ຄຳສອນພຸດທະ - ໜ້າຈໍໂຫລດ

ພຸດທະປະວັຕ ຈາກພຣະໂອຖະ

ໜ້າ/ 311

ໝາຍເຫດ : ມີຂໍ້ທີ່ໜ້າສັງເກດວ່າ ເປັນຫຍັງເທວະດາບາງຕົນ ຈຶ່ງມີຄວາມຮູ້ເຖິງກັບຮູ້ວ່າ ໃຜເປັນພຣະອໍຣະຫັນຕ໌ຫຼືບໍ່ເປັນ, ແລ້ວຍັງແຖມມາສະແດງຕົນລັກສະນະ “ອວດຮູ້” ຕໍ່ພຣະຜູ້ມີພຣະພາຄເຈົ້າ ອີກດ້ວຍ ຈົນວ່າພຣະໂມກຄັນລານະເອງ ຜູ້ຢູ່ໃນໝູ່ພິກຂຸ ທີ່ຮັບຟັງເລື່ອງຕຣັດເລົ່ານັ້ນ ເຖິງກັບສົງໄສວ່າ ເທວະດາພວກໃດໜໍ ເກັ່ງເຖິງພຽງນີ້.

ທົງສົນທະນາກັບເທວະດາ ເລື່ອງອະປະຣິຫານິຢະທັມ ໒

ພິກຂຸ ທ. ! ເມື່ອຄືນນີ້ ຣາຕຣີຜ່ານກາຍໄປຫຼາຍແລ້ວ ເທວະດາຕົນໜຶ່ງມີຣັດສະໝີ ເຮືອງຮຸ່ງຍິ່ງ ສ່ອງເຊຕະວັນທັງໝົດໃຫ້ສະຫວ່າງ ໄດ້ເຂົ້າມາຫາເຮົາເຖິງທີ່ຢູ່

໑. ບາລີ ສັຕຕກ. ອັງ. ໒໓/໗໕/໕໓. ຕຣັດແກ່ພິກຂຸ ທ. ທີ່ພູເຂົາຄິດຊະກູຕ.

໒. ບາລີ ສັກກ. ອັງ. ໒໒/໓໖໘/໓໐໓. ຕຣັດແກ່ພິກຂຸ ທ. ທີ່ເຊຕະວັນ.

໔໘໐ ພຸດທະປະວັດຈາກພຣະໂອຖະ - ພາກ ໔

ອະພິວາດແລ້ວຢືນຢູ່ ໄດ້ກ່າວຄວາມຂໍ້ນີ້ກັບເຮົາ ວ່າ “ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ! ທັມ ທ. ໖ ປະການເຫຼົ່ານີ້ ເປັນໄປເພື່ອຄວາມບໍ່ເສື່ອມແຫ່ງພິກຂຸ. ຫົກປະການເຫຼົ່າໃດໜໍ ? ຫົກປະການຄື ຄວາມເຄົາຣົບໃນພຣະສາສດາ, ຄວາມເຄົາຣົບໃນພຣະທັມ, ຄວາມເຄົາຣົບໃນພຣະສົງຄ໌, ຄວາມເຄົາຣົບໃນສິກຂາ, ຄວາມເຄົາຣົບໃນຄວາມບໍ່ປະມາດ, ຄວາມເຄົາຣົບໃນການປະຕິ ສັນຖານ. ຂ້າແຕ່ພຣະອົງຜູ້ຈະເຣີນ ! ທັມ ທ. ໖ ປະການເຫຼົ່ານີ້ແລ ເປັນໄປເພື່ອຄວາມບໍ່ເສື່ອມແຫ່ງພິກຂຸ” ພິກຂຸ ທ. ! ເທວະດາຕົນນັ້ນກ່າວແນວນີ້ແລ້ວ ອະພິວາດເຮົາ ປະກອບປະທັກຂິນາ ຫາຍໄປໃນບ່ອນນັ້ນແລ້ວ.

[ກ່ຽວກັບທັມ ໖ ປະການນີ້ ໃນບ່ອນອື່ນ ມີຫົວຂໍ້ທັມແປກອອກໄປຄື ມີ ຫິຣິ ແລະ ໂອຕຕັບປະ ເຂົ້າມາແທນບ່ອນ ຄວາມບໍ່ປະມາດແລະການປະຕິສັນຖານ (ສັກກ. ອັງ. ໒໒/໓໖໙/໓໐໔). ໃນສູຕອື່ນ ມີ ຄວາມເປັນຜູ້ວ່າງ່າຍ ແລະ ຄວາມເປັນຜູ້ມີມິຕດີ ມາແທນບ່ອນຄວາມເຄົາຣົບໃນຄວາມບໍ່ປະມາດ ແລະຄວາມເຄົາຣົບໃນປະຕິສັນຖານ (ສັກກ. ອັງ. ໒໒/໒໗໓/໓໔໐). ໃນສູຕອື່ນ ມີ ຄວາມເຄົາຣົບໃນສະມາທິ ເພີ້ມເຂົ້າມາຕໍ່ຂໍ້ຄວາມເຄົາຣົບໃນສິກຂາ (ສັຕຕກ. ອັງ. ໒໓/໒໙/໒໙). ໃນສູຕອື່ນ ມີ ສະມາທິ ຫິຣິ ແລະ ໂອຕຕັບປະ ເຖິງ ໓ ຂໍ້ ມາແທນບ່ອນຄວາມບໍ່ປະມາດ ແລະການປະຕິສັນຖານ (ສັຕຕກ. ອັງ. ໒໓/໓໐/໓໐). ໃນສູຕອື່ນ ມີ ຄວາມເຄົາຣົບໃນສະມາທິ ຄວາມເປັນຜູ້ວ່າງ່າຍ ແລະ ຄວາມເປັນຜູ້ມີມິຕດີ ເຖິງ ໓ ຂໍ້ ມາແທນບ່ອນຄວາມເຄົາຣົບໃນຄວາມບໍ່ປະມາດ ແລະຄວາມເຄົາຣົບໃນປະຕິສັນຖານ (ສັຕຕກ. ອັງ. ໒໓/໓໐,໓໑໓໑,໓໒).].

ການສົນທະນາເລື່ອງທີ່ສຸດໂລກ ໑

ພິກຂຸ ທ. ! ເມື່ອຄືນນີ້ ຣາຕຣີຜ່ານກາຍໄປຫຼາຍແລ້ວ ເທວະບຸຕຊື່ ໂຣຫິຕັສສະ ມີວັນນະເຮືອງຮຸ່ງຍິ່ງ ສ່ອງເຊຕະວັນທັງໝົດໃຫ້ສະຫວ່າງຢູ່, ໄດ້ເຂົ້າມາຫາເຮົາເຖິງທີ່ອາໄສ ໄຫວ້ເຮົາແລ້ວຢືນຢູ່ ນະ ສ່ວນເບື້ອງໜຶ່ງ. ໄດ້ກ່າວກັບເຮົາ ວ່າ “ພຣະອົງຄ໌ ! ໃນທີ່ສຸດໂລກແຫ່ງໃດ ຊຶ່ງສັຕຈະບໍ່ເກີດ ບໍ່ແກ່ ບໍ່ຕາຍ ບໍ່ຈຸຕິ ບໍ່ອຸບັດນັ້ນ ໃຜໆ ອາດເພື່ອຈະຮູ້ ຈະເຫັນ ຈະເຖິງທີ່ສຸດໂລກແຫ່ງນັ້ນ ດ້ວຍການໄປ ໄດ້ຫຼືບໍ່ ?”

໑. ບາລີ ປະຖົມປັນນາສ ຈະຕຸກກ. ອັງ. ໒໑/໖໒/໔໖. ຕຣັດເລົ່າແກ່ພິກຂຸ ທ. ທີ່ເຊຕະວັນ ໃນມື້ຕໍ່ມາ

ຈາກຄືນທີ່ທົງສົນທະນາ.

ໂຜດປັນຈະວັກຄີແລ້ວ - ໃກ້ຈະປະຣິນິບພານ ໔໘໑

ພິກຂຸ ທ. ! ເທວະບຸຕກ່າວເຊັ່ນນີ້ແລ້ວ, ເຮົາໄດ້ຕອບວ່າ “ແນ່ະເຈົ້າ ! ທີ່ສຸດໂລກ ຊຶ່ງສັຕຈະບໍ່ເກີດ ບໍ່ແກ່ ບໍ່ຕາຍ ບໍ່ຈຸຕິ ບໍ່ອຸບັດນັ້ນ ເຮົາກ່າວວ່າ ໃຜໆ ບໍ່ອາດຮູ້ ບໍ່ອາດເຫັນ ບໍ່ອາດເຖິງທີ່ສຸດໂລກນັ້ນ ດ້ວຍການໄປໄດ້ເລີຍ”.

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ