ຄຳສອນພຸດທະ - ໜ້າຈໍໂຫລດ

ພຸດທະປະວັຕ ຈາກພຣະໂອຖະ

ໜ້າ/ 311

ພິກຂຸ ທ. ! ເຮົາຈະສະແດງ ອະປະຣິຫານິຢະທັມອີກໝວດໜຶ່ງແກ່ເຈົ້າ, ຈົ່ງງ່ຽງຫູຟັງ ຈົ່ງນ້ອມໃນໃຈໃຫ້ດີ. (໑) ພິກຂຸ ທ. ! ພິກຂຸຈະບໍ່ເປັນຜູ້ຍິນດີໃນນະວະກັມ ບໍ່ຍິນດີແລ້ວໃນນະວະກັມ໑ ບໍ່ປະກອບຄວາມເປັນຜູ້ຍິນດີໃນນະວະກັມ ຢູ່ພຽງໃດ ຄວາມຈະເຣີນກໍເປັນສິ່ງທີ່ພິກຂຸ ທ. ຫວັງໄດ້ ບໍ່ມີຄວາມເສື່ອມເລີຍ, ຢູ່ພຽງນັ້ນ. (໒) ພິກຂຸ ທ. ! ພິກຂຸຈະບໍ່ເປັນຜູ້ຍິນດີໃນການເວົ້າລົມກັນ ບໍ່ຍິນດີແລ້ວໃນການເວົ້າລົມ ບໍ່ປະກອບຄວາມເປັນຜູ້ຍິນດີໃນການເວົ້າລົມຢູ່ພຽງໃດ ຄວາມຈະເຣີນ ກໍເປັນສິ່ງທີ່ພິກຂຸ ທ. ຫວັງໄດ້ຢູ່ ບໍ່ມີຄວາມເສື່ອມຢູ່ພຽງນັ້ນ. (໓) ພິກຂຸ ທ. ! ພິກຂຸຈະບໍ່ເປັນຜູ້ຍິນດີໃນການນອນຫຼັບ ໆລໆ, (໔) ພິກຂຸ ທ. ! ພິກຂຸຈະບໍ່ເປັນຜູ້ຍິນດີໃນຄວາມຄຸກຄີກັນເປັນໝູ່ໆ ໆລໆ, (໕) ພິກຂຸ ທ. ! ພິກຂຸຈະບໍ່ເປັນຜູ້ມີຄວາມປາຖນາຕໍ່າຊາມ (ລາມົກ) ໆລໆ, (໖) ພິກຂຸ ທ. ! ພິກຂຸຈະບໍ່ເປັນຜູ້ຄົບໝູ່ເພື່ອນຊົ່ວ ໆລໆ, (໗) ພິກຂຸ ທ. ! ພິກຂຸຈະບໍ່ເປັນຜູ້ຢຸດເລີກເສຍໃນລະຫວ່າງ ເນື່ອງຈາກໄດ້ຮັບບັນລຸຄຸນວິເສດພຽງເລັກນ້ອຍແລ້ວ ຢູ່ພຽງໃດ, ຄວາມຈະເຣີນ ກໍເປັນສິ່ງທີ່ພິກຂຸ ທ. ຫວັງໄດ້ຢູ່ ບໍ່ມີຄວາມເສື່ອມຢູ່ພຽງນັ້ນ.

ສະເດັດສວນອັມພະລັດຖິກາ ໒

ອານົນທ໌ ! ມາເຖີ້ນ, ເຮົາຈັກເຂົ້າໄປສູ່ສວນອັມພະລັດຖິກາ. (ນະ ທີ່ບ່ອນນີ້ໄດ້ຕຣັດເລື່ອງ ສີລ-ສະມາທິ-ປັນຍາ ໂດຍໃນເປັນຕົ້ນວ່າ) ສີລເປັນແບບນີ້ໆ ສະມາທິເປັນແບບນີ້ໆ ປັນຍາເປັນແບບນີ້ໆ. ສະມາທິ ທີ່ສີລອົບຮົມສົ່ງເສີມແລ້ວຍ່ອມມີຜົລຫຼາຍ ມີອານິສົງສ໌ຫຼາຍ, ປັນຍາ ທີ່ສະມາທິອົບຮົມສົ່ງເສີມແລ້ວ ຍ່ອມມີຜົລຫຼາຍ ມີອານິສົງສ໌ຫຼາຍ, ຈິຕ ທີ່ປັນຍາອົບຮົມສົ່ງເສີມແລ້ວ ຍ່ອມຫຼຸດພົ້ນຈາກອາສະວະ ຄື ກາມາສະວະ ພະວາສະວະ ອະວິຊຊາສະວະ.

໑. ນະວະກັມ ຄືການກໍ່ສ້າງສະຖານທີ່ແລະວັດຖຸຕ່າງໆ.

໒. ບາລີ ມຫາປະຣິນິບພານສູຕ ມຫາ. ທີ. ໑໐/໙໖/໗໖.

໕໕໘ ພຸດທະປະວັດຈາກພຣະໂອຖະ - ພາກ ໕

ສະເດັດເມືອງນາລັນທາ ໑

ອານົນທ໌ ! ມາເຖີ້ນ, ເຮົາຈະໄປເມືອງນາລັນທາ. (ພ້ອມດ້ວຍພິກຂຸສົງຄ໌ສະເດັດເຖິງ ເມືອງນາລັນທາ ປະທັບທີ່ປາວາທິກັມພະວັນ. ນະ ທີ່ບ່ອນນັ້ນໄດ້ທົງສົນທະນາກັບພຣະສາຣີບຸຕ) : ສາຣີບຸຕ ! ເຈົ້າກ່າວຄົມຄາຍຫຼາຍ, ທີ່ເຈົ້າເປັ່ງສີຫະນາດຢືນຢັນລົງໄປວ່າ “ຂ້ານ້ອຍ ເຫຼື້ອມໃສໃນພຣະຜູ້ມີພຣະພາຄ ວ່າສະມະນະຫຼືພຣາມເຫຼົ່າອື່ນ ທີ່ຈະເປັນຜູ້ຮູ້ຍິ່ງກວ່າພຣະຜູ້ມີຣະພາຄ ແມ່ນບໍ່ມີແລ້ວ ຈະບໍ່ມີ ແລະບໍ່ມີຢູ່” ດັ່ງນີ້ ນັ້ນ ; ສາຣີບຸຕ ! ເຈົ້າຢັ່ງຮູ້ຄວາມຮູ້ສຶກພາຍໃນໃຈ ຂອງພຣະອະຣະຫັນຕະສັມມາສັມພຸດທະເຈົ້າ ທຸກໆພຣະອົງຄ໌ທີ່ລ່ວງລັບໄປແລ້ວ, - ທີ່ຈະມາໃນອະນາຄົຕ, - ແລະຄືເຮົາໃນບັດນີ້ ວ່າພຣະຜູ້ມີພຣະພາຄເຈົ້າ ນັ້ນໆ ມີສີລ, ສະມາທິ, ປັນຍາ ດັ່ງນີ້ໆ ມີວິຫາຣທັມ ມີວິມຸດ ດັ່ງນີ້ໆ ຫຼື ?

“ຫາບໍ່ໄດ້ ພຣະອົງຄ໌ !”

ສາຣີບຸຕ ! ຍ້ອນຫຍັງເຈົ້າກ່າວຄົມຄາຍເປັ່ງສີຫະນາດຢືນຢັນລົງໄປດັ່ງນັ້ນໜໍ ?

“ພຣະອົງຜູ້ຈະເຣີນ ! ຂ້ານ້ອຍບໍ່ມີຍານກຳນົດຮູ້ພຣະທັຍ ຂອງພຣະອະຣະຫັນຕະສັມມາສັມພຸດທະເຈົ້າ ທັງໃນອະດີຕ ອະນາຄົຕ ປັດຈຸບັນ ກໍຈິງ ແຕ່ການເປັນໄປຕາມທໍານອງແຫ່ງທັມນັ້ນ ຂ້ານ້ອຍ ຊາບແລ້ວ”.

ສະເດັດບ້ານປາຕະລິຄາມ ໒

ອານົນທ໌ ! ມາເຖີ້ນ, ພວກເຮົາຈະໄປສູ່ບ້ານປາຕະລິຄາມ. (ນະ ທີ່ບ່ອນນັ້ນ ໄດ້ທົງຮັບວິຫາຣທານຂອງຊາວບ້ານ ບ້ານນັ້ນ ແລະຕຣັດເລື່ອງສີລ) ຄະຫະບໍດີ ! ໂທດຂອງສີລວິບັດ ຂອງບຸກຄົນຜູ້ທຸສີລ ໕ ປະການ ຄືຍ່ອມເຂົ້າເຖິງຄວາມເສື່ອມແຫ່ງ ໂພຄະອັນໃຫຍ່ ເນື່ອງຈາກຄວາມປະມາດ ນີ້ເປັນຂໍ້ທີ ໑, ຍ່ອມໂດ່ງດັງໄປດ້ວຍກິຕຕິສັບອັນຊົ່ວ ນີ້ເປັນຂໍ້ທີ ໒, ຍ່ອມເປັນຜູ້ເກີ້ເຂີນ ບໍ່ກ້າຫານເມື່ອເຂົ້າໄປສູ່ບໍຣິສັດ

໑. ບາລີ ມຫາປະຣິນິບພານສູຕ ມຫາ. ທີ. ໑໐/໙໖/໗໗.

໒. ບາລີ ມຫາປະຣິນິບພານສູຕ ມຫາ. ທີ. ໑໐/໙໙/໗໘.

ການປະຣິນິບພານ ໕໕໙

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ