ພຸດທະປະວັຕ ຈາກພຣະໂອຖະ
ໜ້າ/ 311
ພິກຂຸ ທ. ! ມື້ເຊົ້ານີ້ ເຮົາຫົ່ມຈີວອນ ຖືບາຕໄປບິນດະບາຕໃນເມືອງພາຣານະສີ. ເຮົາໄດ້ເຫັນພຣະພິກຂຸອົງຄ໌ໜຶ່ງ ທ່ຽວບິນດະບາຕຢູ່ ຕາມບ່ອນທີ່ຊື້ຂາຍງົວຂອງພວກມິລັກຂະ, ເປັນພິກຂຸມີທ່າທາງກະຫາຍກາມ ຄິດສິກ ປ່ອຍສະຕິ ປາສະຈາກສັມປະຊັນຍະ ຈິຕຟຸ້ງ ໃຈໄຂວ່ເຂວ ຜິວພັນແຫ້ງຫ່ຽວ. ຄັນເຫັນແລ້ວ ເຮົາໄດ້ກ່າວກັບພິກຂຸນັ້ນວ່າ “ພິກຂຸ ! ເຈົ້າຢ່າເຮັດໂຕໃຫ້ເນົ່າເປື່ອຍ. ໂຕທີ່ເນົ່າເປື່ອຍສົ່ງກິ່ນເໝັນຄາວຟຸ້ງແລ້ວ ແມງວັນຈະບໍ່ຕອມບໍ່ດູດນັ້ນ ເປັນໄປບໍ່ໄດ້ເດີ້ພິກຂຸ,” ດັ່ງນີ້. ພິກຂຸນັ້ນຖືກເຮົາບອກແນວນີ້ ກໍເກີດຄວາມສະລົດຂຶ້ນໃນໃຈ.
ຄັນພຣະຜູ້ມີພຣະພາຄເຈົ້າຕຣັດດັ່ງນີ້ແລ້ວ ພິກຂຸອົງຄ໌ໜຶ່ງໄດ້ທູນຖາມຂຶ້ນວ່າ “ອັນໃດໜໍ ຂ້ານ້ອຍ ຊື່ວ່າຂອງເນົ່າເປື່ອຍ ? ອັນໃດໜໍ ຊື່ວ່າກິ່ນເໝັນຄາວ ? ອັນໃດໜໍ ຊື່ວ່າແມງວັນ ?”
ດູຣາພິກຂຸ ! ອະພິຊຊາ ຊື່ວ່າ ຂອງເນົ່າເປື່ອຍ. ພະຍາບາດ ຊື່ວ່າ ກິ່ນເໝັນຄາວ. ຄວາມຄິດທີ່ເປັນອະກຸສົລລາມົກ ຊື່ວ່າ ແມງວັນ. ໂຕທີ່ເນົ່າເປື່ອຍສົ່ງກິ່ນເໝັນຄາວ ຟຸ້ງແລ້ວ ແມງວັນຈັກບໍ່ຕອມບໍ່ດູດນັ້ນ ເປັນໄປບໍ່ໄດ້.
໑. ບາລີ ຕິກ. ອັງ. ໒໐/໓໖໑/໕໖໘. ຕຣັດແກ່ພິກຂຸ ທ. ທີ່ອິສິປະຕະນະມິຄະທາຍະວັນ ໃກ້ເມືອງພາຣານະສີ.
໔໗໐ ພຸດທະປະວັດຈາກພຣະໂອຖະ - ພາກ ໔
ການຕອບຄໍາຖາມຂອງທັນດະປານິສັກກະ ໑
ພິກຂຸ ທ. ! ວັນນີ້ ເຊົ້ານີ້ເອງ ເຮົາຄອງຈີວອນເຂົ້າໄປບິນດະບາຕໃນເມືອງກະບິລະພັດ. ແລ້ວກິດບິນດະບາຕ ກັບຈາກການບິນດະບາຕແລ້ວ ເຂົ້າໄປຢູ່ພັກກາງເວັນ ທີ່ເຫງົ້າຕົ້ນໝາກຕູມອ່ອນໃນປ່າມະຫາວັນ.
ພິກຂຸ ທ. ! ແມ່ນວ່າທັນດະປານິສັກກະ ກໍເດີນທ່ຽວຫຼິ້ນບໍລິຫານແຂ່ງຢູ່ ໄດ້ເຂົ້າໄປສູ່ປ່າມະຫາວັນ ເບັດໄປທີ່ຕົ້ນໝາກຕູມອ່ອນອັນເຮົານັ່ງຢູ່. ເຂົ້າໄປຫາເຮົາແລ້ວກ່າວທັກທາຍປາໄສ ແລ້ວຢືນຄໍ້າຄາງດ້ວຍໄມ້ເທົ້າ ມີມືທັງສອງກໍາປາຍໄມ້ເທົ້າຍູ້ຄໍ້າກ້ອງຄາງ, ໄດ້ກ່າວກັບເຮົາວ່າ “ພຣະສະມະນະມີຖ້ອຍຄໍາແນວໃດ ມີການກ່າວແນວໃດ ຢູ່ເປັນປະຈໍາ ?” ດັ່ງນີ້.
ພິກຂຸ ທ. ! ທັນດະປານິສັກກະກ່າວເຊັ່ນນີ້ແລ້ວ ເຮົາໄດ້ກ່າວຕອບລາວແນວນີ້ວ່າ “ໝູ່ເອີຍ ! ມີຖ້ອຍຄໍາດັ່ງນີ້ແລ້ວ ບໍ່ທະເລາະວິວາດຢູ່ກັບໃຜໆ ໃນໂລກນີ້ ພ້ອມທັງເທວະໂລກ ມາຣໂລກ ພຣົມມະໂລກ ໃນໝູ່ສັຕ ພ້ອມທັງສະມະນະພຣາມ ພ້ອມທັງເທວະດາແລະມະນຸສແລ້ວ, ເຮົາມີຖ້ອຍຄໍາແນວນັ້ນ ມີການກ່າວແບບນັ້ນ ຢູ່ເປັນປະຈໍາ ; ອີກຢ່າງໜຶ່ງ ໃຜມີຖ້ອຍຄໍາແນວໃດແລ້ວ ສັນຍາ (ໃນເລື່ອງລາວກ່ອນໆ) ບໍ່ມາຕິດຕາມຢູ່ໃນໃຈຜູ້ນັ້ນ ຊຶ່ງ (ບັດນີ້) ເປັນຜູ້ໝົດບາບ ບໍ່ປະກອບຕົນຢູ່ດ້ວຍກາມ ບໍ່ຕ້ອງກ່າວດ້ວຍຄວາມສົງໄສ ວ່າອັນໃດເປັນແນວໃດອີກຕໍ່ໄປ ມີຄວາມລໍາຄານທາງກາຍແລະທາງໃຈອັນຕົນຕັດຂາດແລ້ວ ປາສະຈາກຕັນຫາໃນພົບໃດໆທັງໝົດແລ້ວ, ເຮົາມີຖ້ອຍຄໍາແນວນັ້ນ ມີການກ່າວເຊັ່ນນັ້ນຢູ່ເປັນປະຈໍາ. ໝູ່ເອີຍ ! ເຮົາມີຖ້ອຍຄໍາແນວນີ້ ມີການກ່າວເຊັ່ນນີ້ ຢູ່ເປັນປະຈໍາ” ດັ່ງນີ້.
ພິກຂຸ ທ. ! ເມື່ອເຮົາຕອບໄປເຊັ່ນນີ້ແລ້ວ ທັນດະປານິສັກກະກໍກົ້ມຫົວແມບລີ້ນ ແຕະໜ້າຜາກດ້ວຍນິ້ວສາມນິ້ວ ຫຍິກຄິ້ວແລ້ວລາກໄມ້ເທົ້າຫຼີກໜີໄປ.
໑. ບາລີ ມະດຸປິນດິກະສູຕ ມູ. ມ. ໑໒/໒໒໑/໒໔໔. ຕຣັດແກ່ພິກຂຸ ທ. ທີ່ນິໂຄຣທາຣາມ ໃກ້ເມືອງກະບິລະພັດ.
ຄໍາຖາມນີ້ຜູ້ຖາມ ຖາມເປັນເຊີງຢັ່ງສຽງວ່າພຣະຜູ້ມີພຣະພາຄເຈົ້າກັບພຣະເທວະທັຕນັ້ນ ໃຜເປັນຜູ້ກໍ່ເລື່ອງ.
ໂຜດປັນຈະວັກຄີແລ້ວ - ໃກ້ຈະປະຣິນິບພານ ໔໗໑
ການສົນທະນາກັບນິຄັນຖ໌
ບາບກັມເກົ່າບໍ່ອາດໝົດດ້ວຍທຸກະຣະກິຣິຍາ ໑
ມະຫານາມ ! ຄັ້ງໜຶ່ງ ເຮົາຢູ່ທີ່ພູເຂົາຄິຊຊະກູຕ ໃກ້ນະຄອນຣາຊະຄຶ, ຄັ້ງນັ້ນ ພວກນິຄັນຖ໌ຈໍານວນຫຼາຍ ປະພຶດວັຕຢືນຢ່າງດຽວ ຫ້າມການນັ່ງ ຢູ່ ນະ ກາລະສີລາ ຂ້າງພູເຂົາອິສິຄິລິ, ຕ່າງປະກອບຄວາມພຽນແຮງກ້າ ສະເຫວີຍເວທະນາອັນເປັນທຸກຂ໌ຮຸນແຮງແສບຮ້ອນ.








