ພຸດທະປະວັຕ ຈາກພຣະໂອຖະ
ໜ້າ/ 311
໕໔໖ ພຸດທະປະວັດຈາກພຣະໂອຖະ - ພາກ ໔
: ທົງຊະນະນໍ້າໃຈຄົນ ໂດຍທາງທັມ ໑
ຂໍ້ອື່ນຍັງມີອີກ, ພຣະອົງຜູ້ຈະເຣີນ ! ມີຊ່າງໄມ້ສອງຄົນ ຊື່ ອິສິທັນຕະ ແລະ ປຸຣານະ ທັງສອງທ້າວນີ້ ກິນເຂົ້າຂອງຂ້ານ້ອຍ ໃຊ້ຍົນຍານພະຫະນະຂອງຂ້ານ້ອຍ, ຂ້ານ້ອຍໃຫ້ເບ້ຍລ້ຽງຊີບ, ໃຫ້ຍົສສັກແກ່ເຂົາ, ແຕ່ເຂົາຈະມີຄວາມເຄົາຣົບ ໃນຂ້ານ້ອຍ ເທົ່າກັບທີ່ມີໃນພຣະຜູ້ມີພຣະພາຄ ກໍຫາກບໍ່. ເລື່ອງທີ່ຜ່ານມາແລ້ວ ຄື ຂ້ານ້ອຍຍົກເສນາອອກໄປລົບຂ້າເສິກ ເມື່ອຈະທົດລອງຊ່າງໄມ້ສອງຄົນນີ້ ຈຶ່ງເຂົ້າໄປພັກໃນບ່ອນຄັບແຄບແຫ່ງໜຶ່ງ (ເພື່ອເຫັນກັນໂດຍໃກ້ໆ), ເຂົາທັງສອງຄົນ ໃຊ້ເວລາດ້ວຍການສົນທະນາທັມເກືອບຄ່ອນແຈ້ງ ແລ້ວນອນຫັນຫົວໄປທາງທິສທີ່ເຂົາໄດ້ຍິນຂ່າວວ່າພຣະຜູ້ມີພຣະພາຄປະທັບຢູ່ ຢຽດບາທາມາທາງຂ້ານ້ອຍ. ພຣະອົງຜູ້ຈະເຣີນ ! ແມ່ນວ່ານີ້ກໍເປັນຂໍ້ສັງເກດຂອງຂ້ານ້ອຍ ໃນພຣະຜູ້ມີພຣະພາຄ.
: ທົງສະເໝີກັບພຣະເຈົ້າໂກສົລໂດຍວັຍ
ອີກຂໍ້ໜຶ່ງ, ພຣະອົງຜູ້ຈະເຣີນ ! ພຣະຜູ້ມີພຣະພາຄ ກໍເປັນກະສັດ ຂ້ານ້ອຍກໍເປັນກະສັດ. ພຣະຜູ້ມີພຣະພາຄເປັນຊາວໂກສົລ໒ ຂ້ານ້ອຍກໍເປັນຊາວໂກສົລ, ພຣະຜູ້ມີພຣະພາຄ ມີພຣະຊົນ ໘໐ ຂ້ານ້ອຍກໍມີອາຍຸ ໘໐, ດ້ວຍເຫດນີ້ເອງ, ຂ້ານ້ອຍຈຶ່ງສະແດງຄວາມເຄົາຣົບຢ່າງຍິ່ງ ໃນພຣະຜູ້ມີພຣະພາຄ, ຄວນສະແດງຄວາມສະນິດສະໜົມ.
໑. ບາລີ ມ. ມ. ໑໓/໕໑໔/໕໖໘-໖໙. ຄໍາຂອງພຣະເຈົ້າປະເສນທິໂກສົລ ທູນແດ່ພຣະຜູ້ມີພຣະພາຄເຈົ້າ
ທີ່ເຂດເມທະລຸປະ ແຄວ້ນສັກກະ, ມີຄວາມຕໍ່ກັນມາຕາມລໍາດັບ ຈາກເນື້ອຄວາມເບື້ອງຕົ້ນອັນກ່ຽວກັບ
ຂໍ້ສັງເກດໃນພຣະຜູ້ມີພຣະພາຄຂອງພຣະເຈົ້າປະເສນທິໂກສົລ.
໒. ແຄວ້ນສັກກະຢະເປັນຖິ່ນແຫ່ງໂກສົລ. ດັ່ງທີ່ຕຣັດເອງ (ໃນພາກ ໑)
ຕາມສຽງຂອງຄົນພວກນອກ ທີ່ກ່າວເຖິງພຣະອົງຄ໌ ໕໔໗
ຕາມສຽງຂອງຄະນະກະໂມກຄັນລານະພຣາມ ໑
: ທົງຄົບແລະບໍ່ທົງຄົບບຸກຄົນເຊັ່ນໃດ
ພຣະໂຄດົມຜູ້ຈະເຣີນ ! ບຸກຄົນທັງຫຼາຍເຫຼົ່າໃດ ເປັນຜູ້ບໍ່ມີສັດທາ ມີຄວາມລ້ຽງຊີບເປັນຂໍ້ປະສົງ ອອກຈາກເຮືອນບວດເປັນຄົນບໍ່ມີເຮືອນແລ້ວ ເປັນນັກບວດ ອວດດີ ມີມານຍາ ເຈົ້າເລ່ ເປັນຜູ້ຟຸ້ງຊ້ານ ເປັນຜູ້ລ໋ອກແລັກ ເປັນຄົນປີ້ນປ່າຍ ເປັນຄົນປາກວາກ ມີວາຈາຕົວະລ່າຍ ມີທະວານອັນບໍ່ລະວັງແລ້ວໃນອິນຊີທັງຫຼາຍ ບໍ່ຮູ້ຈັກປະມານໃນໂພຊະນະ ບໍ່ປະກອບຄວາມພຽນຂອງບຸກຄົນຜູ້ຕື່ນ ບໍ່ເພັ່ງໃນສາມັນຍະຄຸນ ບໍ່ເຄົາຣົບຍິ່ງໃນສິກຂາ ມີຄວາມປະພຶດເປັນໄປເພື່ອຄວາມຂີ້ໂລບ ມີຄວາມປະພຶດເປັນໄປດ້ວຍອາການສັ່ນໆຄອນໆ ເປັນຫົວໜ້າໃນທາງໂລເລ ປະຖິ້ມທຸຣະໃນວິເວກເສຍແລ້ວ ເປັນຜູ້ກຽດຄ້ານ ມີຄວາມພຽນອັນຕໍ່າຊາມ ມີສະຕິອັນຫຼົງລືມບໍ່ຮູ້ໂຕ ເປັນຜູ້ບໍ່ໝັ້ນຄົງ ມີຈິຕອັນໝູນປ່ຽນ ມີປັນຍາອັນໂງ່ຈ້າຕໍ່າຊາມດຸດດັ່ງຄົນຫູໜວກແລະຄົນເປັນໃບ້ ; ພຣະໂຄດົມຜູ້ຈະເຣີນ ຍ່ອມບໍ່ຢູ່ຮ່ວມດ້ວຍຊົນທັງຫຼາຍເຫຼົ່ານັ້ນ.
ສ່ວນວ່າ ກຸລະບຸຕທັງຫຼາຍເຫຼົ່າໃດ ເປັນຜູ້ມີສັດທາ ອອກຈາກເຮືອນບວດເປັນຄົນບໍ່ມີເຮືອນແລ້ວ ບໍ່ອວດດີ ບໍ່ມີມານຍາ ບໍ່ແມ່ນຄົນເຈົ້າເລ່ ບໍ່ແມ່ນຄົນຟຸ້ງຊ້ານ ບໍ່ແມ່ນຄົນລ໋ອກແລັກ ບໍ່ແມ່ນຄົນປີ້ນປ່າຍ ບໍ່ເປັນຄົນປາກວາກ ມີວາຈາບໍ່ຕົວະລ່າຍ ມີທະວານອັນລະວັງແລ້ວໃນອິນຊີທັງຫຼາຍ ຮູ້ຈັກປະມານໃນໂພຊະນະ ປະກອບຄວາມພຽນຂອງບຸກຄົນຜູ້ຕື່ນ ເພັ່ງໃນສາມັນຍະຄຸນ ມີຄວາມເຄົາຣົບຍິ່ງໃນສິກຂາ ບໍ່ປະພຶດເປັນໄປເພື່ອຄວາມຂີ້ໂລບ
໑. ບາລີ ອຸປຣິ. ມ. ໑໔/໘໗/໑໐໔. ຄໍາຂອງຄະນະກະໂມກຄັນລານະ ທູນສັນຣະເສີນພຣະຜູ້ມີພຣະພາຄເຈົ້າ
ຫຼັງຈາກທີ່ພຣະອົງຄ໌ໄດ້ທົງບັນຍາຍລັກສະນະບາງຢ່່າງກ່ຽວກັບສາວົກຂອງພຣະອົງບາງພວກໃຫ້ລາວຟັງ.
໕໔໘ ພຸດທະປະວັດຈາກພຣະໂອຖະ - ພາກ ໔
ບໍ່ປະພຶດເປັນໄປດ້ວຍອາການສັ່ນໆຄອນໆ ບໍ່ເປັນຫົວໜ້າໃນທາງໂລເລ ບໍ່ປະຖິ້ມທຸຣະໃນວິເວກ ມີຄວາມພຽນ ອັນປາຣົບແລ້ວ ມີຕົນອັນສົ່ງໄປແລ້ວ ມີສະຕິອັນເຂົ້າໄປຕັ້ງຢູ່ດີແລ້ວ ເປັນຜູ້ຮູ້ຕົວ ເປັນຜູ້ໝັ້ນຄົງ ມີຈິຕທຸ່ນທ່ຽງ ເປັນຜູ້ມີປັນຍາ ຫາກເປັນຄົນອັນໂງ່ງ່າວດັ່ງຄົນຫູໜວກ ຄົນເປັນໃບ້ກໍບໍ່; ພຣະໂຄດົມຜູ້ຈະເຣີນ ຍ່ອມຢູ່ຮ່ວມກັບກຸນລະບຸຕທັງຫຼາຍເຫຼົ່ານັ້ນ.
ຕາມສຽງແຫ່ງມາຣ ໑








