ພຸດທະປະວັຕ ຈາກພຣະໂອຖະ
ໜ້າ/ 311
ຈິຕຂອງເຮົາຈຶ່ງເປັນເຊັ່ນນັ້ນ. ອານົນທ໌ ! ຄວາມຄິດໄດ້ເກີດຂຶ້ນແກ່ເຮົາສືບຕໍ່ໄປວ່າ ຖ້າຫາກເຮົາໄດ້ເຫັນໂທດໃນ ເນວະສັນຍານາສັນຍາຢະຕະນະ ແລ້ວນໍາມາສູ່ການຄິດນຶກໃນຂໍ້ນັ້ນໃຫ້ຫຼາຍ ໄດ້ຮັບອານິສົງໃນ ສັນຍາເວທະຢິຕະນິໂຣດແລ້ວ ຍ່ອມເສບໃນອານິສົງນັ້ນຢ່າງທົ່ວເຖິງແລ້ວ. ຂໍ້ນັ້ນແຫຼະ ຈະເປັນຖານະທີ່ຈະເຮັດໃຫ້ຈິຕຂອງເຮົາຍ່ອມແລ່ນໄປ ຍ່ອມເຫຼື້ອມໃັ້ງຢູ່ໄດ້ ຫຼຸດອອກໄປ ໃນສັນຍາເວທະຢິຕະນິໂຣດ ໂດຍທີ່ເຫັນຢູ່ວ່ານັ້ນ ສະງົບ. ອານົນທ໌ ! ໂດຍກາລຕໍ່ມາ ເຮົາໄດ້ຝຶກເຊັ່ນນັ້ນແລ້ວຢ່າງທົ່ວເຖິງ ຈິຕຂອງເຮົາຈຶ່ງແລ່ນໄປ ຈຶ່ງເຫຼື້ອມໃັ້ງຢູ່ໄດ້ ຫຼຸດອອກໄປ ໃນສັນຍາເວທະຢິຕະນິໂຣດນັ້ນ ໂດຍທີ່ເຫັນຢູ່ວ່ານັ້ນ ສະງົບ. ອານົນທ໌ ! ເຮົາແລ ເພາະຜ່ານພົ້ນເນວະສັນຍານາສັນຍາຢະຕະນະ ໂດຍປະການທັງປວງເສຍແລ້ວ ຈຶ່ງ ບັນລຸສັນຍາເວທະຢິຕະນິໂຣດ ແລ້ວແລຢູ່ (ບໍ່ມີອາພາດອັນໃດໆ ອີກຕໍ່ໄປ). ອັນໜຶ່ງ ອາສະວະທັງຫຼາຍ ໄດ້ເຖິງຄວາມດັບສິ້ນໄປຮອບ ເພາະເຮົາເຫັນ (ອະຣິຍະສັຈສີ່) ໄດ້ດ້ວຍປັນຍາ.
ທົງອະທິດຖານຄວາມພຽນ ກ່ອນຕຣັສຮູ້ ໑
ພິກຂຸ ທ. ! ເຮົາໄດ້ຮູ້ເຖິງທັມສອງຢ່າງ ຄື ຄວາມບໍ່ຮູ້ຈັກອີ່ມຈັກພໍ ໃນກຸສົລທັມທັງຫຼາຍ ແລະ ຄວາມເປັນຜູ້ບໍ່ຖອຍກັບ ໃນການຕັ້ງຄວາມພຽນ.
ເຮົາຕັ້ງຄວາມພຽນ ຄືຄວາມບໍ່ຖອຍກັບຫຼັງວ່າ “ໜັງ ເອັນ ກະດູກ ຈະເຫຼືອຢູ່ ເລືອດແລະຊີ້ນເນື້ອໃນສະຣີຣະ ຈະເຫືອດແຫ້ງໄປກໍຕາມທ້ອນ ເມື່ອຍັງບໍ່ລຸເຖິງປະໂຍຊນ໌ອັນບຸກຄົນ ຈະບັນລຸໄດ້ດ້ວຍກໍາລັງຂອງບຸຣຸດ ດ້ວຍຄວາມພຽນຂອງບຸຣຸດ ດ້ວຍຄວາມບາກບັ່ນຂອງບຸຣຸດແລ້ວ ຈະຢຸດຄວາມພຽນນັ້ນເສຍ ເປັນບໍ່ມີເລີຍ” ດັ່ງນີ້. ພິກຂຸ ທ. ! ເຮົານັ້ນໄດ້ບັນລຸການຕຣັສຮູ້ ເພາະຄວາມບໍ່ປະມາດ ໄດ້ບັນລຸໂຢຄັກເຂມະທັມ ອັນບໍ່ມີອື່ນຍິ່ງໄປກວ່າ ເພາະຄວາມບໍ່ປະມາດແລ້ວ.
໑. ບາລີ ປັນຈະມະສູຕ ກັມມະກະຣະນະວັກຄະ ທຸກ. ອັງ. ໒໐/໖໔/໒໕໑.
ອອກຜະນວດ - ຈົນໄດ້ຕຣັສຮູ້ ໑໑໓
ຄວາມຝັນຄັ້ງສໍາຄັນ ກ່ອນຕຣັສຮູ້ ໑
ພິກຂຸ ທ. ! ຄວາມຝັນຄັ້ງສໍາຄັນ (ມະຫາສຸບິນ) ໕ ຢ່າງ ໄດ້ປາກົດແກ່ຕະຖາຄົຕຜູ້ອະຣະຫັນຕະສັມມາສັມພຸດທະເຈົ້າ ຄັ້ງເມື່ອກ່ອນແຕ່ການຕຣັສຮູ້ ຍັງບໍ່ໄດ້ຕຣັສຮູ້ ຍັງເປັນໂພທິສັຕຢູ່. ໕ ຢ່າງ ຄືອັນແດ່ໜໍ ? ຄື : -
ມະຫາປະຖະພີ ນີ້ເປັນບ່ອນນອນອັນໃຫຍ່ຂອງຕະຖາຄົຕ ຈອມເຂົາຫິມະວັນເປັນໝອນ ມືເບື້ອງຊ້າຍພາດລົງໄປທີ່ສະມຸດດ້ານຕາເວັນອອກ ມືເບື້ອງຂວາພາດລົງໄປທີ່ສະມຸດດ້ານຕາເວັນຕົກ ບາທາທັງສອງຢ່ອນລົງໄປທີ່ສະມຸດດ້ານທັກສິນ. ພິກຂຸ ທ. ! ນີ້ເປັນມະຫາສຸບິນ ຂໍ້ທີ ໑ ໄດ້ມີແລ້ວແກ່ຕະຖາຄົຕ ຜູ້ອະຣະຫັນຕະສັມມາ ສັມພຸດທະເຈົ້າ ຄັ້ງເມື່ອກ່ອນແຕ່ການຕຣັສຮູ້ ຍັງບໍ່ໄດ້ຕຣັສຮູ້ ຍັງເປັນໂພທິສັຕຢູ່.
ຂໍ້ອື່ນອີກ : ຫຍ້າຄາ໒ ປົ່ງງອກຂຶ້ນຈາກສະບື ຂຶ້ນໄປສູງຈຸຟ້າ. ພິກຂຸ ທ. ! ນີ້ເປັນ ມະຫາສຸບິນ ຂໍ້ທີ ໒ ໄດ້ມີແລ້ວແກ່ຕະຖາຄົຕ ຜູ້ອະຣະຫັນຕະສັມມາສັມພຸດທະເຈົ້າ ຄັ້ງເມື່ອກ່ອນແຕ່ການຕຣັສຮູ້ ຍັງບໍ່ໄດ້ຕຣັສຮູ້ ຍັງເປັນໂພທິສັຕຢູ່.
ຂໍ້ອື່ນອີກ : ໜອນທັງຫຼາຍ ມີສີຂາວຫົວດໍາ ຄານຂຶ້ນມາຕາມບາທາຈົນເຖິງຫົວເຂົ່າ. ພິກຂຸ ທ. ! ນີ້ເປັນມະຫາສຸບິນ ຂໍ້ທີ ໓ ໄດ້ມີແລ້ວແກ່ຕະຖາຄົຕ ຜູ້ອະຣະຫັນຕະສັມມາສັມພຸດທະເຈົ້າ ຄັ້ງເມື່ອກ່ອນແຕ່ການຕຣັສຮູ້ ຍັງບໍ່ໄດ້ຕຣັສຮູ້ ຍັງເປັນໂພທິສັຕຢູ່.
ຂໍ້ອື່ນອີກ : ນົກທັງຫຼາຍ ສີ່ຈໍາພວກ ມີສີຕ່າງໆກັນ ມາແລ້ວຈາກທິສທັງສີ່ ໝອບລົງທີ່ໃກ້ບາທາແລ້ວ ກາຍເປັນສີຂາວໝົດ. ພິກຂຸ ທ. ! ນີ້ເປັນມະຫາສຸບິນ ຂໍ້ທີ ໔ ໄດ້ມີແລ້ວແກ່ຕະຖາຄົຕ ຜູ້ອະຣະຫັນຕະສັມມາສັມພຸດທະເຈົ້າ ຄັ້ງເມື່ອກ່ອນແຕ່ການຕຣັສຮູ້ ຍັງບໍ່ໄດ້ຕຣັສຮູ້ ຍັງເປັນໂພທິສັຕຢູ່.
໑. ບາລີ ສັຕຖະສູຕ ພຣາມມະນະວັກຄະ ປັນຈກ. ອັງ. ໒໒/໒໖໗/໑໙໖.
໒. ສັບນີ້ ບາລີເປັນ ຕິຣິຢາ ນາມະ ຕິນະຊາຕິ ແປວ່າ ຫຍ້າແຝກກໍເຄີຍແປກັນ.
໑໑໔ ພຸດທະປະວັດຈາກພຣະໂອຖະ - ພາກ ໒








