ພຸດທະປະວັຕ ຈາກພຣະໂອຖະ
ໜ້າ/ 311
ມ. ມ. ໑໓/໖໘໕/໗໕໔, ມະຫາສັຈຈກສູຕ ມູ. ມ. ໑໒/໔໕໘/໔໒໗. ຕອນນີ້ປາສະຣາສິສູຕບໍ່ມີ,
ຕໍ່ໄປໃນສະຄາຣະວະສູຕແລະ ມະຫາສັຈຈະກະສູຕກໍບໍ່ມີ.
໑໑໖ ພຸດທະປະວັດຈາກພຣະໂອຖະ - ພາກ ໒
ໄດ້ເກີດໃນພົບພຸ້ນ ມີຊື່ ໂຄດ ວັນນະ ອາຫາຣແນວນັ້ນໆ, ສະເຫວີຍສຸຂແລະທຸກຂ໌ເຊັ່ນນັ້ນໆ ມີອາຍຸສຸດລົງເທົ່ານັ້ນ ; ຄັນຈຸຕິຈາກພົບນັ້ນໆ ໆ ໆ ແລ້ວ ມາເກີດໃນພົບນີ້. ເຮົານັ້ນລະລຶກເຖິງຂັນທ໌ ທີ່ເຄີຍຢູ່ອາໄສໃນພົບກ່ອນໄດ້ຫຼາຍປະການ ພ້ອມທັງອາການແລະລັກສະນະດັ່ງນີ້. ຣາຊະກຸມາຣ ! ນີ້ເປັນ ວິຊຊາທີ ໑ ທີ່ເຮົາໄດ້ບັນລຸແລ້ວ ໃນຍາມຕົ້ນແຫ່ງຣາຕຣີ. ອະວິຊຊາຖືກທໍາລາຍແລ້ວ ວິຊຊາເກີດຂຶ້ນແລ້ວ, ຄວາມມືດຖືກທໍາລາຍແລ້ວ ຄວາມສະຫວ່າງເກີດຂຶ້ນແທນແລ້ວ, ເຊັ່ນດຽວກັບທີ່ເກີດແກ່ຜູ້ບໍ່ປະມາດ ມີພຽນເຜົາບາບ ມີຕົນສົ່ງໄປແລ້ວແລຢູ່ ໂດຍຄວນ.
ເຮົານັ້ນ ຄັນເມື່ອຈິຕຕັ້ງໝັ້ນບໍຣິສຸດຜ່ອງໃສ ບໍ່ມີກິເລສ ປາສະຈາກກິເລສ ເປັນທໍາມະຊາດອ່ອນໂຍນ ຄວນແກ່ການງານ ເຖິງຄວາມບໍ່ຫວັ່ນໄຫວ ຕັ້ງຢູ່ເຊັ່ນນີ້ແລ້ວ ໄດ້ນ້ອມຈິຕໄປສະເພາະຕໍ່ ຈຸຕູປະປາຕະຍານ. ເຮົາມີຈັກຂຸທິບ ບໍຣິສຸດກວ່າຈັກຂຸຂອງສາມັນມະນຸສ, ຍ່ອມແລເຫັນສັຕທັງຫຼາຍຈຸຕິຢູ່ ບັງເກີດຢູ່, ຕໍ່າຊາມປານີຕ, ມີວັນນະດີ, ມີວັນນະຕໍ່າ, ມີທຸກຂ໌ ມີສຸຂ. ເຮົາຮູ້ແຈ່ມແຈ້ງ ໝູ່ສັຕຜູ້ເຂົ້າເຖິງຕາມກັມວ່າ “ຜູ້ຈະເຣີນທັງຫຼາຍ ! ສັຕເຫຼົ່ານີ້ໜໍ ປະກອບກາຢະທຸຈະຣິຕ ວະຈີ ທຸຈະຣິຕ ມະໂນທຸຈະຣິຕ ເວົ້າຕິຕຽນພຣະອະຣິຍະເຈົ້າທັງຫຼາຍ ເປັນມິດສາທິຕຖິ ປະກອບການງານດ້ວຍອໍານາດ ມິດສາທິຕຖິ, ເບື້ອງໜ້າແຕ່ກາຍແຕກຕາຍໄປ ລ້ວນພາກັນເຂົ້າສູ່ອະບາຍ ທຸຄະຕິ ວິນິບາຕ ນະຣົກ. ທ່ານຜູ້ຈະເຣີນທັງຫຼາຍ ! ສ່ວນສັຕເຫຼົ່ານີ້ໜໍ ປະກອບກາຢະສຸຈະຣິຕ ວະຈີສຸຈະຣິຕ ມະໂນສຸຈະຣິຕ ບໍ່ຕິຕຽນພຣະອະຣິຍະເຈົ້າ, ເປັນສັມມາທິຕຖິ ປະກອບການງານດ້ວຍອໍານາດສັມມາທິຕຖິ, ເບື້ອງໜ້າແຕ່ກາຍແຕກຕາຍໄປ ລ້ວນພາກັນເຂົ້າສູ່ສຸຄະຕິໂລກສະຫວັນ.” ເຮົາມີຈັກຂຸທິບ ບໍຣິສຸດຂ້າມພົ້ນຈັກຂຸສາມັນມະນຸສ ເຫັນເຫຼົ່າສັຕຜູ້ຈຸຕິຢູ່ ບັງເກີດຢູ່ ຕໍ່າຊາມ ປານີຕ ມີວັນນະດີ ວັນນະຕໍ່າ ມີທຸກຂ໌ ມີສຸຂ. ຮູ້ແຈ້ງໝູ່ສັຕຜູ້ເຂົ້າເຖິງຕາມກັມໄດ້ ດັ່ງນີ້. ຣາຊະກຸມາຣ ! ນີ້ເປັນ ວິຊຊາທີ ໒ ທີ່ເຮົາໄດ້ບັນລຸແລ້ວໃນຍາມກາງແຫ່ງຣາຕຣີ. ອະວິຊຊາ ຖືກທໍາລາຍແລ້ວ ວິຊຊາເກີດຂຶ້ນແລ້ວ, ຄວາມມືດຖືກທໍາລາຍແລ້ວ ຄວາມສະຫວ່າງເກີດຂຶ້ນແທນແລ້ວ, ເຊັ່ນດຽວກັບທີ່ເກີດແກ່ຜູ້ບໍ່ປະມາດ ມີພຽນເຜົາບາບ ມີຕົນສົ່ງໄປແລ້ວແລຢູ່, ໂດຍຄວນ.
ອອກຜະນວດ - ຈົນໄດ້ຕຣັສຮູ້ ໑໑໗
ເຮົານັ້ນ ຄັນຈິຕຕັ້ງໝັ້ນບໍຣິສຸດຜ່ອງໃສບໍ່ມີກິເລສ ປາສະຈາກກິເລສ ເປັນທໍາມະຊາດອ່ອນໂຍນ ຄວນແກ່ການງານ ເຖິງຄວາມບໍ່ຫວັ່ນໄຫວ ຕັ້ງຢູ່ເຊັ່ນນີ້ແລ້ວ ໄດ້ນ້ອມຈິຕໄປສະເພາະຕໍ່ ອາສະວັກຂະຢະຍານ ເຮົາຍ່ອມຮູ້ແຈ່ມແຈ້ງຕາມເປັນຈິງວ່າ “ນີ້ທຸກຂ໌ ນີ້ເຫດແຫ່ງທຸກຂ໌, ນີ້ຄວາມດັບບໍ່ເຫຼືອແຫ່ງທຸກຂ໌, ນີ້ທາງໃຫ້ເຖິງຄວາມດັບບໍ່ມີເຫຼືອແຫ່ງທຸກຂ໌ ; ແລະເຫຼົ່ານີ້ເປັນອາສະວະທັງຫຼາຍ, ນີ້ເຫດແຫ່ງອາສະວະທັງຫຼາຍ, ນີ້ຄວາມດັບບໍ່ມີເຫຼືອແຫ່ງອາສະວະທັງຫຼາຍ, ນີ້ເປັນທາງໃຫ້ເຖິງຄວາມດັບບໍ່ມີເຫຼືອແຫ່ງອາສະວະທັງຫຼາຍ.” ເມື່ອເຮົາຮູ້ຢູ່ດັ່ງນີ້ ເຫັນຢູ່ດັ່ງນີ້ ຈິຕກໍພົ້ນຈາກກາມາສະວະ ພະວາສະວະ ແລະອະວິຊຊາສະວະ. ຄັ້ນຈິຕພົ້ນວິເສດແລ້ວ ກໍເກີດຍານຢັ່ງຮູ້ວ່າ ຈິຕພົ້ນແລ້ວ. ເຮົາຮູ້ແຈ່ມແຈ້ງວ່າຊາດດັບສິ້ນແລ້ວ ພຣົມມະຈັນຢູ່ຈົບແລ້ວ ກິດທີ່ຕ້ອງເຮັດໄດ້ເຮັດສໍາເລັດແລ້ວ ກິດອື່ນທີ່ຈະຕ້ອງເຮັດເພື່ອຄວາມ (ຫຼຸດພົ້ນ) ເປັນແນວນີ້ ບໍ່ໄດ້ມີອີກ. ຣາຊະກຸມາຣ ! ນີ້ເປັນ ວິຊຊາທີ ໓ ທີ່ເຮົາໄດ້ບັນລຸແລ້ວໃນຍາມສຸດທ້າຍແຫ່ງຣາຕຣີ. ອະວິຊຊາ ຖືກທໍາລາຍແລ້ວ ວິຊຊາເກີດຂຶ້ນແລ້ວ, ຄວາມມືດຖືກທໍາລາຍແລ້ວ ຄວາມສະຫວ່າງເກີດຂຶ້ນແທນແລ້ວ, ເຊັ່ນດຽວກັບທີ່ເກີດແກ່ຜູ້ບໍ່ປະມາດ ມີພຽນເຜົາບາບ ມີຕົນສົ່ງໄປແລ້ວແລຢູ່, ໂດຍຄວນ.
ສິ່ງທີ່ຕຣັສຮູ້ ໑








