ຄຳສອນພຸດທະ - ໜ້າຈໍໂຫລດ

ພຸດທະປະວັຕ ຈາກພຣະໂອຖະ

ໜ້າ/ 311

ອຸທາຢິ ! ແຕ່ບຸກຄົນບາງຄົນໃນກໍລະນີນີ້ ເປັນຜູ້ປະຕິບັດເພື່ອລະ ເພື່ອສະລັດຄືນຊຶ່ງອຸປະທິ ຄວາມດໍາຣິອັນຊ່ານໄປ ຊຶ່ງປະກອບດ້ວຍອຸປະທິ ປຸ້ມລຸມເຂົາຢູ່ ; ເຂົາບໍ່ທົນມີຄວາມດໍາຣິອັນຊ່ານໄປເຫຼົ່ານັ້ນ ເຂົາລະຢູ່ ບັນເທົາຢູ່ ເຮັດໃຫ້ສິ້ນສຸດຢູ່ ເຮັດໃຫ້ເຖິງເຊິ່ງຄວາມບໍ່ມີຢູ່ ; ອຸທາຢິ ! ເຮົາຍ່ອມກ່າວບຸກຄົນນີ້ແລ ວ່າ ຍັງເປັນຜູ້ປະກອບຢູ່ດ້ວຍກິເລສ ບໍ່ແມ່ນເປັນຜູ້ປາສະຈາກກິເລສ ຢູ່ນັ້ນເອງ. ເພາະເຫດໃດເຮົາຈຶ່ງກ່າວແນວນັ້ນ ? ອຸທາຢິ ! ເພາະເຫດວ່າ ເຮົາຮູ້ຄວາມລື່ນ-ຫຼຸດແຫ່ງອິນຊີ (ທີ່ມີຢູ່) ໃນບຸກຄົນນີ້.

ອຸທາຢິ ! ແຕ່ບຸກຄົນບາງຄົນໃນກໍລະນີນີ້ ເປັນຜູ້ປະຕິບັດເພື່ອລະ ເພື່ອສະລັດຄືນ ຊຶ່ງອຸປະທິ ; ເພາະການຫຼົງລືມແຫ່ງສະຕິໃນກາລະບາງຄັ້ງ ຄວາມດໍາຣິອັນຊ່ານໄປ ຊຶ່ງປະກອບດ້ວຍອຸປະທິ ປຸ້ມລຸມເຂົາຢູ່ ; ອຸທາຢິ ! (ລະຍະເວລາທີ່) ສະຕິ (ຈະກັບ) ເກີດຂຶ້ນ ກໍຍັງຊ້າ (ກວ່າລະຍະເວລາທີ່) ເຂົາ ເຮັດໃຫ້ຄວາມດໍາຣິນັ້ນລະໄປ ບັນເທົາໄປ ສິ້ນສຸດໄປ ເຖິງຄວາມບໍ່ມີໄປຢ່າງສັບພະລັນ, ໄປເສຍອີກ.

ອຸທາຢິ ! ປຽບເໝືອນບຸຣຸດຢອດນໍ້າສອງສາມຢົດ ລົງໄປໃນໝໍ້ກະທະເຫຼັກທີ່ຮ້ອນແຫ້ມຢູ່ໝົດມື້ ; (ລະຍະເວລາທີ່) ນໍ້າຢົດລົງໄປ ຍັງຊ້າ (ກວ່າລະຍະເວລາທີ່) ນໍ້ານັ້ນເຖິງຊຶ່ງຄວາມເຫືອດແຫ້ງຫາຍໄປຢ່າງສັບພະລັນ, ເຊັ່ນໃດ ; ອຸທາຢິ ! ຂໍ້ນີ້ກໍເຊັ່ນນັ້ນ ເໝືອນກັນ ກ່າວຄືບຸກຄົນບາງຄົນໃນກໍລະນີນີ້ ເປັນຜູ້ປະຕິບັດເພື່ອລະ ເພື່ອສະລັດຄືນຊຶ່ງອຸປະທິ ; ເພາະການຫຼົງລືມແຫ່ງສະຕິໃນກາລະບາງຄັ້ງ ຄວາມດໍາຣິອັນຊ່ານໄປ ຊຶ່ງປະກອບດ້ວຍອຸປະທິ ປຸ້ມລຸມເຂົາຢູ່ ; ອຸທາຢິ ! (ລະຍະເວລາທີ່) ສະຕິ (ຈະກັບ) ເກີດຂຶ້ນ ກໍຍັງຊ້າ (ກວ່າລະຍະເວລາທີ່) ເຂົາເຮັດໃຫ້ຄວາມດໍາຣິນັ້ນລະໄປ ບັນເທົາໄປ ສິ້ນສຸດໄປ ເຖິງຄວາມບໍ່ມີໄປຢ່າງສັບພະລັນ, ໄປເສຍອີກ.

ໄດ້ຕຣັສຮູ້ແລ້ວ - ໂຜດປັນຈະວັກຄີ ໑໓໙

ອຸທາຢິ ! ເຮົາຍ່ອມກ່າວບຸກຄົນນີ້ ວ່າ ຍັງເປັນຜູ້ປະກອບຢູ່ດ້ວຍກິເລສ ບໍ່ແມ່ນເປັນຜູ້ປາສະຈາກກິເລສຢູ່ນັ້ນເອງ. ເພາະເຫດໃດເຮົາຈຶ່ງກ່າວແນວນັ້ນ ? ອຸທາຢິ ! ເພາະເຫດວ່າ ເຮົາຮູ້ຄວາມລື່ນ-ຫຼຸດແຫ່ງອິນຊີ (ທີ່ມີຢູ່) ໃນບຸກຄົນນີ້.

ອຸທາຢິ ! ກໍແຕ່ວ່າ ບຸກຄົນບາງຄົນໃນກໍລະນີນີ້ຮູ້ແຈ້ງວ່າ “ອຸປະທິເປັນມູນແຫ່ງທຸກຂ໌” ດັ່ງນີ້ແລ້ວ ເປັນຜູ້ ປາສະຈາກອຸປະທິ ຫຼຸດພົ້ນແລ້ວເພາະຄວາມດັບສິ້ນແຫ່ງອຸປະທິ ; ອຸທາຢິ ! ເຮົາຍ່ອມກ່າວບຸກຄົນນີ້ ວ່າ ເປັນຜູ້ປາສະຈາກກິເລສ ບໍ່ແມ່ນເປັນຜູ້ປະກອບຢູ່ດ້ວຍກິເລສ. ເພາະເຫດໃດເຮົາຈຶ່ງກ່າວແນວນັ້ນ ? ອຸທາຢິ ! ເພາະເຫດວ່າ ເຮົາຮູ້ຄວາມລື່ນ-ຫຼຸດແຫ່ງອິນຊີ (ທີ່ມີຢູ່) ໃນບຸກຄົນນີ້.

ອຸທາຢິ ! ບຸກຄົນ ໔ ຈໍາພວກເຫຼົ່ານີ້ແລ ມີຢູ່ໃນໂລກ.

ໝາຍເຫດ : ຂໍ້ຄວາມທີ່ກ່າວນີ້ ອາດຈະເຂົ້າໃຈຍາກ ສໍາລັບຜູ້ທີ່ບໍ່ຄຸ້ນເຄີຍກັບສໍານວນບາລີ ຈຶ່ງຂໍສະຫຼຸບ ຄວາມໃຫ້ດັ່ງນີ້ : ພວກທີໜຶ່ງ ປະຕິບັດເພື່ອລະອຸປະທິິ ຄັນເກີດສະຣະສັງກັບປະ ຄວາມຄິດທີ່ເປັນກິເລສເນື່ອງມາແຕ່ອຸປະທິ ເຂົາທົນຕໍ່ສະຣະສັງກັບປະນັ້ນ ບໍ່ມີການລະການບັນເທົາຊຶ່ງສັງກັບປະນັ້ນ ເຂົາຍັງເປັນສັງຢຸຕໂຕ ຄືປະກອບຢູ່ດ້ວຍອຸປະທິ. ພວກທີສອງ ເມື່ອເກີດສະຣະສັງກັບປະ ເຂົາບໍ່ຍອມທົນ ແຕ່ພະຍາຍາມເພື່ອລະ ເພື່ອບັນເທົາຊຶ່ງສັງກັບປະນັ້ນ ຍັງລະບໍ່ໄດ້ ກໍຍັງເປັນສັງຢຸຕໂຕຢູ່ເຊັ່ນດຽວກັນ. ພວກທີສາມ ປະຕິບັດເພື່ອລະອຸປະທິິ ເກີດສະຣະສັງກັບປະ ເມື່ອເຂົາເຜີໃນບາງຄັ້ງ ຍັງບໍ່ທັນຕັ້ງສະຕິໃຫ້ເກີດຂຶ້ນ ເຂົາລະສະຣະສັງກັບປະໄດ້ ແຕ່ກໍຍັງເປັນສັງຢຸຕໂຕຢູ່ນັ້ນເອງ ເພາະຍັງລະອຸປະທິບໍ່ໄດ້. ພວກທີສີ່ ຮູ້ແຈ້ງດ້ວຍປັນຍາເຖິງຂໍ້ທີ່ອຸປະທິເປັນມູນແຫ່ງທຸກຂ໌ ແລ້ວຫຼຸດພົ້ນແລ້ວເພາະໝົດອຸປະທິ ນີ້ເອີ້ນວ່າເປັນວິສັງຢຸຕໂຕ ຜູ້ບໍ່ປະກອບຢູ່ດ້ວຍອຸປະທິ. ສີ່ພວກນີ້ສະແດງຄວາມແຕກຕ່າງແຫ່ງອິນຊີຊຶ່ງທົງຊາບໄດ້ດວຍພຣະຍານ.

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ