ຄຳສອນພຸດທະ - ໜ້າຈໍໂຫລດ

ພຸດທະປະວັຕ ຈາກພຣະໂອຖະ

ໜ້າ/ 311

ພິກຂຸ ທ. ! ລໍາດັບນັ້ນ ພຣະຣາຊາຫຼືມະຫາອາມາດຂອງພຣະຣາຊານັ້ນ ຈຶ່ງປັບປຸງສະຖານທີ່ນັ້ນຂຶ້ນເປັນນະຄອນ. ສະໄໝຕໍ່ມາ ນະຄອນນັ້ນໄດ້ກາຍເປັນນະຄອນທີ່ອຸດົມແລະຮຸ່ງເຮືອງ ມີປະຊາຊົນຫຼວງຫຼາຍ ອັ່ງອໍດ້ວຍມະນຸສ ເຖິງແລ້ວຊຶ່ງຄວາມຈະເຣີນໄພບູນ, ນີ້ເຊັ່ນໃດ ; ພິກຂຸ ທ. ! ຂໍ້ນີ້ກໍເຊັ່ນນັ້ນ : ເຮົາໄດ້ເຫັນແລ້ວຊຶ່ງຮອຍທາງເກົ່າ ທີ່ເຄີຍເປັນຫົນທາງເກົ່າ ອັນພຣະສັມມາສັມພຸດທະເຈົ້າ ທັງຫຼາຍໃນກາລກ່ອນ ເຄີຍທົງດໍາເນີນແລ້ວ.

ພິກຂຸ ທ. ! ກໍ ຮອຍທາງເກົ່າ ທີ່ເຄີຍເປັນຫົນທາງເກົ່າ ອັນພຣະສັມມາສັມພຸດທະເຈົ້າທັງຫຼາຍໃນກາລກ່ອນ ເຄີຍທົງດໍາເນີນແລ້ວ ນັ້ນເປັນແນວໃດໜໍ ?

໑. ບາລີ ສູຕທີ ໕ ມະຫາວັກຄະ ອພິສມຢສັງຢຸຕ ນິທານ. ສັງ. ໑໖/໑໒໘/໒໕໓. ຕຣັດແກ່ພິກຂຸ ທ. ທີ່ເຊຕະວັນ.

໑໒໒ ພຸດທະປະວັດຈາກພຣະໂອຖະ - ພາກ ໒

ນັ້ນຄືອະຣິຢະອັຕຖັງຄິກະມັກຄະນີ້ນັ້ນແລ ໄດ້ແກ່ສິ່ງເຫຼົ່ານີ້ຄື ສັມມາທິຕຖິ ສັມມາສັງກັບປະ ສັມມາວາຈາ ສັມມາກັມມັນຕະ ສັມມາອາຊີວະ ສັມມາວາຢາມະ ສັມມາສະຕິ ສັມມາສະມາທິ. ພິກຂຸ ທ. ! ນີ້ແລ ຮອຍທາງເກົ່າທີ່ເປັນຫົນທາງເກົ່າ ອັນພຣະສັມມາສັມພຸດທະເຈົ້າທັງຫຼາຍໃນກາລກ່ອນ ເຄີຍທົງດໍາເນີນແລ້ວ. ເຮົານັ້ນ ໄດ້ດໍາເນີນໄປຕາມແລ້ວຊຶ່ງຫົນທາງນັ້ນ. ເມື່ອດໍາເນີນໄປຕາມຊຶ່ງຫົນທາງນັ້ນຢູ່, ເຮົາໄດ້ຮູ້ຍິ່ງສະເພາະແລ້ວຊຶ່ງ ຊະຣາມໍຣະນະ, ຊຶ່ງເຫດໃຫ້ເກີດຂຶ້ນແຫ່ງຊະຣາມໍຣະນະ, ຊຶ່ງຄວາມດັບບໍ່ເຫຼືອແຫ່ງຊະຣາມໍຣະນະ, ຊຶ່ງຂໍ້ປະຕິບັດເຄື່ອງເຮັດສັຕໃຫ້ບັນລຸເຖິງຄວາມດັບບໍ່ເຫຼືອ ແຫ່ງຊະຣາະມໍຣະນະ ; ...

(ຂໍ້ຄວາມຕໍ່ໄປຈາກນີ້ ໄດ້ຕຣັດເຖິງຊາດ-ພົບ-ອຸປາທານ-ຕັນຫາ-ເວທະນາ-ຜັສສະ-ສະລາຢະຕະນະ-ນາມຮູບ-ວິນຍານ ສຸດລົງພຽງສັງຂາຣ ໂດຍອາການທັງສີ່, ດັ່ງທີ່ໄດ້ຕຣັດໃນກໍລະນີແຫ່ງຊະຣາມໍຣະນະ ເໝືອນກັນທຸກໂຕອັກສອນ ເວັ້ນແຕ່ຊື່ຂອງໂຕປະຕິຈຈະສະມຸບປັນນະທັມນັ້ນໆ ເທົ່ານັ້ນ).

ການຕຣັສຮູ້ຄືການທົງຮູ້ແຈ້ງຜັສສາຢະຕະນະໂດຍອາການຫ້າ ໑

(ຄັ້ງໜຶ່ງ ປະທັບຢູ່ທີ່ເຊຕະວັນ ຕຣັດເອີ້ນພິກຂຸ ທ. ມາແລ້ວ ໄດ້ຕຣັດເລື່ອງສະມະນະພຣາມ ທີ່ມີທິຕຖິຕ່າງໆກັນ ໂດຍແບ່ງເປັນພວກໆ ຄືຕຣັດພວກປະຣັນຕານຸທິຕຖິ ມີທິຕຖິປາຣົບຂັນທ໌ສ່ວນ ອະນາຄົຕ ໕ ພວກ ໄດ້ແກ່ພວກສັນຍີວາດ ອະສັນຍີວາດ ເນວະສັນຍີນາສັນຍີວາດ ອຸດເສທະວາດ ແລະທິຕຖະທັມມະນິບພານວາດ ແລ້ວຕຣັດພວກປຸບພັນຕານຸທິຕຖິ ມີທິຕຖິປາຣົບຂັນທ໌ສ່ວນອະດີຕ ໑໖ ພວກ ແລະຕຣັດເຖິງທິຕຖະທັມມະນິບພານວາດ ຂອງພວກທີ່ສະລັດອະປະຣັນຕານຸທິຕຖິແລະ ປຸບພັນຕານຸທິຕຖິເສຍ ແລ້ວໄປຖືເອົານິຣາມິດສຸຂ ອັນເກີດຈາກຊານທຸກລະດັບວ່າເປັນນິບພານ ແລ້ວສໍາຄັນຕົນວ່າ ເປັນຜູ້ສະງົບລະງັບ ດັບເຢັນ ບໍ່ມີອຸປາທານ ທົງລະບຸວ່າ ນັ້ນເປັນພຽງ ອຸປາທານຂອງຄົນພວກນັ້ນ ຕະຖາຄົຕທົງຊາບວ່າອຸປາທານນັ້ນເປັນທິຕຖິຫຍາບ ທີ່ຄົນເຫຼົ່ານັ້ນປຸງຂຶ້ນ ແລະທັມເປັນທີ່ດັບແຫ່ງອຸປາທານທີ່ຄົນ ທ. ເຫຼົ່ານັ້ນປຸງຂຶ້ນກໍມີຢູ່ ທົງເຫັນທັມເປັນເຄື່ອງອອກຈາກອຸປາທານເຫຼົ່ານັ້ນ ບໍ່ວຽນໄປສູ່ອຸປາທານເຫຼົ່ານັ້ນ ດັ່ງນີ້ແລ້ວ ໄດ້ຕຣັດຂໍ້ຄວາມນີ້ສືບຕໍ່ໄປວ່າ :-)

ພິກຂຸ ທ. ! ກໍ ບົດແຫ່ງທັມ ນີ້ແລ ເປັນບົດແຫ່ງທັມອັນປະເສີດ ສງົບລະງັບ ບໍ່ມີທັມອື່ນຍິ່ງກວ່າ ອັນຕະຖາຄົຕໄດ້ຮູ້ພ້ອມສະເພາະແລ້ວ (ຕຣັສຮູ້) ; ນັ້ນຄື

໑. ບາລີ ປັຈຈັຕຕະຢະສູຕ ອຸປຣິ. ມ. ໑໔/໔໐/໔໑. ຕຣັດແກ່ພິຂຸ ທ. ທີ່ເຊຕະວັນ.

ອອກຜະນວດ - ຈົນໄດ້ຕຣັສຮູ້ ໑໒໓

ຄວາມທີ່ຕະຖາຄົຕຮູ້ແຈ້ງຕາມທີ່ເປັນຈິງ ຊຶ່ງເຫດໃຫ້ເກີດຂຶ້ນ ຊຶ່ງຄວາມດັບລົງ ຊຶ່ງສະເໜ່ ຊຶ່ງໂທດອັນຕໍ່າຊາມ ຊຶ່ງອຸບາຍເປັນເຄື່ອງອອກ ແຫ່ງຜັສສາຢະຕະນະທັງ ໖ ແລ້ວ ຈຶ່ງຫຼຸດພົ້ນເພາະຄວາມບໍ່ຢຶດໝັ້ນຖືໝັ້ນ.

ພິກຂຸ ທ. ! ນັ້ນແຫຼະ ຄືຂໍ້ທີ່ຕະຖາຄົຕໄດ້ຮູ້ພ້ອມສະເພາະ ຊຶ່ງບົດແຫ່ງທັມອັນປະເສີດ ສະງົບລະງັບ ບໍ່ມີທັມອື່ນຍິ່ງກວ່າ ; ກ່າວຄື ຄວາມທີ່ຕະຖາຄົຕຮູ້ແຈ້ງຕາມທີ່ເປັນຈິງ ຊຶ່ງເຫດໃຫ້ເກີດຂຶ້ນ ຊຶ່ງຄວາມດັບລົງ ຊຶ່ງສະເໜ່ ຊຶ່ງໂທດອັນຕໍ່າຊາມ ຊຶ່ງອຸບາຍເປັນເຄື່ອງອອກ ແຫ່ງຜັສສາຢະຕະນະທັງ ໖ ແລ້ວ ຈຶ່ງຫຼຸດພົ້ນເພາະຄວາມບໍ່ຢຶດໝັ້ນຖືໝັ້ນ.

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ