ພຸດທະປະວັຕ ຈາກພຣະໂອຖະ
ໜ້າ/ 311
ກໍໍແຫຼະຍານທັສສະນະ ເຄື່ອງຮູ້ເຄື່ອງເຫັນ ເກີດຂຶ້ນແລ້ວແກ່ເຮົາວ່າ ຄວາມຫຼຸດພົ້ນຂອງເຮົາ ບໍ່ກັບກໍາເລີບ ຊາດນີ້ເປັນຊາດສຸດທ້າຍ ບັດນີ້ພົບເປັນທີ່ເກີດໃໝ່ ບໍ່ໄດ້ມີອີກ ດັ່ງນີ້.
ທົງທ່ຽວສະແຫວງເພື່ອຕຣັສຮູ້ ໑
ພິກຂຸ ທ. ! ເຮົາໄດ້ທ່ຽວໄປແລ້ວເພື່ອສະແຫວງຫາ ສະເໜ່ (ຄືເຄື່ອງລໍ້ໃຈສັຕ) ຂອງໂລກ. ເຮົາໄດ້ພົບສະເໜ່ຂອງໂລກນັ້ນແລ້ວ. ສະເໜ່ໃນໂລກມີປະມານເທົ່າໃດ, ເຮົາເຫັນມັນຢ່າງດີດ້ວຍປັນຍາຂອງເຮົາ ເທົ່ານັ້ນ.
ພິກຂຸ ທ. ! ເຮົາໄດ້ທ່ຽວໄປແລ້ວ ເພື່ອສະແຫວງຫາ (ໃຫ້ພົບ) ໂທດ (ຄືຄວາມໂຫດຮ້າຍ) ຂອງໂລກ. ເຮົາໄດ້ພົບໂທດຂອງໂລກນັ້ນແລ້ວ. ໂທດໃນໂລກມີເທົ່າໃດ, ເຮົາເຫັນມັນຢ່າງດີດ້ວຍປັນຍາຂອງເຮົາ ເທົ່ານັ້ນ.
ພິກຂຸ ທ. ! ເຮົາໄດ້ທ່ຽວໄປແລ້ວເພື່ອສະແຫວງຫາ ອຸບາຍເຄື່ອງອອກຈາກໂລກ ຂອງໂລກ. ເຮົາໄດ້ພົບອຸບາຍເຄື່ອງອອກຈາກໂລກນັ້ນແລ້ວ. ອຸບາຍເຄື່ອງອອກຈາກໂລກມີຢູ່ເທົ່າໃດ, ເຮົາເຫັນມັນຢ່າງດີດ້ວຍປັນຍາຂອງເຮົາ ເທົ່ານັ້ນ.
໑. ບາລີ ທຸຕິຢະສູຕ ສັມໂພທິວັກຄະ ຕະຕິຢະປັນນາິກ. ອັງ. ໒໐/໓໓໓/໕໔໔, ບາລີນີ້ແລະບາລີຕໍ່ໄປ
ທີ່ທົງເລົ່ານີ້ເອງ ສະແດງຊັດເຈນວ່າເປັນຫຍັງຈຶ່ງອອກຜະນວດ. ຄືທົງເຫັນວ່າຖ້າບໍ່ອອກ ກໍບໍ່ມີໂອກາດ
ສະແຫວງຫາສິ່ງທີ່ທົງປະສົງຈະຮູ້.
ອອກຜະນວດ - ຈົນໄດ້ຕຣັສຮູ້ ໗໑
ພິກຂຸ ທ. ! ຕະຫຼອດເວລາພຽງໃດ ທີ່ເຮົາຍັງບໍ່ຮູ້ເທົ່າທັນສະເໜ່ຂອງໂລກ ວ່າເປັນສະເໜ່ (ເຄື່ອງລໍ້ໃຈສັຕ), ບໍ່ຮູ້ຈັກໂທດຂອງໂລກ ໂດຍຄວາມເປັນໂທດ, ບໍ່ຮູ້ຈັກອຸບາຍເຄື່ອງອອກ ວ່າເປັນອຸບາຍເຄື່ອງອອກຕາມທີ່ເປັນຈິງ, ຕະຫຼອດເວລາພຽງນັ້ນແຫຼະ ເຮົາຍັງບໍ່ຮູ້ສຶກວ່າເປັນຜູ້ຕຣັສຮູ້ພ້ອມສະເພາະ ຊຶ່ງອະນຸຕຕະຣະສັມມາສັມໂພທິຍານ ໃນໂລກ ພ້ອມທັງເທວະດາ ມາຣ ພຣົມ ໃນໝູ່ສັຕ ພ້ອມທັງສະມະນະພຣາມ ເທວະດາ ພ້ອມທັງມະນຸສ.
ພິກຂຸ ທ. ! ເມື່ອໃດແລ ເຮົາໄດ້ຮູ້ຍິ່ງຊຶ່ງສະເໜ່ຂອງໂລກ ວ່າເປັນສະເໜ່, ຮູ້ໂທດຂອງໂລກ ໂດຍຄວາມເປັນໂທດ, ຮູ້ອຸບາຍເຄື່ອງອອກຂອງໂລກ ວ່າເປັນອຸບາຍເຄື່ອງອອກ ຕາມທີ່ເປັນຈິງ, ເມື່ອນັ້ນແຫຼະ ເຮົາຮູ້ສຶກວ່າ ເປັນຜູ້ຕຣັສຮູ້ພ້ອມສະເພາະ ຊຶ່ງອະນຸຕຕະຣະສັມມາສັມໂພທິຍານ ໃນໂລກ ພ້ອມທັງເທວະດາ ມາຣ ພຣົມ ໝູ່ສັຕພ້ອມທັງສະມະນະພຣາມ ເທວະດາ ພ້ອມທັງມະນຸສ.
ກໍແຫຼະຍານທັດສະນະເຄື່ອງຮູ້ ເຄື່ອງເຫັນ ເກີດຂຶ້ນແກ່ເຮົາວ່າ ຄວາມຫຼຸດພົ້ນຂອງເຮົາບໍ່ກັບກໍາເລີບ, ຊາດນີ້ເປັນຊາດສຸດທ້າຍ, ບັດນີ້ພົບເປັນທີ່ເກີດໃໝ່ບໍ່ມີອີກ, ດັ່ງນີ້.
ທົງຄອຍຄວບຄຸມວິຕົກ ກ່ອນຕຣັສຮູ້ ໑
ພິກຂຸ ທ. ! ຄັ້ງກ່ອນແຕ່ການຕຣັສຮູ້ ເມື່ອເຮົາຍັງບໍ່ໄດ້ຕຣັສຮູ້ ຍັງເປັນໂພທິສັຕຢູ່, ໄດ້ເກີດຄວາມຮູ້ສຶກອັນນີ້ຂຶ້ນວ່າ ເຮົາຄວນແຍກວິຕົກທັງຫຼາຍໃຫ້ເປັນສອງສ່ວນເຖີ້ນ. ພິກຂຸ ທ. ! ເຮົາໄດ້ແຍກ ກາມະວິຕົກ ພະຍາບາດວິຕົກ ວິຫິງສາວິຕົກ ສາມຢ່າງນີ້ໃຫ້ເປັນສ່ວນໜຶ່ງ, ໄດ້ແຍກ ເນກຂັມມະວິຕົກ ອັບພະຍາບາດວິຕົກ ອະວິຫິງສາວິຕົກ ສາມຢ່າງນີ້ ໃຫ້ເປັນອີກສ່ວນໜຶ່ງແລ້ວ.
໑. ທະເວດາວິຕັກກະສູຕ ສີຫະນາທະວັກຄະ ມູ. ມ. ໑໒/໒໓໒/໒໕໒, ຕຣັດທີ່ເຊຕະວັນ.
໗໒ ພຸດທະປະວັດຈາກພຣະໂອຖະ - ພາກ ໒
ພິກຂຸ ທ. ! ເມື່ອເຮົາເປັນຜູ້ບໍ່ປະມາດ ມີພຽນ ມີຕົນສົ່ງໄປຢູ່ເຊັ່ນນີ້ ກາມວິຕົກເກີດຂຶ້ນ ເຮົາກໍຮູ້ແຈ່ມແຈ້ງດັ່ງນີ້ວ່າ ກາມວິຕົກເກີດແກ່ເຮົາແລ້ວ, ກາມວິຕົກນັ້ນ ຍ່ອມເປັນໄປເພື່ອບຽດບຽນຕົນເອງແດ່ ບຽດບຽນຜູ້ອື່ນແດ່ ບຽດບຽນທັງສອງຝ່າຍ (ຄືທັງຕົນແລະຜູ້ອື່ນ) ແດ່, ເປັນໄປເພື່ອຄວາມດັບແຫ່ງປັນຍາ ເປັນຝັກຝ່າຍແຫ່ງຄວາມຄັບແຄ້ນ ບໍ່ເປັນໄປພ້ອມເພື່ອນິບພານ. ພິກຂຸ ທ. ! ເມື່ອເຮົາພິຈາຣະນາເຫັນຢູ່໑ ...ໆລໆ... ແນວນີ້ ກາມວິຕົກຍ່ອມເຖິງຊຶ່ງອັນຕັ້ງຢູ່ບໍ່ໄດ້. ພິກຂຸ ທ. ! ເຮົາໄດ້ລະ ແລະບັນເທົາກາມວິຕົກ ອັນບັງເກີດຂຶ້ນແລ້ວ ແລະບັງເກີດແລ້ວ ເຮັດໃຫ້ສິ້ນສຸດໄດ້ແລ້ວ.








