ຄຳສອນພຸດທະ - ໜ້າຈໍໂຫລດ

ພຸດທະປະວັຕ ຈາກພຣະໂອຖະ

ໜ້າ/ 311

ພຣາມ ! ສະມະນະພຣາມເຫຼົ່າໃດ ມີ ວະຈີກັມ ບໍ່ບໍຣິສຸດ, ....ມີ ມະໂນກັມ ບໍ່ບໍຣິສຸດ, ....ມີ ອາຊີວະ ບໍ່ບໍຣິສຸດ, ....ມີ ອະພິຊຊາ ຫຼາຍ ມີຄວາມກໍາໜັດອັ່ງແໜ້ນໃນກາມທັງຫຼາຍ, ....ມີຈິຕ ພະຍາບາດ ມີດໍາຣິຊົ່ວໃນໃຈ, ...ມີ ຖີນະມິດທະ ປຸ້ມລຸມຈິຕ, ....ມີ ຈິຕຟຸ້ງ ຂຶ້ນ ບໍ່ສະງົບ, ....ມີຄວາມລະແວງ ມີຄວາມ ສົງໄສ, ....ເປັນຜູ້ ຍົກຕົນຂົ່ມທ່ານ, ....ເປັນຜູ້ມັກ ຫວາດສຽວ ມີຊາດແຫ່ງຄົນຂີ້ຂາດ, ...ມີຄວາມ ປາຖນາເຕັມທີ່ໃນລາບ ສັກກະຣະແລະສັນລະເສີນ, ....ເປັນຄົນ ກຽດຄ້ານ ມີຄວາມພຽນຕໍ່າຊາມ, ....ເປັນຜູ້ ລະສະຕິ ປາສະຈາກ ສັມປະຊັນຍະ, .... ມີ ຈິຕບໍ່ຕັ້ງໝັ້ນ ມີ ຈິຕໝູນໄປຜິດ, .... ມີ ປັນຍາເສື່ອມຊາມ ເປັນຄົນເວົ້າບ້ານໍ້າລາຍ, .... (ຢ່າງໜຶ່ງໆ)໑ .... ເສບເສນາສະນະງຽບມິດ ຄືປ່າແລະປ່າປ່ຽວຢູ່ ເພາະໂທດ (ຢ່າງໜຶ່ງໆ) ນັ້ນຂອງຕົນແລ ສະມະພຣາມຜູ້ຈະເຣີນເຫຼົ່ານັ້ນ ຍ່ອມຮຽກຮ້ອງມາຊຶ່ງຄວາມຂີ້ຂາດ ແລະ ຄວາມຢ້ານກົວຢ່າງອະກຸສົລ. ສ່ວນເຮົາເອງຫາກໄດ້ເປັນຜູ້ (ປະກອບດ້ວຍໂທດນັ້ນໆຢ່າງໃດຢ່າງໜຶ່ງ) ມີວະຈີກັມບໍ່ບໍຣິສຸດ (ເປັນຕົ້ນ) ກໍບໍ່ : ເຮົາເປັນຜູ້ມີ ວະຈີກັມອັນບໍຣິສຸດ (ແລະປາສະຈາກໂທດເຫຼົ່ານັ້ນທຸກຢ່າງ). ໃນບັນດາພຣະອະຣິຍະເຈົ້າທັງຫຼາຍ ຜູ້ມີວະຈີກັມອັນບໍຣິສຸດ (ເປັນຕົ້ນ) ແລະເສບເສນາສະນະມິດງຽບ ຄືປ່າແລະປ່າປ່ຽວ ເຮົາເປັນອະຣິຍະເຈົ້າອົງໜຶ່ງ ໃນພຣະອະຣິຍະເຈົ້າເຫຼົ່ານັ້ນ. ພຣາມ ! ເຮົາຫຼິງເຫັນຄວາມເປັນຜູ້ມີວະຈີກັມອັນບໍຣິສຸດ (ເປັນຕົ້ນ) ໃນຕົນຢູ່ ຈຶ່ງເຖິງຄວາມເປັນຜູ້ມີຂົນນອນຫຼູບແລ້ວແລ ຢູ່ໃນປ່າໄດ້.

ພຣາມ ! ຄວາມຕົກລົງໃຈອັນນີ້ໄດ້ມີແກ່ເຮົາວ່າ ຖ້າຈັ່ງໃດໃນຣາຕີອັນກໍານົດໄດ້ແລ້ວວ່າ ເປັນວັນ ໑໔, ໑໕ ແລະ ໘ ຄໍ່າ ແຫ່ງປັກ ; ສວນອັນຖືກັນວ່າສັກສິດ ປ່າອັນຖືກັນວ່າສັກສິດ ຕົ້ນໄມ້ອັນຖືກັນວ່າສັກສິດ ເຫຼົ່າໃດເປັນທີ່ໜ້າຢ້ານກົວ ເປັນບ່ອນທີ່ຂົນຫົວລຸກ ເຮົາຈົ່ງຢູ່ໃນເສນາສະນະເຊັ່ນນັ້ນເຖີ້ນ ບາງເທື່ອ ເຮົາອາດເຫັນໂຕຄວາມຂີ້ຂາດແລະຄວາມຢ້ານກົວໄດ້. ພຣາມ ! ເຮົາໄດ້ຢູ່ໃນເສນາສະນະເຊັ່ນນັ້ນ ໃນວັນອັນກໍານົດນັ້ນແລ້ວ.

໑. ບາລີກ່າວເທື່ອລະຢ່າງໆ ຊໍ້າກັນລວມທັງໝົດ ໑໖ ຄັ້ງ ນັບຕັ້ງແຕ່ ກັມທາງກາຍລົງມາ, ເຊິ່ງຂຽນໄວ້ເຕັມ ;

ສ່ວນ ໑໕ ຄັ້ງໃນບ່ອນນີ້ ໃຊ້ປະຈໍ້າຈຸດໄວ້ພ້ອມກັນ.

ອອກຜະນວດ - ຈົນໄດ້ຕຣັສຮູ້ ໙໗

ພຣາມ ! ເມື່ອເຮົາຢູ່ໃນເສນາສະນະເຊັ່ນນັ້ນ ສັຕປ່າຈອບຫຼອຍເຂົ້າມາ ຫຼືວ່ານົກຍຸງເຮັດກິ່ງໄມ້ແຫ້ງໃຫ້ຕົກລົງມາ ຫຼືວ່າລົມພັດຂີ້ເຫຍື້ອໃບໄມ້ໃຫ້ຕົກລົງມາ : ຄວາມຕົກໃຈຢ້ານໄດ້ເກີດຂຶ້ນແກ່ເຮົາວ່າ ນັ້ນຄວາມຢ້ານແລະຄວາມຂີ້ຂາດມາຫາເຮົາເປັນແທ້. ຄວາມຄິດຄົ້ນໄດ້ມີແກ່ເຮົາວ່າ ເປັນຫຍັງໜໍ ເຮົາຈຶ່ງເປັນຜູ້ພະວົງແຕ່ໃນຄວາມຢ້ານກົວ ; ຖ້າຈັ່ງໃດ ເຮົາຈະຫັກຫ້າມຄວາມຂີ້ຂາດຢ້ານກົວນັ້ນໆເສຍ ໂດຍອິຣິຍາບົດ ທີ່ຄວາມຂີ້ຂາດຢ້ານກົວນັ້ນໆ ມາສູ່ເຮົາ.

ພຣາມ ! ເມື່ອເຮົາຈົງກົມຢູ່ ຄວາມຂີ້ຂາດເກີດມີມາ ເຮົາກໍຝືນ ຈົງກົມແກ້ ຄວາມຂີ້ຂາດ ນັ້ນ, ຕະຫຼອດເວລານັ້ນ ເຮົາບໍ່ຢືນ ບໍ່ນັ່ງ ບໍ່ນອນ. ເມື່ອເຮົາຢືນຢູ່ຄວາມຂີ້ຂາດເກີດມີມາ ເຮົາກໍຝືນ ຢືນແກ້ຄວາມຂີ້ຂາດ ນັ້ນ, ຕະຫຼອດເວລານັ້ນ ເຮົາບໍ່ຈົງກົມ ບໍ່ນັ່ງ ບໍ່ນອນ. ເມື່ອເຮົານັ່ງຢູ່ນັ້ນ ຄວາມຂີ້ຂາດເກີດມີມາ ເຮົາກໍຝືນ ນັ່ງແກ້ຄວາມຂີ້ຂາດ ນັ້ນ, ຕະຫຼອດເວລານັ້ນ ເຮົາບໍ່ຈົງກົມ ບໍ່ຢືນ ບໍ່ນອນ. ພຣາມ ! ເມື່ອເຮົານອນຢູ່ຄວາມຂີ້ຂາດເກີດມີມາ ເຮົາກໍຝືນ ນອນແກ້ຄວາມຂີ້ຂາດ ນັ້ນ, ຕະຫຼອດເວລານັ້ນ ເຮົາບໍ່ຈົງກົມ ບໍ່ຢືນ ບໍ່ນັ່ງເລີຍ.

ທັມມະທີ່ທົງອົບຮົມຢ່າງຫຼາຍ ກ່ອນຕຣັສຮູ້ ໑

ພິກຂຸ ທ. ! ຄັ້ງກ່ອນແຕ່ການຕຣັສຮູ້ ເມື່ອເຮົາຍັງບໍ່ໄດ້ຕຣັສຮູ້ ຍັງເປັນໂພທິສັຕຢູ່, ເຮົາໄດ້ອົບຮົມຝຶກໃຫ້ຫຼາຍແລ້ວຊຶ່ງທັມຫ້າຢ່າງ ທັມຫ້າຢ່າງ ອັນໃດແດ່ໜໍ ? ທັມຫ້າຢ່າງຄື ເຮົາໄດ້ອົບຮົມ ອິດທິບາດ ອັນປະກອບພ້ອມດ້ວຍທັມເຄື່ອງປຸງແຕ່ງ ມີສະມາທິອາໄສສັນທະ...ວິຣິຢະ...ຈິຕຕະ...ວິມັງສາ ເປັນປະທານກິດ ແລະຄວາມພຽນ ມີປະມານໂດຍຍິ່ງເປັນທີຫ້າ.

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ