ພຸດທະປະວັຕ ຈາກພຣະໂອຖະ
ໜ້າ/ 311
ຣາຊະກຸມາຣ ! ເຮົານັ້ນເມື່ອຫຼີກໄປ ຈາກສໍານັກອຸທະກະຜູ້ຣາມະບຸຕແລ້ວ ສະແຫວງຫາຢູ່ວ່າ ອັນໃດເປັນກຸສົລ ຄົ້ນຫາແຕ່ສິ່ງທີ່ປະເສີດຝ່າຍສັນຕິ ທີ່ບໍ່ມີອັນອື່ນຍິ່ງໄປກວ່າ, ທ່ຽວຈາຣິກໄປຕາມລໍາດັບ ຫຼາຍເຂດໃນມະຄົດຣັດ ຈົນລຸເຖິງເຂດອຸຣຸເວລາເສນານິຄົມ ພັກແຮມຢູ່ໃນເຂດນັ້ນ. ນະທີ່ບ່ອນນັ້ນ ເຮົາໄດ້ພົບພາກພື້ນສະຖານເບີກບານໃຈ ມີປ່າຕຶບເຍືອກເຢັນ ແມ່ນໍ້າໄຫຼໃສເຢັນ ຈືດແຊບດີ ມີທ່ານໍ້າຮາບລຽບເປັນຢ່າງດີ ໜ້າເພີນໃຈ ມີບ້ານສໍາລັບໂຄຈອນຕັ້ງຢູ່ໂດຍຮອບ. ຣາຊະກຸມາຣ ! ເຮົາໄດ້ເຫັນແລ້ວ ເກີດຄວາມຮູ້ສຶກວ່າ “ພູມພາກນີ້ໜ້າພິຣົມແທ້
໑. ອະຮູບພຣົມຊັ້ນທີ ໔; ສະມາບັດແປດ ຄື : ຮູບຊານ ໔ ອະຮູບສັນຍາ ໔.
໒. ບາລີ ໂພທິຣາຊະກຸມາຣສູຕ ຣາຊະວັກຄະ ມ. ມ. ໑໓/໔໔໘/໔໙໑, ແລະ ສະຄາຣະວະສູຕ ພຣາມະນະ
ວັກຄະ ມ. ມ., ປາສະຣາສິສູຕ ມູ. ມ., ມະຫາສັຈຈະກະສຸຕ ມູ. ມ.
໕໖ ພຸດທະປະວັດຈາກພຣະໂອຖະ - ພາກ ໒
ມີປ່າຕຶບເຍືອກເຢັນ ແມ່ນໍ້າໄຫຼໃສເຢັນ ຈືດແຊບດີ ມີທ່ານໍ້າຮາບລຽບເປັນຢ່າງດີ ໜ້າເພີນໃຈ ມີບ້ານສໍາລັບໂຄຈອນຕັ້ງຢູ່ໂດຍຮອບ, ທີ່ບ່ອນນີ້ສົມຄວນເພື່ອຈະຕັ້ງຄວາມພຽນຂອງກຸລະບຸຕ ຜູ້ຕ້ອງການດ້ວຍຄວາມພຽນ” ດັ່ງນີ້. ຣາຊະກຸມາຣ ! ເຮົານັ່ງພັກຢູ່ ໃນເຂດບ່ອນນັ້ນເອງດ້ວຍຄິດວ່າ ບ່ອນນີ້ສົມຄວນແລ້ວ ເພື່ອການຕັ້ງຄວາມພຽນ ດັ່ງນີ້.
ທົງປະພຶດອັດຕະກິລະມະຖານຸໂຢຄະ
(ວັຕຂອງເດຍຣະຖີຍ໌ອື່ນ) ໑
ສາຣີບຸຕ ! ເຮົາຕະຖາຄົຕຮູ້ສະເພາະຊຶ່ງພຣົມມະຈັນ ອັນປະກອບດ້ວຍອົງ ໔ ທີ່ໄດ້ປະພຶດແລ້ວ ; ຕະປັສສີວັຕ ເຮົາກໍໄດ້ປະພຶດຢ່າງຍິ່ງ, ລູຂະວັຕ ເຮົາກໍໄດ້ປະພຶດຢ່າງຍິ່ງ, ເຊຄຸຈສິວັຕ ເຮົາກໍໄດ້ປະພຶດຢ່າງຍິ່ງ, ປະວິວິຕຕະວັຕ ເຮົາກໍໄດ້ປະພຶດຢ່າງຍິ່ງ.
ໃນວັຕ ໔ ຢ່າງນັ້ນ ນີ້ເປັນ ຕະປັສສີວັຕ (ວັຕເພື່ອມີຕະບະ) ຂອງເຮົາຄື ເຮົາໄດ້ປະພຶດເປືອຍກາຍ ມີມາຣະຍາດອັນປ່ອຍຖິ້ມເສຍແລ້ວ ເປັນຜູ້ປະພຶດເຊັດອຸດຈາຣະ ຂອງຕົນດ້ວຍມື ຖືເປັນຜູ້ບໍ່ຮັບອາຫາຣທີ່ເຂົາຮ້ອງເຊີນວ່າ ທ່ານຜູ້ຈະເຣີນຈົ່ງມາ ບໍ່ຮັບອາຫາຣທີ່ເຂົາຮ້ອງນິມົນວ່າ ທ່ານຜູ້ຈະເຣີນຈົ່ງຢຸດກ່ອນ ບໍ່ຍິນດີໃນອາຫາຣທີ່ເຂົານໍາມາຈໍາເພາະ ບໍ່ຍິນດີໃນອາຫາຣທີ່ເຂົາເຮັດອຸທິດເຈາະຈົງ ບໍ່ຍິນດີໃນອາຫາຣທີ່ເຂົາຮ້ອງນິມົນ ເຮົາບໍ່ຮັບອາຫາຣຈາກປາກໝໍ້ ບໍ່ຮັບອາຫາຣຈາກປາກພາຊະນະ ບໍຮັບອາຫາຣຂ້າມກວມທໍຣະນີປະຕູ ບໍ່ຮັບອາຫາຣຂ້າມກວມທ່ອນໄມ້ ບໍ່ຮັບອາຫາຣຂ້າມກວມສາກ ບໍ່ຮັບອາຫາຣຂອງຊົນສອງຄົນຜູ້ບໍຣິໂພກຢູ່
໑. ຕຣັດແກ່ພຣະສາຣີບຸຕ, ບາລີ ມະຫາສີຫະນາທະສູຕ ມະຫາສີຫະນາທະວັກຄະ ມູ. ມ. ໑໒/໑໕໕/໑໗໗.
ທີ່ວະນະສັນ ໃກ້ເມືອງເວສາລີ ວັຕເຫຼົ່ານີ້ໃນບາລີບໍ່ສະແດງໄວ້ແຈ້ງວ່າ ທົງປະພຶດກ່ອນຫຼືຫຼັງໄປສໍານັກ
໒ ດາບົສ ຫຼື ຍາມດຽວກັບທຸກະຣະກິຣິຍາອົດອາຫາຣ.
ອອກຜະນວດ - ຈົນໄດ້ຕຣັສຮູ້ ໕໗








