ຄຳສອນພຸດທະ - ໜ້າຈໍໂຫລດ

ພຸດທະປະວັຕ ຈາກພຣະໂອຖະ

ໜ້າ/ 311

໕໒໒ ພຸດທະປະວັດຈາກພຣະໂອຖະ - ພາກ ໔

ຕາມສຽງຂອງເທວະດາບາງຕົນ ໑

: ໃຜດູໝິ່ນຄວາມອົດທົນຂອງພຣະໂຄດົມກໍເທົ່າກັບຄົນບໍ່ມີຕາ

(ໃນຄັ້ງທີ່ພຣະອົງຄ໌ ທົງອາພາດດ້ວຍສະເກັດຫີນຕົກໃສ່ ປະທັບຢູ່ທີ່ມັດທະກຸດສິມິຄະທາຍະວັນ ສະເຫວີຍທຸກຂະເວທະນາອັນຮຸນແຮງ ທົງມີສະຕິສັມປະຊັນຍະອົດກັ້ນເວທະນານັ້ນໄດ້ ບໍ່ກະວົນກະວາຍ ປະທັບສີຫະໄສຍາດຢູ່. ເທວະດາພວກສະຕຸນລະປະກາຢິກາຈໍານວນໜຶ່ງ ເຂົ້າມາເຝົ້າ ກ່າວອຸທານໃນທີ່ສະເພາະພຣະພັກ : ເທວະດາຕົນໜຶ່ງ ກ່າວວ່າ ທົງອົດທົນເໝືອນຊ້າງ ; ຕົນໜຶ່ງກ່າວວ່າ ທົງອົດທົນເໝືອນສີຫະ ; ຕົນໜຶ່ງ ວ່າ ເໝືອນມ້າອາຊາໄນຍ ; ຕົນໜຶ່ງ ວ່າ ເໝືອນງົວຈ່າຝູງ ; ຕົນໜຶ່ງ ວ່າ ເໝືອນງົວລາກກວຽນ ; ຕົນໜຶ່ງ ວ່າ ເໝືອນສັຕສໍາລັບອອກເສິກທີ່ຝຶກດີແລ້ວ ; ເທວະດາຕົນສຸດທ້າຍ ໄດ້ກ່າວອຸທານ ດັ່ງຕໍ່ໄປນີ້ວ່າ :-)

ທ່ານຈົ່ງເບິ່ງສະມາທິ (ຂອງພຣະສະມະນະໂຄດົມ) ທີ່ອົບຮົມດີແລ້ວ ; ຈົ່ງເບິ່ງຈິຕໃຈທີ່ຫຼຸດພົ້ນດີແລ້ວ ທີ່ບໍ່ຟູຂຶ້ນເພາະອະພິຊຊາ ບໍ່ແຟບລົງເພາະໂທມະນັສ ແລະບໍ່ຕ້ອງຂົ່ມຕ້ອງຫ້າມ ດ້ວຍສະສັງຂາຣທັມອີກຕໍ່ໄປ, (ຂອງພຣະສະມະນະໂຄດົມ). ບຸກຄົນໃດ ສໍາຄັນບຸຣຸສຜູ້ປຽບໄດ້ດ້ວຍນາຄະ ປຽບໄດ້ດ້ວຍສີຫະ ປຽບໄດ້ດ້ວຍມ້າອາຊາໄນຍ ປຽບໄດ້ດ້ວຍງົວຈ່າຝູງ ປຽບໄດ້ດ້ວຍງົວລາກກວຽນ ປຽບໄດ້ດ້ວຍສັຕສໍາລັບອອກເສິກທີ່ຝຶກດີແລ້ວ ວ່າເປັນບຸຣຸສທີ່ຄວນດູໝິ່ນ ; ຜູ້ນັ້ນເຫັນຈະເປັນອື່ນບໍ່ໄດ້ ນອກຈາກເປັນຜູ້ບໍ່ມີຕາຈະເບິ່ງ ດັ່ງນີ້.

ຕາມສຽງຂອງທ້າວສັກກະຈອມເທບ ໒

: ທົງພຣະຄຸນທີ່ຖືກໃຈເທວະດາ ໘ ປະການ

(ທ້າວສັກກະຜູ້ຈອມເທບ ໄດ້ກ່າວຖາມພວກເທວະດາຊັ້ນດາວະດຶງວ່າ ທ່ານຜູ້ນິຣະທຸກຂ໌ ທ. ! ທ່ານ ທ. ປາຖນາຈະຟັງພຣະຄຸນ ໘ ປະການ ຂອງພຣະຜູ້ມີພຣະພາຄ ຕາມທີ່ເປັນຈິງ ບໍ່ ?

໑. ບາລີ ສຄາ. ສັງ. ໑໕/໓໙/໑໓໐.

໒. ຄໍາຂອງທ້າວສັກກະເທວະຣາຊ ກ່າວສັນລະເສີນຄຸນຂອງພຣະຜູ້ມີພຣະພາຄ ທ່າມກາງເທວະດາຊັ້ນດາວະດຶງ

ແລ້ວປັນຈະສິຂະເທວະບຸຕ ໄດ້ນໍາເອົາເລື່ອງລາວນີ້ມາເລົ່າຖວາຍພຣະຜູ້ມີພຣະພາຄ ນະ ທີ່ປະທັບ

ທີ່ພູເຂົາຄິຊຊະກູຕ ໃກ້ເມືອງຣາຊະຄຶ. ມຫາ. ທີ. ໑໐/໒໕໓/໒໑໑.

ຕາມສຽງຂອງຄົນພວກນອກ ທີ່ກ່າວເຖິງພຣະອົງຄ໌ ໕໒໓

ເທວະດາເຫຼົ່ານັ້ນ ໄດ້ກ່າວຮັບຄໍາວ່າປາຖນາຈະຟັງ. ທ້າວສັກກະໄດ້ກ່າວປະກາດພຣະຄຸນ ໘ ປະການ ຂອງພຣະຜູ້ມີພຣະພາຄ ຕາມທີ່ເປັນຈິງແກ່ພວກເທວະດາຊັ້ນດາວະດຶງ ດ້ວຍຖ້ອຍຄໍາດັ່ງຕໍ່ປນີ້ : -)

ດູຣາທ່ານຜູ້ເປັນເທວະດາແຫ່ງຊັ້ນດາວະດຶງຜູ້ຈະເຣີນ ທ. ! ທ່ານ ທ. ສໍາຄັນຄວາມຂໍ້ນີ້ວ່າແນວໃດ (ຕາມແຕ່ທ່ານຈະປະສົງ) :

໑. ພຣະຜູ້ມີພຣະພາຄພຣະອົງຄ໌ນັ້ນ ທົງປະຕິບັດແລ້ວເພື່ອປະໂຍຊນ໌ເກື້ອກູນແກ່ຊົນຈໍານວນຫຼາຍ ເພື່ອຄວາມສຸຂແກ່ປວງຊົນທັງຫຼາຍ ເພື່ອຄວາມເອັນດູຕໍ່ໂລກ ເພື່ອປະໂຍຊນ໌ ເພື່ອເກື້ອກູນ ເພື່ອຄວາມສຸຂ ແກ່ເທວະດາແລະມະນຸສ ທ. ເຮົາບໍ່ເຫັນພຣະສາສດາ ຜູ້ປະກອບດ້ວຍອົງຄຸນແມ່ນວ່າແນວນີ້ເລີຍ ໃນອະດີດຕະກາລ ແມ່ນວ່າໃນກາລນີ້ກໍບໍ່ເຄີຍເຫັນ ນອກຈາກພຣະຜູ້ມີພຣະພາຄເຈົ້າ ພຣະອົງຄ໌ນັ້ນ.

໒. ພຣະທັມອັນພຣະຜູ້ມີພຣະພາກເຈົ້າພຣະອົງນັ້ນ ຕຣັດໄວ້ດີແລ້ວ ເປັນທັມອັນຜູ້ສຶກສາ ແລະປະຕິບັດຍ່ອມເຫັນໄດ້ດ້ວຍຕົນເອງ ບໍ່ຂຶ້ນຢູ່ກັບກາລະເວລາ ຄວນເອີ້ນກັນມາເບິ່ງ ຄວນນ້ອມເຂົ້າມາໃສ່ຕົນ ເປັນທັມທີ່ຜູ້ຮູ້ກໍຮູ້ໄດ້ສະເພາະຕົນ. ເຮົາບໍ່ເຫັນພຣະສາສດາຜູ້ປະກອບດ້ວຍອົງຄຸນແມ່ນວ່າແນວນີ້ ຜູ້ສະແດງທັມທີ່ຄວນນ້ອມເຂົ້າມາສູ່ຕົນດັ່ງນີ້ເລີຍ ໃນອາດີດຕະກາລ ແມ່ນແຕ່ໃນກາລນີ້ກໍບໍ່ເຄີຍເຫັນ ນອກຈາກພຣະຜູ້ມີພຣະພາຄພຣະອົງຄ໌ນັ້ນ.

໓. ພຣະຜູ້ມີພຣະພາກພຣະອົງນັ້ນ ທົງບັນຍັດດີແລ້ວວ່າ ນີ້ເປັນກຸສົລ ນີ້ເປັນອະກຸສົລ ນີ້ປະກອບດ້ວຍໂທດ ນີ້ບໍ່ປະກອບດ້ວຍໂທດ ນີ້ຄວນເສບ ນີ້ບໍ່ຄວນເສບ ນີ້ຕໍ່າຊາມ ນີ້ປານີຕ ນີ້ປະກອບດ້ວຍການແບ່ງແຍກເປັນທັມດໍາ ທັມຂາວ. ເຮົາບໍ່ເຫັນພຣະສາສດາຜູ້ປະກອບດ້ວຍອົງຄຸນແມ່ນວ່າແນວນີ້ ຜູ້ບັນຍັດແລ້ວຊຶ່ງທັມ ທ. ໂດຍຄວາມເປັນກຸສົລ ອະກຸສົລເປັນຕົ້ນ ດັ່ງນີ້ເລີຍ ໃນອະດີຕຕະກາລ ແມ່ນແຕ່ໃນກາລນີ້ກໍບໍ່ເຄີຍເຫັນ ນອກຈາກພຣະຜູ້ມີພຣະພາຄພຣະອົງຄ໌ນັ້ນ.

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ