ພຸດທະປະວັຕ ຈາກພຣະໂອຖະ
ໜ້າ/ 311
ມະຫານາມ ! ຄັ້ງນັ້ນເປັນເວລາແລງ ເຮົາອອກຈາກທີ່ງຽບແລ້ວໄປສູ່ກາລະສີລາ ຂ້າງພູເຂົາອິສິຄິລິ, ອັນພວກນິຄັນຖ໌ ປະພຶດວັຕຢູ່, ໄດ້ກ່າວກັບພວກນິຄັນຖ໌ເຫຼົ່ານັ້ນວ່າ “ທ່ານ ! ເພາະອັນໃດໜໍ ພວກທ່ານທັງຫຼາຍຈຶ່ງປະພຶດຢືນ ບໍ່ນັ່ງ ປະກອບຄວາມພຽນ ໄດ້ຮັບເວທະນາອັນເປັນທຸກຂ໌ຮຸນແຮງແສບຮ້ອນ ?” ດັ່ງນີ້.
ມະຫານາມ ! ນິຄັນຖ໌ ເຫຼົ່ານັ້ນໄດ້ກ່າວກັບເຮົາວ່າ “ທ່ານ ! ທ່ານນິຄັນຖະນາຕະບຸຕ ເປັນຜູ້ຮູ້ສິ່ງທັງປວງ ເຫັນສິ່ງທັງປວງ ໄດ້ຢືນຢັນຍານທັດສະນະຂອງຕົນເອງໂດຍບໍ່ມີຍົກເວັ້ນ ວ່າ “ເມື່ອເຮົາຍ່າງຢູ່, ຢືນຢູ່, ຫຼັບຢູ່, ຕື່ນຢູ່ກໍຕາມ ຍານທັດສະນະຂອງເຮົາຍ່ອມປາກົດຕິດຕໍ່ກັນ ບໍ່ຂາດສາຍ” ດັ່ງນີ້. ທ່ານນິຄັນຖະນາຕະບຸຕ ນັ້ນກ່າວໄວ້ແບບນີ້ວ່າ “ນິຄັນຖ໌ຜູ້ຈະເຣີນ ! ບາບກັມໃນກາລກ່ອນທີ່ໄດ້ເຮັດໄວ້ ມີຢູ່ແລ, ພວກທ່ານຈົ່ງທໍາລາຍກັມນັ້ນໃຫ້ໝົດໄປ ດ້ວຍທຸກະຣະກິຣິຍາ ອັນແສບຮ້ອນນີ້ ; ອັນໜຶ່ງ ເພາະການສັງລວມ ກາຍ ວາຈາ ໃຈ ໃນບັດນີ້ ຍ່ອມຊື່ວ່າ ບໍ່ໄດ້ເຮັດກັມອັນເປັນບາບອີກຕໍ່ໄປ. ເພາະການເຜົາລ້າງກັມເກົ່າບໍ່ມີເຫຼືອ ແລະເພາະການບໍ່ເຮັດກັມໃໝ່ ກັມຕໍ່ໄປກໍຂາດສາຍ ; ເພາະກັມຂາດສາຍ ກໍໝົດກັມ ; ເພາະໝົດກັມ, ກໍໝົດທຸກຂ໌ ; ເພາະໝົດທຸກຂ໌, ກໍໝົດເວທະນາ ; ເພາະໝົດເວທະນາ ທຸກຂ໌ທັງໝົດກໍເຫືອດແຫ້ງໄປ”, ດັ່ງນີ້. ຄໍາສອນຂອງທ່ານນາຕະບຸຕນັ້ນ ເປັນທີ່ພໍໃຈແລະຄວນແກ່ເຮົາ, ແລະພວກເຮົາກໍເປັນຜູ້ພໍໃຈຕໍ່ຄໍາສອນນັ້ນດ້ວຍ” ດັ່ງນີ້.
໑. ບາລີ ຈູລະທຸກຂັກຂັນທະສູຕ ມູ. ມ. ໑໒/໑໘໔/໒໑໙. ທົງເລົ່າແກ່ທ້າວມະຫານາມະສາກະຢະ.
ທີ່ນິໂຄຣທາຣາມ ເມືອງກະບິລະພັດ.
໔໗໒ ພຸດທະປະວັດຈາກພຣະໂອຖະ - ພາກ ໔
ມະຫານາມ ! ເຮົາໄດ້ກ່າວຄໍານີ້ກັບນິຄັນຖ໌ເຫຼົ່ານັ້ນສືບຕໍ່ໄປວ່າ “ທ່ານຜູ້ເປັນນິຄັນຖ໌ ທ. ! ທ່ານທັງຫຼາຍຮູ້ຢູ່ຫຼືວ່າ ພວກເຮົາທັງຫຼາຍ ໄດ້ມີແລ້ວໃນກາລກ່ອນ ຫຼືວ່າບໍ່ໄດ້ມີ ?”
“ບໍ່ຮູ້ເລີຍ ທ່ານ !”
“ທ່ານຜູ້ເປັນນິຄັນຖ໌ ທ. ! ທ່ານທັງຫຼາຍຮູ້ຢູ່ຫຼື ວ່າພວກເຮົາທັງຫຼາຍ ໄດ້ເຮັດກັມ ທີ່ເປັນບາບແລ້ວໃນກາລກ່ອນ ຫຼືວ່າພວກເຮົາບໍ່ໄດ້ເຮັດແລ້ວ ?”
“ບໍ່ຮູ້ໄດ້ເລີຍ, ທ່ານ !”
“ທ່ານຜູ້ເປັນນິຄັນຖ໌ ທ. ! ທ່ານທັງຫຼາຍຮູ້ຢູ່ຫຼື ວ່າເຮົາທັງຫຼາຍໄດ້ເຮັດກັມ ທີ່ເປັນບາບ ແບບນີ້ໆ ໃນກາລກ່ອນ ?”
“ບໍ່ຮູ້ເລີຍ ທ່ານ !”
“ທ່ານຜູ້ເປັນນິຄັນຖ໌ ທ. ! ທ່ານທັງຫຼາຍຮູ້ຢູ່ຫຼື ວ່າ (ຕັ້ງແຕ່ບໍາເພັນຕະບະມາ) ທຸກຂ໌ມີຈໍານວນ ເທົ່ານີ້ໆ ໄດ້ໝົດໄປແລ້ວ ແລະຈໍານວນເທົ່ານີ້ໆ ຈະໝົດໄປອີກ, ຫຼືວ່າ ຖ້າທຸກຂ໌ໝົດໄປອີກຈໍານວນເທົ່ານີ້ ທຸກຂ໌ກໍຈະບໍ່ມີເຫຼືອ ?”
“ບໍ່ຮູ້ໄດ້ເລີຍ, ທ່ານ !”
“ທ່ານຜູ້ເປັນນິຄັນຖ໌ ທ. ! ທ່ານທັງຫຼາຍຮູ້ຢູ່ຫຼື ວ່າອັນໃດເປັນການລະເສຍ ຊຶ່ງສິ່ງອັນເປັນອະກຸສົລ ແລະເຮັດສິ່ງອັນເປັນກຸສົລໃຫ້ເກີດຂຶ້ນໄດ້ ໃນພົບປັດຈຸບັນນີ້ ?”
“ບໍ່ເຂົ້າໃຈເລີຍ, ທ່ານ !”
ໂຜດປັນຈະວັກຄີແລ້ວ - ໃກ້ຈະປະຣິນິບພານ ໔໗໓
ມະຫານາມ ! ເຮົາໄດ້ກ່າວຄໍານີ້ ກັບນິຄັນຖ໌ເຫຼົ່ານັ້ນສືບຕໍ່ໄປວ່າ “ທ່ານຜູ້ເປັນນິຄັນຖ໌ ທ. ! ດັ່ງໄດ້ຟັງແລ້ວວ່າ ທ່ານທັງຫຼາຍບໍ່ຮູ້ຢູ່ ວ່າເຮົາທັງຫຼາຍໄດ້ມີແລ້ວໃນກາລກ່ອນ ຫຼືບໍ່ໄດ້ມີແລ້ວໃນກາລກ່ອນ, …ໆລໆ… ອັນໃດເປັນການລະເສຍ ຊຶ່ງສິ່ງອັນເປັນອະກຸສົລ ແລະເຮັດສິ່ງອັນເປັນກຸສົລໃຫ້ເກີດຂຶ້ນໄດ້ ໃນພົບປັດຈຸບັນນີ້. ຄັນເມື່ອບໍ່ຮູ້ແນວນີ້ແລ້ວ (ໜ້າຈະເຫັນວ່າ) ຊົນທັງຫຼາຍເຫຼົ່າໃດໃນໂລກ ທີ່ເປັນພວກນາຍພານ ມີຝ່າມືເປື້ອນໄປດ້ວຍໂລຫິຕ ມີການງານຢ່າງປ່າເຖື່ອນ ພາຍຫຼັງມາເກີດເປັນມະນຸສແລ້ວ ຍ່ອມບັນພະຊາໃນພວກນິຄັນຖ໌ທັງຫຼາຍ ແລ້ວຊັ້ນບໍ ?”
: ເວທະນາທັງຫຼາຍບໍ່ແມ່ນຜົລແຫ່ງກັມໃນກາລກ່ອນ ໑
(ຄັ້ງໜຶ່ງ ເມື່ອປະທັບຢູ່ທີ່ສັກກະຢະນິຄົມຊື່ເທວະທະຫະ ໄດ້ຕຣັດເລື່ອງລັດທິຂອງນິຄັນຖ໌ ທົງເລົ່າເຖິງການເຂົ້າໄປສົນທະນາກັບພວກນິຄັນຖ໌ຜູ້ມີທິຕຖິວ່າ ສຸຂທຸກຂ໌ທັງປວງນັ້ນມີເພາະເຫດແຫ່ງກັມ ທີ່ເຮັດໄວ້ໃນກາລກ່ອນ ຢ່າງຫຼວງຫຼາຍແລ້ວ ຈົນມາເຖິງຂໍ້ຄວາມນີ້ ວ່າ :-)








