ຄຳສອນພຸດທະ - ໜ້າຈໍໂຫລດ

ພຸດທະປະວັຕ ຈາກພຣະໂອຖະ

ໜ້າ/ 311

(ໃນບາລີແຫ່ງອື່ນ (ມຫາ. ວິ. ໕/໑໐໑,໑໐໓/໗໙. ອັຕຖກ. ອັງ. ໒໓/໑໘໖-໑໘໘/໑໐໒.) ນີ້ກ່າວແປກອອກໄປໃນຂໍ້ທີ່ວ່າ ເຂົາກ່າວຫາພຣະອົງຄ໌ວ່າ ເປັນ ກິຣິຢະວາທະ ສະແດງທັມແລະນໍາສາວົກໄປໂດຍກິຣິຢະວາທະ, ພຣະອົງຄ໌ຕຣັດວ່າ ຖືກແລ້ວເຮົາກ່າວການເຮັດ ກາຢະສຸຈະຣິຕ ວະຈີສຸຈະຣິຕ ມະໂນສຸຈະຣິຕ ແລະກຸສົລທັມມີປະການຕ່າງໆ. ແຕ່ຂໍ້ນີ້ບໍ່ຄວນຖືວ່າເປັນການກ່າວຮ້າຍ ແລະຖືກັນວ່າເປັນສິ່ງຖືກຕ້ອງມາແຕ່ກ່ອນພຸດທະກາລ. ອີກຂໍ້ໜຶ່ງ ກ່າວຫາວ່າ ພຣະອົງຄ໌ເປັນ ອັສສັຕໂຖ (ມີຄວາມເບົາໃຈເປັນທີ່ຕັ້ງແຫ່ງການບໍາເພັນປະໂຍຊນ໌) ສະແດງທັມແລະນໍາສາວົກໄປເພື່ອເປັນແບບນັ້ນ, ພຣະອົງຄ໌ຕຣັດວ່າ ຖືກແລ້ວເຮົາເປັນອັສສັຕໂຖ ສະແດງທັມເພື່ອຄວາມເບົາໃຈ ດ້ວຍທັມເປັນເຄື່ອງເບົາໃຈຢ່າງຍິ່ງ ແລະຍ່ອມນໍາສາວົກໄປດ້ວຍທັມເປັນເຄື່ອງເບົາໃຈນັ້ນ. ຂໍ້ນີ້ກໍເໝືອນກັນ ບໍ່ມີລັກສະນະວ່າເປັນການກ່າວຮ້າຍ ແລ້ວເປັນຫຍັງມາຢູ່ໃນໝູ່ແຫ່ງຄໍາກ່າວຮ້າຍ ກໍບໍ່ອາດຈະຮູ້ໄດ້ ; ຮອມຈະມີຄວາມໝາຍເປັນແນວອື່ນ ຄືເບົາໃຈຊະນິດເບົາໃຈ ໃຈລອຍ ຕະເລີດເປີດເປີງໄປ ກໍໄດ້. ຂໍໃຫ້ນັກສຶກສາພິຈາຣະນາເບິ່ງເອົາເອງເຖີ້ນ. -- ຜູ້ລວບລວມ.)

໔໕໐ ພຸດທະປະວັດຈາກພຣະໂອຖ - ພາກ ໔

ທົງຫຍາມມາຣວ່າບໍ່ມີວັນຮູ້ຈັກທາງຂອງພຣະອົງຄ໌ ໑

(ມາຣໄດ້ເຂົ້າມາຫາພຣະອົງຄ໌ເມື່ອທົງປະທັບຢູ່ທ່າມກາງພິກຂຸສົງຄ໌ ກໍາລັງສາກັດສາຢູ່ດ້ວຍເລື່ອງອັນກ່ຽວກັບນິບພານ ມາໃນຄາບແຫ່ງຊາວນາ ແບກໄຖຖືໄມ້ແສ້ ເນື້ອໂຕເປິະເປື້ອນດ້ວຍຕົມ ຮ້ອງຖາມຂຶ້ນວ່າ “ເຮີ້ຍສະມະນະ ! ເຫັນງົວມາທາງນີ້ແດ່ບໍ່ ?” ພຣະອົງຄ໌ຕຣັດວ່າ “ດູຣາມາຣ ! ຈະມີປະໂຍຊນ໌ ອັນໃດກ່ຽວກັບງົວຂອງທ່ານ” ຊຶ່ງເຮັດໃຫ້ມາຣກ່າວຂຶ້ນວ່າ “ສະມະນະເອີຍ ! ຕາກໍຂອງເຮົາ ຮູບກໍຂອງເຮົາ ສິ່ງທີ່ເນື່ອງຢູ່ກັບຈັກຂຸສັມຜັສແລະວິນຍານກໍຂອງເຮົາ ; ສະມະນະເອີຍ ! ທ່ານຈະໜີພົ້ນໄປຈາກເຮົາໄດ້ບ່ອນໃດ. (ໃນກໍລະນີແຫ່ງ ຫູ ດັງ ລີ້ນ ກາຍ ໃຈ ມາຣກໍໄດ້ກ່າວເຊັ່ນດຽວກັນ.) ພຣະຜູ້ມີພຣະພາຄ ໄດ້ຕຣັດຕອບກັບມາຣວ່າ :-)

ມາຣ, ເອີເນາະ ! ຈັກຂຸກໍຂອງທ່ານ ຮູບກໍຂອງທ່ານ ສິ່ງທີ່ເນື່ອງຢູ່ກັບຈັກຂຸສັມຜັສແລະວິນຍານກໍຂອງທ່ານ. ມາຣເອີຍ ! ແຕ່ໃນບ່ອນທີ່ບໍ່ມີຈັກຂຸ ບໍ່ມີຮູບ ບໍ່ມີສິ່ງທີ່ເນື່ອງຢູ່ກັບຈັກຂຸສັມຜັສ ແລະວິນຍານເດ ທ່ານກໍໝົດຫົນທາງໄປ ເນາະມາຣເນາະ. (ໃນກໍລະນີແຫ່ງ ຫູ ດັງ ລີ້ນ ກາຍ ໃຈ ກໍຕຣັດເຊັ່ນດຽວກັນ. ມາຣໄດ້ກ່າວວ່າ :-)

“ຊົນເຂົາກ່າວສິ່ງໃດ ວ່ານີ້ “ຂອງເຮົາ” ດັ່ງນີ້ ແລະຊົນເຫຼົ່າໃດ ກ່າວວ່າ “ເຮົາ” ດັ່ງນີ້ ; ສະມະນະເອີຍ ! ຖ້າໃຈຂອງທ່ານເຂົ້າໄປມີຢູ່ໃນສິ່ງນັ້ນໆ ທ່ານກໍບໍ່ພົ້ນໄປຈາກເຮົາໄດ້.”

(ພຣະຜູ້ມີພຣະພາຄຕຣັດຕໍ່ໄປວ່າ :-)

ຊົນເຂົາກ່າວສິ່ງໃດ ວ່າ “ຂອງເຮົາ” ສິ່ງນັ້ນບໍ່ແມ່ນຂອງເຮົາຕະຖາຄົຕ. ຊົນເຫຼົ່າໃດກ່າວວ່າ “ເຮົາ” ເຮົາຕະຖາຄົຕບໍ່ແມ່ນຊົນເຫຼົ່ານັ້ນ. ດູຣາມາຣ ! ທ່ານຈົ່ງຮູ້ແນວນີ້ເຖີ້ນວ່າ ຄົນເຊັ່ນທ່ານ ບໍ່ມີວັນຈະຮູ້ຈັກທາງຂອງເຮົາ ດັ່ງນີ້.

ລໍາດັບນັ້ນ ມາຣຜູ້ມີບາບ ຮູ້ສຶກວ່າ ພຣະຜູ້ມີພຣະພາຄຮູ້ກໍາພືດເຮົາເສຍແລ້ວ ພຣະສຸຄົຕຮູ້ກໍາພືດເຮົາເສຍແລ້ວ ມີທຸກຂ໌ໂທມະນັສ ອັນຕະທານໄປແລ້ວໃນບ່ອນນັ້ນນັ້ນເອງ.

໑. ບາລີ ສຄາ. ສັງ. ໑໕/໑໖໘/໔໗໒. ຕຣັດແກ່ມາຣ.

ໂຜດປັນຈະວັກຄີແລ້ວ - ໃກ້ຈະປະຣິນິບພານ ໔໕໑

ມະນຸສປຸຖຸຊົນ ຮູ້ຈັກພຣະອົງຄ໌ໜ້ອຍເກີນໄປ ໑

ພິກຂຸ ທ. ! ນັ້ນຍັງໜ້ອຍໂພດ ຍັງຕໍ່າຢູ່ ເປັນພຽງສ່ວນສີລເທົ່ານັ້ນ ຄືຂໍ້ທີ່ ປຸຖຸຊົນ ກ່າວສັນລະເສີນຄຸນຂອງຕະຖາຄົຕຢູ່. ພິກຂຸ ທ. ! ປຸຖຸຊົນກ່າວສັນລະເສີນຄຸນຂອງຕະຖາຄົຕຢູ່ ຍັງໜ້ອຍ ຍັງຕໍ່າ ສັກວ່າສີລເທົ່ານັ້ນ, ນັ້ນເປັນແນວໃດໜໍ ? ຄື ປຸຖຸຊົນ ກ່າວສັນລະເສີນຄຸນຂອງຕະຖາຄົຕຢູ່ວ່າ ພຣະສະມະນະໂຄດົມລະການເຮັດສັຕມີຊີວິຕໃຫ້ມອດມ້ວຍ ເປັນຜູ້ເວັ້ນຂາດຈາກປານາຕິບາຕ ວາງທ່ອນໄມ້ແລະສາສຕຣາເສຍແລ້ວ ມີຄວາມລະອາຍຕໍ່ບາບ ມີຄວາມເອັນດູກະຣຸນາ ຫວັງປະໂຍຊນ໌ ເກື້ອກູນແກ່ສັຕ ທ. ແລະ

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ