ຄຳສອນພຸດທະ - ໜ້າຈໍໂຫລດ

ພຸດທະປະວັຕ ຈາກພຣະໂອຖະ

ໜ້າ/ 311

ພຣະຣາຊາເກີດກໍາໜັດໃນນາງພຣາມມະນີນັ້ນ ຮັບສັ່ງໃຫ້ຈັບແລະຄວບຄຸມດຶງນາງໄປໂດຍພະລະການ ສູ່ພາຍໃນນະຄອນ. ເມື່ອຄວບຄຸມດຶງນາງໄປ ຄວາມໂກດໄດ້ເກີດຂຶ້ນແກ່ເຮົາ ແຕ່ພ້ອມກັບຄວາມໂກດທີ່ເກີດຂຶ້ນນັ້ນ ເຮົາລະນຶກຂຶ້ນໄດ້ເຖິງສີລແລະວັຕ. ໃນຂະນະນັ້ນເອງ ເຮົາຂົ່ມຄວາມໂກດໄດ້ ແລະບໍ່ຍອມໃຫ້ເກີດຂຶ້ນມາໄດ້ອີກ.

ເຮົາຮູ້ສຶກໂຕເຮົາ ວ່າ ແມ່ນວ່າໃຜຈະທໍາຮ້າຍນາງພຣາມມະນີ ດ້ວຍຫອກທີ່ແຫຼມຄົມ ເຮົາກໍບໍ່ທໍາລາຍສີລຂອງເຮົາ, ເພາະເຫດເຫັນແກ່ໂພທິຍານ (ຫຼາຍກວ່າເຫັນແກ່ນາງພຣາມມະນີ). ແຕ່ແມ່ນວ່າ ນາງພຣາມມະນີຈະບໍ່ເປັນທີ່ຮັກຂອງເຮົາກໍບໍ່ແມ່ນ ແລະແມ່ນວ່າເຮົາຈະບໍ່ມີກໍາລັງວັງຊາກໍບໍ່ຖືກ. ສັບພັນຍຸຕະຍານເປັນທີ່ຮັກຂອງເຮົາ ເຮົາຈຶ່ງຕາມປະຄອງສີລໄວ້.

ຄັ້ງມີພຣະຊາດເປັນເຈົ້າຊາຍຢຸທັນຊະຢະ ໑

ເມື່ອເຮົາມີຊາດເປັນຣາຊະບຸຕຊື່ ຢຸທັນຊະຢະ ຍິ່ງດ້ວຍຍົສ ໄດ້ເກີດຄວາມຮູ້ສຶກສະລົດຕໍ່ຊີວິຕ ໃນຂະນະທີ່ມອງເຫັນຢົດນໍ້າຄ້າງໃນເວລາເຊົ້າ ເຫືອດແຫ້ງໄປ

໑. ບາລີ ຢຸທັນຊະຢະຈຣິຢາ ຈຣິຢາ. ຂຸ. ໓໓/໕໗໙/໒໑.

ການບໍາເພັນປາຣະມີໃນອະດີຕຕະຊາດ ໖໑໓

ເພາະແສງແດດເປັນອຸປະມາ. ເຮົາຢຶດເອົາຄວາມຮູ້ສຶກນັ້ນເປັນອາຣົມອັນເດັດດ່ຽວ ກໍຍິ່ງສະລົດສັງເວຊຫຼາຍຂຶ້ນ, ເຂົ້າໄປຫາເຈົ້າແມ່ແລະເຈົ້າພໍ່ ຂໍອະນຸຍາດອອກບວດ.

ເຈົ້າແມ່ແລະເຈົ້າພໍ່ ພ້ອມດ້ວຍຊາວນະຄອນແລະຊາວເມືອງ ເຂົ້າມາອ້ອນວອນເຮົາ ຂໍໃຫ້ຄົງຢູ່ຄອບຄອງແຜ່ນດິນອັນອຸດົມຮຸ່ງເຮືອງ. ເຮົາບໍ່ເອົາໃຈໃສ່ຕໍ່ເຈົ້າແມ່ເຈົ້າພໍ່ ພຣະຍາດວົງສ໌ ພ້ອມທັງຊາວນະຄອນແລະຊາວເມືອງ, ສະລັດຖິ້ມໄປແລ້ວ.

ເຮົາສະລະຣາຊະສົມບັດ ຍາດພີ່ນ້ອງ ບ່າວໄພ່ຣາຊະດອນ ຍົສແລະສິ່ງທັງປວງ ໄປຢ່າງບໍ່ລັງເລເຍື້ອໄຍ ເພາະເຫດແຫ່ງປັນຍາເຄື່ອງຕຣັສຮູ້. ແມ່ນວ່າເຈົ້າແມ່ ເຈົ້າພໍ່ບໍ່ເປັນທີ່ຮັກຂອງເຮົາກໍບໍ່ແມ່ນ ເຮົາຈະກຽດຊັງຍົສກໍບໍ່ແມ່ນ. ສັບພັນຍຸຕະຍານເປັນທີ່ຮັກຍິ່ງຂອງເຮົາ ສະນັ້ນ ເຮົາຈຶ່ງສະລະຣາຊະສົມບັດເສຍ.

ທີ່ສຸດແຫ່ງການທ່ອງທ່ຽວຂອງພຣະອົງຄ໌ ໑

ເຮົາເມື່ອຍັງຄົ້ນບໍ່ພົບແສງສະຫວ່າງ (ຍານ), ສະແຫວງຫານາຍຊ່າງ

ປຸກເຮືອນ (ຄືຕັນຫາຜູ້ກໍ່ສ້າງເຮືອນຄືອັຕຕະພາບ) ຢູ່, ໄດ້ທ່ອງທ່ຽວ

ໄປໃນສັງສາຣະວັຕ ກ່າວຄື ຄວາມເກີດແລ້ວເກີດອີກ

ເປັນອະເນກະຊາດ. ຄວາມເກີດເປັນທຸກຂ໌ເລື້ອຍໆໄປທຸກຊາດ.

ນີ້ນາຍຊ່າງຜູ້ປຸກສ້າງເຮືອນ ! ເຮົາຮູ້ຈັກເຈົ້າເສຍແລ້ວ,

ເຈົ້າຈະສ້າງເຮືອນໃຫ້ເຮົາຕໍ່ໄປອີກ ບໍ່ໄດ້, ໂຄງເຮືອນ (ຄືກິເລສ

ທີ່ເຫຼືອເປັນເຊື້ອໃຫ້ເກີດໃໝ່) ຂອງເຈົ້າ ເຮົາຫັກເສຍໝົດແລ້ວ.

໑. ບາລີ ທ. ຂຸ. ໒໕/໓໕/໒໑. ພຣະວາຈາເຍາະເຍີ້ຍຕັນຫາເຊິ່ງທົງເປັ່ງຂຶ້ນທັນທີ ໃນຂະນະທີ່ທົງຮູ້ສຶກ

ພຣະອົງຄ໌ວ່າໄດ້ໝົດຕັນຫາແລ້ວ.

໖໑໔ ພຸດທະປະວັດຈາກພຣະໂອຖະ - ພາກ ໖

ຍອດເຮືອນ (ຄືອະວິຊຊາ) ເຮົາກໍຮື້ເສຍແລ້ວ, ຈິຕຂອງເຮົາໄດ້ເຖິງ

ຄວາມເປັນທໍາມະຊາດ ທີ່ອາຣົມອັນໃດຈະປຸງແຕ່ງບໍ່ໄດ້ເສຍແລ້ວ

ມັນໄດ້ເຖິງຄວາມດັບສິ້ນໄປແຫ່ງຕັນຫາ (ໝົດຢາກທຸກຢ່າງ).

ຈົບພາກ ໖

ພຸດທະປະວັຕຈາກພຣະໂອຖະ

ຈົບ.

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ