໍ່ບັນເທີງດ້ວຍຮູບ. ພິກຂຸ ທ. ! ຕະຖາຄົຕຍ່ອມຢູ່ເປັນສຸຂ ເພາະຄວາມແປປ່ຽນ ຄວາມກະຈັດກະຈາຍ ຄວາມແຕກ ທໍາລາຍ ຂອງຮູບ. ພິກຂຸ ທ. ! ຕະຖາຄົຕ ຮູ້ແຈ້ງຕາມເປັນຈິງ ຊຶ່ງເຫດເປັນເຄື່ອງເກີດຂຶ້ນ ຊຶ່ງຄວາມຕັ້ງຢູ່ບໍ່ໄດ້ ຊຶ່ງສະເໜ່ ຊຶ່ງໂທດຄືຄວາມຕໍ່າຊາມ ແລະອຸບາຍເຄື່ອງຫຼຸດພົ້ນອອກໄປໄດ້ ແຫ່ງສຽງ ທ. ແຫ່ງກິ່ນ ທ. ແຫ່ງຣົສ ທ. ແຫ່ງໂຜຕຖັບພະ ທ. ແລະແຫ່ງທັມມາຣົມ ທ. ແລ້ວ ; ບໍ່ເປັນຜູ້ມີ ສຽງ ກິ່ນ ຣົສ ໂຜຕຖັບພະ ທັມມາຣົມເປັນທີ່ຍິນດີ ບໍ່ກໍາໜັດ ບໍ່ບັນເທີງດ້ວຍສຽງເປັນຕົ້ນ. ພິກຂຸ ທ. ! ຕະຖາຄົຕ ຍ່ອມຢູ່ເປັນສຸຂ ເພາະຄວາມແປປ່ຽນ ຄວາມກະຈັດກະຈາຍ ຄວາມແຕກທໍາລາຍ ແຫ່ງທັມ ມີສຽງເປັນຕົ້ນນັ້ນໆ. (ພຣະຜູ້ມີພຣະພາຄໄດ້ທົງກ່າວຄໍານີ້ແລ້ວ, ພຣະສຸຄົຕຄັນຕຣັດຄໍານີ້ແລ້ວ ພຣະສາສດາໄດ້ພາສິຕຄໍາອື່ນອີກ ທີ່ຜູກເປັນຄາຖາດັ່ງນີ້ວ່າ :-)
ຮູບ ທ. ສຽງ ທ. ກິ່ນ ທ. ຣົສ ທ. ຜັສສະ ທ. ທັມ ທ. ທັງໝົດ ອັນໜ້າປາຖນາ ໜ້າຮັກໄຄ່ ໜ້າພໍໃຈ ຍັງເປັນສິ່ງກ່າວໄດ້ວ່າມີຢູ່ພຽງໃດ ມະນຸສໂລກ ພ້ອມດ້ວຍເທວະໂລກ ກໍຍັງສົມມຸດວ່າ “ນັ້ນສຸຂ” ຢູ່ພຽງນັ້ນ. ຖ້າເມື່ອສິ່ງເຫຼົ່ານັ້ນແຕກດັບລົງໃນບ່ອນໃດ, ສັຕເຫຼົ່ານັ້ນ ກໍສົມ ມຸດວ່າ “ນັ້ນທຸກຂ໌” ໃນບ່ອນນັ້ນ. ສິ່ງທີ່ພຣະອະຣິຍະເຈົ້າ ທ. ເຫັນວ່າເປັນຄວາມສຸຂ ກໍຄືດັບສະນິດແຫ່ງສັກກາຢະທັງຫຼາຍ, ແຕ່ສິ່ງນີ້ກັບປາກົດເປັນຂ້າເສິກໂຕໂຫດຮ້າຍ ແກ່ສັຕ ທ. ຜູ້ເຫັນຢູ່ໂດຍຄວາມເປັນໂລກທັງປວງ. ສິ່ງໃດ ທີ່ສັຕອື່ນກ່າວແລ້ວໂດຍຄວາມເປັນສຸຂ, ພຣະອະຣິຍະເຈົ້າ ທ. ກ່າວສິ່ງນັ້ນ ໂດຍຄວາມເປັນທຸກຂ໌, ສິ່ງໃດ ທີ່ສັຕອື່ນກ່າວແລ້ວໂດຍຄວາມເປັນທຸກຂ໌, ພຣະອະຣິຍະເຈົ້າ ທ. ກ່າວສິ່ງນັ້ນ ໂດຍຄວາມເປັນສຸຂ, ດັ່ງນີ້.
ໄດ້ຕຣັສຮູ້ແລ້ວ - ໂຜດປັນຈະວັກຄີ ໑໕໕
ທົງບັງຄັບໃຈໄດ້ເດັດຂາດ ໑
ພຣາມ ! ເຮົາເປັນຜູ້ປະຕິບັດແລ້ວເພື່ອຄວາມເກື້ອກູນແກ່ຊົນໝູ່ໃຫຍ່ ເພື່ອຄວາມສຸຂແກ່ຊົນທັງຫຼາຍ. ເຮົາໄດ້ປະດິດສະຖານມະຫາຊົນໄວ້ແລ້ວໃນອະຣິຍະຍາຍະທັມ ຄືໃນຄວາມເປັນຜູ້ມີທັມອັນງົດງາມ ມີທັມເປັນກຸສົລ. ພຣາມ ! ເຮົາຢາກນຶກຕຶກ (ວິຕົກ) ໄປໃນວິຕົກເລື່ອງໃດ ກໍນຶກຕຶກໃນວິຕົກນັ້ນໄດ້, ເຮົາບໍ່ຢາກນຶກຕຶກໄປໃນວິຕົກເລື່ອງໃດ ກໍບໍ່ນຶກຕຶກໄປໃນວິຕົກນັ້ນໄດ້໒, ເຮົາຢາກດໍາຣິ (ສັງກັປປະ) ໄປໃນຄວາມດໍາຣິແບບໃດ ກໍດໍາຣິໃນຄວາມດໍາຣິນັ້ນໄດ້, ເຮົາບໍ່ຢາກດໍາຣິໃນຄວາມດໍາຣິແບບໃດ ກໍບໍ່ດໍາຣິໄປໃນຄວາມດໍາຣິນັ້ນໄດ້, ພຣາມ ! ເຮົາເປັນຜູ້ບັນລຸແລ້ວຊຶ່ງຄວາມມີອໍານາດເໜືອຈິຕ ໃນຄອງແຫ່ງວິຕົກທັງຫຼາຍ, ເຮົາຈຶ່ງມີທໍາມະດາໄດ້ຊານທັງສີ່ ອັນເປັນການຢູ່ຢ່າງຜາສຸກຍິ່ງໃນຊາດນີ້, ເຮົາໄດ້ໂດຍງ່າຍບໍ່ຍາກບໍ່ລໍາບາກ. ພຣາມ ! ເຮົາແລ, ເພາະຄວາມດັບສິ້ນອາສະວະ ທ. ໄດ້ເຮັດໃຫ້ແຈ້ງແລ້ວຊຶ່ງເຈໂຕ ວິມຸດຕິ ປັນຍາວິມຸດຕິ ອັນປາສະຈາກອາສະວະ ເຂົ້າເຖິງວິມຸດຕິນັ້ນແລ້ວ ແລຢູ່.
ບໍ່ທົງຕິດແມ່ນແຕ່ໃນນິບພານ ໓
ພິກຂຸ ທ. ! ແມ່ນວ່າຕະຖາຄົຕ ຜູ້ເປັນພຣະອະຣະຫັນຕຣັສຮູ້ຊອບເອງ ກໍຮູ້ແຈ່ມແຈ້ງຊຶ່ງນິບພານໂດຍຄວາມເປັນນິບພານ. ຄັນຮູ້ນິບພານໂດຍຄວາມເປັນນິບພານແຈ່ມແຈ້ງແລ້ວ ກໍບໍ່ສ້າງຄວາມໝັ້ນໝາຍຊຶ່ງນິບພານ ບໍ່ສ້າງຄວາມໝັ້ນໝາຍໃນ ນິບພານ ບໍ່ສ້າງຄວາມໝັ້ນໝາຍໂດຍຄວາມເປັນນິບພານ ບໍ່ສ້າງຄວາມໝັ້ນໝາຍວ່າ “ນິບພານເປັນຂອງເຮົາ”,
໑. ບາລີ ຈຕຸກກ. ອັງ. ໒໑/໔໗/໓໕. ຕຣັດແກ່ວັສສະກາຣະພຣາມ ທີ່ສວນປ່າໄຜ່, ຣາຊະຄຶ.
໒. ຄືທົງບັງຄັບຈິຕໃຫ້ຄິດຫຼືບໍ່ໃຫ້ຄິດກໍໄດ້ ຫຼືໃຫ້ຄິດສະເພາະເລື່ອງໃດກໍໄດ້.
໓. ບາລີ ມູລະປະຣິຢາຢະສູຕ ມູ. ມ. ໑໒/໑໐/໘-໙. ຕຣັດແກ່ພິກຂຸທັງຫຼາຍ ທີ່ເຫງົ້າຕົ້ນສາລະ
ໃນປ່າສຸພະຄະວັນ ໃກ້ເມືອງອຸກກັຕຖະ.
໑໕໖ ພຸດທະປະວັດຈາກພຣະໂອຖະ - ພາກ ໓








