ພຸດທະປະວັຕ ຈາກພຣະໂອຖະ
ໜ້າ/ 311
(໖) ຕະຖາຄົຕ ຍ່ອມຮູ້ຕາມເປັນຈິງ ຊຶ່ງຄວາມລື່ນແລະຄວາມຫຼຸດແຫ່ງອິນຊີຂອງສັຕເຫຼົ່າອື່ນ ຂອງບຸກຄົນເຫຼົ່າອື່ນ : ນີ້ກໍເປັນຕະຖາຄະຕະພະລະຂອງຕະຖາຄົຕ.
(໗) ຕະຖາຄົຕ ຍ່ອມຮູ້ຕາມເປັນຈິງ ຊຶ່ງຄວາມເສົ້າໝອງ ຄວາມຜ່ອງໃສ ຄວາມອອກ ແຫ່ງຊານ ວິໂມກຂ໌ ສະມາທິ ແລະສະມາບັດທັງຫຼາຍ : ນີ້ກໍເປັນຕະຖາຄະຕະພະລະຂອງຕະຖາຄົຕ.
(໘) ຕະຖາຄົຕ ຍ່ອມລະລຶກໄດ້ ຊຶ່ງຂັນທ໌ອັນຕົນເຄີຍຢູ່ອາໄສໃນພົບກ່ອນ ມີຊະນິດຕ່າງໆກັນ ຄືລະລຶກໄດ້ຊາດໜຶ່ງແດ່ ສອງຊາດແດ່໒ ...ໆລໆ... : ນີ້ກໍເປັນຕະຖາຄະຕະພະລະຂອງຕະຖາຕົຕ.
(໙) ຕະຖາຄົຕ ຍ່ອມເຫັນສັຕ ທ. ດ້ວຍທິບພະຈັກຂຸ ...ໆລໆ... ອັນໃສແຈ້ງ ກ້າວຂ້າມຜ່ານຈັກຂຸມະນຸສ : ເຫັນສັຕທັງຫຼາຍຜູ້ເຄື່ອນຢູ່ ບັງເກີດຢູ່໓...ໆລໆ... : ນີ້ກໍເປັນຕະຖາຄະຕະພະລະຂອງຕະຖາຄົຕ.
(໑໐) ຕະຖາຄົຕ ຍ່ອມເຮັດໃຫ້ແຈ້ງເຈໂຕວິມຸດຕິ ປັນຍາວິມຸດຕິ ອັນບໍ່ມີອາສະວະ ເພາະຄວາມດັບສິ້ນໄປແຫ່ງອາສະວະ ທ. ໄດ້ ໔ ...ໆລໆ... : ນີ້ກໍເປັນຕະຖາຄະຕະພະລະຂອງຕະຖາຄົຕ.
ສາຣີບຸຕ ! ເຫຼົ່ານີ້ແລ ເປັນຕະຖາຄະຕະພະລະສິບຢ່າງ ຂອງຕະຖາຄົຕ ທີ່ຕະຖາຄົຕປະກອບແລ້ວ ຍ່ອມປະຕິນຍາຕໍາແໜ່ງຈອມໂລກ ບັນລືສີຫະນາດປະກາດພຣົມມະຈັກ ໃນທ່າມກາງບໍຣິສັດທັງຫຼາຍ.
໑. ເຊັ່ນຮູບທາດ ນາມທາດ ເປັນຕົ້ນ ເຊິ່ງແຍກແຈກອອກໄດ້ອີກມາກຫຼາຍ.
໒. ເບິ່ງບ່ອນທີ່ຈໍາແນກພິສະດານໃນພາກ ໒ ຕອນຕຣັສຮູ້ ວ່າດ້ວຍວິຊຊາທີໜຶ່ງ.
໓. ເບິ່ງບ່ອນທີ່ຈໍາແນກພິສະດານໃນພາກ ໒ ຕອນຕຣັສຮູ້ ວ່າດ້ວຍວິຊຊາທີສອງ.
໔. ເບິ່ງບ່ອນທີ່ຈໍາແນກພິສະດານໃນພາກ ໒ ຕອນຕຣັສຮູ້ ວ່າດ້ວຍວິຊຊາທີສາມ.
ໄດ້ຕຣັສຮູ້ແລ້ວ - ໂຜດປັນຈະວັກຄີ ໑໓໗
(ໃນບາລີແຫ່ງອື່ນ ມີກ່າວເຖິງຕະຖາຄະຕະພະລະຍານເປັນຢ່າງອື່ນ ຄື ກ່າວເຖິງຕະຖາຄະຕະພະລະຍານພຽງ ໖ ໂດຍເວັ້ນຂ້າມ (໓) (໔) (໕) ແລະ (໖) ເສຍຈາກຈໍານວນ ໑໐ ທີ່ມີກ່າວຢູ່ໃນບ່ອນນີ້. - ສັກກ. ອັງ. ໒໒/໔໖໖/໓໓໕. ບາລີອີກແຫ່ງໜຶ່ງ ກ່າວເຖິງຕະຖາຄະຕະພະລະພຽງ ໕ ດັ່ງທີ່ມີຢູ່ໃນຫົວຂໍ້ຖັດລົງໄປຈາກຫົວຂໍ້ນີ້.)
ທົງມີຕະຖາຄະຕະພະລະຫ້າຢ່າງ ໑
ພິກຂຸ ທ. ! ເຮົາເຖິງແລ້ວຊຶ່ງອະພິນຍາໂວສານບາຣະມີ ໃນທັມ ທ. ທີ່ບໍ່ເຄີຍຟັງ ມາແຕ່ກ່ອນ ຈຶ່ງປະຕິນຍາ. ພິກຂຸ ທ. ! ຕະຖາຄະຕະພະລະຂອງຕະຖາຄົຕ ໕ ຢ່າງ ເຫຼົ່ານີ້ ອັນເປັນກໍາລັງທີ່ຕະຖາຄົຕປະກອບພ້ອມແລ້ວ ຈຶ່ງປະຕິນຍາຕໍາແໜ່ງຈອມໂລກ ບັນລືສີຫະນາດປະກາດພຣົມມະຈັກ ໃນທ່າມກາງບໍຣິສັດທັງຫຼາຍ. ຫ້າຢ່າງ ເຫຼົ່າໃດໜໍ ? ຫ້າຢ່າງຄື ສັດທາພະລະ ຫິຣິພະລະ ໂອຕຕັບປະພະລະ ວິຣິຢະ ພະລະ ປັນຍາພະລະ.
ພິກຂຸ ທ. ! ເຫຼົ່ານີ້ແລ ຕະຖາຄະຕະພະລະຂອງຕະຖາຄົຕ ໕ ຢ່າງ ອັນເປັນກໍາລັງທີ່ຕະຖາຄົຕປະກອບພ້ອມແລ້ວ ຈຶ່ງປະຕິນຍາຕໍາແໜ່ງຈອມໂລກ ບັນລືສີຫະນາດ ປະກາດພຣົມມະຈັກໃນທ່າມກາງບໍຣິສັດທັງຫຼາຍ.
ທົງຮູ້ຈັກອິນຊີອັນຍິ່ງ(ລື່ນ)-ຢ່ອນ(ຫຼຸດ)ຂອງສັຕ ໒
(ຄໍາອະທິບາຍທະສະພະລະຍານຂໍ້ທີຫົກ)
ອຸທາຢິ ! ບຸກຄົນ ໔ ຈໍາພວກເຫຼົ່ານີ້ ມີຢູ່ໃນໂລກ. ສີ່ຈໍາພວກເຫຼົ່າໃດໜໍ ? ສີ່ຈໍາພວກຄື :-
ອຸທາຢິ ! ບຸກຄົນບາງຄົນໃນກໍລະນີນີ້ ເປັນຜູ້ປະຕິບັດເພື່ອລະ ເພື່ອສະລັດຄືນຊຶ່ງອຸປະທິ ຄວາມດໍາຣິອັນຊ່ານໄປ (ສະຣະສັງກັບປາ) ຊຶ່ງປະກອບດ້ວຍອຸປະທິ ປຸ້ມລຸມເຂົາຢູ່ ; ເຂົາ ທົນມີຄວາມດໍາຣິອັນຊ່ານໄປເຫຼົ່ານັ້ນ ບໍ່ລະເສຍ ບໍ່ບັນເທົາເສຍ ບໍ່ເຮັດໃຫ້ສິ້ນສຸດເສຍ ບໍ່ເຮັດໃຫ້ເຖິງເຊິ່ງຄວາມບໍ່ມີ ; ອຸທາຢິ ! ເຮົາຍ່ອມກ່າວ
໑. ບາລີ ປັນຈກ. ອັງ. ໒໒/໑໐/໑໑. ຕຣັດແກ່ພິກຂຸທັງຫຼາຍ.
໒. ບາລີ ລະດຸກິໂກປມສູຕ ມ.ມ. ໑໓/໑໘໗/໑໘໑. ຕຣັດແກ່ພຣະອຸທາຢີທີ່ອາປະນະນິຄົມແຄວ້ນອັງຄຸຕຣາປະ.
໑໓໘ ພຸດທະປະວັດຈາກພຣະໂອຖະ - ພາກ ໓
ບຸກຄົນນີ້ແລ ວ່າເປັນຜູ້ປະກອບຢູ່ດ້ວຍກິເລສ (ສັງຢຸຕໂຕ) ຫາກໄດ້ເປັນຜູ້ປາສະຈາກກິເລສ (ວິສັງຢຸຕໂຕ) ກໍບໍ່ແມ່ນ. ເພາະເຫດໃດເຮົາຈຶ່ງກ່າວແນວນັ້ນ ? ອຸທາຢິ ! ເພາະເຫດວ່າ ເຮົາຮູ້ຄວາມລື່ນ-ຫຼຸດແຫ່ງອິນຊີ (ທີ່ມີຢູ່) ໃນບຸກຄົນນີ້.








