ຄຳສອນພຸດທະ - ໜ້າຈໍໂຫລດ

ພຸດທະປະວັຕ ຈາກພຣະໂອຖະ

ໜ້າ/ 311

ຖານະໃດທີ່ລົງກັນໄດ້, ໃນຖານະນັ້ນແຫຼະ ວິນຍູຊົນຈົ່ງຢິບຂຶ້ນມາພິຈາຣະນາໄຈ້ແຍກ ສອບສວນເບິ່ງ ໂດຍເຮັດການທຽບຄູ່ກັນລະຫວ່າງສາສດາກັບສາສດາ ລະຫວ່າງໝູ່ສົງຄ໌ກັບໝູ່ສົງຄ໌ ວ່າ “ທັມເຫຼົ່າໃດທີ່ຜູ້ຈະເຣີນເຫຼົ່ານີ້ ບັນຍັດກົງກັນວ່າເປັນ ອະກຸສົລ ນັບເນື່ອງໃນອະກຸສົລ, ເປັນທັມມີໂທດ ນັບເນື່ອງໃນທັມມີໂທດ, ເປັນທັມບໍ່ຄວນເສບ ນັບເນື່ອງໃນທັມບໍ່ຄວນເສບ, ເປັນທັມບໍ່ຄວນແກ່ອະຣິຍະ ນັບເນື່ອງໃນທັມບໍ່ຄວນແກ່ອະຣິຍະ, ເປັນທັມດໍາ ນັບເນື່ອງໃນທັມດໍາ, ນັ້ນໆ ; ໃຜໜໍລະໄດ້ເດັດຂາດທັມເຫຼົ່ານັ້ນບໍ່ມີເຫຼືອ ແລ້ວປະພຶດເປັນໄປຢູ່ : ຈະ ເປັນພຣະສະມະນະໂຄດົມ ຫຼື ຫຼືວ່າຈະເປັນ ຄະນາຈາຣຍ໌ຜູ້ຈະເຣີນເຫຼົ່າອື່ນ”. ກັດສະປະ ! ຂໍ້ນີ້ເປັນຖານະທີ່ມີຢູ່ແລ : ...ກັດສະປະ ! ໃນກໍລະນີເຊັ່ນນີ້ນັ້ນ ເມື່ອວິນຍູຊົນຢີບຂຶ້ນມາພິຈາຣະນາໄຈ້ແຍກ ສອບສວນເບິ່ງຢູ່ ເຂົາຈະສັນລະເສີນພວກເຮົາ (ພຣະອົງຄ໌ກັບສາວົກຂອງພຣະອົງຄ໌) ໃນຂໍ້ນັ້ນແຫຼະຢ່າງຫຼວງຫຼາຍ.

ກັດສະປະ ! ອີກປະການໜຶ່ງ : ວິນຍູຊົນຈົ່ງຢີບຂຶ້ນມາພິຈາຣະນາ ໄຈ້ແຍກ ສອບສວນເບິ່ງ ໂດຍເຮັດການທຽບຄູ່ກັນລະຫວ່າງສາສດາກັບສາສດາ ລະຫວ່າງໝູ່ສົງຄ໌ກັບໝູ່ສົງຄ໌ ວ່າ “ທັມເຫຼົ່າໃດທີ່ຜູ້ຈະເຣີນເຫຼົ່ານີ້ ບັນຍັດກົງກັນວ່າເປັນກຸສົລ ນັບເນື່ອງໃນກຸສົລ, ເປັນທັມບໍ່ມີໂທດ ນັບເນື່ອງໃນທັມບໍ່ມີໂທດ, ເປັນທັມຄວນເສບ ນັບເນື່ອງໃນທັມຄວນເສບ, ເປັນທັມຄວນແກ່ອະຣິຍະ ນັບເນື່ອງໃນທັມຄວນແກ່ອະຣິຍະ, ເປັນທັມຂາວ ນັບເນື່ອງໃນທັມຂາວ, ນັ້ນໆ ; ໃຜໜໍ ສະມາທານທັມເຫຼົ່ານັ້ນໝົດສ້ຽງບໍ່ມີສ່ວນເຫຼືອ ແລ້ວປະພຶດເປັນໄປຢູ່ : ຈະເປັນ ພຣະສະມະນະໂຄດົມ ຫຼື ຫຼືວ່າຈະເປັນ ຄະນາຈາຣຍ໌ຜູ້ຈະເຣີນເຫຼົ່າອື່ນ”. ກັດສະປະ ! ຂໍ້ນີ້ເປັນຖານະທີ່ມີຢູ່ແລ : ...ກັດສະປະ ! ໃນກໍລະນີເຊັ່ນນີ້ນັ້ນ ເມື່ອວິນຍູຊົນຢີບຂຶ້ນມາພິຈາຣະນາ ໄຈ້ແຍກ ສອບສວນເບິ່ງຢູ່ ເຂົາຈະສັນລະເສີນພວກເຮົາ (ພຣະອົງຄ໌ກັບສາວົກຂອງພຣະອົງຄ໌) ໃນຂໍ້ນັ້ນແຫຼະ ຢ່າງຫຼວງຫຼາຍ.

ຕາມສຽງຂອງຄົນພວກນອກ ທີ່ກ່າວເຖິງພຣະອົງຄ໌ ໕໐໙

: ສາວົກຂອງພຣະອົງຄ໌ປະຕິບັດໄດ້ດີເລີດກວ່າພວກອື່ນ

(ໃນຫຼັກທັມແນວດຽວກັນ) ໑

ກັດສະປະ ! ອີກປະການໜຶ່ງ : ວິນຍູຊົນຈົ່ງຢິບຂຶ້ນມາພິຈາຣະນາ ໄຈ້ແຍກ ສອບສວນເບິ່ງ ໂດຍເຮັດການທຽບຄູ່ກັນ ລະຫວ່າງສາສດາກັບສາສດາ ລະຫວ່າງໝູ່ສົງຄ໌ກັບໝູ່ສົງຄ໌ ວ່າ “ທັມເຫຼົ່າໃດທີ່ຜູ້ຈະເຣີນເຫຼົ່ານີ້ ບັນຍັດກົງກັນວ່າເປັນອະກຸສົລ ນັບເນື່ອງໃນອະກຸສົລ, ເປັນທັມມີໂທດ ນັບເນື່ອງໃນທັມມີໂທດ, ເປັນທັມບໍ່ຄວນເສບ ນັບເນື່ອງໃນທັມບໍ່ຄວນເສບ, ເປັນທັມບໍ່ຄວນແກ່ອະຣິຍະ ນັບເນື່ອງໃນທັມບໍ່ຄວນແກ່ອະຣິຍະ, ເປັນທັມດໍາ ນັບເນື່ອງໃນທັມດໍາ, ນັ້ນໆ ; ໃຜໜໍ ລະໄດ້ເດັດຂາດທັມເຫຼົ່ານັ້ນບໍ່ມີເຫຼືອ ແລ້ວປະພຶດເປັນໄປຢູ່ : ຈະເປັນ ໝູ່ສົງຄ໌ສາວົກຂອງພຣະສະມະນະໂຄດົມ ຫຼື ຫຼືວ່າຈະເປັນ ໝູ່ສົງຄ໌ສາວົກຂອງຄະນາຈາຣຍ໌ຜູ້ຈະເຣີນເຫຼົ່າອື່ນ”. ກັດສະປະ ! ຂໍ້ນີ້ເປັນຖານະທີ່ມີຢູ່ແລ : ...ກັດສະປະ ! ໃນກໍລະນີເຊັ່ນນີ້ນັ້ນ ເມື່ອວິນຍູຊົນຢີບຂຶ້ນມາພິຈາຣະນາ ໄຈ້ແຍກ ສອບສວນເບິ່ງຢູ່ ເຂົາຈະສັນລະເສີນພວກເຮົາ (ພຣະອົງຄ໌ກັບສາວົກຂອງພຣະອົງຄ໌) ໃນຂໍ້ນັ້ນແຫຼະ ຢ່າງຫຼວງຫຼາຍ.

ກັດສະປະ ! ອີກປະການໜຶ່ງ : ວິນຍູຊົນຈົ່ງຢີບຂຶ້ນມາພິຈາຣະນາ ໄຈ້ແຍກ ສອບສວນເບິ່ງ ໂດຍເຮັດການທຽບຄູ່ກັນ ລະຫວ່າງສາສດາກັບສາສດາ ລະຫວ່າງໝູ່ສົງຄ໌ກັບໝູ່ສົງຄ໌ ວ່າ “ທັມເຫຼົ່າໃດທີ່ຜູ້ຈະເຣີນເຫຼົ່ານີ້ ບັນຍັດກົງກັນວ່າເປັນກຸສົລ ນັບເນື່ອງໃນກຸສົລ, ເປັນທັມບໍ່ມີໂທດ ນັບເນື່ອງໃນທັມບໍ່ມີໂທດ, ເປັນທັມຄວນເສບ ນັບເນື່ອງໃນທັມຄວນເສບ, ເປັນທັມຄວນແກ່ອະຣິຍະ ນັບເນື່ອງໃນທັມຄວນແກ່ອະຣິຍະ, ເປັນທັມຂາວ ນັບເນື່ອງໃນທັມຂາວ, ນັ້ນໆ ; ໃຜໜໍ ສະມາທານທັມເຫຼົ່ານັ້ນ ໝົດສ້ຽງບໍ່ມີສ່ວນເຫຼືອ ແລ້ວປະພຶດເປັນໄປຢູ່ : ຈະເປັນ ໝູ່ສົງຄ໌ສາວົກຂອງພຣະສະມະນະໂຄດົມ ຫຼືວ່າຈະເປັນ ໝູ່ສົງຄ໌ສາວົກຂອງຄະນາຈາຣຍ໌ຜູ້ຈະເຣີນເຫຼົ່າອື່ນ”.

໑. ບາລີ ສີ. ທີ. ໙/໒໐໘/໒໖໔. ຕຣັດແກ່ອະເຈລະກັດສະປະ ທີ່ກັນນະກະຖະລະມິຄະທາຍະວັນ

ໃກ້ເມືອງອຸຊຸນຍາ.

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ