ພຸດທະປະວັຕ ຈາກພຣະໂອຖະ
ໜ້າ/ 311
ພິກຂຸ ທ. ! ຖ້າວ່າສັຕ ທ. ສະເຫວີຍສຸຂແລະທຸກຂ໌ ເພາະເຫດແຫ່ງ ການບົ່ງຊີ້ຂອງອິສວຣ (ອິສສະຣະນິມມານະເຫຕຸ) ແລ້ວນັ້ນ ນິຄັນຖ໌ ທ. ກໍຕ້ອງເປັນຜູ້ຖືກບົ່ງຊີ້ແລ້ວໂດຍອິສວຣຊົ່ວເປັນແນ່ ເພາະໃນບັດນີ້ ເປັນຜູ້ສະເຫວີຍທຸກຂະເວທະນາ ອັນຮຸນແຮງແສບຮ້ອນເຫັນປານນີ້.
ພິກຂຸ ທ. ! ຖ້າວ່າສັຕ ທ. ສະເຫວີຍສຸຂແລະທຸກຂ໌ ເພາະເຫດແຫ່ງ ພາວະທາງສັງຄົມ ແລ້ວນັ້ນ ນິຄັນຖ໌ ທ. ກໍຕ້ອງເປັນຜູ້ມີສັງຄົມຊົ່ວ ເປັນແນ່ ເພາະໃນບັດນີ້ ເປັນຜູ້ສະເຫວີຍທຸກຂະເວທະນາອັນຮຸນແຮງແສບຮ້ອນເຫັນປານນີ້.
ພິກຂຸ ທ. ! ຖ້າວ່າສັຕ ທ. ສະເຫວີຍສຸຂແລະທຸກຂ໌ ເພາະເຫດແຫ່ງ ການເກີດອັນຍິ່ງ (ອະພິຊາຕິ) ແລ້ວນັ້ນ ນິຄັນຖ໌ ທ. ກໍຕ້ອງເປັນຜູ້ມີອະພິຊາດອັນຊົ່ວ ເປັນແນ່ ເພາະໃນບັດນີ້ ເປັນຜູ້ສະເຫວີຍທຸກຂະເວທະນາອັນຮຸນແຮງແສບຮ້ອນເຫັນປານນີ້.
໔໗໘ ພຸດທະປະວັດຈາກພຣະໂອຖະ - ພາກ ໔
ພິກຂຸ ທ. ! ຖ້າວ່າສັຕ ທ. ສະເຫວີຍສຸຂແລະທຸກຂ໌ ເພາະເຫດແຫ່ງ ຄວາມບາກບັ່ນໃນທິຕຖະທັມ ແລ້ວນັ້ນ ນິຄັນຖ໌ ທ. ກໍຕ້ອງເປັນຜູ້ມີຄວາມບາກບັ່ນໃນທິຕຖະທັມອັນຊົ່ວ ເປັນແນ່ ເພາະໃນບັດນີ້ ເປັນຜູ້ສະເຫວີຍທຸກຂະເວທະນາ ອັນຮຸນແຮງແສບຮ້ອນເຫັນປານນີ້.
ພິກຂຸ ທ. ! ຖ້າວ່າສັຕ ທ. ສະເຫວີຍສຸຂແລະທຸກຂ໌ ເພາະເຫດແຫ່ງກັມອັນເຮັດໃນກາລກ່ອນ ແລ້ວນັ້ນ ນິຄັນຖ໌ ທ. ກໍຕ້ອງຖືກຕໍານິ ຖ້າວ່າສັຕ ທ. ບໍ່ສະເຫວີຍສຸຂແລະທຸກຂ໌ ເພາະເຫດແຫ່ງກັມອັນເຮັດໃນກາລກ່ອນ ແລ້ວນັ້ນ ນິຄັນຖ໌ ທ. ກໍຕ້ອງ ຖືກຕໍານິ.
ພິກຂຸ ທ. ! ຖ້າວ່າສັຕ ທ. ສະເຫວີຍສຸຂແລະທຸກຂ໌ ເພາະເຫດແຫ່ງ ການບົ່ງຊີ້ຂອງອິສວຣ ແລ້ວນັ້ນ ນິຄັນຖ໌ ທ. ກໍຕ້ອງຖືກຕໍານິ ຖ້າວ່າສັຕ ທ. ບໍ່ສະເຫວີຍສຸຂແລະທຸກຂ໌ ເພາະເຫດແຫ່ງ ການບົ່ງຊີ້ຂອງອິສວຣ ແລ້ວນັ້ນ ນິຄັນຖ໌ ທ. ກໍຕ້ອງຖືກຕໍານິ.
ພິກຂຸ ທ. ! ຖ້າວ່າສັຕ ທ. ສະເຫວີຍສຸຂແລະທຸກຂ໌ ເພາະເຫດແຫ່ງ ພາວະທາງສັງຄົມ ແລ້ວນັ້ນ ນິຄັນຖ໌ ທ. ກໍຕ້ອງຖືກຕໍານິ ຖ້າວ່າສັຕ ທ. ບໍ່ສະເຫວີຍສຸຂແລະທຸກຂ໌ ເພາະເຫດແຫ່ງ ພາວະທາງສັງຄົມ ແລ້ວນັ້ນ ນິຄັນຖ໌ ທ. ກໍຕ້ອງຖືກຕໍານິ.
ພິກຂຸ ທ. ! ຖ້າວ່າສັຕ ທ. ສະເຫວີຍສຸຂແລະທຸກຂ໌ ເພາະເຫດແຫ່ງ ການເກີດອັນຍິ່ງ (ອະພິຊາຕິ) ແລ້ວນັ້ນ ນິຄັນຖ໌ ທ. ກໍຕ້ອງຖືກຕໍານິ ຖ້າວ່າສັຕ ທ. ບໍ່ສະເຫວີຍສຸຂແລະທຸກຂ໌ ເພາະເຫດແຫ່ງ ການເກີດອັນຍິ່ງ (ອະພິຊາຕິ) ແລ້ວນັ້ນ ນິຄັນຖ໌ ທ. ກໍຕ້ອງຖືກຕໍານິ.
ພິກຂຸ ທ. ! ຖ້າວ່າສັຕ ທ. ສະເຫວີຍສຸຂແລະທຸກຂ໌ ເພາະເຫດແຫ່ງ ຄວາມບາກບັ່ນໃນທິຕຖະທັມ ແລ້ວນັ້ນ ນິຄັນຖ໌ ທ. ກໍຕ້ອງຖືກຕໍານິ ຖ້າວ່າສັຕ ທ. ບໍ່ສະເຫວີຍສຸຂແລະທຸກຂ໌ ເພາະເຫດແຫ່ງ ຄວາມບາກບັ່ນໃນທິຕຖະທັມ ແລ້ວນັ້ນ ນິຄັນຖ໌ ທ. ກໍຕ້ອງຖືກຕໍານິ.
ໂຜດປັນຈະວັກຄີແລ້ວ - ໃກ້ຈະປະຣິນິບພານ ໔໗໙
ພິກຂຸ ທ. ! ນິຄັນຖ໌ ທ. ເປັນຜູ້ມີວາທະເຊັ່ນນີ້ ; ພິກຂຸ ທ. ! ດັ່ງນັ້ນ ວາທານຸວາທະ ທີ່ປະກອບດ້ວຍທັມຕາມແບບຂອງພວກນິຄັນຖ໌ ຜູ້ມີວາທະເຊັ່ນນີ້ ໑໐ ປະການເຫຼົ່ານີ້ ຍ່ອມເຖິງຖານະທີ່ຄວນຕໍານິ.
ພິກຂຸ ທ. ! ອຸປັກກະມະແລະປະທານະທີ່ບໍ່ມີຜົລ ເປັນດັ່ງນີ້ແລ.
ທົງສົນທະນາກັບເທວະດາ ເລື່ອງວິມຸດຂອງພິກຂຸນີ ໑
ພິກຂຸ ທ. ! ເມື່ອຄືນນີ້ຣາຕຣີຜ່ານໄປຫຼາຍແລ້ວ ເທວະດາສອງຕົນມີວັນນະເຮືອງຮຸ່ງຍິ່ງ ສ່ອງພູເຂົາຄິດຊະກູຕທັງໝົດໃຫ້ສະຫວ່າງ ໄດ້ເຂົ້າມາຫາເຮົາເຖິງທີ່ຢູ່ ຄັນໄຫວ້ເຮົາແລ້ວ ໄດ້ຢືນຢູ່ ນະ ທີ່ຄວນ. ເທວະດາຕົນໜຶ່ງໄດ້ເວົ້າກັບເຮົາວ່າ “ຂ້າແຕ່ ພຣະອົງຄ໌ຈະເຣີນ ! ພິກຂຸນີເຫຼົ່ານີ້ ເປັນຜູ້ວິມຸດແລ້ວ” ດັ່ງນີ້. ເທວະດາອີກຕົນໜຶ່ງ ໄດ້ເວົ້າກັບເຮົາວ່າ “ຂ້າແຕ່ພຣະອົງຄ໌ຈະເຣີນ ! ພິກຂຸນີເຫຼົ່ານີ້ ເປັນຜູ້ວິມຸດແລ້ວ ເພາະບໍ່ມີກິເລສທີ່ເປັນເຊື້ອເຫຼືອຢູ່” ດັ່ງນີ້. ພິກຂຸ ທ. ! ຄັນເທວະດາເຫຼົ່ານັ້ນເວົ້າຈົບແລ້ວໄຫວ້ເຮົາ ເຮັດປະທັກຂິນາຫາຍໄປແລ້ວ.








