ຄຳສອນພຸດທະ - ໜ້າຈໍໂຫລດ

ພຸດທະປະວັຕ ຈາກພຣະໂອຖະ

ໜ້າ/ 311

ທ່ານຜູ້ຈະເຣີນ ! ຂ້າພະເຈົ້າຍ່ອມເຫັນພຣະສະມະນະໂຄດົມ ເມື່ອດໍາເນີນໄປ, ເມື່ອຢືນຢູ່, ເມື່ອເຂົ້າໄປສູ່ບ້ານເຮືອນ, ເມື່ອນັ່ງນິ້ງໆໃນບ້ານເຮືອນ, ເມື່ອສັນພັຕຕາຫາຣໃນບ້ານເຮືອນ, ເມື່ອສັນແລ້ວນັ່ງນິ້ງໆ, ເມື່ອເຖິງອາຣາມແລ້ວ ສະແດງທັມແກ່ບໍຣິສັດ. ພຣະສະມະນະໂຄດົມນັ້ນ ເປັນຄືດັ່ງກ່າວມານີ້ດ້ວຍ, ແລະຍິ່ງກວ່າທີ່ກ່າວມາແລ້ວດ້ວຍ.

“ຂໍນ້ອບນ້ອມແດ່ພຣະຜູ້ມີພຣະພາຄ ຜູ້ອະຣະຫັນຕະສັມມາສັມພຸດທະເຈົ້າ ພຣະອົງຄ໌ນັ້ນ ! ຂໍນ້ອບນ້ອມແດ່ພຣະຜູ້ມີພຣະພາຄ ຜູ້ອະຣະຫັນຕະສັມມາ ສັມພຸດທະເຈົ້າ ພຣະອົງຄ໌ນັ້ນ !! ຂໍນ້ອບນ້ອມແດ່ພຣະຜູ້ມີພຣະພາຄ ຜູ້ອະຣະຫັນຕະ ສັມມາສັມພຸດທະເຈົ້າ ພຣະອົງຄ໌ນັ້ນ !!! ຖ້າຈັ່ງໃດ ໃນບາງຍາມ ເຮົາຈົ່ງໄດ້ສະມາຄົມກັບພຣະສະມະນະໂຄດົມ, ຍ່ອມເຈລະຈາດ້ວຍຖ້ອຍຄໍາກັບພຣະສະມະ ນະໂຄດົມເຖີ້ນ”. - - ນີ້ເປັນຄໍາອຸທານຂອງພຣົມມາຍຸພຣາມ ເປັ່ງອອກໃນເມື່ອຟັງຖ້ອຍຄໍານັ້ນຈົບແລ້ວ ແລະຄໍາລໍາພຶງໃຝ່ຈະສະມາຄົມກັບພຣະຜູ້ມີພຣະພາຄເຈົ້າ.

ຕາມສຽງຂອງຄົນພວກນອກ ທີ່ກ່າວເຖິງພຣະອົງຄ໌ ໕໓໕

ຕາມສຽງຂອງອຸບາລີຄະຫະບໍດີ ບຸຣະພະນິຄັນຖ໌ ໑

: ທົງປະກອບດ້ວຍມພຣະພຸດທະຄຸນ ໑໐໐ ປະການ

ດູຣາທ່ານຜູ້ຈະເຣີນ ! ຂໍທ່ານຈົ່ງຟັງຄໍາຂອງຂ້າພະເຈົ້າເຖີ້ນ : ຂ້າພະເຈົ້ານັ້ນ ເປັນສາວົກຂອງພຣະຜູ້ມີພຣະພາຄ ພຣະອົງຄ໌ໃດ ; ພຣະຜູ້ມີພຣະພາຄພຣະອົງຄ໌ນັ້ນ :-

(໑) ເປັນນັກປຣາຊຜູ້ຊົງໄວ້ຊຶ່ງປັນຍາ,

(໒) ເປັນຜູ້ປາສະຈາກແລ້ວເຊິ່ງໂມຫະ,

(໓) ເປັນຜູ້ມີເສົາເຂື່ອນເຄື່ອງຕຶງຈິຕອັນຫັກແລ້ວ,

(໔) ເປັນຜູ້ມີໄຊຊະນະອັນພິຊິຕແລ້ວ,

(໕) ເປັນຜູ້ປາສະຈາກແລ້ວຊຶ່ງສິ່ງຄັບແຄ້ນສະເທືອນໃຈ,

(໖) ເປັນຜູ້ມີຈິຕສະໝໍ່າສະເໝີດ້ວຍດີ.

(໗) ເປັນຜູ້ມີປົກກະຕິພາວະແຫ່ງບຸກຄົນຜູ້ເປັນພຸດທະ,

(໘) ເປັນຜູ້ມີປັນຍາເຄື່ອງຍັງປະໂຍຊນ໌ໃຫ້ສໍາເລັດ,

(໙) ເປັນຜູ້ຂ້າມໄປໄດ້ແລ້ວຊຶ່ງວັຕຕະສົງສາຣອັນທຸຣະກັນດານ,

(໑໐) ເປັນຜູ້ປາສະຈາກແລ້ວເຊິ່ງມົນທິນທັງປວງ ;

ຂ້າພະເຈົ້າ ເປັນສາວົກຂອງພຣະຜູ້ມີພຣະພາຄພຣະອົງຄ໌ນັ້ນ. ພຣະຜູ້ມີພຣະພາຄພຣະອົງຄ໌ນັ້ນ :

(໑໑) ເປັນຜູ້ບໍ່ມີການຖາມໃຜວ່າອັນໃດເປັນອັນໃດ,

(໑໒) ເປັນຜູ້ອີ່ມແລ້ວດ້ວຍຄວາມອີ່ມໃນທັມຢູ່ສະເໝີ,

(໑໓) ເປັນຜູ້ມີເຫຍື່ອໃນໂລກອັນທົງຄາຍຖີ້ມແລ້ວ,

(໑໔) ເປັນຜູ້ມີມຸທິຕາຈິຕໃນສັຕທັງຫຼາຍທັງປວງ,

໑. ບາລີ ມ. ມ. ໑໓/໗໗/໘໒. ຄໍາຂອງອຸບາລີຄະຫະບໍດີ ຜູ້ເຄີຍເປັນສາວົກຂອງນິຄັນຖະນາຕະບຸຕມາກ່ອນ

ກ່າວຕອບແກ່ຄະນະນິຄັນຖ໌ ວ່າເຫດໃດເຂົາຈຶ່ງປ່ຽນໃຈມານັບຖືພຣະຜູ້ມີພຣະພາຄເຈົ້າ.

໕໓໖ ພຸດທະປະວັດຈາກພຣະໂອຖະ - ພາກ ໔

(໑໕) ເປັນຜູ້ມີສະມະນະພາວະອັນທົງປະພຶດສໍາເລັດແລ້ວ,

(໑໖) ເປັນຜູ້ຖືກໍາເນີດແລ້ວແຕ່ກໍາເນີດແຫ່ງມະນູ ໂດຍແທ້,

(໑໗) ເປັນຜູ້ມີສຣີຣະອັນມີໃນຄັ້ງສຸດທ້າຍ,

(໑໘) ເປັນຜູ້ເປັນນໍຣະຊົນຄືເປັນຄົນແທ້,

(໑໙) ເປັນຜູ້ອັນໃຜໆ ເຮັດອຸປະມາບໍ່ໄດ້,

(໒໐) ເປັນຜູ້ປາສະຈາກກິເລສອັນທີ່ປຽບໄດ້ດ້ວຍທຸລີ ;

ຂ້າພະເຈົ້າ ເປັນສາວົກຂອງພຣະຜູ້ມີພຣະພາຄພຣະອົງຄ໌ນັ້ນ. ພຣະຜູ້ມີພຣະພາຄພຣະອົງຄ໌ນັ້ນ :

(໒໑) ເປັນຜູ້ໝົດສິ້ນແລ້ວຈາກຄວາມສົງໄສທັງປວງ,

(໒໒) ເປັນຜູ້ນໍາສັຕສູ່ສະພາບອັນວິເສດ,

(໒໓) ເປັນຜູ້ມີປັນຍາເຄື່ອງຕັດກິເລສດຸດດັ່ງຫຍ້າຄາເສຍໄດ້,

(໒໔) ເປັນສາຣະຖີອັນປະເສີດກວ່າສາຣະຖີທັງຫຼາຍ,

(໒໕) ເປັນຜູ້ບໍ່ມີໃຜຍິ່ງກວ່າໂດຍຄຸນນະທັມທັງປວງ,

(໒໖) ເປັນຜູ້ມີທັມເປັນທີ່ຕັ້ງແຫ່ງຄວາມພໍໃຈຂອງສັຕທັງປວງ,

(໒໗) ເປັນຜູ້ມີກັງຂາເຄື່ອງຂ້ອງໃຈອັນທົງລະອອກແລ້ວໝົດສິ້ນ,

(໒໘) ເປັນຜູ້ເຮັດຊຶ່ງຄວາມສະຫວ່າງແກ່ປວງສັຕ,

(໒໙) ເປັນຜູ້ຕັດແລ້ວຊຶ່ງມານະເຄື່ອງເຮັດຄວາມສໍາຄັນໝັ້ນໝາຍ.

(໓໐) ເປັນຜູ້ມີວິຣະທັມເຄື່ອງປຸກສ້າງຄວາມເກັ່ງກ້າ ;

ຂ້າພະເຈົ້າ ເປັນສາວົກຂອງພຣະຜູ້ມີພຣະພາຄ ພຣະອົງນັ້ນ. ພຣະຜູ້ມີພຣະພາຄພຣະອົງນັ້ນ :

(໓໑) ເປັນຜູ້ເປັນຍອດມະນຸສ ແຫ່ງມະນຸສທັງຫຼາຍ,

(໓໒) ເປັນຜູ້ມີຄຸນອັນໃຜໆກໍານົດປະມານໃຫ້ບໍ່ໄດ້,

(໓໓) ເປັນຜູ້ມີທັມມະສະພາວະອັນເລິກເຊິ່ງບໍ່ມີໃຜຢັ່ງໄດ້,

(໓໔) ເປັນຜູ້ເຖິງຊຶ່ງປັນຍາເຄື່ອງເຮັດຄວາມເປັນແຫ່ງມຸນີ,

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ