ພຸດທະປະວັຕ ຈາກພຣະໂອຖະ
ໜ້າ/ 311
ພິກຂຸ ທ. ! ເພາະຄວາມທີ່ເຮົາໄດ້ອົບຮົມຝຶກໃຫ້ຫຼາຍໃນທັມ ມີຄວາມພຽນ ມີປະມານໂດຍຍິ່ງເປັນທີຫ້າ, ເຮົາໄດ້ນ້ອມຈິຕໄປສະເພາະຕໍ່ທັມໃດໆ
໑. ບາລີ ອັຕຖະມະສູຕ ສັນຍາວັກຄະ ປັນຈກ. ອັງ. ໒໒/໙໔/໖໘.
໙໘ ພຸດທະປະວັດຈາກພຣະໂອຖະ - ພາກ ໒
ຊຶ່ງຄວນເຮັດໃຫ້ແຈ້ງໂດຍປັນຍາອັນຍິ່ງ ເພື່ອເຮັດໃຫ້ແຈ້ງດ້ວຍປັນຍາອັນຍິ່ງແລ້ວ, ໃນທັມນັ້ນໆ ເຮົາໄດ້ເຖິງແລ້ວຊຶ່ງ ຄວາມສາມາດເຮັດໄດ້ຈົນເປັນສັກຂີພະຍານ ໃນຂະນະທີ່ອາຍະຕະນະຍັງມີຢູ່.
ພິກຂຸ ທ. ! ຖ້າເຮົາຫວັງວ່າ ເຮົາຈົ່ງມີ ອິດທິວິທີ ມີປະການຕ່າງໆ : ຜູ້ດຽວ ແປງຮູບເປັນຫຼາຍຄົນ, ຫຼາຍຄົນເປັນຄົນດຽວ, ເຮັດທີ່ກໍາບັງໃຫ້ເປັນທີ່ແຈ້ງ, ເຮັດທີ່ແຈ້ງໃຫ້ເປັນທີ່ກໍາບັງ, ໄປໄດ້ບໍ່ຂັດຂ້ອງ ຜ່ານທະລຸຝາ ທະລຸກໍາແພງ ທະລຸພູເຂົາ ດຸດດັ່ງໄປໃນອາກາດວ່າງໆ, ຜຸດຂຶ້ນແລະດໍາລົງໃນແຜ່ນດິນໄດ້ ເໝືອນໃນນໍ້າ, ຍ່າງໄຕ່ໄດ້ເທິງນໍ້າເໝືອນຍ່າງເທິງແຜ່ນດິນ, ໄປໄດ້ໃນອາກາດເໝືອນນົກມີປີກ ທັງທີ່ຍັງນັ່ງຂັດສະມາທິຄູ້ບັນລັງ ລູບຄໍາດວງຈັນແລະດວງອາທິຕ ອັນມີລິດອານຸພາບ ຫຼາຍເຊັ່ນນີ້ໄດ້ດ້ວຍຝ່າມື, ແລະສະແດງອໍານາດທາງກາຍ ເປັນໄປຕະຫຼອດເຖິງ ພຣົມມະໂລກໄດ້ ດັ່ງນີ້ກໍຕາມ, ໃນອິດທິວິທີນັ້ນໆ ເຮົາກໍເຖິງແລ້ວເຊິ່ງຄວາມສາມາດ ເຮັດໄດ້ຈົນເປັນສັກຂີພະຍານ ໃນຂະນະທີ່ອາຍະຕະນະຍັງມີຢູ່.
ພິກຂຸ ທ. ! ຫຼືຖ້າເຮົາຫວັງວ່າ ເຮົາຈົ່ງເຮັດໃຫ້ແຈ້ງ ຊຶ່ງ ....ໆລໆ....ເຈໂຕວິມຸດຕິ ປັນຍາວິມຸດຕິ ອັນບໍ່ມີອາສະວະ ເພາະໝົດອາສະວະ ດ້ວຍປັນຍາອັນຍິ່ງເອງ ໃນທິດຖະທັມນີ້ ເຂົ້າເຖິງແລ້ວແລຢູ່ ດັ່ງນີ້ກໍຕາມ. ໃນວິຊຊານັ້ນໆ ເຮົາກໍເຖິງແລ້ວຊຶ່ງຄວາມສາມາດເຮັດໄດ້ຈົນເປັນສັກຂີພະຍານ ໃນຂະນະທີ່ອາຍະຕະນະຍັງມີຢູ່.
ວິຫາຣທັມທີ່ທົງຢູ່ຫຼາຍທີ່ສຸດ ກ່ອນຕຣັສຮູ້ ໑
ພິກຂຸ ທ. ! ຄວາມຫວັ່ນໄຫວສັ່ນຄອນຂອງກາຍ ຫຼືຄວາມຫວັ່ນໄຫວສັ່ນຄອນຂອງຈິຕກໍຕາມ ຍ່ອມມີຂຶ້ນບໍ່ໄດ້ດ້ວຍອໍານາດແຫ່ງການຈະເຣີນຝຶກໃຫ້ຫຼາຍ ຊຶ່ງສະມາທິໃດ ສະມາທິນັ້ນ ພິກຂຸຍ່ອມຈະໄດ້ໂດຍບໍ່ໜັກໃຈ ໄດ້ໂດຍບໍ່ຍາກ ໂດຍບໍ່ລໍາບາກເລີຍ.
໑. ບາລີ ມຫາວາຣ. ສັງ. ໑໙/໓໙໙, ໔໐໑/໑໓໒໔, ໑໓໒໙. ຕຣັດແກ່ພິກຂຸທັງຫຼາຍ ທີ່ເຊຕະວັນ
ປາຣົບເຖິງພຣະມະຫາກັບປິນະ ເຂົ້າສະມາທິນັ່ງໜິ້ງ ບໍ່ໄຫວຕິງຈົນເປັນປົກກະຕິນິໄສ.
ອອກຜະນວດ - ຈົນໄດ້ຕຣັສຮູ້ ໙໙
ພິກຂຸ ທ. ! ຄວາມຫວັ່ນໄຫວສັ່ນຄອນຂອງກາຍ ຫຼືຄວາມຫວັ່ນໄຫວສັ່ນຄອນຂອງຈິຕ ກໍຕາມ ຍ່ອມມີຂຶ້ນບໍ່ໄດ້ ດ້ວຍອໍານາດແຫ່ງການຈະເຣີນຝຶກໃຫ້ຫຼາຍ ເຊິ່ງສະມາທິ ແນວໃດກັນໜໍ ? ພິກຂຸ ທ. ! ຄວາມຫວັ່ນໄຫວສັ່ນຄອນຂອງກາຍ ຫຼືຄວາມຫວັ່ນໄຫວສັ່ນຄອນຂອງຈິຕ ກໍຕາມ ຍ່ອມມີຂຶ້ນບໍ່ໄດ້ ດ້ວຍອໍານາດແຫ່ງ ການຈະເຣີນຝຶກໃຫ້ຫຼາຍ ຊຶ່ງ ອານາປານະສະຕິສະມາທິ.
ພິກຂຸ ທ. ! ເມື່ອບຸກຄົນຈະເຣີນຝຶກໃຫ້ຫຼາຍ ຊຶ່ງສະມາທິແນວໃດກັນໜໍ ຄວາມຫວັ່ນໄຫວສັ່ນຄອນຂອງກາຍ ຫຼືຄວາມຫວັ່ນໄຫວສັ່ນຄອນຂອງຈິຕ ກໍຕາມ ຍ່ອມມີຂຶ້ນບໍ່ໄດ້ ?
ພິກຂຸ ທ. ! ພິກຂຸໃນກໍລະນີນີ້ ໄປສູ່ປ່າ ຫຼືເຫງົ້າໄມ້ ຫຼືເຮືອນວ່າງກໍຕາມ ແລ້ວນັ່ງຄູ້ຂາເຂົ້າມາໂດຍຮອບ ຕັ້ງກາຍໃຫ້ຊື່ຕົງ ດໍາຣົງສະຕິສະເພາະໜ້າ. ພິກຂຸນັ້ນ ຫາຍໃຈເຂົ້າກໍມີສະຕິ ຫາຍໃຈອອກກໍມີສະຕິ.
ເມື່ອຫາຍໃຈເຂົ້າຍາວ ກໍຮູ້ແຈ້ງວ່າເຮົາຫາຍໃຈເຂົ້າຍາວ, ເມື່ອຫາຍໃຈອອກຍາວ ກໍຮູ້ແຈ້ງວ່າເຮົາຫາຍໃຈອອກຍາວ.
ເມື່ອຫາຍໃຈເຂົ້າສັ້ນ ກໍຮູ້ແຈ້ງວ່າເຮົາຫາຍໃຈເຂົ້າສັ້ນ, ເມື່ອຫາຍໃຈອອກສັ້ນ ກໍຮູ້ແຈ້ງວ່າເຮົາຫາຍໃຈອອກສັ້ນ.
ເຂົາຍ່ອມຝຶກໃນການສໍານຶກຝຶກຝົນ ໂດຍຫຼັກວ່າ “ເຮົາຈະເປັນຜູ້ຮູ້ພ້ອມສະເພາະ ຊຶ່ງກາຍທັງປວງ ຫາຍໃຈເຂົ້າຢູ່”. ວ່າ “ເຮົາຈະເປັນຜູ້ຮູ້ພ້ອມສະເພາະ ຊຶ່ງກາຍທັງປວງ ຫາຍໃຈອອກຢູ່”.
ເຂົາຍ່ອມຝຶກໃນການສໍານຶກຝຶກຝົນ ໂດຍຫຼັກວ່າ “ເຮົາຈະເປັນຜູ້ເຮັດກາຢະສັງຂາຣໃຫ້ສະງົບລະງັບຢູ່ ຫາຍໃຈເຂົ້າຢູ່”. ວ່າ “ເຮົາຈະເປັນຜູ້ເຮັດກາຢະສັງຂາຣໃຫ້ສະງົບລະງັບຢູ່ ຫາຍໃຈອອກຢູ່”.
ເຂົາຍ່ອມຝຶກໃນການສໍານຶກຝຶກຝົນ ໂດຍຫຼັກວ່າ “ເຮົາຈະເປັນຜູ້ຮູ້ສຶກພ້ອມສະເພາະຊຶ່ງປີຕິ ຫາຍໃຈເຂົ້າຢູ່”. ວ່າ “ເຮົາຈະເປັນຜູ້ຮູ້ສຶກພ້ອມສະເພາະຊຶ່ງປີຕິ ຫາຍໃຈອອກຢູ່”.








