ຄຳສອນພຸດທະ - ໜ້າຈໍໂຫລດ

ພຸດທະປະວັຕ ຈາກພຣະໂອຖະ

ໜ້າ/ 311

- ທົງມີປາຕິຫາຣ ຊະນິດທີ່ຄົນໂງ່ມອງບໍ່ເຫັນວ່າເປັນປາຕິຫາຣ - ທົງມີປາຕິຫາຣສາມ - ເຫດທີ່ເຮັດໃຫ້ທົງພຣະນາມວ່າ “ຕະຖາຄົຕ” ສີ່ - ເຫດທີ່ເຮັດໃຫ້ທົງພຣະນາມວ່າ “ຕະຖາຄົຕ” ເພາະທົງເປັນກາລະວາທີ ພູຕະວາທີ - ໄວພົຈນ໌ແຫ່ງຄໍາວ່າ “ຕະຖາຄົຕ” - ເປັນອະພິສັມພຸດທະເມື່ອຄ່ອງແຄ່ວໃນອະນຸປຸບພະວິຫາຣສະມາບັດ - ເປັນອະພິສັມພຸດທະເມື່ອຊາບປັນຈຸປາທານຂັນທ໌ໂດຍປະຣິວັຕສີ່ - ເປັນອະພິສັມພຸດທະເມື່ອຊາບອະຣິຍະສັຈສິ້ນເຊີງ - ເຫດທີ່ເຮັດໃຫ້ໄດ້ພຣະນາມວ່າ “ອະຣະຫັນຕະສັມມາສັມພຸດທະ” - ເຫດທີ່ເຮັດໃຫ້ໄດ້ພຣະນາມວ່າ “ອະຣະຫັນຕະສັມມາສັມພຸດທະ” (ອີກນັຍໜຶ່ງ) - ເຫດທີ່ເຮັດໃຫ້ໄດ້ພຣະນາມວ່າ “ອະຣະຫັນຕະສັມມາສັມພຸດທະ” (ອີກນັຍໜຶ່ງ) - ເຫດທີ່ເຮັດໃຫ້ໄດ້ພຣະນາມວ່າ “ອະນຸຕຕະຣະ ປຸຣິສະທັມມະສາຣະຖິ” - ເຫດທີ່ເຮັດໃຫ້ໄດ້ພຣະນາມວ່າ “ໂຢຄັກເຂມີ” - ທົງເປັນສາສດາປະເພດຕຣັສຮູ້ເອງ - ບໍ່ທົງເປັນສັບພັນຍູທຸກອິຣິຍາບົດ - ທົງຢືນຢັນຄວາມເປັນມະຫາບຸຣຸດ - ທົງຢູ່ໃນຖານະທີ່ໃຜໆຍອມຮັບວ່າເລີດກວ່າສັບພະສັຕ - ບໍ່ມີໃຜປຽບສະເໝີເໝືອນ - ບໍ່ທົງອະພິວາດໃຜ - ທົງເປັນທັມມະຣາຊາ - ທົງເປັນທັມມະຣາຊາທີ່ເຄົາຣົບທັມ - ທົງຄິດຫາທີ່ເພິ່ງສໍາລັບພຣະອົງເອງ - ຖືກພວກພຣາມເວົ້າໃສ່ - ມາຣທູນໃຫ້ນິບພານ - ທົງທໍ້ພຣະທັຍໃນການສະແດງທັມ - ພຣົມອາຣາທະນາ - ທົງເຫັນຝູງສັຕປຽບດ້ວຍບົວສາມເຫຼົ່າ - ທົງສະແດງທັມເພາະເຫັນຄວາມຈໍາເປັນຂອງສັຕບາງພວກ - ທົງເຫັນຊ່ອງທາງທີ່ຈະຊ່ວຍເຫຼືອໝູ່ສັຕ - ທົງລະນຶກຫາຜູ້ຄວນຮັບປະຖົມເທສນາ - ສະເດັດພາຣານະສີພົບອຸປະກາຊີວົກ - ການສະແດງປະຖົມເທສນາ - ການປະກາດທັມມະຈັກທີ່ອິສິປະຕະນະມິຄະທາຍະວັນ - ແຜ່ນດິນໄຫວເນື່ອງດ້ວຍການສະແດງທັມມະຈັກ - ເກີດແສງສະຫວ່າງເນື່ອງດ້ວຍການສະແດງທັມມະຈັກ - ຈັກຂອງພຣະອົງບໍ່ມີໃຜຕໍ່ຕ້ານໄດ້ - ທົງໝູນແຕ່ຈັກທີ່ມີທັມມະຣາຊາ (ເປັນເຈົ້າຂອງ) - ການປາກົດຂອງພຣະອົງ ຄືການປາກົດແຫ່ງດວງຕາຂອງໂລກອັນໃຫຍ່ຫຼວງ - ໂລກຍັງບໍ່ມີແສງສະຫວ່າງ ຈົນກວ່າພຣະອົງຈະເກີດຂຶ້ນ.

໑໓໒ ພຸດທະປະວັດຈາກພຣະໂອຖ - ພາກ ໓

໑໓໓

ພາກ ໓

ເລີ່ມແຕ່ຕຣັສຮູ້ແລ້ວທົງປະກອບດ້ວຍພຣະຄຸນນະທັມຕ່າງໆ

ຈົນສະເດັດໄປໂຜດປັນຈະວັກຄີບັນລຸຜົລ

ທົງເປັນລູກໄກ່ໂຕອ້າຍກົກທີ່ສຸດ ໑

ພຣາມ ! ປຽບເໝືອນໜ່ວຍໄຂ່ຂອງແມ່ໄກ່ອັນມີຢູ່ ໙ ໜ່ວຍ ຫຼື ໑໐ ໜ່ວຍ ຫຼື ໑໒ ໜ່ວຍ, ເມື່ອແມ່ໄກ່ ນອນທັບ ໝູບ ຟັກດ້ວຍດີແລ້ວ, ບັນດາລູກໄກ່ໃນໄຂ່ເຫຼົ່ານັ້ນ ໂຕໃດເຈາະແທງທໍາລາຍເປືອກໄຂ່ດ້ວຍປາຍເລັບຕີນ ຫຼືປາຍສົບອອກມາໄດ້ກ່ອນໂຕອື່ນໂດຍປອດພັຍ ເຮົາຄວນເອີ້ນລູກໄກ່ໂຕນັ້ນວ່າແນວໃດ ຄືຈະເອີ້ນວ່າໂຕອ້າຍກົກຜູ້ແກ່ທີ່ສຸດ ຫຼືໂຕນ້ອງຫຼ້າຜູ້ນ້ອຍທີ່ສຸດ ?

“ພຣະໂຄດົມຜູ້ຈະເຣີນ ! ໃຜໆ ກໍຄວນເອີ້ນມັນວ່າ ໂຕອ້າຍກົກຜູ້ຈະເຣີນທີ່ສຸດ ເພາະມັນເປັນໂຕອ້າຍແກ່ທີ່ສຸດ ໃນບັນດາລູກໄກ່ເຫຼົ່ານັ້ນ” ພຣາມທູນຕອບ.

ພຣາມ ! ເຊັ່ນໃດກໍເຊັ່ນນັ້ນ : ເຮົານີ້ ຂະນະເມື່ອໝູ່ສັຕກໍາລັງຖືກອະວິຊຊາ ຊຶ່ງເປັນດຸດດັ່ງເປືອກໜ່ວຍໄຂ່ຫໍ່ຫຸ້ມຢູ່ແລ້ວ, ກໍທໍາລາຍເປືອກຫຸ້ມຄື ອະວິຊຊາ ອອກມາໄດ້ກ່ອນໃຜໆ ເປັນບຸກຄົນແຕ່ຜູ້ດຽວໃນໂລກ

໑. ບາລີ ມຫາວິພັງຄ໌ ວິນັຍປິດົກ ໑/໕/໓. ຕຣັດແກ່ເວຣັນຊະພຣາມ.

໑໓໔ ພຸດທະປະວັດຈາກພຣະໂອຖະ - ພາກ ໓

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ