ຄຳສອນພຸດທະ - ໜ້າຈໍໂຫລດ

ພຸດທະປະວັຕ ຈາກພຣະໂອຖະ

ໜ້າ/ 311

… ວ່າ ພຣະສະມະນະໂຄດົມ ລະການຖືເອົາສິ່ງຂອງທີ່ເຈົ້າຂອງບໍ່ໄດ້ໃຫ້ ເວັ້ນຂາດຈາກອະທິນນາທານ ຖືເອົາແຕ່ຂອງທີ່ເຈົ້າຂອງໃຫ້ແລ້ວ ຫວັງຢູ່ແຕ່ໃນຂອງທີ່ເຈົ້າຂອງເຂົາໃຫ້, ເປັນຄົນສະອາດ ບໍ່ເປັນຂີ້ລັກ. ແລະ

… ວ່າ ພຣະສະມະນະໂຄດົມ ລະກັມອັນບໍ່ແມ່ນພຣົມມະຈັນ, ເປັນຜູ້ປະພຶດພຣົມມະຈັນ ໂດຍປົກກະຕິ ປະພຶດຫ່າງໄກ ເວັ້ນຂາດຈາກການເສບເມຖຸນ ອັນເປັນຂອງສໍາລັບຊາວບ້ານ. ແລະ

… ວ່າ ພຣະສະມະນະໂຄດົມ ລະການເວົ້າຕົວະ ເວັ້ນຂາດຈາກມຸສາວາດ ເວົ້າແຕ່ຄໍາຈິງ ຮັກສາຄໍາຊື່ສັດ ໝັ້ນຄົງໃນຄໍາເວົ້າ ຄວນເຊື່ອໄດ້ ບໍ່ແກ້ງກ່າວໃຫ້ຜິດຕໍ່ໂລກ. ແລະ

໑. ບາລີ ພຣົມມະຊາລະສູຕ ສີ. ທີ. ໙/໔/໒. ຕຣັດແກ່ພິກຂຸທັງຫຼາຍ ທີ່ອຸທະຍານອັມພະລັຕຖິກາ,

ລະຫວ່າງເມືອງຣາຊະຄຶກັບເມືອງນາລັນທາຕໍ່ກັນ.

໔໕໒ ພຸດທະປະວັດຈາກພຣະໂອຖະ - ພາກ ໔

… ວ່າ ພຣະສະມະນະໂຄດົມ ລະການກ່າວຄໍາສໍ່ສຽດ ເວັ້ນຂາດຈາກປິສຸນາວາດ, ໄດ້ຟັງຈາກຝ່າຍນີ້ແລ້ວ ບໍ່ເກັບໄປບອກຝ່າຍນັ້ນ ເພື່ອທໍາລາຍຝ່າຍນີ້. ຫຼືໄດ້ຟັງຈາກຝ່າຍນັ້ນແລ້ວ ບໍ່ເກັບມາບອກຝ່າຍນີ້ ເພື່ອທໍາລາຍຝ່າຍນັ້ນ, ແຕ່ຈະສະໝານຊົນທີ່ແຕກກັນແລ້ວ ໃຫ້ກັບພ້ອມພຽງກັນ, ອຸດໜູນຊົນທີ່ພ້ອມພຽງກັນຢູ່ໃຫ້ພ້ອມພຽງ ກັນຍິ່ງຂຶ້ນ, ເປັນຄົນພໍໃຈໃນການພ້ອມພຽງ ກ່າວແຕ່ວາຈາທີ່ເຮັດໃຫ້ພ້ອມພຽງກັນ. ແລະ

… ວ່າ ພຣະສະມະນະໂຄດົມ ລະການກ່າວຄໍາຫຍາບ ເວັ້ນຂາດຈາກຜະຣຸສະວາດ, ກ່າວແຕ່ວາຈາທີ່ປາສະຈາກໂທດ ມ່ວນຫູ ໃຫ້ເກີດຄວາມຮັກ ເປັນຄໍາຊູໃຈ ເປັນຄໍາສຸພາບ ທີ່ຊາວເມືອງເຂົາເວົ້າກັນ ເປັນທີ່ຮັກທີ່ພໍໃຈຂອງມະຫາຊົນ. ແລະ

… ວ່າ ພຣະສະມະນະໂຄດົມ ລະຄໍາເວົ້າທີ່ຫວ່ານປະໂຍຊນ໌ຖິ້ມເສຍ ເວັ້ນຂາດ ຈາກການເວົ້າໂລເລ, ກ່າວແຕ່ໃນເວລາສົມຄວນ ກ່າວແຕ່ຄໍາຈິງ ເປັນປະໂຍຊນ໌ ເປັນທັມ ເປັນວິນັຍ ເປັນວາຈາມີທີ່ຕັ້ງ ມີຫຼັກຖານ ມີທີ່ອ້າງອີງ ມີເວລາຈົບ ເຕັມໄປດ້ວຍປະໂຍຊນ໌ ສົມຄວນແກ່ເວລາ. ແລະ

ໂຜດປັນຈະວັກຄີແລ້ວ - ໃກ້ຈະປະຣິນິບພານ ໔໕໓

… ວ່າ ພຣະສະມະນະໂຄດົມ ເວັ້ນຈາກການລ້າງຜານພືດຊະຄາມ ແລະພູຕະຄາມ,໑ ເປັນຜູ້ສັນອາຫາຣວັນໜຶ່ງພຽງຄັ້ງດຽວ ເວັ້ນຈາກການສັນໃນຣາຕຣີແລະວິກາລ, …ເປັນຜູ້ເວັ້ນຂາດຈາກການຟ້ອນລໍາ ການຂັບ ການຮ້ອງ ການຫຼິ້ນ ແລະເບິ່ງການຫຼິ້ນຊະນິດທີ່ເປັນຂ້າເສິກຕໍ່ກຸສົລ, ເປັນຜູ້ເວັ້ນຂາດຈາກການປະດັບປະດາ ຄືທັດຊົງຕົກແຕ່ງດ້ວຍມາລາ ແລະຂອງຫອມເຄື່ອງລູບທາ, ເປັນຜູ້ເວັ້ນຂາດຈາກການນອນເທິງທີ່ນອນສູງໃຫຍ່, ເປັນຜູ້ເວັ້ນຂາດຈາກການຮັບເງິນ ແລະຄໍາ, ເປັນຜູ້ເວັ້ນຂາດຈາກການຮັບເຂົ້າເປືອກ, ເວັ້ນຂາດຈາກການຮັບຊີ້ນດິບ, ການຮັບຜູ້ຍິງ ແລະເດັກຍິງ, ການຮັບທາສີແລະທາສາ, ການຮັບແບ້ ແກະ ໄກ່ ໝູ ຊ້າງ ມ້າ ງົວ ທັງໂຕຜູ້ແລະແມ່, ເວັ້ນຂາດຈາກການຮັບທີ່ດິນນາ ທີ່ດິນສວນ, ເວັ້ນຂາດຈາກການຮັບໃຊ້ເປັນທູຕໄປໃນບ່ອນຕ່າງໆ (ໃຫ້ຄະຣືຫັດ), ເວັ້ນຂາດຈາກການຊື້ຂາຍ, ການສໍ້ໂກງດ້ວຍຊິງ, ການລໍ້ລວງດ້ວຍຂອງປອມ, ການສໍ້ດ້ວຍເຄື່ອງນັບ (ເຄື່ອງຊັ່ງແລະເຄື່ອງວັດ), ເວັ້ນຂາດຈາກການໂກງ ດ້ວຍການຮັບສິນບົນແລະລໍ້ລວງ, ການຕັດ ການຂ້າ ການກັກຂັງ ການຊຸ່ມທໍາຮ້າຍ ການປຸ້ນ ການຍາດດຶງແລ້ວແລ່ນ.

(ເຫຼົ່ານີ້ເປັນສ່ວນ ຈຸລະສີລ)

… ວ່າ ພຣະສະມະນະໂຄດົມ, ເມື່ອສະມະນະຫຼືພຣາມບາງພວກ ພາກັນສັນໂພຊະນະ ທີ່ທາຍົກຖວາຍດ້ວຍສັດທາແລ້ວ ຍັງເຮັດໃຫ້ພືດຊະຄາມແລະພູຕະຄາມໃຫ້ກໍາເລີບ, ຄືອັນໃດແດ່ ? ຄື ພືດທີ່ເກີດແຕ່ຮາກ-ເກີດແຕ່ລໍາ-ເກີດແຕ່ໝາກ-ເກີດແຕ່ຍອດ-ເກີດແຕ່ແກ່ນໃນໃຫ້ກໍາເລີບຢູ່, ສ່ວນທ່ານເວັ້ນຂາດຈາກການເຮັດພືດຊະຄາມແລະພູຕະຄາມໃຫ້ກໍາເລີບແລ້ວ.

໑. ພືດຊະຄາມ ຄື ເບ້ຍຫຼືຕົ້ນທີ່ເຂົາເອົາມາໃຫ້ ແຕ່ຍັງປູກໄດ້ອີກຢູ່, ເຊັ່ນຂອງມີເມັດມີໜໍ່ ໆລໆ;

ພູຕະຄາມ ຄື ພືດພັນ ທີ່ຍັງເກີດຢູ່ກັບບ່ອນ.

໔໕໔ ພຸດທະປະວັດຈາກພຣະໂອຖະ - ພາກ ໔

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ