ພຸດທະປະວັຕ ຈາກພຣະໂອຖະ
ໜ້າ/ 311
ຂໍ້ອື່ນອີກ : ຕະຖາຄົຕໄດ້ ຍ່າງຢຽບໄປເທິງອຸດຈາຣະກອງໃຫຍ່ ເໝືອນພູເຂົາ ອຸດຈາຣະບໍ່ໄດ້ແປດເປື້ອນເລີຍ. ພິກຂຸ ທ. ! ນີ້ເປັນມະຫາສຸບິນ ຂໍ້ທີ ໕ ໄດ້ມີແລ້ວແກ່ຕະຖາຄົຕ ຜູ້ອະຣະຫັນຕະສັມມາສັມພຸດທະເຈົ້າ ຄັ້ງເມື່ອກ່ອນແຕ່ການຕຣັສຮູ້ ຍັງບໍ່ໄດ້ຕຣັສຮູ້ ຍັງເປັນໂພທິສັຕຢູ່.
ພິກຂຸ ທ. ! ຂໍ້ວ່າມະຫາປະຖະພີນີ້ ເປັນບ່ອນນອນອັນໃຫຍ່ຂອງຕະຖາຄົຕ ຈອມພູເຂົາຫິມະວັນເປັນໝອນ ມືເບື້ອງຊ້າຍພາດລົງໄປທີ່ສະມຸດດ້ານຕາເວັນອອກ ມືເບື້ອງຂວາພາດລົງໄປທີ່ສະມຸດດ້ານຕາເວັນຕົກ ບາທາທັງສອງຈຸ່ມລົງໄປທີ່ສະມຸດດ້ານທັກສິນນັ້ນ ເປັນມະຫາສຸບິນ ຂໍ້ທີ ໑ ເພື່ອໃຫ້ຮູ້ຂໍ້ທີ່ຕະຖາຄົຕ ຜູ້ອະຣະຫັນຕະສັມມາສັມພຸດທະເຈົ້າ ໄດ້ຕຣັສຮູ້ອະນຸດຕະຣະສັມມາສັມໂພທິຍານ. ຂໍ້ວ່າຫຍ້າຄາປົ່ງງອກຈາກສະບືຂຶ້ນໄປສູງຈຸຟ້າ ເປັນມະຫາສຸບິນຂໍ້ທີ ໒ ເພື່ອໃຫ້ຮູ້ຂໍ້ທີ່ຕະຖາຄົຕ ຜູ້ອະຣະຫັນຕະສັມມາສັມພຸດທະເຈົ້າ ໄດ້ຕຣັສຮູ້ພ້ອມສະເພາະຊຶ່ງອະຣິຢະອັຕຖັງ ຄິກະມັຄ ແລ້ວປະກາດພຽງໃດ ແກ່ມະນຸສແລະເທວະດາ (ຂຶ້ນໄປເຖິງພຣົມ). ຂໍ້ວ່າ ໜອນທັງຫຼາຍ ມີສີຂາວຫົວດໍາ ຄານຂຶ້ນມາຕາມບາທາຈົນເຖິງຫົວເຂົ່ານັ້ນ ເປັນມະຫາສຸບິນ ຂໍ້ທີ ໓ ເພື່ອໃຫ້ຮູ້ຂໍ້ທີ່ຄະຣືຫັດຜູ້ນຸ່ງຂາວຈໍານວນຫຼາຍ ເຖິງຕະຖາຄົຕເປັນທີ່ເພິ່ງຕະຫຼອດຊີວິຕ. ຂໍ້ວ່ານົກສີ່ຈໍາພວກມີສີຕ່າງໆກັນ ມາຈາກທິສທັງສີ່ໝອບລົງທີ່ບາທາ ແລ້ວກາຍເປັນສີຂາວໝົດນັ້ນ ເປັນມະຫາສຸບິນ ຂໍ້ທີ ໔ ເພື່ອໃຫ້ຮູ້ຂໍ້ທີ່ວ່າ ວັນນະສີ່ຈໍາພວກ ເຫຼົ່ານີ້ຄື ກະສັດ ພຣາມ ເວສ ສູດ ໄດ້ອອກຈາກເຮືອນມາບວດໃນທັມວິນັຍ ທີ່ຕະຖາຄົຕປະກາດແລ້ວ ຢ່າງບໍ່ກ່ຽວຂ້ອງດ້ວຍເຮືອນ ຍ່ອມເຮັດໃຫ້ແຈ້ງຊຶ່ງວິມຸດຕິ ອັນບໍ່ມີສິ່ງອື່ນຍິ່ງໄປກວ່າ ໄດ້. ຂໍ້ວ່າ ຕະຖາຄົຕຍ່າງຢຽບໄປເທິງກອງອຸດຈາຣະໃຫຍ່ເໝືອນພູເຂົາ ອຸດຈາຣະບໍ່ແປດເປື້ອນເລີຍນັ້ນ ເປັນມະຫາສຸບິນ ຂໍ້ທີ ໕ ເພື່ອໃຫ້ຮູ້ຂໍ້ທີ່ ຕະຖາຄົຕເປັນຜູ້ມີລາບໃນບໍຣິຂາຣ ຄືຈີວອນ ບິນທະບາຕ ເສນາສະນະແລະຄິລານະປັດຈັຍເພສັຊທັງຫຼາຍ ແຕ່ຕະຖາຄົຕບໍ່ຕິດຈົມ ບໍ່ເມົາໝົກໃຈໃນລາບນັ້ນ, ເມື່ອບໍຣິໂພກ ກໍບໍຣິໂພກດ້ວຍຄວາມເຫັນໂທດ ມີປັນຍາເປັນເຄື່ອງອອກພົ້ນໄປຈາກທຸກຂ໌ໄດ້.
ອອກຜະນວດ - ຈົນໄດ້ຕຣັສຮູ້ ໑໑໕
ອາການແຫ່ງການຕຣັສຮູ້ ໑
ຣາຊະກຸມາຣ ! ຄັນເຮົາກືນກິນອາຫາຣຫຍາບ ເຮັດກາຍໃຫ້ມີກໍາລັງໄດ້ແລ້ວ, ເພາະສະງົບຈາກກາມແລະອະກຸສົລທັມທັງຫຼາຍ ຈຶ່ງບັນລຸ ຊານທີ ໑ ມີວິຕົກວິຈາຣ ມີປີຕິແລະສຸຂ ອັນເກີດແຕ່ວິເວກແລ້ວແລຢູ່. ເພາະສະງົບວິຕົກວິຈາຣເສຍໄດ້ ຈຶ່ງບັນລຸ ຊານທີ ໒ ເປັນເຄື່ອງຜ່ອງໃສໃນພາຍໃນ ເປັນທີ່ເກີດສະມາທິແຫ່ງໃຈ ບໍ່ມີວິຕົກວິຈາຣ ມີແຕ່ປີຕິແລະສຸຂ ອັນເກີດແຕ່ສະມາທິແລ້ວແລຢູ່. ເພາະຄວາມຈາງໄປແຫ່ງປີຕິ ຍ່ອມຢູ່ອຸເປກຂາ ມີສະຕິສັມປະຊັນຍະ ສະເຫວີຍສຸຂດ້ວຍນາມກາຍ ຈຶ່ງບັນລຸ ຊານທີ ໓ ອັນເປັນຊານທີ່ພຣະອະຣິຍະເຈົ້າກ່າວວ່າ ຜູ້ໄດ້ຊານນີ້ ເປັນຜູ້ຢູ່ ອຸເປກຂາ ມີສະຕິຢູ່ເປັນສຸຂ, ແລ້ວແລຢູ່. ແລະເພາະລະສຸຂແລະທຸກຂ໌ເສຍໄດ້ ເພາະຄວາມດັບຫາຍໄປ ແຫ່ງໂສມະນັສແລະໂທມະນັສໃນກາລກ່ອນ ຈຶ່ງບັນລຸ ຊານທີ ໔ ອັນບໍ່ທຸກຂ໌ບໍ່ສຸຂ ມີແຕ່ຄວາມທີ່ສະຕິເປັນທໍາມະຊາດບໍຣິສຸດ ເພາະອຸເປກຂາແລ້ວແລຢູ່.
ເຮົານັ້ນ ຄັນເມື່ອຈິຕຕັ້ງໝັ້ນ ບໍຣິສຸດຜ່ອງໃສບໍ່ມີກິເລສ ປາສະຈາກກິເລສເປັນທໍາມະຊາດອ່ອນໂຍນ ຄວນແກ່ການງານ ເຖິງຄວາມບໍ່ຫວັ່ນໄຫວ ຕັ້ງຢູ່ເຊັ່ນນີ້ແລ້ວ ໄດ້ນ້ອມຈິຕໄປສະເພາະຕໍ່ ປຸບເພນິວາສານຸສສະຕິຍານ. ເຮົານັ້ນລະລຶກເຖິງຂັນທ໌ ທີ່ເຄີຍຢູ່ອາໄສໃນພົບກ່ອນໄດ້ຫຼາຍປະການ ຄືລະລຶກໄດ້ຊາດໜຶ່ງແດ່ ສອງຊາດ ສາມຊາດ ສີ່ຊາດ ຫ້າຊາດແດ່, ສິບຊາດ ຊາວຊາດ ສາມສິບຊາດ ສີ່ສິບຊາດ ຫ້າສິບຊາດແດ່, ຮ້ອຍຊາດ ພັນຊາດ ແສນຊາດແດ່, ຕະຫຼອດຫຼາຍສັງວັຕຕະກັບ ຫຼາຍວິວັຕຕະກັບ ຫຼາຍສັງວັຕຕະກັບແລະວິວັຕຕະກັບແດ່, ວ່າເມື່ອເຮົາຢູ່ໃນພົບພຸ້ນ ມີຊື່ແນວນັ້ນ ມີໂຄດ ມີວັນນະ ມີອາຫາຣແນວນັ້ນໆ, ສະເຫວີຍສຸຂແລະທຸກຂ໌ເຊັ່ນນັ້ນໆ ມີອາຍຸສຸດລົງເທົ່ານັ້ນ ; ຄັນຈຸຕິຈາກພົບນັ້ນແລ້ວ
໑. ໂພທິຣາຊະກຸມາຣະສູຕ ຣາຊະວັກຄະ ມ. ມ. ໑໓/໔໕໙/໕໐໕, ສະຄາຣະວະສູຕ ພຣາມມະນະວັກຄະ








