ພຸດທະປະວັຕ ຈາກພຣະໂອຖະ
ໜ້າ/ 311
ໆລໆ “ດູຣາອານົນທ໌ ! ໃນກາລໃດ ໂພທິສັຕອອກມາຈາກທ້ອງແຫ່ງມານດາ ໃນກາລນັ້ນ ເທວະດາທັງຫຼາຍຍ່ອມເຂົ້າຮັບກ່ອນ ສ່ວນມະນຸສທັງຫຼາຍ ຍ່ອມເຂົ້າຮັບຕໍ່ພາຍຫຼັງ” ດັ່ງນີ້.
ໆລໆ “ດູຣາອານົນທ໌ ! ໃນກາລໃດ ໂພທິສັຕອອກມາຈາກທ້ອງແຫ່ງມານດາ ຍັງບໍ່ທັນເຖິງແຜ່ນດິນ ເທພະບຸຕທັງສີ່ ຍ່ອມ ຮັບເອົາມາວາງຕໍ່ໜ້າແຫ່ງມານດາ ທູນວ່າ ເຈົ້າແມ່ຈົ່ງພໍພະທັຍເຖີ້ນ ບຸຕອັນມີສັກດາໃຫຍ່ຂອງເຈົ້າແມ່ເກີດແລ້ວ” ດັ່ງນີ້.
ໆລໆ “ດູຣາອານົນທ໌ ! ໃນກາລໃດ ໂພທິສັຕອອກມາຈາກທ້ອງແຫ່ງມານດາ ໃນກາລນັ້ນ ເປັນຜູ້ ສະອາດປອດກ້ຽງ ບໍ່ເປື້ອນດ້ວຍເໝືອກ ບໍ່ເປື້ອນດ້ວຍເສມຫະ
໑. ບາລີ ອັຈສະຣິຢະອັບພູຕະທັມມະສູຕ ອຸປຣິ. ມ. ໑໔/໒໕໑/໓໗໒-໓-໔-໕-໖-໗.
ການເກີດແຫ່ງວົງສາກະຢະ - ອອກຜະນວດ ໒໙
ບໍ່ເປື້ອນດ້ວຍເລືອດ ບໍ່ເປື້ອນດ້ວຍໜອງ ບໍ່ເປື້ອນດ້ວຍຂອງບໍ່ສະອາດເຍື່ອງໃດໆ ເປັນຜູ້ບໍຣິສຸດ ສະອາດປອດກ້ຽງມາຢ່າງຍິ່ງ. ເໝືອນດັ່ງວ່າ ແກ້ວມະນີທີ່ວາງຢູ່ເທິງຜ້າຜືນກ້ຽງ ອັນມາແຕ່ແຄວ້ນກາສີ, ແກ້ວກໍບໍ່ເປື້ອນຜ້າ ຜ້າກໍບໍ່ເປື້ອນແກ້ວ, ເພາະເຫດໃດ, ເພາະເຫດວ່າມັນເປັນຂອງສະອາດ ປອດກ້ຽງທັງສອງຢ່າງ ; ເຊັ່ນໃດ ກໍເຊັ່ນນັ້ນ ທີ່ໂພທິສັຕອອກມາຈາກທ້ອງແຫ່ງມານດາ ເປັນຜູ້ ສະອາດປອດກ້ຽງ ບໍ່ເປື້ອນດ້ວຍເໝືອກ ບໍ່ເປື້ອນດ້ວຍເສມຫະ ບໍ່ເປື້ອນດ້ວຍເລືອດ ບໍ່ເປື້ອນດ້ວຍໜອງ ບໍ່ເປື້ອນດ້ວຍຂອງບໍ່ສະອາດເຍື່ອງໃດໆ ເປັນຜູ້ບໍຣິສຸດສະອາດປອດກ້ຽງມາຢ່າງຍິ່ງ” ດັ່ງນີ້.
ໆລໆ “ດູຣາອານົນທ໌ ! ໃນກາລໃດ ໂພທິສັຕອອກມາຈາກທ້ອງແຫ່ງມານດາ ໃນກາລນັ້ນ ທໍ່ທານແຫ່ງນໍ້າທັງສອງທໍ່ ປາກົດຈາກອາກາດ ເຢັນທໍ່ໜຶ່ງ ຮ້ອນທໍ່ໜຶ່ງ, ອັນເຂົາໃຊ້ໃນກິດອັນເນື່ອງດ້ວຍນໍ້າ ແກ່ໂພທິສັຕແລະແກ່ມານດາ” ດັ່ງນີ້.
ໆລໆ “ດູຣາອານົນທ໌ ! ໂພທິສັຕຜູ້ຄອດແລ້ວເຊັ່ນນີ້ ຢຽບພື້ນດິນດ້ວຍຝ່າບາທາ ອັນສະໝໍ່າສະເໝີ ມີພຣະພັກສູ່ທິສເໜືອ ກ້າວໄປ ໗ ກ້າວ, ມີຮົ່ມເສຕະສັດສີຂາວກັ້ງຢູ່ທີ່ເບື້ອງເທິງ, ຍ່ອມຫຼຽວເບິ່ງທິສທັງຫຼາຍ ແລະກ່າວ ອາສະພິວາຈາ໑ ວ່າ “ເຮົາເປັນຜູ້ເລີດແຫ່ງໂລກ, ເຮົາເປັນຜູ້ຈະເຣີນທີ່ສຸດແຫ່ງໂລກ, ເຮົາເປັນຜູ້ປະເສີດສຸດແຫ່ງໂລກ. ຊາດນີ້ ເປັນຊາດສຸດທ້າຍ. ບັດນີ້ ພົບໃໝ່ຍ່ອມບໍ່ມີ” ດັ່ງນີ້.
໑. ອາສະພິວາຈາ ຄືວາຈາອັນປະກາດຄວາມສູງສຸດ
ພາສາບາລີວ່າ ອັກໂຄຫະມັສສະມິ ໂລກັສສະ ເຊຕໂຖຫະມັສສະມິ ໂລກັສສະ ເສຕໂຖຫະມັສສະມິ
ໂລກັສສະ. ອະຢະມັນຕິມາ ຊາຕິ. ນັຕຖິທານິ ປຸນັບພະໂວ. ອັກໂຄ ໝາຍເຖິງເປັນຍອດຄົນ. ເຊຕໂຖ
ໝາຍເຖິງອ້າຍກົກຜູ້ໃຫຍ່ກວ່າເຂົາທັງໝົດ. ເສຕໂຖ ໝາຍເຖິງສູງດ້ວຍຄຸນນະທັມກວ່າໝູ່ທັງໝົດ.
ຄໍາທັງສາມນີ້ໜ້າຄິດຮິ່ນຕອງເບິ່ງຄັກໆ.
໓໐ ພຸດທະປະວັດຈາກພຣະໂອຖະ - ພາກ ໑
ເກີດແສງສະຫວ່າງ ເນື່ອງດ້ວຍການປະສູດ ໑
ໆລໆ “ດູຣາອານົນທ໌ ! ໃນກາລໃດ ໂພທິສັຕຄອດຈາກທ້ອງແຫ່ງມານດາ ໃນກາລນັ້ນແສງສະຫວ່າງອັນໂອລານ ຈົນຫາປະມານບໍ່ໄດ້ ຍິ່ງໃຫຍ່ກວ່າອານຸພາບ ຂອງເທວະດາທັງຫຼາຍຈະບັນດານໄດ້ ໄດ້ປາກົດຂຶ້ນໃນໂລກ ພ້ອມທັງເທວະໂລກ ມາຣໂລກ ພຣົມມະໂລກ ໃນໝູ່ສັຕ ພ້ອມທັງສະມະນະພຣາມ ພ້ອມທັງເທວະດາແລະມະນຸສ. ເຖິງແມ່ນໃນໂລກັນຕຣິກະນະຣົກ ອັນໂລ່ງກວ້າງບໍ່ມີຫຍັງປິດກັ້ນ ມີແຕ່ມືດມິດ ຫາການເກີດແຫ່ງຈັກຂຸວິນຍານບໍ່ໄດ້ ອັນແສງສະຫວ່າງແຫ່ງດວງຈັນແລະດວງອາທິຕ ອັນມີຣິດອານຸພາບເຊັ່ນນີ້ ສ່ອງໄປບໍ່ເຖິງນັ້ນ ແມ່ນວ່່າໃນທີ່ບ່ອນນັ້ນ ແສງສະຫວ່າງອັນໂອລານ ຫາປະມານບໍ່ໄດ້ ຍິ່ງໃຫຍ່ກວ່າອານຸພາບຂອງ ເທວະດາທັງຫຼາຍຈະບັນດານໄດ້ ກໍໄດ້ປາກົດຂຶ້ນເໝືອນກັນ. ສັຕທີ່ເກີດຢູ່ໃນທີ່ບ່ອນນັ້ນ ຮູ້ຈັກກັນໄດ້ດ້ວຍແສງສະຫວ່າງນັ້ນ ພາກັນຮ້ອງວ່າ “ທ່ານຜູ້ຈະເຣີນທັງຫຼາຍເອີຍ ຜູ້ອື່ນທີ່ເກີດຢູ່ໃນບ່ອນນີ້ ນອກຈາກເຮົາກໍມີຢູ່ເໝືອນກັນ” ດັ່ງນີ້. ແລະໝື່ນໂລກະທາດນີ້ກໍຫວັ່ນໄຫວ ສັ່ນສະເທືອນສະທ້ານ. ແສງສະຫວ່າງອັນໂອລານຫາປະມານບໍ່ໄດ້ ໄດ້ປາກົດຂຶ້ນໃນໂລກ ເກີນກວ່າອານຸພາບຂອງເທວະດາທັງຫຼາຍຈະບັນດານໄດ້ ດັ່ງນີ້.
ຂ້າແຕ່ພຣະອົງຜູ້ຈະເຣີນ ! ແມ່ນວ່າຂໍ້ນີ້ໆ ຂ້ານ້ອຍຍ່ອມຖືໄວ້ວ່າ ເປັນຂອງໜ້າອັດສະຈັນ ບໍ່ເຄີຍມີ, ກ່ຽວກັບພຣະຜູ້ມີພຣະພາຄ.








