ພຸດທະປະວັຕ ຈາກພຣະໂອຖະ
ໜ້າ/ 311
ຍັງມີບາລີອີກແຫ່ງໜຶ່ງ ໜ້າຈະສະແດງເລື່ອງອິນທະຣີຢະປະໂຣປະຣິຢັຕຕິຍານດ້ວຍເໝືອນກັນ ຫາກແຕ່ເອີ້ນໂດຍຊື່ອື່ນ ວ່າປຸຣິສິນທະຣິຢະຍານ ; ສະແດງອິນຊີຂອງສັຕ ໖ ປະເພດ ຄື ພວກທີໜຶ່ງ ອະກຸສົລປາກົດ, ກຸສົລບໍ່ປາກົດ ແຕ່ກຸສົລມູນມີຢູ່ ຈຶ່ງບໍ່ເສື່ອມອີກຕໍ່ໄປ. ພວກທີສອງ ກຸສົລປາກົດ, ອະກຸສົລບໍ່ປາກົດ, ແຕ່ ອະກຸສົລມູນມີຢູ່ ຈຶ່ງເສື່ອມຕໍ່ໄປ. ພວກທີສາມ ບໍ່ມີທັມຂາວເລີຍ ມີແຕ່ທັມດໍາ ຕາຍແລ້ວໄປອະບາຍ. ພວກທີສີ່ ອະກຸສົລປາກົດ, ກຸສົລບໍ່ປາກົດ ກຸສົລມູນຖືກຖອນ ຈຶ່ງເສື່ອມຕໍ່ໄປ. ພວກທີຫ້າ ກຸສົລປາກົດ, ອະກຸສົລບໍ່ປາກົດ, ອະກຸສົລມູນຖືກຖອນ ຈຶ່ງບໍ່ເສື່ອມອີກຕໍ່ໄປ. ພວກທີຫົກ ມີແຕ່ທັມຂາວໂດຍສ່ວນດຽວ ບໍ່ມີທັມດໍາເລີຍ ຈະປະຣິນິບພານໃນທິຕຖະທັມ. ດັ່ງນີ້ ກໍເປັນການສະແດງຄວາມຕ່າງແຫ່ງອິນຊີຂອງສັຕ. ຜູ້ສົນໃຈຈົ່ງອ່ານລາຍລະອຽດຈາກບາລີ ສູຕທີ ໘ ປະຖົມມະວັກຄະ ທຸຕິຢະປັນນາສະ ສັກກ. ອັງ. ໒໒/໔໕໑/໓໓໓. - ຜູ້ລວບລວມ.
໑໔໐ ພຸດທະປະວັດຈາກພຣະໂອຖະ - ພາກ ໓
ທົງມີແລະທົງສະແດງຢະຖາພູຕະຍານທີ່ເຮັດໃຫ້ແຈ້ງອະທິມຸຕຕິບົດ ທ. ໑
ອານົນທ໌ ! ທັມຄືຍານເຫຼົ່າໃດ ເປັນໄປເພື່ອເຮັດໃຫ້ແຈ້ງດ້ວຍປັນຍາອັນຍິ່ງ ຊຶ່ງອະທິມຸຕຕິບົດ (ທັມທີ່ຕ້ອງປ່ອຍວາງທຸກຢ່າງທຸກປະການ) ທ. ເຫຼົ່ານັ້ນ ; ອານົນທ໌ ! ເຮົາເປັນຜູ້ເກັ່ງກ້າ ຮູ້ສະເພາະໃນທັມ ຄືຍານເຫຼົ່ານັ້ນ ເພື່ອຈະສະແດງຊຶ່ງທັມອັນເປັນທໍາມະຊາດແຫ່ງອະທິມຸຕຕິບົດ ທ. ເຫຼົ່ານັ້ນ ໂດຍປະການທີ່ຜູ້ປະຕິບັດແລ້ວ ຈັກຮູ້ອະທິມຸຕຕິບົດ ທີ່ມີຢູ່ ວ່າມີຢູ່, ທີ່ບໍ່ມີຢູ່ ວ່າບໍ່ມີຢູ່, ທີ່ຕໍ່າຊາມ ວ່າຕໍ່າຊາມ, ທີ່ປານີຕ ວ່າປານີຕ, ທີ່ມີສິ່ງອື່ນຍິ່ງກວ່າ ວ່າມີສິ່ງອື່ນຍິ່ງກວ່າ, ທີ່ບໍ່ມີສິ່ງອື່ນຍິ່ງກວ່າ ວ່າບໍ່ມີສິ່ງອື່ນຍິ່ງກວ່າ ; ຫຼືອີກຢ່າງໜຶ່ງ ຜູ້ປະຕິບັດແລ້ວນັ້ນ ຈະຮູ້ສິ່ງທີ່ຄວນຮູ້ ຫຼືວ່າຈະເຫັນສິ່ງທີ່ຄວນເຫັນ ຫຼືວ່າຈະເຮັດໃຫ້ແຈ້ງສິ່ງທີ່ຄວນເຮັດໃຫ້ແຈ້ງ ດັ່ງນີ້ນັ້ນ. ຂໍ້ນີ້ເປັນຖານະທີ່ມີໄດ້ຢູ່. ອານົນທ໌ ! ຍານນັ້ນ ເປັນຍານທີ່ບໍ່ມີຍານອື່ນຍິ່ງກວ່າ ໃນບັນດາຍານ ທ. ນັ້ນກໍຄື ຢະຖາພູຕະຍານໃນອະທິມຸຕຕິບົດ ທ. ນັ້ນໆ. ອານົນທ໌ ! ເຮົາກ່າວວ່າ ຍານອື່ນທີ່ຍິ່ງກວ່າ ປານີຕກວ່າຍານນັ້ນ ຍ່ອມບໍ່ມີ.
(ຕໍ່ຈາກນີ້ ໄດ້ທົງສະແດງຕະຖາຄະຕະພະລະຍານ ໑໐ ໃນຖານະທີ່ເປັນຢະຖາພູຕະຍານ ອັນບໍ່ມີຍານອື່ນຍິ່ງກວ່າ ໃນກໍລະນີນີ້ ເບິ່ງລາຍລະອຽດທີ່ໜ້າ ໑໓໕ ແຫ່ງໜັງສືເຫຼັ້ມນີ້ ທີ່ຫົວຂໍ້ວ່າ “ທົງມີຕະຖາຄະຕະພະລະຍານສິບ”)
໑. ບາລີ ທສກ. ອັງ. ໒໔/໓໘/໒໒. ຕຣັດແກ່ພຣະອານົນທ໌.
ໄດ້ຕຣັສຮູ້ແລ້ວ - ໂຜດປັນຈະວັກຄີ ໑໔໑
ທົງມີເວສາຣັຊຊະຍານສີ່ຢ່າງ ໑
ພິກຂຸ ທ. ! ເຫຼົ່ານີ້ ເປັນເວສາຣັຊຊະຍານສີ່ຢ່າງຂອງຕະຖາຄົຕ ທີ່ຕະຖາຄົຕປະກອບພ້ອມແລ້ວ ປະຕິນຍາຕໍາແໜ່ງຈອມໂລກ ບັນລືສີຫະນາດ ປະກາດພຣົມມະຈັກ ໃນທ່າມກາງບໍຣິສັດ ທ. ໄດ້, ສີ່ຢ່າງຄື :-
(໑) ຕະຖາຄົຕ ມອງບໍ່ເຫັນວີ່ແວວຊ່ອງທາງທີ່ຈະມີວ່າ ສະມະນະຫຼືພຣາມ, ເທບ, ມາຣ, ພຣົມ, ຫຼືໃຜໆ ໃນໂລກ ຈະໂຈດທ້ວງເຮົາໄດ້ດ້ວຍທັງເຫດຜົລວ່າ “ທັມເຫຼົ່ານີ້ໆ ອັນທ່ານຜູ້ປະຕິນຍາຕົນ ເປັນສັມມາສັມພຸດທະຢູ່ ບໍ່ໄດ້ຮູ້ພ້ອມສະເພາະແລ້ວ” ດັ່ງນີ້. ພິກຂຸ ທ. ! ຕະຖາຄົຕ ເມື່ອມອງຫາບໍ່ເຫັນວີ່ແວວອັນນັ້ນ ຈຶ່ງເປັນຜູ້ເຖິງຄວາມກະເສມ ເຖິງຄວາມບໍ່ເກງກົວ ເຖິງຄວາມເປັນຜູ້ກ້າຫານຢູ່ໄດ້.
(໒) ຕະຖາຄົຕ ມອງບໍ່ເຫັນວີ່ແວວຊ່ອງທາງທີ່ຈະມີວ່າ ສະມະນະຫຼືພຣາມ, ເທບ, ມາຣ, ພຣົມ, ຫຼືໃຜໆ ໃນໂລກ ຈະໂຈດທ້ວງເຮົາໄດ້ດ້ວຍທັງເຫດຜົລວ່າ “ອາສະວະເຫຼົ່ານີ້ໆ ຂອງທ່ານຜູ້ປະຕິນຍາຕົນ ເປັນຂີນາສົບຜູ້ໝົດອາສະວະຢູ່ ຍັງບໍ່ດັບສິ້ນຮອບແລ້ວ” ດັ່ງນີ້. ພິກຂຸ ທ. ! ຕະຖາຄົຕ ເມື່ອມອງຫາບໍ່ເຫັນວີ່ແວວອັນນັ້ນ ຈຶ່ງເປັນຜູ້ເຖິງຄວາມກະເສມ ເຖິງຄວາມບໍ່ເກງກົວ ເຖິງຄວາມເປັນຜູ້ກ້າຫານຢູ່ໄດ້.








