ພຸດທະປະວັຕ ຈາກພຣະໂອຖະ
ໜ້າ/ 311
ແຜ່ນດິນໄຫວ ເນື່ອງດ້ວຍການປະສູດ ໒
ດູຣາອານົນທ໌ ! ເຫດປັຈຈັຍທີ່ເຮັດໃຫ້ປາກົດການແຜ່ນດິນໄຫວອັນໃຫຍ່ຫຼວງ ມີຢູ່ແປດປະການ. ....
໑. ບາລີ ອັຈສະຣິຢະອັບພູຕະທັມມະສູຕ ອຸປຣິ. ມ. ໑໔/໒໕໓/໓໗໘, ແລະຈຕຸກກ. ອັງ. ໒໑/໑໗໖/໑໒໗.
໒. ບາລີ ອັຕຖກ. ອັງ. ໒໓/໓໒໒, ໓໒໓/໑໖໗. ຕຣັດແກ່ພຣະອານົນທ໌ ທີ່ປາວາລະເຈດີ ເມືອງເວສາລີ.
ການເກີດແຫ່ງວົງສາກະຢະ - ອອກຜະນວດ ໓໑
ດູຣາອານົນທ໌ ! ເມື່ອໃດໂພທິສັຕ ມີສະຕິສັມປະຊັນຍະ ອອກຈາກທ້ອງແຫ່ງມານດາ ; ເມື່ອນັ້ນ ແຜ່ນດິນຍ່ອມຫວັ່ນໄຫວ ຍ່ອມສັ່ນສະເທືອນ ຍ່ອມສັ່ນສະທ້ານ. ອານົນທ໌ ! ນີ້ເປັນເຫດເປັນປັຈຈັຍເຍື່ອງທີສີ່ ແຫ່ງການປາກົດການໄຫວແຫ່ງແຜ່ນດິນອັນໃຫຍ່ຫຼວງ.
ປະກອບດ້ວຍມະຫາປຸຣິສະລັກຂະນະ ໓໒ ໑
ພິກຂຸ ທ. ! ມະຫາບຸຣຸດ (ຄືພຣະອົງເອງກ່ອນຜະນວດ) ຜູ້ປະກອບດ້ວຍ ມະຫາປຸຣິສະລັກຂະນະ ໓໒ ປະການ ຍ່ອມມີຄະຕິເປັນສອງ ຫາເປັນຢ່າງອື່ນບໍ່ໄດ້ ຄື :
ຖ້າເປັນຄະຣາວາສຍ່ອມເປັນ ຈັກກະພັດ ຜູ້ປະກອບດ້ວຍທັມ ເປັນພຣະຣາຊາໂດຍທັມ ມີເຂຕແຄວ້ນຈໍາຮອດມະຫາສະມຸດທັງສີ່ ເປັນທີ່ສຸດ ມີຊົນນະບົດອັນບໍຣິບູນ ປະກອບດ້ວຍແກ້ວ ໗ ປະການ. ແກ້ວ ໗ ປະການ ຍ່ອມເກີດແກ່ມະຫາບຸຣຸດນັ້ນຄື ຈັກແກ້ວ ຊ້າງແກ້ວ ມ້າແກ້ວ ມະນີແກ້ວ ນາງແກ້ວ ຄະຫະບໍດີແກ້ວ ແລະປະຣິນາຍົກແກ້ວເປັນທີ ໗. ມີບຸຣຸດຜູ້ກ້າຫານ ມີແວວແຫ່ງຄົນກ້າອັນໃຜໆຈະຢໍ່າຢີບໍ່ໄດ້ ຕາມສະເດັດຕັ້ງ ໑໐໐໐. ມະຫາບຸຣຸດນັ້ນຊະນະແລ້ວຄອບຄອງແຜ່ນດິນ ມີສາຄອນເປັນທີ່ສຸດໂດຍຮອບ, ບໍ່ມີຫຼັກຕໍສ້ຽນໜາມ ໝັ້ນຄົງ ເບີກບານ ກະເສມ ຮົ່ມເຢັນ ປາສະຈາກສະໜຽດ ຄືໂຈຣ, ຊົງຄອບຄອງໂດຍທັມອັນສະໝໍ່າສະເໝີ ບໍ່ແມ່ນໂດຍອາຊະຍາແລະສາສຕຣາ.
ຖ້າອອກບວດຈາກເຮືອນ ເປັນຜູ້ບໍ່ມີປະໂຍຊນ໌ເກື້ອກູນດ້ວຍເຮືອນ ຍ່ອມເປັນພຣະອະຣະຫັັນຕະສັມມາສັມພຸດທະເຈົ້າ ມີກິເລສເຄື່ອງປົກປິດອັນເປີດແລ້ວໃນໂລກ.
ພິກຂຸ ທ. ! ມະປຸຣິສະລັກຂະນະ ໓໒ ປະການນັ້ນ ເຫຼົ່າໃດໜໍ ? ຄື :
໑. ມະຫາບຸຣຸດ ມີພື້ນບາທາສະໝໍ່າສະເໝີ.
໒. ມະຫາບຸຣຸດ ທີ່ພື້ນບາທາມີຈັກເກີດແລ້ວ, ມີດິ້ວຕັ້ງພັນ ພ້ອມທັງກົງແລະດຸມ.
໑. ບາລີ ລັກຂະນະສູຕ ປາ. ທີ. ໑໑/໑໕໗/໑໓໐. ຕຣັດແກ່ພິກຂຸ ທ. ທີ່ເຊຕະວັນ.
໓໒ ພຸດທະປະວັດຈາກພຣະໂອຖະ - ພາກ ໑
໓. ມະຫາບຸຣຸດ ມີສົ້ນບາທາຍາວ.
໔. ມະຫາບຸຣຸດ ມີຂໍ້ນິ້ວຍາວ.
໕. ມະຫາບຸຣຸດ ມີຝ່າບາທາອັນອ່ອນນຸ້ມ.
໖. ມະຫາບຸຣຸດ ມີລາຍຝ່າມື ຝ່າບາທາດຸດດັ່ງເສັ້ນຕາຂ່າຍ.
໗. ມະຫາບຸຣຸດ ມີຂໍ້ບາທາຢູ່ສູງ.
໘. ມະຫາບຸຣຸດ ມີແຂ່ງເໝືອນແຂ່ງກວາງປ່າ.
໙. ມະຫາບຸຣຸດ ຢືນບໍ່ຫຍໍ້ໂຕລົງ ແຕະເຂົ່າໄດ້ດ້ວຍມືທັງສອງ.
໑໐. ມະຫາບຸຣຸດ ມີອົງຄະຊາດຕັ້ງຢູ່ໃນຝັກ.
໑໑. ມະຫາບຸຣຸດ ມີສີຜິວດຸດທອງຄໍາ ຄືມີຜິວໜັງດຸດດັ່ງທອງຄໍາ.
໑໒. ມະຫາບຸຣຸດ ມີຜິວໜັງລະອຽດ ລະອອງຈັບບໍ່ໄດ້.
໑໓. ມະຫາບຸຣຸດ ມີຂົນຂຸມລະເສັ້ນ ເສັ້ນໜຶ່ງໆຢູ່ຂຸມໜຶ່ງໆ.
໑໔. ມະຫາບຸຣຸດ ມີປາຍຂົນຊອນຕັ້ງຂຶ້ນ ສີດຸດດັ່ງດອກອັນຊັນ ຂຶ້ນວຽນຂວາ.
໑໕. ມະຫາບຸຣຸດ ມີກາຍຊື່ຕົງດຸດດັ່ງກາຍພຣົມ.
໑໖. ມະຫາບຸຣຸດ ມີຊີ້ນເນື້ອນູນເຕັມໃນທີ່ ໗ ແຫ່ງ (ຄືຫຼັງມື ຫຼັງບາທາ ບ່າ ຄໍ).
໑໗. ມະຫາບຸຣຸດ ມີກາຍທາງເບື້ອງໜ້າດຸດດັ່ງຣາຊະສີ.
໑໘. ມະຫາບຸຣຸດ ມີຫຼັງເຕັມ (ບໍ່ມີຮ່ອງຫຼັງ).
໑໙. ມະຫາບຸຣຸດ ມີຮູບຊົງດຸດດັ່ງຕົ້ນໄຊ ກາຍກັບວາເທົ່າກັນ.
໒໐. ມະຫາບຸຣຸດ ມີຄໍ ກົມກ້ຽງ.
໒໑. ມະຫາບຸຣຸດ ມີປະສາດຮັບຣົສອັນເລີດ.
໒໒. ມະຫາບຸຣຸດ ມີຄາງດຸດດັ່ງຄາງຣາຊະສີ.
໒໓. ມະຫາບຸຣຸດ ມີແຂ້ວ ໔໐ ເຫຼັ້ມບໍຣິບູນ.
໒໔. ມະຫາບຸຣຸດ ມີແຂ້ວຮາບພຽງລຽບສະເໝີ.
໒໕. ມະຫາບຸຣຸດ ມີແຂ້ວຖີ່ (ຕິດກັນ).
໒໖. ມະຫາບຸຣຸດ ມີແຂ້ວສີຂາວງາມ.
໒໗. ມະຫາບຸຣຸດ ມີລີ້ນ (ໃຫຍ່ແລະຍາວ) ພຽງພໍ.
ການເກີດແຫ່ງວົງສາກະຢະ - ອອກຜະນວດ ໓໓
໒໘. ມະຫາບຸຣຸດ ມີສຽງດຸດດັ່ງສຽງພຣົມ ເວົ້າເໝືອນນົກກາຣະວີກ.
໒໙. ມະຫາບຸຣຸດ ມີຕາຂຽວສະນິດ (ສີນິນ).
໓໐. ມະຫາບຸຣຸດ ມີຕາດຸດດັ່ງຕາງົວ.
໓໑. ມະຫາບຸຣຸດ ມີອຸນາໂລມ ຫວ່າງຄິ້ວ ຂາວອ່ອນເໝືອນຍອງຝ້າຍ.
໓໒. ມະຫາບຸຣຸດ ມີຫົວເຂົ້າລ໋ອກກັບກອບໜ້າ.








