ຄຳສອນພຸດທະ - ໜ້າຈໍໂຫລດ

ພຸດທະປະວັຕ ຈາກພຣະໂອຖະ

ໜ້າ/ 311

໔໖ ພຸດທະປະວັດຈາກພຣະໂອຖະ - ພາກ ໑

ພິກຂຸ ທ. ! ຄວາມຄິດອັນນີ້ ໄດ້ເກີດຂຶ້ນແກ່ເຮົາວ່າ “ຍ້ອນຫຍັງໜໍ ເຮົາເຊິ່ງມີຄວາມເກີດ ໆລໆ ຄວາມເສົ້າໝອງໂດຍຮອບດ້ານ ເປັນທໍາມະດາຢູ່ເອງແລ້ວ ຈະຕ້ອງໄປມົວສະແຫວງຫາສິ່ງທີ່ມີຄວາມເກີດ ໆລໆ ຄວາມເສົ້າໝອງໂດຍຮອບ ດ້ານເປັນທໍາມະດາຢູ່ອີກ. ຈັ່ງໃດໜໍ ເຮົາຜູ້ມີຄວາມເກີດ ໆລໆ ຄວາມເສົ້າໝອງໂດຍຮອບດ້ານ ເປັນທັມມະດາຢູ່ເອງແລ້ວ ຄັນໄດ້ຮູ້ສຶກເຖິງໂທດອັນຕໍ່າຊ້າຂອງການມີຄວາມເກີດ ໆລໆ ຄວາມເສົ້າໝອງໂດຍຮອບດ້ານ ເປັນທໍາມະດານີ້ແລ້ວ ເຮົາຄວນສະແຫວງຫາ ນິບພານ ອັນບໍ່ມີຄວາມເກີດ ໆລໆ ບໍ່ມີຄວາມເສົ້າໝອງໂດຍຮອບດ້ານ ອັນເປັນທັມທີ່ກະເສມຈາກເຄື່ອງຮ້ອຍຮັດ ບໍ່ມີທັມອື່ນຍິ່ງກວ່າເຖີ້ນ”.

ພິກຂຸ ທ. ! ເຮົານັ້ນໂດຍສະໄໝອື່ນອີກ ຍັງໜຸ່ມຢູ່ ເກສາຍັງດໍາກ້ຽງ ບໍຣິບູນດ້ວຍຄວາມໜຸ່ມທີ່ກໍາລັງຈະເຣີນ ຍັງຢູ່ໃນປະຖົມມະວັຍ, ເມື່ອມານດາບິດາບໍ່ປາຖນາດ້ວຍ ກໍາລັງພາກັນຮ້ອງໄຫ້ນໍ້າຕາອາບໜ້າຢູ່, ເຮົາໄດ້ໂກນຜົມແລະໜວດ ຄອງຜ້າຍ້ອມຝາດອອກຈາກເຮືອນ ບວດເປັນຜູ້ບໍ່ມີເຮືອນແລ້ວ.

(ໃນບາລີ ສະຄາຣະວະສູຕ໑ ມີທີ່ຕຣັດໄວ້ສະຫຼຸບແຕ່ສັ້ນໆວ່າ :-)

ພາຣະທະວາຊະ ! ໃນໂລກນີ້ ຄັ້ງກ່ອນແຕ່ການຕຣັສຮູ້ ເມື່ອເຮົາຍັງບໍ່ໄດ້ ຕຣັສຮູ້ ຍັງເປັນໂພທິສັຕຢູ່, ຄວາມຄິດນີ້ເກີດມີແກ່ເຮົາ ວ່າ “ຄະຣາວາສຄັບແຄບ ເປັນທາງມາແຫ່ງທຸລີ, ສ່ວນບັນພະຊາເປັນໂອກາດວ່າງ ; ຜູ້ຢູ່ຄອງເຮືອນຈະປະພຶດພຣົມມະຈັນ ໃຫ້ບໍຣິສຸດບໍຣິບູນໂດຍສ່ວນດຽວ ເໝືອນສັງທີ່ເຂົາຂັດດີແລ້ວ, ໂດຍງ່າຍ ນັ້ນບໍ່ໄດ້. ຖ້າຈັ່ງໃດເຮົາຄວນໂກນຜົມແລະໜວດ ຄອງຜ້າຍ້ອມຝາດອອກຈາກເຮືອນ ບວດເປັນຜູ້ບໍ່ມີປະໂຍຊນ໌ກ່ຽວຂ້ອງດ້ວຍເຮືອນເຖີ້ນ” ດັ່ງນີ້. ພາຣະທະວາຊະ ! ເຮົານັ້ນໂດຍສະໄໝອື່ນອີກ ຍັງໜຸ່ມຢູ່ແລ....

໑. ບາລີ ສະຄາຣະວະສູຕ ພຣາມະນະວັກຄະ ມ. ມ. ໑໓/໖໖໙/໗໓໙. ຕຣັດແກ່ພຣາມໜຸ່ມ ຊື່ສະຄາຣະວະ,

ທີ່ໝູ່ບ້ານປັດຈະລະກັບ. ຂໍ້ຄວາມເຊັ່ນນີ້ ຍັງມີໃນສູຕອື່ນອີກ ເຊັ່ນບາລີ ມະຫາສັຈຈະກະສູຕ

ມູ. ມ. ໜ້າ ໔໔໒ ແຖວ ໔໑໑ ເປັນຕົ້ນ.

ການເກີດແຫ່ງວົງສາກະຢະ - ອອກຜະນວດ ໔໗

ການອອກຜະນວດ ໑

....ຣາຊະກຸມາຣ ! ຄັ້ງກ່ອນແຕ່ການຕຣັສຮູ້ ເມື່ອເຮົາຍັງບໍ່ໄດ້ຕຣັສຮູ້ ຍັງເປັນໂພທິສັຕຢູ່ ໄດ້ເກີດຄວາມຮູ້ສຶກຂຶ້ນພາຍໃນໃຈວ່າ “ຊື່ວ່າຄວາມສຸຂແລ້ວ ໃຜໆຈະບັນລຸໄດ້ໂດຍງ່າຍເປັນບໍ່ມີ, ຄວາມສຸຂເປັນສິ່ງທີ່ຜູ້ຄົນບັນລຸໄດ້ໂດຍຍາກ” ດັ່ງນີ້. ຣາຊະກຸມາຣ ! ຄັນສະໄໝອື່ນອີກ ເຮົານັ້ນຍັງໜຸ່ມຢູ່ ເກສາຍັງດໍາກ້ຽງ ບໍຣິບູນດ້ວຍຄວາມໜຸ່ມທີ່ກໍາລັງຈະເຣີນ ຍັງຢູ່ໃນປະຖົມມະວັຍ, ເມື່ອມານດາບິດາບໍ່ປາຖນາດ້ວຍ ກໍາລັງພາກັນຮ້ອງໄຫ້ນໍ້າຕາອາບໜ້າຢູ່, ເຮົາໄດ້ໂກນຜົມແລະໜວດ ຄອງຜ້າຍ້ອມຝາດອອກຈາກເຮືອນ ບວດເປັນຜູ້ບໍ່ມີເຮືອນແລ້ວ....

ອອກຜະນວດເມື່ອພຣະຊົນ ໒໙ ໒

.... ດູຣາສຸພັດທະ ! ເຮົາມີອາຍຸໄດ້ ສາມສິບຢ່ອນໜຶ່ງ ໂດຍວັຍ, ໄດ້ອອກບັນພະຊາ ສະແຫວງຫາ ວ່າ ‘ອັນໃດເປັນກຸສົລ ອັນໃດເປັນກຸສົລ’໓ ດັ່ງນີ້....

ຈົບພາກ ໑.

໑. ບາລີ ໂພທິຣາຊະກຸມາຣສູຕ ຣາຊະວັກຄະ ມ. ມ. ໑໓/໔໔໓/໔໘໙. ຕຣັດແກ່ກຸມາຣຊື່ນັ້ນ ທີ່ຜາສາດ

ສ້າງໃໝ່ຂອງລາວ.

໒. ຕຣັດແກ່ສຸພັດທະ ໃນມະຫາປະຣິນິບພານະສູຕ ມຫາ. ທີ. ໑໐/໑໗໖/໑໓໙.

໓. ອອກຜະນວດໃນເພດແຫ່ງນັກຈາຣິກສະແຫວງບຸນຍ໌ ຊຶ່ງເປັນທໍານຽມຢູ່ໃນຄັ້ງນັ້ນ.

໔໘

໔໙

ພາກ ໒

ເລີ່ມແຕ່ອອກຜະນວດແລ້ວ

ທ່ຽວຊອກສະແຫວງຫາຄວາມຮູ້ ທໍຣະມານພຣະອົງ ຈົນໄດ້ຕຣັສຮູ້

໕໐

ພາກ ໒

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ