ພຸດທະປະວັຕ ຈາກພຣະໂອຖະ
ໜ້າ/ 311
ພິກຂຸ ທ. ! (໑) ຕະຖາຄົຕມີທັມອັນກ່າວໄວ້ດີແລ້ວ. ໃນທັມນັ້ນໆ ຕະຖາຄົຕມອງບໍ່ເຫັນວີ່ແວວຊ່ອງທາງທີ່ຈະມີວ່າ ສະມະນະຫຼືພຣາມ, ເທບ, ມາຣ, ພຣົມ, ຫຼື ໃຜໆໃນໂລກ ຈະທ້ວງຕິເຮົາໄດ້ດ້ວຍທັງເຫດຜົລວ່າ “ທ່ານບໍ່ແມ່ນເປັນຜູ້ມີທັມມະອັນຕົນກ່າວໄວ້ດີແລ້ວ ເພາະເຫດເຊັ່ນນີ້ໆ” ດັ່ງນີ້.
ພິກຂຸ ທ. ! (໒) ປະຕິປະທາເຄື່ອງເຮັດຜູ້ປະຕິບັດໃຫ້ເຖິງນິບພານ ເປັນສິ່ງທີ່ເຮົາບັນຍັດໄວ້ດີແລ້ວ ແກ່ສາວົກທັງຫຼາຍ, ໂດຍອາການທີ່ສາວົກທັງຫຼາຍຂອງເຮົາປະຕິບັດແລ້ວ ຍ່ອມເຮັດໃຫ້ແຈ້ງຊຶ່ງເຈໂຕວິມຸດຕິ ປັນຍາວິມຸດຕິ ອັນບໍ່ມີອາສະວະ ເພາະຄວາມດັບສິ້ນໄປແຫ່ງອາສະວະ ທ. ໄດ້ດ້ວຍປັນຍາອັນຍິ່ງເອງ ໃນທັມອັນຕົນເຫັນແລ້ວນີ້ເອງ ເຂົ້າເຖິງວິມຸດນັ້ນແລ້ວແລຢູ່. ໃນປະຕິປະທານັ້ນໆ ຕະຖາຄົຕມອງບໍ່ເຫັນວີ່ແວວຊ່ອງທາງທີ່ຈະມີວ່າ ສະມະນະຫຼືພຣາມ, ເທບ, ມາຣ, ພຣົມ, ຫຼື ໃຜໆໃນໂລກ ຈະທ້ວງຕິເຮົາໄດ້ດ້ວຍທັງເຫດຜົລວ່າ “ປະຕິປະທາເຄື່ອງເຮັດຜູ້ປະຕິບັດໃຫ້ເຖິງພຣະນິບພານ ເປັນສິ່ງທີ່ທ່ານບັນຍັດໄວ້ດີແລ້ວແກ່ສາວົກທັງຫຼາຍ, ....ໂດຍອາການທີ່ ໆລໆ ແລ້ວແລຢູ່ ກໍຫາກບໍ່ແມ່ນ” ດັ່ງນີ້.
ພິກຂຸ ທ. ! (໓) ສາວົກບໍຣິສັດທັງຫຼາຍຂອງເຮົາ ນັບດ້ວຍຮ້ອຍເປັນອະເນກ ທີ່ໄດ້ເຮັດໃຫ້ແຈ້ງເຈໂຕວິມຸດຕິ ປັນຍາວິມຸດຕິ໒ ໆລໆ. ໃນຂໍ້ນັ້ນ ເຮົາມອງບໍ່ເຫັນວີ່ແວວຊ່ອງທາງທີ່ຈະມີວ່າ ສະມະນະຫຼືພຣາມ, ເທບ, ມາຣ, ພຣົມ, ຫຼື ໃຜໆໃນໂລກ ຈະທ້ວງຕິເຮົາໄດ້ດ້ວຍທັງເຫດຜົລວ່າ “ສາວົກບໍຣິສັດຂອງທ່ານ ມີນັບດ້ວຍຮ້ອຍເປັນອະເນກ ກໍຫາບໍ່ໄດ້ ທີ່ໄດ້ເຮັດໃຫ້ແຈ້ງເຈໂຕວິມຸດຕິ ປັນຍາວິມຸດຕິ ໆລໆ.” ດັ່ງນີ້.
ພິກຂຸ ທ. ! ເມື່ອເຮົາມອງບໍ່ເຫັນວີ່ແວວຊ່ອງທາງນັ້ນໆ ກໍເປັນຜູ້ເຖິງຄວາມກະເສມ ເຖິງຄວາມບໍ່ເກງກົວ ເຖິງຄວາມເປັນຜູ້ກ້າຫານຢູ່ໄດ້. ນີ້ແລ ເປັນສິ່ງທີ່ໃຜໆບໍ່ອາດທ້ວງຕິຕະຖາຄົຕໄດ້ ໓ ຢ່າງ.
໑. ບາລີ ສັຕຕກ. ອັງ. ໒໓/໘໔/໕໕.
໒. ຄືເປັນພຣະອະຣະຫັນຕ໌
ໄດ້ຕຣັສຮູ້ແລ້ວ - ໂຜດປັນຈະວັກຄີ ໑໕໑
ບໍ່ທົງມີຄວາມລັບ ທີ່ຕ້ອງໃຫ້ໃຜຊ່ວຍປົກປິດ ໑
ໂມກຄັລລານະ ! ຕະຖາຄົຕເປັນຜູ້ມີ ສີລບໍຣິສຸດ ດີຢູ່ສະເໝີ ຈຶ່ງປະຕິຍານວ່າ ເຮົາເປັນຜູ້ມີສີລບໍຣິສຸດແລ້ວ. ສີລຂອງເຮົາ ບໍຣິສຸດ ຜ່ອງໃສ ບໍ່ເສົ້າໝອງເລີຍ, ສາວົກທັງຫຼາຍ ຈຶ່ງບໍ່ຕ້ອງຊ່ວຍກັນສ້າງການປ້ອງກັນໃຫ້ຕະຖາຄົຕ ໃນເລື່ອງອັນກ່ຽວກັບສີລ, ທັງຕະຖາຄົຕກໍບໍ່ຫວັງການປ້ອງກັນຈາກສາວົກທັງຫຼາຍ ໃນເລື່ອງທີ່ກ່ຽວກັບສີລເລີຍ.
ໂມກຄັລລານະ ! ຕະຖາຄົຕເປັນຜູ້ມີ ອາຊີວະບໍຣິສຸດ ດີຢູ່ສະເໝີ ຈຶ່ງປະຕິຍານວ່າ ເຮົາເປັນຜູ້ມີອາຊີວະບໍຣິສຸດແລ້ວ. ອາຊີວະຂອງເຮົາ ບໍຣິສຸດ ຜ່ອງໃສ ບໍ່ເສົ້າໝອງເລີຍ, ສາວົກທັງຫຼາຍ ຈຶ່ງບໍ່ຕ້ອງຊ່ວຍກັນສ້າງການປ້ອງກັນໃຫ້ຕະຖາຄົຕ ໃນເລື່ອງອັນກ່ຽວກັບອາຊີວະ, ທັງຕະຖາຄົຕກໍບໍ່ຫວັງການປ້ອງກັນຈາກສາວົກທັງຫຼາຍ ໃນເລື່ອງທີ່ກ່ຽວກັບອາຊີວະເລີຍ.
ໂມກຄັລລານະ ! ຕະຖາຄົຕເປັນຜູ້ມີ ການສະແດງທັມບໍຣິສຸດ ດີຢູ່ສະເໝີ ຈຶ່ງປະຕິຍານວ່າ ເຮົາເປັນຜູ້ມີການສະແດງທັມບໍຣິສຸດ. ການສະແດງທັມຂອງເຮົາ ບໍຣິສຸດ ຜ່ອງໃສ ບໍ່ເສົ້າໝອງເລີຍ, ສາວົກທັງຫຼາຍ ຈຶ່ງບໍ່ຕ້ອງຊ່ວຍກັນສ້າງການປ້ອງກັນໃຫ້ຕະຖາຄົຕ ໃນເລື່ອງອັນກ່ຽວກັບການສະແດງທັມ, ທັງຕະຖາຄົຕກໍບໍ່ຫວັງການປ້ອງກັນຈາກສາວົກທັງຫຼາຍ ໃນເລື່ອງທີ່ກ່ຽວກັບການສະແດງທັມເລີຍ.
ໂມກຄັລລານະ ! ຕະຖາຄົຕເປັນຜູ້ມີ ການຕອບຄໍາຖາມບໍຣິສຸດ ດີຢູ່ສະເໝີ ຈຶ່ງປະຕິຍານວ່າ ເຮົາເປັນຜູ້ມີການຕອບຄໍາຖາມບໍຣິສຸດ. ການຕອບຄໍາຖາມຂອງເຮົາ ບໍຣິສຸດ ຜ່ອງໃສ ບໍ່ເສົ້າໝອງເລີຍ, ສາວົກທັງຫຼາຍ ຈຶ່ງບໍ່ຕ້ອງຊ່ວຍກັນສ້າງການປ້ອງກັນໃຫ້ຕະຖາຄົຕ ໃນເລື່ອງອັນກ່ຽວກັບການຕອບຄໍາຖາມ, ທັງຕະຖາຄົຕກໍບໍ່ຫວັງການປ້ອງກັນຈາກສາວົກທັງຫຼາຍ ໃນເລື່ອງທີ່ກ່ຽວກັບການຕອບຄໍາຖາມເລີຍ.
໑. ບາລີ ປັນຈກ.ອັງ. ໒໒/໑໔໒/໑໐໐. ຕຣັດແກ່ພຣະມະຫາໂມກຄັລລານະທີ່ໂຄສິຕາຣາມ ໃກ້ເມືອງໂກສັມພີ.
໑໕໒ ພຸດທະປະວັດຈາກພຣະໂອຖະ - ພາກ ໓








