ພຸດທະປະວັຕ ຈາກພຣະໂອຖະ
ໜ້າ/ 311
ຈອມເທບ ສັ່ງໃຫ້ວິດສຸກັມຜູ້ມີຣິດ ສ້າງບັນນະສາລາ໑ ເປັນອາສົມອັນຮົ່ມເຢັນ, ວິດສຸກັມໄດ້ສ້າງແລ້ວເປັນຢ່າງດີ ຕາມດໍາລັດຂອງທ້າງສັກກະ. ພວກເຮົາສີ່ຄົນກໍຊອດເຖິງເຂດປ່າອັນງຽບເຫງົາ ບໍ່ມີວີ່ແວວແຫ່ງມະນຸສ, ໄດ້ອາໄສຢູ່ແລ້ວໃນບັນນະສາລານັ້ນ ໃນລະຫວ່າງກາງພູເຂົາ. ບັນເທົາຄວາມໂສກຂອງກັນແລະກັນໄດ້ແລ້ວ ນະ ບ່ອນນັ້ນ. ເຮົາເບິ່ງແຍງເດັກນ້ອຍໃນອາສົມ ພຣະນາງມັດທີໄປເລາະຫາໝາກໄມ້ໃນປ່າມາລ້ຽງກັນ.
ເມື່ອເຮົາຢູ່ໃນປ່າພູເຂົາສູງ ກໍຍັງມີນັກຂໍໄປຫາເຮົາ, ໄດ້ຂໍລູກຂອງເຮົາ ຄືຊາລີແລະກັນຫາຊິນະ ທັງສອງຄົນ. ຄວາມບັນເທີງໃຈເກີດຂຶ້ນແກ່ເຮົາ ເພາະໄດ້ເຫັນຍາຈົກເຂົ້າໄປຫາ ເຮົາໄດ້ຍື່ນລູກທັງສອງຄົນ ໃຫ້ກັບພຣາມຜູ້ມາຂໍນັ້ນໄປ. ເມື່ອເຮົາສະລະບຸຕ ໃຫ້ແກ່ພຣາມນາມວ່າ ຊູຊົກ ໃນກາລນັ້ນແຜ່ນດິນໄດ້ໄຫວ ພູເຂົາຊິເນຣຸສັ່ນສະເທືອນອີກ.
ຕໍ່ມາ ທ້າວສັກກະໄດ້ລົງມາໂດຍເພດພຣາມ ຂໍພຣະນາງມັດທີຜູ້ມີສີລແລະວັຕໃນສາມີນໍາເຮົາອີກ. ເຮົາໄດ້ຈັບມືມອບໝາຍໃຫ້ ແລະລັ່ງນໍ້າລົງໃສ່ຝ່າມືພຣາມ ມີຈິຕເບີກບານແຈ່ມໃສ ໃຫ້ພຣະນາງມັດທີໄປ. ຂະນະທີ່ເຮົາໃຫ້ ທວຍເທບໃນນະພາກາດ ກໍຮ່ວມອະນຸໂມທະນາ ແຜ່ນດິນໄດ້ໄຫວ ພູເຂົາຊິເນຣຸສັ່ນສະເທືອນອີກ.
ເຮົາສະລະຊາລີກັນຫາ ແລະພຣະນາງມັດທີຜູ້ມີວັຕໃນສາມີ, ບໍ່ມີຄວາມລັງເລໃຈ ກໍເພາະເຫດແຫ່ງປັນຍາເຄື່ອງຕຣັສຮູ້ (ຮູ້ຄວາມດັບທຸກຂ໌ຂອງສັຕໂລກ). ລູກສອງຄົນນັ້ນ ຈະເປັນທີ່ກຽດຊັງຂອງເຮົາກໍບໍ່ແມ່ນ ພຣະນາງມັດທີຈະເປັນທີ່ລັງກຽດກໍບໍ່ແມ່ນ. ສັບພັນຍຸຕະຍານເປັນທີ່ຮັກຂອງເຮົາ ເຮົາຈຶ່ງໃຫ້ຂອງຮັກ (ເພື່ອສິ່ງທີ່ຮັກ) ....ໆລໆ.
໑. ບັນນະສາລາ ຄືສາລາມຸງ ກັ້ງດ້ວຍໃບໄມ້ ໃບຫຍ້າແນວໃດແນວໜຶ່ງ.
ການບໍາເພັນປາຣະມີໃນອະດີຕຕະຊາດ ໖໑໑
ຄັ້ງມີພຣະຊາດເປັນມາຕັງຄະຊະດິນ ໑
ຊາດອື່ນອີກ : ເຮົາເປັນຊະດິນ ບໍາເພັນຕະບະແກ່ກ້າ ນາມວ່າ ມາຕັງຄະ ມີສີລ ມີສະມາທິໝັ້ນ. ເຮົາກັບພຣາມອີກຜູ້ໜຶ່ງ ຕ່າງກໍອາໄສຢູ່ແຄມຝັ່ງແມ່ນໍ້າຄົງຄາຄືກັນ. ອາສົມຂອງເຮົາຢູ່ເທິງ ຂອງພຣາມຢູ່ລຸ່ມຕາມແມ່ນໍ້າ.
ພຣາມນັ້ນ ຍ່າງເລາະລຽບຝັ່ງຂຶ້ນມາ ເຫັນອາສົມຂອງເຮົາຢູ່ທາງເໜືອ ມີຄວາມ ລັງກຽດ ຮ້າຍດ່າເຮົາ ແຊ່ງໃຫ້ເຮົາຫົວແຕກ. ທີ່ແທ້ຖ້າເຮົາໂກດພຣາມນັ້ນຂຶ້ນມາ ຫຼືສີລຂອງເຮົາບໍ່ຄວບຄຸມເຮົາໄວ້ແລ້ວ ພຽງແຕ່ເຮົາຫຼຽວເບິ່ງເທົ່ານັ້ນ ກໍອາດເຮັດໃຫ້ພຣາມ ໃຫ້ກາຍເປັນດຸດດັ່ງຂີ້ເຖົ່າໄປກໍໄດ້.
ພຣາມນັ້ນ ໂກດ ຄິດປະທຸດສະຮ້າຍ (ປອງຮ້າຍ) ວ່າເຮົາດ້ວຍຄໍາສາບແຊ່ງແນວໃດ ອາການນັ້ນ ກັບເກີດເປັນແກ່ພຣາມນັ້ນເອງ ເຮົາພົ້ນໄປໄດ້ດ້ວຍອໍານາດຄຸນຂອງເຮົາ. ເຮົາຮັກສີລຂອງເຮົາ ເຮົາບໍ່ຮັກສາຊີວິຕ (ໝາຍເຖິງກຽດຕິຍົສ), ໃນເວລານັ້ນ ເຮົາຮັກສາສີລ ເພາະເຫດແຫ່ງປັນຍາເຄື່ອງຕຣັສຮູ້ເທົ່ານັ້ນ.
ຄັ້ງມີພຣະຊາດເປັນຈູລະໂພທິ ໒
ຊາດອື່ນອີກ : ເມື່ອເຮົາເປັນພຣາມຊື່ວ່າ ຈູລະໂພທິ ຜູ້ມີສີລ, ມອງເຫັນພົບໂດຍຄວາມເປັນຂອງໜ້າຢ້ານ ຈຶ່ງໄດ້ອອກບວດ. ພັນຣະຍາເກົ່າຂອງເຮົາ ເປັນ ພຣາມມະນີມີຮູບໂສມດັ່ງປັ້ນດ້ວຍຄໍາ, ແມ່ນວ່ານາງນັ້ນ ກໍບໍ່ປະສົງຕໍ່ການວຽນວ່າຍໃນວັຕຕະ ຈຶ່ງອອກບວດເສຍດ້ວຍກັນ.
໑. ບາລີ ມາຕັງຄະຈຣິຢາ ຈຣິຢາ. ຂຸ. ໓໓/໕໗໕/໑໗.
໒. ບາລີ ຈູລະໂພທິຈຣິຢາ ຈຣິຢາ. ຂຸ. ໓໓/໕໗໑/໑໔.
໖໑໒ ພຸດທະປະວັດຈາກພຣະໂອຖະ - ພາກ ໖
ເຮົາສອງຄົນ ເປັນຜູ້ບໍ່ມີທີ່ອາໄລ ຕັດຂາດຈາກພົງພັນເຊື້ອ ບໍ່ມີຄວາມມຸ່ງໝາຍອັນໃດໃນຕະກູນ ແລະໝູ່່ຊົນ ທ່ຽວໄປຕາມໝູ່ບ້ານແລະເຂດເມືອງ ຊອດເຖິງເມືອງພາຣານະສີແລ້ວ. ນະ ບ່ອນນັ້ນ ເຮົາບໍາເພັນປັນຍາ ບໍ່ຄຸກຄີດ້ວຍໝູ່ຄະນະ ຢູ່ໃນຣາຊະອຸທະຍານ ອັນບໍ່ມີຜູ້ຄົນມາອັ່ງອໍ ແລະມິດງຽບສຽງ.
ພຣະຣາຊາສະເດັດມາຢ້ຽມຊົມສວນ ທອດພຣະເນດເຫັນນາງພຣາມມະນີ ກໍເຂົ້າມາຖາມວ່າ ຍິງນັ້ນເປັນພັນຣະຍາຂອງທ່ານ ຫຼືຂອງໃຜ ? ເຮົາທູນຕອບວ່າ ບໍ່ແມ່ນພັນຣະຍາຂອງເຮົາ ເປັນພຽງຜູ້ປະພຶດທັມຮ່ວມກັນ ຖືຄໍາສອນແນວດຽວກັນ.








