ຄຳສອນພຸດທະ - ໜ້າຈໍໂຫລດ

ພຸດທະປະວັຕ ຈາກພຣະໂອຖະ

ໜ້າ/ 311

໑. ບາລີ ສີ. ທີ. ໙/໒໓໕/໒໙໖. ຄໍາຂອງໂປຕຖະປາທະປະຣິບພາຊົກ ກາບທູນແດ່ພຣະຜູ້ມີພຣະພາຄ.

໕໑໒ ພຸດທະປະວັດຈາກພຣະໂອຖະ - ພາກ ໔

ຕາຍແລ້ວຍ່ອມເປັນດັ່ງທີ່ເປັນມາແລ້ວອີກກໍມີ ບໍ່ເປັນກໍມີ ຫຼືວ່າຕາຍແລ້ວເປັນດັ່ງທີ່ເປັນມາແລ້ວອີກກໍບໍ່ແມ່ນ ບໍ່ເປັນກໍບໍ່ແມ່ນ, ດັ່ງນີ້.

ຂ້າແຕ່ພຣະອົງຜູ້ຈະເຣີນ ! ເມື່ອປະຣິບພາຊົກ ທ. ເຫຼົ່ານັ້ນກ່າວເຊັ່ນນີ້ແລ້ວ, ຂ້ານ້ອຍ ໄດ້ກ່າວກັບພວກເຂົາເຫຼົ່ານັ້ນວ່າ ເຖິງແມ່ນວ່າຂ້າພະເຈົ້າເອງກໍບໍ່ໄດ້ຮັບຊາບເອກັງສິກະທັມ ຈາກພຣະສະມະນະໂຄດົມແມ່ນແຕ່ໜ້ອຍດຽວ ວ່າໂລກທ່ຽງຫຼືບໍ່ທ່ຽງ, ໂລກມີທີ່ສິ້ນສຸດ ຫຼືບໍ່ມີທີ່ສິ້ນສຸດ, …ໆລໆ… ຕາຍແລ້ວຍ່ອມເປັນດັ່ງທີ່ເປັນມາແລ້ວອີກກໍມີບໍ່ເປັນກໍມີ ຫຼືວ່າຕາຍແລ້ວເປັນດັ່ງທີ່ເປັນມາແລ້ວອີກກໍບໍ່ແມ່ນບໍ່ເປັນກໍບໍ່ແມ່ນ ; ກໍແຕ່ວ່າ ພຣະສະມະນະໂຄດົມ ຍ່ອມບັນຍັດ ພູຕະປະຕິປະທາ ຕັຈສະປະຕິປະທາ ຕະຖາປະຕິປະທາ ອັນເປັນທັມມັຕຖິຕະຕາ ເປັນທັມມະນິຢາມະຕາ. ເມື່ອພຣະສະມະນະໂຄດົມບັນຍັດ ຊຶ່ງພູຕະປະຕິປະທາ ຕັຈສະປະຕິປະທາ ຕະຖາປະຕິປະທາ ອັນເປັນທັມມັຕຖິຕະຕາ ເປັນທັມມະນິຢາມະຕາ ຢູ່ດັ່ງນີ້, ຈັ່ງໃດໜໍ ວິນຍູຊົນເຊັ່ນກັບຂ້າພະເຈົ້າ ຈະບໍ່ຍ່ອມອະນຸໂມທະນາ ຊຶ່ງສຸພາສິຕຂອງພຣະສະມະນະໂຄດົມ ໂດຍຄວາມເປັນສຸພາສິຕ ດັ່ງນີ້.

ໝາຍເຫດ : ເອກັງສິກະທັມ ຄື ທັມທີ່ມີການກ່າວຢືນຢັນໂດຍສ່ວນດຽວ ບໍ່ມີຂໍ້ຍົກເວັ້ນ ວ່າຈະຕ້ອງເປັນໄປຕາມເຫດຕາມປັດຈັຍ. ສ່ວນຕະຖາປະຕິປະທາ ເປັນຕົ້ນ ຊຶ່ງເປັນທັມມັຕຖິຕະຕາ ເປັນທັມມະນິຢາມະຕານັ້ນ ໝາຍເຖິງອິທັບປັຈຈະຢະຕາ ປະຕິຈຈະສະມຸບບາດ ຊຶ່ງກ່າວເຖິງສິ່ງທັງປວງ ຍ່ອມເປັນໄປຕາມເຫດຕາມປັດຈັຍ ບໍ່ອາດຈະກ່າວສິ່ງໃດວ່າເປັນໄປໂດຍສ່ວນດຽວ ພຽງຢ່າງໜຶ່ງຢ່າງໃດໄດ້ (ເບິ່ງປະຕິຈຈະສະມຸບບາດຈາກພຣະໂອຖ ໜ້າ ໔໓). - ຜູ້ລວບລວມ.

ຕາມສຽງຂອງປີໂລຕິກະປະຣິບພາຊົກ ໑

: ທົງມີຄຸນນະທັມເລິກເຊິ່ງຈົນຜູ້ອື່ນໄດ້ແຕ່ພຽງອະນຸມານເອົາ

ຊານຸດໂສນີພຣາມເຫັນປີໂລຕິກະປະຣິບພາຊົກ ຍ່າງມາແຕ່ບ່ອນໄກ ໄດ້ຖາມວ່າ “ທ່ານຜູ້ເປັນວັດສາຍະນະໂຄຕ ຍ່ອມມາແຕ່ໃສ ແຕ່ຍັງເວັນເຊັ່ນນີ້ ?”.

໑. ມູ. ມ. ໑໒/໓໓໖/໓໒໙. ຄໍາຂອງປິໂລຕິກະປະຣິບພາຊົກ ຕອບຊານຸສໂສນີພຣາມຕາມຄວາມຮູ້ສຶກຂອງຕົນ

ທີ່ມີຢູ່ໃນພຣະຜູ້ມີພຣະພາຄເຈົ້າວ່າ ພຣະອົງຄ໌ເປັນເຊັ່ນໃດ.

ຕາມສຽງຂອງຄົນພວກນອກ ທີ່ກ່າວເຖິງພຣະອົງຄ໌ ໕໑໓

“ທ່ານຜູ້ຈະເຣີນ ! ຂ້າພະເຈົ້າມາແຕ່ສໍານັກພຣະສະມະນະໂຄດົມ”.

“ທ່ານວັດສາຍະນະໂຄຕຜູ້ຈະເຣີນ ! ບັນດິຕພາກັນຖືວ່າ ພຣະສະມະນະໂຄດົມມີຄວາມຮອບຮູ້ ແລະຄວາມສຽບແຫຼມສໍ່າໃດ ?”

“ທ່ານຜູ້ຈະເຣີນ ! ຂ້າພະເຈົ້ານັ້ນຫຼື ຈະຮູ້ຈັກຄວາມຮອບຮູ້ແລະຄວາມສຽບແຫຼມ ຂອງພຣະສະມະນະໂຄດົມ ວ່າເປັນແນວໃດ, ຄົນທີ່ຈະຮູ້ໄດ້ ກໍມີແຕ່ຄົນທີ່ມີ ຄວາມຮອບຮູ້ ແລະຄວາມສຽບແຫຼມເທົ່າກັບພຣະສະມະນະໂຄດົມເທົ່ານັ້ນ”.

“ທ່ານວັດສາຍະນະໂຄຕຜູ້ຈະເຣີນ ! ທ່ານເປັນຜູ້ວັດສາຍະນະໂຄຕຍ່ອມສັນລະເສີນພຣະສະມະນະໂຄດົມກັບເຂົາດ້ວຍ ຢ່າງຫຼວງຫຼາຍເຊັ່ນກັນບໍ ?”

“ທ່ານຜູ້ຈະເຣີນ ! ອັນໃດ ຂ້າພະເຈົ້ານັ້ນຫຼືຈະບໍ່ສັນລະເສີນພຣະສະມະນະໂຄດົມ. ພຣະສະມະນະໂຄດົມນັ້ນ ເປັນຜູ້ທີ່ໃຜໆ ພາກັນສັນລະເສີນກັນທົ່ວໜ້າ ວ່າເປັນຜູ້ປະເສີດກວ່າເທວະດາແລະມະນຸສທັງຫຼາຍ.”

“ທ່ານວັດສາຍະນະໂຄຕ ເຫັນອໍານາດປະໂຍຊນ໌ຂອງອັນໃດ ຈຶ່ງໄດ້ມີຄວາມເຫຼື້ອມໃສ ໃນພຣະສະມະນະໂຄດົມ ມາກລົ້ນເຖິງພຽງນີ້ ?”

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ