ພຸດທະປະວັຕ ຈາກພຣະໂອຖະ
ໜ້າ/ 311
ພິກຂຸ ທ. ! ເຈົ້າທັງຫຼາຍ ອາດຈະມີຄວາມຄິດວ່າ ຊ່າງເຮັດລົດນັ້ນ ເປັນຜູ້ອື່ນແນ່ແທ້ ແຕ່ພວກເຈົ້າທັງຫຼາຍ ຢ່າເຂົ້າໃຈເຊັ່ນນັ້ນ ເຮົາເອງເປັນຊ່າງເຮັດລົດໃນເວລານັ້ນ. ພິກຂຸ ທ. ! ໃນຄັ້ງນັ້ນ ເຮົາເປັນຜູ້ສະຫຼາດຕໍ່ຄວາມຄົດຂອງເຊັນໄມ້ ທີ່ມີໂທດ (ມີເຊັນຄົດແລະຕາຕູດເປັນຕົ້ນ) ຂອງໄມ້ ແລະຄວາມມີເຊັນໄມ້ຜຸ່ຍ ທີ່ບໍ່ບໍຣິສຸດຂອງມັນ.
ພິກຂຸ ທ. ! ແຕ່ໃນກາລນີ້ ເຮົາເປັນພຣະອະຣະຫັນຕະສັມມາສັມພຸດທະເຈົ້າ ເປັນຜູ້ສະຫຼາດຕໍ່ຄວາມຄົດທາງກາຍ ທາງວາຈາ ທາງໃຈ. ຕໍ່ໂທດທາງກາຍ ທາງວາຈາ ທາງໃຈ. ຕໍ່ກິເລສເປັນດັ່ງນໍ້າຝາດທາງກາຍ ທາງວາຈາ ທາງໃຈ.
ພິກຂຸ ທ. ! ຄວາມຄົດທາງກາຍ ທາງວາຈາ ທາງໃຈ, ໂທດທາງກາຍ ທາງວາຈາ ທາງໃຈ, ກິເລສເປັນດັ່ງນໍ້າຝາດທາງກາຍ ທາງວາຈາ ທາງໃຈ ຂອງຜູ້ໃດຜູ້ໜຶ່ງ ຈະເປັນພິກຂຸກໍຕາມ ພິກຂຸນີກໍຕາມ ຍັງລະບໍ່ໄດ້ແລ້ວ ; ພິກຂຸ ພິກຂຸນີເຫຼົ່ານັ້ນ ກໍຫຼຸດຫຼົ່ນໄປຈາກທັມວິນັຍນີ້ ເໝືອນດັ່ງຕີນລໍ້ລົດ ກໍ້າຝ່າຍທີ່ເຮັດແລ້ວ ໖ ວັນ ດັ່ງນັ້ນ. ຄວາມຄົດທາງກາຍ ທາງວາຈາ ທາງໃຈ, ໂທດທາງກາຍ ທາງວາຈາ ທາງໃຈ, ກິເລສເປັນດັ່ງນໍ້າຝາດທາງກາຍ ທາງວາຈາ ທາງໃຈ ຂອງຜູ້ໃດຜູ້ໜຶ່ງ ຈະເປັນພິກຂຸກໍຕາມ ພິກຂຸນີກໍຕາມ ອັນເຂົາລະໄດ້ແລ້ວ ; ພິກຂຸ ພິກຂຸນີ ເຫຼົ່ານັ້ນກໍຕັ້ງໝັ້ນຢູ່ໃນທັມວິນັຍນີ້ໄດ້ ເໝືອນຕີນລໍ້ກໍ້າຝ່າຍທີ່ເຮັດແລ້ວເກືອບ ໖ ເດືອນເຫຼືອ ໖ ວັນ ດັ່ງນັ້ນ.
ພິກຂຸ ທ. ! ເພາະສະນັ້ນ ໃນຂໍ້ນີ້ ເຈົ້າທັງຫຼາຍ ຈົ່ງສໍານຶກໃຈໄວ້ວ່າ ເຮົາທັງຫຼາຍ ຈະລະຄວາມຄົດທາງກາຍ, ໂທດທາງກາຍ, ກິເລສເປັນດັ່ງນໍ້າຝາດທາງກາຍ ; ຈະລະຄວາມຄົດທາງວາຈາ, ໂທດທາງວາຈາ, ກິເລສເປັນດັ່ງນໍ້າຝາດທາງວາຈາ ; ຈະລະຄວາມຄົດທາງໃຈ, ໂທສທາງໃຈ, ກິເລສເປັນດັ່ງນໍ້າຝາດທາງໃຈ. ເຈົ້າທັງຫຼາຍ ຈົ່ງສໍານຶກໃຈໄວ້ດັ່ງນີ້ແລ.
ການບໍາເພັນປາຣະມີໃນອະດີຕຕະຊາດ ໖໐໓
ຄັ້ງມີພຣະຊາດເປັນອະກິຕະຕິດາບົສ ໑
ປາຣະມີໃດໆ ອັນເຮົາປະພຶດສັ່ງສົມແລ້ວ ໃນລະຍະກາລນັບໄດ້ສີ່ອະສົງຂັຍແສນກັບ ປາຣະມີນັ້ນທັງໝົດ ເປັນເຄື່ອງບົ່ມໂພທິຍານໃຫ້ສຸກ, ປາຣະມີທີ່ເຮົາປະພຶດແລ້ວໃນພົບນ້ອຍໃຫຍ່ ໃນກັບກ່ອນໆນັ້ນ ຈະຢຸດໄວ້ກ່ອນ. ຈະກ່າວສະເພາະປາຣະມີທີ່ເຮົາປະພຶດໃນກັບນີ້ ທ່ານຈົ່ງຟັງຄໍາຂອງເຮົາ.
ໃນກາລໃດ, ເຮົາເປັນດາບົສ ນາມວ່າ ອະກິຕະຕິ ອາໄສຢູ່ໃນປ່າຫຼວງງຽບສະງົບ ຫ່າງຈາກຄົນໄປມາ, ໃນກາລນັ້ນ ດ້ວຍອໍານາດການບໍາເພັນຕະບະກັມຂອງເຮົາ ທ້າວສັກກະຜູ້ເປັນໃຫຍ່ຍິ່ງໃນໄຕຣທິບ ໄດ້ຮ້ອນໃຈທົນຢູ່ບໍ່ໄດ້ແລ້ວ.໒ ທ້າວໄດ້ແປງເພດເປັນພຣາມ ເຂົ້າມາຂໍອາຫາຣນໍາເຮົາ.
ເຮົາເຫັນພຣາມນັ້ນ ຢືນຢູ່ໜ້າປະຕູຂອງເຮົາ ຈຶ່ງໃຫ້ໃບໄມ້ ອັນເຮົາເກັບເອົາມາຈາກປ່າ ບໍ່ມີມັນ ແລະບໍ່ເຄັມ໓ ໄປທັງໝົດ. ຄັນໃຫ້ແລ້ວ ກໍຂວໍ້າພາຊະນະ ເກັບມ້ຽນ ແລະບໍ່ອອກສະແຫວງຫາໃໝ່ ເຂົ້າສູ່ບັນນະສາລາແລ້ວ.
ໃນມື້ທີສອງ ແລະທີສາມ ພຣາມນັ້ນໄດ້ມາຂໍນໍາເຮົາອີກ. ເຮົາບໍ່ໄດ້ມີຈິຕຫວັ່ນໄຫວໄປຈາກເດີມ ບໍ່ໄດ້ອ່ອນອົກອ່ອນໃຈ ໄດ້ໃຫ້ໄປທັງໝົດພາຊະນະແບບດຽວກັບມື້ກ່ອນ. ຄວາມຊຸດໂຊມແຫ່ງຜິວພັນໃນສະຣີຣະຂອງເຮົາ ຈະມີເພາະເຫດທີ່ອົດອາຫາຣນັ້ນ ກໍບໍ່ມີ, ເຮົາຂ້າເວລາທັງໝົດມື້ນັ້ນໄດ້ດ້ວຍຄວາມຍິນດີ ໂດຍສຸຂອັນເກີດຈາກປີຕິ.
ຫາກວ່າເຮົາໄດ້ປະຕິຄາຫົກອັນປະເສີດ ຕະຫຼອດເວລາຕັ້ງເດືອນຫຼືສອງເດືອນ ເຮົາກໍຈະຄົງເປັນຜູ້ມີຈິຕບໍ່ຫວັ່ນໄຫວໄປຈາກດັ້ງເດີມ ບໍ່ອ່ອນອົກອ່ອນໃຈ
໑. ບາລີ ອະກິຕະຕິຈຣິຢາ ຈຣິຢາ. ຂຸ. ໓໓/໕໕໑/໑.
໒. ມີນັຍວ່າ ຂ່າວການບໍາເພັນຕະບະຢ່າງສູງສຸດຂອງໃຜກໍຕາມ ຍ່ອມຊາບເຖິງທ້າວສັກກະຜູ້ມັກລະແວງຢູ່
ສະເໝີວ່າ ຈະມີໃຜບໍາເພັນຕະບະເພື່ອຫວັງຍາດບັນລັງຂອງຕົນ.
໓. ດາບົສນີ້ ສັນໃບໝາກເໝົ້າຕົ້ມລ້າໆ ເປັນອາຫາຣ ເພື່ອຕັດຄວາມກັງວົນໃນເລື່ອງນີ້.
໖໐໔ ພຸດທະປະວັດຈາກພຣະໂອຖະ - ພາກ ໖
ແລະໃຫ້ທານອັນສູງສຸດໄດ້ສະໝໍ່າສະເໝີ. ເມື່ອເຮົາໃຫ້ທານແກ່ພຣາມນັ້ນ ເຮົາຈະໄດ້ປາຖນາຍົສ ຫຼືລາບ ກໍຫາກບໍ່ແມ່ນ, ເຮົາປາຖນາຢູ່ເຊິ່ງ ສັບພັນຍຸຕະຍານ (ອັນຈະເກີດໄດ້ເພາະການຖືກບົ່ມໂດຍທານນັ້ນ) ຈຶ່ງໄດ້ປະພຶດແລ້ວເຊິ່ງກັມທັງຫຼາຍເຫຼົ່ານັ້ນ.
ຄັ້ງມີພຣະຊາດເປັນພຣະຈັນທະກຸມາຣ ໑








