ພຸດທະປະວັຕ ຈາກພຣະໂອຖະ
ໜ້າ/ 311
ມີຮູບຮ່າງໜ້າພູມໃຈ ມີອິນຊີຊຸ່ມຊື່ນ ມີຄວາມຂົນຂວາຍໜ້ອຍ ມີຂົນອັນນອນຮາບ໑ ມີຊີວິຕເປັນໄປດ້ວຍຂອງທີ່ຜູ້ອື່ນໃຫ້ ມີໃຈເປັນດັ່ງມະຣຶຄະ (ອ່ອນໂຍນ). ຂ້ານ້ອຍ ມີຄວາມເຫັນວ່າ ທ່ານເຫຼົ່ານີ້ ຄົງຮູ້ຄຸນວິເສດອັນໂອລານ ໃນສາສນາຂອງພຣະຜູ້ມີ ພຣະພາຄ ຍິ່ງຂຶ້ນກວ່າເກົ່າໆ ເປັນແນ່ ຈຶ່ງເປັນດັ່ງນັ້ນ. ພຣະອົງຄ໌ຜູ້ຈະເຣີນ ! ແມ່ນວ່ານີ້ກໍເປັນຂໍ້ສັງເກດຂອງຂ້ານ້ອຍ ໃນພຣະຜູ້ມີພຣະພາຄ.
: ທົງມີສົງຄ໌ບໍຣິສັດທີ່ງຽບສຽງ
ຂໍ້ອື່ນຍັງມີອີກ, ພຣະອົງຄ໌ຜູ້ຈະເຣີນ ! ຂ້ານ້ອຍເປັນກະສັດໄດ້ມຸນທາພິເສກແລ້ວ ມີອໍານາດພໍເພື່ອໃຫ້ຂ້າຄົນຄວນຂ້າ ຮິບຄົນຄວນຮິບ ໄລ່ຄົນຄວນໄລ່ ກໍຈິງ, ເມື່ອນັ່ງ ວິນິດໄສຄະດີ ຊົນທັງຫຼາຍຍັງອຶກກະທຶກ ຖ້ວມສຽງຂ້ານ້ອຍເປັນລະຍະໆ ຂ້ານ້ອຍ ຈະຫ້າມວ່າ ທ່ານຜູ້ຈະເຣີນ ທ. ! ພວກທ່ານຢ່າກ່າວຖ້ວມສຽງຂອງເຮົາຜູ້ນັ່ງວິນິດໄສຄະດີໃຫ້ຕົກໄປໂດຍລະຍະໆເລີຍ ຈົ່ງລໍໃຫ້ຈົບຖ້ອຍຄໍາຂອງເຮົາເສຍກ່ອນ ດັ່ງນີ້ກໍບໍ່ໄຫວ. ເຂົາເຫຼົ່ານັ້ນ ຍັງຄົງອຶກກະທຶກຖ້ວມສຽງຂ້ານ້ອຍເສຍໂດຍຄັ້ງຄາວ. ສ່ວນພິກຂຸໃນສາສນານີ້, ຂ້ານ້ອຍເຫັນບໍ່ມີສຽງຈາມ ຫຼືສຽງໄອເລີຍ ໃນເມື່ອພຣະຜູ້ມີ ພຣະພາຄເຈົ້າສະແດງທັມແກ່ບໍຣິສັດ ຜູ້ນັ່ງຟັງເປັນຈໍານວນຫຼາຍຮ້ອຍ. ທີ່ຜ່ານມາແລ້ວແຕ່ກ່ອນ ເມື່ອພຣະຜູ້ມີພຣະພາຄເຈົ້າ ສະແດງທັມແກ່ບໍຣິສັດຈໍານວນຫຼາຍຮ້ອຍ, ຖ້າສາວົກຄົນໜຶ່ງຄົນໃດໃນບ່ອນນັ້ນໄອຂຶ້ນ ເພື່ອນສະພຣົມມະຈາຣີດ້ວຍກັນ ຈະຕໍາເພິ່ນດ້ວຍເຂົ່າ ເພື່ອໃຫ້ຮູ້ສຶກວ່າ “ທ່ານຈົ່ງມີສຽງຄ່ອຍ, ທ່ານຢ່າເປັ່ງສຽງ, ພຣະຜູ້ມີພຣະພາຄ ສາສດາຂອງພວກເຮົາກໍາລັງສະແດງທັມ” ດັ່ງນີ້. ຂ້ານ້ອຍມີຄວາມເຫັນວ່າອັດສະຈັນແທ້ໆ ບໍ່ເຄີຍມີແທ້ໆ ບໍຣິສັດມີລະບຽບຮຽບຮ້ອຍດີແນວນີ້ ໂດຍບໍ່ຕ້ອງໃຊ້ອາຊະຍາ ຫຼື ສາສຕຣາເລີຍ. ພຣະອົງຄ໌ຜູ້ຈະເຣີນ ! ຂ້ານ້ອຍບໍ່ເຫັນບໍຣິສັດອື່ນທີ່ຮຽບຮ້ອຍດີແບບນີ້ ນອກຈາກບໍຣິສັດນີ້. ຂ້າແຕ່ພຣະອົງຜູ້ຈະເຣີນ ! ແມ່ນວ່ານີ້ ກໍເປັນຂໍ້ສັງເກດຂອງຂ້ານ້ອຍ ໃນພຣະຜູ້ມີພຣະພາຄ.
໑. ໝາຍຄວາມວ່າ ບໍ່ມີຄວາມຕື່ນຢ້ານ.
ຕາມສຽງຂອງຄົນພວກນອກ ທີ່ກ່າວເຖິງພຣະອົງຄ໌ ໕໔໓
: ທົງຊະນະຄົນມຸ່ງຮ້າຍທີ່ເຂົ້າເຝົ້າ ໑
ຂໍ້ອື່ນຍັງມີອີກ, ພຣະອົງຜູ້ຈະເຣີນ ! ຂ້ານ້ອຍ ເຫັນຂັດຕິຍະບັນດິຕ, ...ພຣາມມະນະບັນດິຕ, ...ຄະຫະບໍດີບັນດິຕ ...໒ສະມະນະບັນດິຕ ບາງພວກໃນໂລກນີ້ ມີປັນຍາສຽບແຫຼມ ຊຳນານການໂຕ້ວາທະ ຊ່ຽວຊານ ດຸດດັ່ງນັກຊໍານານທະນູ ຜູ້ສາມາດຍິງຖືກຂົນກວາງ, ເບິ່ງເໝືອນທ່ຽວທໍາລາຍຄວາມເຫັນຂອງຜູ້ອື່ນ ດ້ວຍປັນຍາຂອງຕົນເທົ່ານັ້ນ. ບັນດິຕເຫຼົ່ານັ້ນ ໄດ້ຍິນຂ່າວວ່າ “ພຣະສະມະນະໂຄດົມ ຈະສະເດັດແວະບ້ານຫຼືເມືອງຊື່ນັ້ນ”, ກໍກະກຽມບັນຫາ ແລະອວດອ້າງວ່າເຮົາຈະເຂົ້າໄປຖາມບັນຫານີ້ກັບພຣະສະມະນະໂຄດົມ ຖ້າລາວຖືກຖາມແລ້ວ ພະຍາກອນ ແນວນີ້ ພວກເຮົາຈະຫັກລ້າງວາທະຂອງລາວດ້ວຍວາທະແບບນີ້ໆ, ແມ່ນວ່າຖ້າລາວຖືກຖາມແລ້ວ ພະຍາກອນແນວນັ້ນ ພວກເຮົາຈະຫັກລ້າງວາທະຂອງລາວດ້ວຍວາທະແບບນັ້ນໆ, ດັ່ງນີ້. ຄັນເຂົາເຂົ້າໄປເຝົ້າພຣະຜູ້ມີພຣະພາຄເຈົ້າແທ້ໆ ພຣະຜູ້ມີພຣະພາຄ ຍ່ອມຊີ້ແຈງໃຫ້ເຫັນຖືກຕ້ອງ ໃຫ້ປົງໃຈ ໃຫ້ອາດຫານ ໃຫ້ລ່າເລີງດ້ວຍທັມມິກະຖາ. ທ່ານບັນດິຕເຫຼົ່ານັ້ນ ເລີຍບໍ່ຖາມບັນຫາ ຈັ່ງໃດຈະໄດ້ຂົ່ມຂີ່ວາທະໜໍ ຍ່ອມພາກັນເຂົ້າເປັນສາວົກຂອງພຣະຜູ້ມີພຣະພາຄໂດຍແທ້. ແລະ (ບາງພວກ) ຂໍໂອກາດເພື່ອບັນພະຊາອອກຈາກເຮືອນ ບໍ່ຫວັງປະໂຍຊນ໌ເກື້ອກູນດ້ວຍເຮືອນ, ພຣະຜູ້ມີພຣະພາຄກໍບັນພະຊາໃຫ້, ບັນດິຕເຫຼົ່ານັ້ນ ເປັນບັນພະຊິຕແລ້ວຫຼີກອອກຈາກໝູ່ ບໍ່ປະມາດ ມີຄວາມພຽນ ມີຕົນສົ່ງໄປແລ້ວໃນສະມາທິພາວະນາ ກໍເຮັດໃຫ້ແຈ້ງໄດ້ດ້ວຍປັນຍາອັນຍິ່ງເອງ ຊຶ່ງທີ່ສຸດແຫ່ງພຣົມມະຈັນອັນບໍ່ມີອັນໃດຍິ່ງໄປກວ່າ ອັນເປັນທີ່ປາຖນາຂອງເຫຼົ່າກຸລະບຸຕ ຜູ້ອອກບວດຈາກເຮືອນ ບໍ່ຫວັງປະໂຍຊນ໌ເກື້ອກູນແກ່ເຮືອນ ໄດ້ໃນພົບອັນຕົນທັນຕາເຫັນນີ້, ເຂົ້າເຖິງແລ້ວແລຢູ່.
໑. ຂໍ້ຄວາມຄືກັນນີ້ ຍັງມີໃນຈູລະຫັຕຖິປະໂທປະມະສູຕ ມູ. ມ. ເປັນຄໍາສັນລະເສີນຂອງປິໂລຕິກະ
ປະຣິບພາຊົກ ກ່າວສັນລະເສີນພຣະຜູ້ມີພຣະພາຄແກ່ຊານຸສໂສນີພຣາມ.








