ພຸດທະປະວັຕ ຈາກພຣະໂອຖະ
ໜ້າ/ 311
ແມ່ເຈົ້າຜຸສະດີ ດໍາຣົງຄັນຄົບສິບເດືອນ ກໍາລັງທ່ຽວຢ້ຽມຊົມທົ່ວນະຄອນ ໄດ້ປະສູດ ເຮົາ ນະ ຖະໜົນແຫ່ງຊາວຮ້ານ ເພາະກໍາເນີດທີ່ຖະໜົນແຫ່ງຊາວຮ້ານ ນາມຂອງເຮົາ ຈຶ່ງບໍ່ກ່ຽວເນື່ອງດ້ວຍມານດາ ແລະບິດາ, ໄດ້ຊື່ວ່າ ເວດສັນດອນ (ແປວ່າ “ລະຫວ່າງຊາວຮ້ານ”).
ເມື່ອເຮົາຍັງເປັນເດັກນ້ອຍອາຍຸແປດປີ ນັ່ງຢູ່ໃນຜາສາດ ກໍລໍາພຶງແຕ່ຈະໃຫ້ທານ ; “ເຮົາຈະໃຫ້ທານ ຫົວໃຈ ດວງຕາ ຊີ້ນ ເລືອດ ຮ່າງກາຍ ໃຫ້ປາກົດ ຖ້າວ່າຈະມີຜູ້ມາຂໍນໍາເຮົາ”, ເມື່ອເຮົາລໍາພຶງແນ່ໃຈ ບໍ່ຫວັ່ນໄຫວເຊັ່ນນັ້ນ ແຜ່ນດິນໄດ້ໄຫວ ພູເຂົາສິເນຣຸສັ່ນສະເທືອນ.
ໃນວັນອຸໂປສົດເຄິ່ງເດືອນແລະໝົດເດືອນ ເຮົາຂຶ້ນສູ່ຫຼັງຊ້າງຊື່ ປັນຈະຢະນາຄະ ໄປໃຫ້ທານ. ພວກພຣາມຊາວເຂດແຄວ້ນກາລິງຄະ ເຂົ້າມາຫາເຮົາ ແລະໄດ້ຂໍຊ້າງອັນປະເສີດ ເຊິ່ງສົມມຸດກັນວ່າເປັນຊ້າງມຸງຄຸນນັ້ນນໍາເຮົາ ເຂົາກ່າວວ່າ “ທີ່ຊົນນະບົດ ຂອງພວກຂ້າພະເຈົ້າ ຝົນບໍ່ຕົກ ເກີດທຸບພິກຂະພັຍ ອຶດອາຫາຣຢ່າງໃຫຍ່ຫຼວງ ຂໍພຣະອົງຄ໌ຈົ່ງປະທານຊ້າງອັນບໍວອນ ເປັນຈອມຊ້າງ ມີອະວັຍຍະວະຂາວກ້ຽງ ແກ່ພວກຂ້າພະເຈົ້າເຖີ້ນ”.
ເຮົາຕົກລົງໃຈວ່າ ເຮົາໃຫ້, ເຮົາບໍ່ມີຫວັ່ນໄຫວ. ເຮົາບໍ່ຫວງແຫນປົກປິດທານະວັຕຖຸທີ່ເຮົາມີ ເພາະໃຈຂອງເຮົາຍິນດີໃນທານ. ການປະຕິເສດຕໍ່ຍາຈົກ ທີ່ມາເຖິງບ່ອນແລ້ວນັ້ນ ບໍ່ຄວນແກ່ເຮົາ, ເຮົາຢ່າທໍາລາຍການສະມາທານຂອງເຮົາເສຍເລີຍ ເຮົາຈະໃຫ້ຊ້າງອັນວິບູນ ບັດນີ້ລະ.
ເຮົາຈັບທີ່ງວງຊ້າງມືໜຶ່ງ ອີກມືໜຶ່ງລັ່ງນໍ້າໃນເຕົ້າໃສ່ມືພຣາມ ໃຫ້ຊ້າງແກ່ ພຣາມໄປ. ເມື່ອເຮົາໃຫ້ທານຊ້າງເຜືອກອັນສູງສຸດນີ້ ແຜ່ນດິນໄດ້ຫວັ່ນໄຫວ ພູເຂົາຊິເນຣຸສັ່ນສະເທືອນອີກຄັ້ງໜຶ່ງ.
ເມື່ອເຮົາໃຫ້ຊ້າງໂຕນັ້ນ ຊາວເມືອງສີພີຄຽດຫຼາຍ ມາປະຊຸມກັນໃຫ້ເນຣະເທດເຮົາອອກຈາກນະຄອນ ໄປຢູ່ປ່າເຂົາວົງກົດ. ເມື່ອຊົນພວກນັ້ນພາກັນກໍາເລີບ
ການບໍາເພັນປາຣະມີໃນອະດີຕຕະຊາດ ໖໐໙
ເຮົາຍັງມີຄວາມບໍ່ຫວັ່ນໄຫວ, ຂໍຮ້ອງກັບພວກເຂົາ ເພື່ອໄດ້ໃຫ້ທານຄັ້ງໃຫຍ່ອີກ ຄັ້ງໜຶ່ງ ຊາວເມືອງສີພີຖືກຂໍຮ້ອງເຂົ້າແລ້ວ ກໍຍິນຍອມໃຫ້.
ເຮົາໃຫ້ປ່າວຮ້ອງຢ່າງຄຶກຄື້ນວ່າເຮົາຈະໃຫ້ມະຫາທານ. ມີສຽງຊ່າລືກັນຢ່າງສະນັ່ນເມືອງເພາະເລື່ອງນີ້ວ່າ “ຖືກຂັບໄລ່ເພາະໃຫ້ທານ ຍັງຈະໃຫ້ທານອີກ !”. ເຮົາໃຫ້ທານຊ້າງ ມ້າ ລົດ ທາສີ ທາສ ງົວ ແລະຊັບ. ຄັນໃຫ້ມະຫາທານແລ້ວ ຈຶ່ງອອກຈາກນະຄອນໄປ. ຄັນອອກໄປຫວິດເຂດນະຄອນແລ້ວ ໄດ້ຫຼຽວຫຼັງເບິ່ງເປັນການອໍາລາ ແຜ່ນດິນໄດ້ໄຫວ ພູເຂົາຊິເນຣຸສັ່ນສະເທືອນອີກໃນຄັ້ງນັ້ນ.
ເມື່ອເຖິງທາງສີ່ແຍກ ໄດ້ໃຫ້ທານລົດທຽມດ້ວຍມ້າສີ່ໂຕໄປ ເຮົາຜູ້ໄຮ້ໝູ່ເພື່ອນບຸຣຸສ ກ່າວກັບພຣະນາງມັດທີ ວ່າ “ເຈົ້າຈົ່ງອູ້ມກັນຫາລູກຍິງນ້ອຍ ຄ່ອຍເບົາແດ່ ເຮົາຈະອູ້ມຊາລີ ຜູ້ອ້າຍຊາຍເຊິ່ງໜັກກວ່າ”. ເປັນອັນວ່າພຣະນາງມັດທີໄດ້ອູ້ມກັນຫາຊິນະ ອັນງົດງາມເໝືອນດອກບົວບຸນທຣິກ ແລະເຮົາໄດ້ອູ້ມຊາລີ ເຊິ່ງງາມ ເໝືອນຮູບຄໍາປັ້ນລໍ່ ; ລວມເປັນສີ່ກະສັດທີ່ອ່ອນໂຍນ ໄດ້ຢຽບຢໍ່າໄຕ່ໄປຕາມຫົນທາງກັນດານຫຼຸບໆໂນນໆ ຕໍ່າໆສູງໆ ໄປສູ່ເຂົາວົງກົດ.
ພົບຜູ້ໃດໃນລະຫວ່າງທາງກໍຖາມວ່າ ເຂົາວົງກົດຢູ່ທາງໃດ ຊົນເຫຼົ່ານັ້ນສົງສານເຮົາແລະບອກວ່າ ຍັງໄກຫຼາຍ. ເດັກນ້ອຍໄດ້ເຫັນໝາກໄມ້ໃນປ່າ ກໍຮ້ອງໄຫ້ ຢາກໄດ້ໝາກໄມ້ນັ້ນໆ. ເຫັນເດັກນ້ອຍຮ້ອງໄຫ້ ຕົ້ນໄມ້ກໍນ້ອມກິ່ງມີໝາກດົກເຂົ້າມາຫາເດັກນ້ອຍເອງ. ພຣະນາງມັດທີເຫັນຄວາມໜ້າອັດສະຈັນ ຊວນໃຫ້ຂົນລຸກເຊັ່ນນີ້ ກໍເປັ່ງອຸທານສາທຸການ “ໂອໜໍ ຂອງໜ້າອັດສະຈັນ ບໍ່ເຄີຍມີໃນໂລກ ເປັນຕາຂົນລຸກ ຕົ້ນໄມ້ນ້ອມກິ່ງລົງມາເອງ ດ້ວຍອໍານາດແຫ່ງພຣະເວດສັນດອນ”.
ພວກຍັກ ຊ່ວຍຫຍໍ້ການເດີນທາງ ເພື່ອຄວາມອະນຸເຄາະແກ່ເດັກນ້ອຍ, ໃນມື້ ທີ່ອອກຈາກນະຄອນນັ້ນເອງ ໄດ້ເດີນທາງເຖິງເຂດແຄວ້ນຂອງເຈຕະຣາຊ, ຍາດພີ່ນ້ອງໃນບ່ອນນັ້ນຮ້ອງໄຫ້ ຄໍ່າຄວນກິ້ງເກືອກທັງຜູ້ໃຫຍ່ແລະຜູ້ນ້ອຍ. ອອກຈາກເຂດແຄວ້ນຂອງຍາດພີ່ນ້ອງເຫຼົ່ານັ້ນແລ້ວ ກໍມຸ່ງໜ້າໄປເຂົາວົງກົດ.
໖໑໐ ພຸດທະປະວັດຈາກພຣະໂອຖະ - ພາກ ໖








