ພຸດທະປະວັຕ ຈາກພຣະໂອຖະ
ໜ້າ/ 311
ມີເລື່ອງ :- ແປດສິບປີຍັງບໍ່ຟັ່ນເຟືອນ -- ທົງມີຄວາມຊະຣາທາງກາຍະພາບເໝືອນຄົນທົ່ວໄປ -- ທົງເຮັດໜ້າທີ່ພຣະພຸດທະເຈົ້າບໍຣິບູນແລ້ວ -- ເລື່ອງປີກຫຍ່ອຍກ່ອນໜ້າປະຣິນິບພານ -- ການປະຣິນິບພານ -- ແຜ່ນດິນໄຫວເນື່ອງດ້ວຍການປະຣິນິບພານ -- ເຮົາເຫັນພຣະອົງຄ໌ໄດ້ຊົ່ວເວລາ ທີ່ຍັງປາກົດພຣະກາຍ -- ການປະຣິນິບພານຂອງພຣະອົງຄ໌ຄືຄວາມທຸກຂ໌ຮ້ອນຂອງມະຫາຊົນ -- ສັງເວຊະນີຢະສະຖານທັງສີ່.
໕໕໓
ພາກ ໕
ການປະຣິນິບພານ
________
ແປດສິບປີຍັງບໍ່ຟັ່ນເຟືອນ ໑
ສາຣີບຸຕ ! ມີສະມະນະພຣາມພວກໜຶ່ງກ່າວແນວນີ້ ເຫັນດັ່ງນີ້ວ່າ ຊົ່ວເວລາ ທີ່ບຸຣຸສນີ້ຍັງເປັນໜຸ່ມນ້ອຍ ມີຜົມດໍາກ້ຽງ ປະກອບດ້ວຍຄວາມໜຸ່ມແໜ້ນ ຕັ້ງຢູ່ໃນປະຖົມມະວັຍ, ກໍຍັງຄົງປະກອບດ້ວຍປັນຍາອັນສຽບແຫຼມວ່ອງໄວຢູພຽງນັ້ນ, ເມື່ອໃດບຸຣຸສນີ້ແກ່ເຖົ້າ ເປັນຜູ້ໃຫຍ່ ຜ່ານກາລດົນນານ ຜ່ານວັຍໄປແລ້ວ ມີອາຍຸ ໘໐ ປີ ໙໐ ປີ ຫຼື ໑໐໐ ປີ ຈາກການເກີດ, ເມື່ອນັ້ນ ເຂົາຍ່ອມເປັນຜູ້ເສື່ອມໝົດຈາກປັນຍາອັນສຽບແຫຼມວ່ອງໄວ. ສາຣີບຸຕ ! ຂໍ້ນີ້ ເຈົ້າຢ່າຟ້າວເຫັນເຊັ່ນນັ້ນ, ເຮົານີ້ແລໃນບັດນີ້ເປັນຄົນແກ່ເຖົ້າ ເປັນຜູ້ໃຫຍ່ ຜ່ານກາລຜ່ານໄວມາແລ້ວ ວັຍຂອງເຮົານັບໄດ້ ໘໐ ປີ …ໆລໆ…
໑. ບາລີ ມຫາສີຫະນາທະສູຕ ສຄາ. ສັງ. ໑໒/໑໖໓/໑໙໒. ຕຣັດແກ່ທ່ານພຣະສາຣີບຸຕ, ທີ່ກາງປ່າ
ນອກນະຄອນເວສາລີ.
໕໕໔ ພຸດທະປະວັດຈາກພຣະໂອຖະ - ພາກ ໕
ສາຣີບຸຕ ! ທັມມະເທສນາທີ່ສະແດງໄປນັ້ນ ກໍບໍ່ໄດ້ແປປ່ຽນ ບົດພະຍັນຊະນະ ແຫ່ງທັມຂອງຕະຖາຄົຕ ກໍບໍ່ໄດ້ແປປ່ຽນ ປະຕິພານໃນການຕອບປັນຫາຂອງຕະຖາຄົຕກໍບໍ່ໄດ້ແປປ່ຽນ ໆລໆ. ສາຣີບຸຕ ! ແມ່ນວ່າເຈົ້າທັງຫຼາຍຈະຫາມເຮົາໄປດ້ວຍຕຽງນ້ອຍ (ສໍາລັບຫາມຄົນທຸບພະລະພາບ), ຄວາມແປປ່ຽນເປັນຢ່າງອື່ນ ແຫ່ງປັນຍາອັນສຽບແຫຼມ ວ່ອງໄວ ຂອງຕະຖາຄົຕ ກໍບໍ່ໄດ້ມີ.
ສາຣີບຸຕ ! ຖ້າຜູ້ໃດຈະຍ່ອມກ່າວໃຫ້ຖືກໃຫ້ຕົງວ່າ “ສັຕມີຄວາມບໍ່ຫຼົງເປັນທໍາມະດາ ບັງເກີດຂຶ້ນໃນໂລກ ເພື່ອປະໂຍຊນ໌ ເພື່ອຄວາມເກື້ອກູນ ເພື່ອຄວາມສຸຂແກ່ເທວະດາ ແລະມະນຸສທັງຫຼາຍ” ດັ່ງນີ້ແລ້ວ ຜູ້ນັ້ນ ຈົ່ງກ່າວຊຶ່ງເຮົາຜູ້ດຽວເທົ່ານັ້ນ.
ທົງມີຄວາມຊະຣາທາງກາຍະພາບເໝືອນຄົນທົ່ວໄປ ໑
(ລໍາດັບນັ້ນ ພຣະອານົນທ໌ຜູ້ມີອາຍຸ ໄດ້ເຂົ້າໄປເຝົ້າພຣະຜູ້ມີພຣະພາຄເຖິງທີ່ປະທັບ ຖວາຍອະພິວາດແລ້ວ ລູບຄໍາທົ່ວພຣະກາຍຂອງພຣະຜູ້ມີພຣະພາຄຢູ່ ລາງກ່າວຖ້ອຍຄໍານີ້ວ່າ :-)
“ຂ້າແຕ່ພຣະອົງຜູ້ຈະເຣີນ ! ຂໍ້ນີ້ໜ້າອັດສະຈັນ ; ຂໍ້ນີ້ບໍ່ເຄີຍມີມາກ່ອນ. ຂ້າແຕ່ພຣະອົງ ຜູ້ຈະເຣີນ ! ບັດນີ້ ຜິວພັນຂອງພຣະຜູ້ມີພຣະພາຄ ບໍ່ບໍຣິສຸດຜ່ອງໃສເໝືອນແຕ່ກ່ອນ ແລະ ພຣະກາຍກໍຫ່ຽວແຫ້ງຢ່ອນຍານ ມີພຣະອົງຄ໌ກ່ອມງໍໄປເບື້ອງໜ້າ ອິນຊີ ທ. ກໍປ່ຽນກາຍເປັນແນວອື່ນໄປໝົດ ທັງພຣະຈັກຂຸ ໂສຕະ ຄານະ ຊິວຫາ ກາຍະ.”
ອານົນທ໌ ! ນັ້ນ ຕ້ອງເປັນແນວນັ້ນ ; ຄື ຄວາມຊະຣາມີ (ຊ້ອນ) ຢູ່ໃນຄວາມໜຸ່ມ, ຄວາມເຈັບໄຂ້ມີ (ຊ້ອນ) ຢູ່ໃນຄວາມບໍ່ມີໂຣຄາ, ຄວາມຕາຍມີ (ຊ້ອນ) ຢູ່ໃນຊີວິຕ ; ຜິວພັນຈຶ່ງບໍ່ບໍຣິສຸດຜ່ອງໃສເສຍແລ້ວ ແລະກາຍກໍຫ່ຽວແຫ້ງຢ່ອນຍານ ມີໂຕກ່ອມງໍໄປເບື້ອງໜ້າ ອິນຊີ ທ. ກໍປ່ຽນເປັນແນວອື່ນໄປໝົດ ທັງຕາ ຫູ ດັງ ລີ້ນ ກາຍ ດັ່ງນີ້.
໑. ບາລີ ມຫາວາຣ. ສັງ. ໑໙/໒໘໗/໙໖໓. ຕຣັດແກ່ພຣະອານົນທ໌ ນະ ມິຄາຣະມາຕຸປະສາດ ໃນປຸບພາຣາມ
ໃກ້ເມືອງສາວັຕຖີ.
ການປະຣິນິບພານ ໕໕໕
(ພຣະຜູ້ມີພຣະພາຄ ຄັນຕຣັດຄໍານີ້ແລ້ວ ໄດ້ຕຣັດຂໍ້ຄວາມນີ້ (ເປັນຄໍາກາບກອນ) ອີກວ່າ :-
ເຈົ້າເອີຍ ! ຄວາມແກ່ອັນຊົ່ວຊ້າເອີຍ ! ຄວາມແກ່ອັນສ້າງຄວາມໜ້າກຽດເອີຍ ! ກາຍທີ່ໜ້າພໍໃຈ ບັດນີ້ກໍຖືກຄວາມແກ່ຢໍ່າຢີໝົດແລ້ວ. ແມ່ນໃຜຈະມີຊີວິຕຢູ່ຕັ້ງຮ້ອຍປີ ທຸກຄົນກໍຍັງມີຄວາມຕາຍເປັນບ່ອນທີ່ໄປໃນເບື້ອງໜ້າ. ຄວາມຕາຍບໍ່ຍົກເວັ້ນໃຫ້ແກ່ໃຜໆ ມັນຢໍ່າຢີໝົດທຸກຄົນ.
ທົງເຮັດໜ້າທີ່ພຣະພຸດທະເຈົ້າບໍຣິບູນແລ້ວ ໑








