ພຸດທະປະວັຕ ຈາກພຣະໂອຖະ
ໜ້າ/ 311
ຣາຊະກຸມາຣ ! ຄວາມຄິດອັນນີ້ ໄດ້ເກີດມີແກ່ເຮົາວ່າ ຖ້າຈັ່ງໃດເຮົາບໍຣິໂພກອາຫາຣຜ່ອນໃຫ້ໜ້ອຍລົງ ວັນລະຟາຍມືແດ່ ເທົ່າເຍື່ອຖົ່ວຂຽວແດ່ ເທົ່າເຍື່ອຖົ່ວພູແດ່ ເທົ່າເຍື່ອຖົ່ວດໍາແດ່ ເທົ່າເຍື່ອໃນເມັດບົວແດ່ ແລ້ວ. ຣາຊະກຸມາຣ ! ເມື່ອເປັນເຊັ່ນນັ້ນ ຮ່າງກາຍຂອງເຮົາໄດ້ເຖິງການຊູບຜອມລົງຍິ່ງແທ້. ເພາະໂທດທີ່ເຮົາມີອາຫາຣໜ້ອຍ ອາໄວຍະວະໃຫຍ່ນ້ອຍຂອງເຮົາ ເປັນເໝືອນເຄືອອາສີຕິກະບັນພະ ຫຼືເຄືອກາລະບັນພະ, ຊີ້ນທີ່ກະໂພກທີ່ນັ່ງທັບຂອງເຮົາ ມີສັນຖານດັ່ງເທົ້າອູດ, ຂໍ້ກະດູກສັນຫຼັງຂອງເຮົາ ໂຜ່ຂຶ້ນນູນເໝືອນກັບເຄືອວັຕຕະນາວະລີ, ກະດູກຂ້າງຂອງເຮົາໂລ່ງເລ່ງ ເໝືອນກອນ (ສີຍົວ) ສາລາອັນເກົ່າເພພັງ, ດາວຄືດວງຕາຂອງເຮົາ
ອອກຜະນວດ - ຈົນໄດ້ຕຣັສຮູ້ ໖໗
ຫຼຸບເລິກໃນກະໂບກເບົ້າຕາ ດຸດດັ່ງເງົາແຫ່ງດວງດາວ ທີ່ປາກົດຢູ່ໃນບໍ່ນໍ້າອັນເລິກສະນັ້ນ. ຜິວໜັງຫົວຂອງເຮົາຫ່ຽວຫຍໍ້ ເໝືອນໝາກນໍ້າເຕົ້າອ່ອນທີ່ຕັດມາແຕ່ຍັງດິບ ຖືກແດດເຜົາຫ່ຽວຫຍໍ້ເຊັ່ນດຽວກັນ. ຣາຊະກຸມາຣ ! ເຮົາຄິດວ່າຈະຈັບໜ້າທ້ອງ ຄັນຈັບໄປກໍຖືກຮອດກະດູກສັນຫຼັງຕະຫຼອດ, ຄິດວ່າຈະຈັບກະດູກສັນຫຼັງ ຄັນຈັບໄປກໍຖືກຮອດໜ້າທ້ອງນໍາ. ຣາຊະກຸມາຣ ! ຕະຖາຄົຕຄິດຈະຖ່າຍປັດສາວະຫຼືອຸດຈາຣະ ກໍເຊລົ້ມທັບຢູ່ໃນບ່ອນນັ້ນເອງ. ຣາຊະກຸມາຣ ! ຕະຖາຄົຕຫວັງຈະໃຫ້ກາຍມີຄວາມສຸຂແດ່ ຈຶ່ງລູບໄປຕາມໂຕດ້ວຍຝ່າມື ຂົນມີຮາກອັນເນົ່າຫຼຸດຕົກລົງຈາກກາຍ.
ໂອ ຣາຊະກຸມາຣ ! ມະນຸສທັງຫຼາຍ ເຫັນເຮົາແລ້ວກ່າວວ່າ ພຣະສະມະນະໂຄດົມ ເບິ່ງດໍາໄປ, ບາງພວກກ່າວວ່າ ພຣະສະມະນະໂຄດົມບໍ່ດໍາ ເປັນແຕ່ຄໍ້າໄປ, ບາງພວກກໍກ່າວວ່າ ຈະດໍາກໍບໍ່ຖືກ ຈະຄໍ້າກໍບໍ່ແມ່ນ ພຣະສະມະນະໂຄດົມ ມີຜິວເຜືອດໄປເທົ່ານັ້ນ. ຣາຊະກຸມາຣ ! ຜິວພັນທີ່ເຄີຍບໍຣິສຸດຜຸດຜ່ອງຂອງຕະຖາຄົຕ ມາກາຍ ເປັນຖືກທຳລາຍລົງແລ້ວ ເພາະຄວາມທີ່ຕົນມີອາຫາຣໜ້ອຍນັ້ນ.
ທົງແນ່ພຣະທັຍວ່າບໍ່ອາດຕຣັສຮູ້ເພາະການເຮັດທຸກະຣະກິຣິຢາ ໑
ສາຣີບຸຕ ! ດ້ວຍອິຣິຍາ (ເຄື່ອງອອກໄປຈາກຂ້າເສິກ) ແມ່ນວ່າຊະນິດນັ້ນ ດ້ວຍປະຕິປະທາຊະນິດນັ້ນ ດ້ວຍທຸກະຣະກິຣິຍາຊະນິດນັ້ນ, ເຮົາບໍ່ໄດ້ບັນລຸແລ້ວ ຊຶ່ງອະລະມະຣິຢະຍານະທັສສະນະວິເສສະ ທີ່ຍິ່ງໄປກວ່າທໍາມະດາແຫ່ງມະນຸສເລີຍ. ຂໍ້ນັ້ນ ເພາະເຫດໃດໜໍ ? ຂໍ້ນັ້ນ ເພາະເຫດວ່າ ບໍ່ມີການເຖິງທັບຊຶ່ງອາຣິຢະປັນຍາ ອັນເປັນອະຣິຢະປັນຍາທີ່ເຖິງທັບແລ້ວ ຈະເປັນນິຍຢານິກະທັມອັນປະເສີດ ນໍາຜູ້ປະຕິບັດຕາມນັ້ນ ໃຫ້ເຖິງຄວາມດັບສິ້ນທຸກຂ໌ໂດຍຖືກຕ້ອງ ນັ້ນແລ.
ໝາຍເຫດ : ຂໍ້ຄວາມເຫຼົ່ານີ້ສະແດງເຖິງຄວາມຮູ້ສຶກ ທີ່ເກີດຂຶ້ນພາຍຫຼັງຈາກການທົງປະພຶດ ທຸກະຣະກິຣິຍາທຸກຮູບແບບແລ້ວ ທົງເຫັນວ່າບໍ່ເປັນທາງຕຣັສຮູ້ ກໍທົງເລີກເສຍ, ທົງກັບພຣະທັຍ ສັນອາຫາຣຫຍາບ ເພື່ອບໍາເພັນພຽນທາງຈິຕຕໍ່ໄປ. - ຜູ້ລວບລວມ
໑. ມະຫາສີຫະນາທະສູຕ ມູ. ມ. ໑໒/໑໖໒/໑໘໖. ຕຣັດແກ່ພຣະສາຣີບຸຕ ທີ່ອະປະຣະປູຣະວະນະສັນທ໌
ນອກນະຄອນເວສາລີ.
໖໘ ພຸດທະປະວັດຈາກພຣະໂອຖະ - ພາກ ໒
ທົງກັບພຣະທັຍສັນອາຫາຣຫຍາບ ໑
ຣາຊະກຸມາຣ ! ຄວາມຄິດອັນນີ້ໄດ້ເກີດຂຶ້ນແກ່ເຮົາວ່າ ໃນອະດີຕຕະກາລອັນຍາວຍືດກໍດີ... ໃນອະນາຄົຕຕະກາລອັນຍາວຍືດກໍດີ... ແມ່ນວ່າໃນປັດຈຸບັນນີ້ກໍດີ, ສະມະນະຫຼືພຣາມເຫຼົ່າໃດ ທີ່ໄດ້ສະເຫວີຍທຸກຂະເວທະນາຮຸນແຮງແສບຮ້ອນ ອັນເກີດຈາກການຕັ້ງຄວາມພຽນຢ່າງສູງສຸດ ກໍເທົ່າທີ່ເຮົາໄດ້ສະເຫວີຍຢູ່ນີ້ ບໍ່ຍິ່ງໄປກວ່ານີ້ໄດ້, ກໍແຕ່ວ່າເຮົາຫາອາດບັນລຸທັມອັນຍິ່ງກວ່າທັມຂອງມະນຸສ ຫຼືອະລະມະຣິຢະ ຍານະທັສສະນະວິເສສະ ດ້ວຍທຸກະຣະກິຣິິຍາອັນເຂັ້ມແຂງ ແສບເຜັດນີ້ກໍຫາກບໍ່. ບາງເທື່ອຫົນທາງແຫ່ງການຕຣັສຮູ້ ຈະຍ່ອມມີໂດຍປະການອື່ນ.








