ພຸດທະປະວັຕ ຈາກພຣະໂອຖະ
ໜ້າ/ 311
ອານົນທ໌ ! ຄວາມຄິດໄດ້ເກີດຂຶ້ນແກ່ເຮົາສືບຕໍ່ໄປວ່າ ເພື່ອກໍາຈັດອາພາດຂໍ້ນັ້ນເສຍ ຖ້າຈັ່ງໃດເຮົາ ເພາະຜ່ານພົ້ນອາກິນຈັນຍາຢະຕະນະ ໂດຍປະການທັງປວງ ເສຍແລ້ວ ຍ່ອມບັນລຸເນວະສັນຍານາສັນຍາຢະຕະນະ໑ ແລ້ວແລຢູ່ເຖີ້ນ ດັ່ງນີ້. ອານົນທ໌ ! ແມ່ນວ່າດັ່ງນັ້ນ ຈິຕຂອງເຮົາກໍຍັງບໍ່ແລ່ນໄປ ບໍ່ເຫຼື້ອມໃສ ບໍ່ຕັ້ງຢູ່ໄດ້ ບໍ່ຫຼຸດອອກໄປ ໃນເນວະສັນຍານາສັນຍາຢະຕະນະນັ້ນ ທັງທີ່ເຮົາເຫັນຢູ່ວ່ານັ້ນ ສະງົບ.
ອານົນທ໌ ! ຄວາມຄິດໄດ້ເກີດຂຶ້ນແກ່ເຮົາສືບຕໍ່ໄປວ່າ ອັນໃດໜໍ ເປັນເຫດ ເປັນປັດຈັຍ ທີ່ເຮັດໃຫ້ຈິຕຂອງເຮົາເປັນເຊັ່ນນັ້ນ. ອານົນທ໌ ! ຄວາມຮູ້ສຶກໄດ້ເກີດຂຶ້ນແກ່ເຮົາວ່າ ເພາະວ່າໂທດໃນອາກິນຈັນຍາຢະຕະນະ ເປັນສິ່ງທີ່ເຮົາຍັງມອງບໍ່ເຫັນ ຍັງບໍ່ໄດ້ນໍາມາສູ່ການຄິດນຶກໃຫ້ຫຼາຍ
໑. ເນວະສັນຍານາສັນຍາຢະຕະນະ ຄືອະຮູບສະມາບັດຂັ້ນທີ່ສງົບ ເຖິງຂະໜາດທີ່ຮຽກວ່າ ມີຄວາມຮູ້ສຶກກໍບໍ່
ແມ່ນບໍ່ມີຄວາມຮູ້ສຶກກໍບໍ່ແມ່ນ ເປັນຄວາມສງົບໃນຂັ້ນທີ່ຍາກທີ່ຄົນທໍາມະດາຈະເຂົ້າໃຈໄດ້ສູງຂຶ້ນໄປແລ້ວ.
ອອກຜະນວດ - ຈົນໄດ້ຕຣັສຮູ້ ໑໑໑
ແລະທັງອານິສົງແຫ່ງເນວະສັນຍານາສັນຍາຢະຕະນະ ເຮົາກໍຍັງບໍ່ເຄີຍໄດ້ຮັບເລີຍ ຍັງບໍ່ເຄີຍຮູ້ຣົສເລີຍ ; ຈິຕຂອງເຮົາຈຶ່ງເປັນເຊັ່ນນັ້ນ. ອານົນທ໌ ! ຄວາມຄິດໄດ້ເກີດຂຶ້ນແກ່ເຮົາສືບຕໍ່ໄປວ່າ ຖ້າຫາກເຮົາໄດ້ເຫັນໂທດໃນອາກິນຈັນຍາຢະຕະນະ ແລ້ວ ນໍາມາສູ່ການຄິດນຶກໃນຂໍ້ນັ້ນໃຫ້ຫຼາຍ ໄດ້ຮັບອານິສົງໃນເນວະສັນຍານາສັນຍາຢະ ຕະນະແລ້ວ ຍ່ອມເສບໃນອານິສົງນັ້ນຢ່າງທົ່ວເຖິງແລ້ວ. ຂໍ້ນັ້ນແຫຼະ ຈະເປັນຖານະທີ່ຈະເຮັດໃຫ້ຈິຕຂອງເຮົາຍ່ອມແລ່ນໄປ ຍ່ອມເຫຼື້ອມໃັ້ງຢູ່ໄດ້ ຫຼຸດອອກໄປ ໃນເນວະສັນຍານາສັນຍາຢະຕະນະນັ້ນ ໂດຍທີ່ເຫັນຢູ່ວ່ານັ້ນ ສະງົບ. ອານົນທ໌ ! ໂດຍ ກາລຕໍ່ມາ ເຮົາໄດ້ຝຶກເຊັ່ນນັ້ນແລ້ວຢ່າງທົ່ວເຖິງ ຈິຕຂອງເຮົາຈຶ່ງແລ່ນໄປ ຈຶ່ງເຫຼື້ອມ ໃັ້ງຢູ່ໄດ້ ຫຼຸດອອກໄປ ໃນເນວະສັນຍານາສັນຍາຢະຕະນະນັ້ນ ໂດຍທີ່ເຫັນຢູ່ວ່ານັ້ນ ສະງົບ. ອານົນທ໌ ! ເຮົາແລ ເພາະຜ່ານພົ້ນອາກິນຈັນຍາຢະຕະນະໂດຍປະການທັງປວງເສຍແລ້ວ ຈຶ່ງ ບັນລຸເນວະສັນຍານາສັນຍາຢະຕະນະ ແລ້ວ ແລຢູ່. ອານົນທ໌ ! ແມ່ນວ່າເມື່ອເຮົາຢູ່ດ້ວຍວິຫາຣທັມ ຄືເນວະສັນຍານາສັນຍາຢະຕະນະນີ້ ການນຶກໃນໃຈຕາມອໍານາດແຫ່ງສັນຍາ ທີ່ເປັນໄປໃນອາກິນຈັນຍາຢະຕະນະ ກໍຍັງເກີດແຊກແຊງຢູ່. ຂໍ້ນັ້ນຍັງເປັນການອາພາດ (ໃນທາງຈິຕ) ແກ່ເຮົາ, ເໝືອນຜູ້ມີສຸຂ ແລ້ວ ຍັງມີທຸກຂ໌ເກີດຂຶ້ນຂັດຂວາງ ເພາະອາພາດ ເຊັ່ນໃດກໍເຊັ່ນນັ້ນ.
ອານົນທ໌ ! ຄວາມຄິດໄດ້ເກີດຂຶ້ນແກ່ເຮົາສືບຕໍ່ໄປວ່າ ເພື່ອກໍາຈັດອາພາດຂໍ້ນັ້ນເສຍ ຖ້າຈັ່ງໃດເຮົາ ເພາະຜ່ານພົ້ນເນວະສັນຍານາສັນຍາຢະຕະນະ ໂດຍປະການທັງປວງເສຍແລ້ວ ຈົ່ງບັນລຸສັນຍາເວທະຢິຕະນິໂຣດ ແລ້ວແລຢູ່ເຖີ້ນ ດັ່ງນີ້. ອານົນທ໌ ! ແມ່ນວ່າດັ່ງນັ້ນ ຈິຕຂອງເຮົາກໍຍັງບໍ່ແລ່ນໄປ ບໍ່ເຫຼື້ອມໃສ ບໍ່ຕັ້ງຢູ່ໄດ້ ບໍ່ຫຼຸດອອກໄປ ໃນສັນຍາເວທະຢິຕະນິໂຣດນັ້ນ ທັງທີ່ເຮົາເຫັນຢູ່ ວ່ານັ້ນ ສະງົບ.
ອານົນທ໌ ! ຄວາມຄິດໄດ້ເກີດຂຶ້ນແກ່ເຮົາສືບຕໍ່ໄປວ່າ ອັນໃດໜໍ ເປັນເຫດ ເປັນປັຈຈັຍ ທີ່ເຮັດໃຫ້ຈິຕຂອງເຮົາເປັນເຊັ່ນນັ້ນ. ອານົນທ໌ ! ຄວາມຮູ້ສຶກໄດ້ເກີດຂຶ້ນແກ່ເຮົາວ່າ ເພາະວ່າໂທດໃນເນວະສັນຍານາສັນຍາຍະຕະນະ ເປັນສິ່ງທີ່ເຮົາຍັງມອງບໍ່ເຫັນ ຍັງບໍ່ໄດ້ນໍາມາສູ່ການຄິດນຶກໃຫ້ຫຼາຍ ແລະທັງອານິສົງແຫ່ງສັນຍາເວທະຢິຕະນິໂຣດ ເຮົາກໍຍັງບໍ່ເຄີຍໄດ້ຮັບເລີຍ ຍັງບໍ່ເຄີຍຮູ້ຣົສເລີຍ ;
໑໑໒ ພຸດທະປະວັດຈາກພຣະໂອຖ - ພາກ ໒








