ຄຳສອນພຸດທະ - ໜ້າຈໍໂຫລດ

ພຸດທະປະວັຕ ຈາກພຣະໂອຖະ

ໜ້າ/ 311

ພິກຂຸ ທ. ! ພວກປະຣິບພາຊົກລັດທິອື່ນຜູ້ມີວາທະເຊັ່ນນີ້ ອັນພວກເຈົ້າຈົ່ງກ່າວກັບເຂົາແນວນີ້ວ່າ “ອາວຸໂສ ! ອັນໃດ ເປັນອັດສາທະ (ສະເໜ່) ແຫ່ງກາມ ທ., ອັນໃດ ເປັນອາທີນະວະ (ໂທດອັນຕໍ່າຊາມ) ແຫ່ງກາມ ທ., ອັນໃດເປັນນິສສະຣະນະ (ອຸບາຍເປັນເຄື່ອງອອກຈາກໂທດ) ແຫ່ງກາມ ທ. ? ອັນໃດ ເປັນອັສສາທະແຫ່ງຮູບ ທ., ອັນໃດ ເປັນອາທີນະວະແຫ່ງຮູບ ທ., ອັນໃດ ເປັນນິສສະຣະນະແຫ່ງຮູບ ທ. ? ອັນໃດ ເປັນອັສສາທະແຫ່ງເວທະນາ ທ., ອັນໃດ ເປັນອາທີນະວະແຫ່ງເວທະນາ ທ., ອັນໃດ ເປັນນິສສະຣະນະແຫ່ງເວທະນາ ທ. ?”

໑. ບາລີ ມຫາທຸກຂັກຂັນທະສູຕ ມູ. ມ. ໑໒/໑໖໗/໑໙໕. ຕຣັດແກ່ພິກຂຸທັງຫຼາຍ ທີ່ເຊຕະວັນ.

ໂຜດປັນຈະວັກຄີແລ້ວ - ໃກ້ຈະປະຣິນິບພານ ໔໔໑

ພິກຂຸ ທ. ! ພວກປະຣິບພາຊົກຜູ້ເປັນລັດທິອື່ນ ຖືກຖາມແນວນີ້ແລ້ວ ຈະບໍ່ມີ ຄໍາຕອບ ຈະເຖິງເຊິ່ງຄວາມຄັບແຄ້ນໃຈຢ່າງຍິ່ງ ຂໍ້ນັ້ນເພາະເຫດໃດ ? ພິກຂຸ ທ. ! ເພາະເຫດວ່າ ບໍ່ຢູ່ໃນວິໄສທີ່ພວກປະຣິບພາຊົກເຫຼົ່ານັ້ນຈະຮູ້ໄດ້. ພິກຂຸ ທ. ! ເຮົາມອງບໍ່ເຫັນບຸກຄົນໃດໃນໂລກນີ້ ພ້ອມທັງເທວະໂລກ ມາຣະໂລກ ພຣົມມະໂລກ ໃນໝູ່ສັຕ ພ້ອມທັງສະມະນະພຣາມ ພ້ອມທັງເທວະດາແລະມະນຸສ ທີ່ຈະຍ່ອມຍັງຈິຕໃຫ້ຍິນດີ ດ້ວຍການພະຍາກອນຊຶ່ງບັນຫາເຫຼົ່ານີ້, ເວັ້ນເສຍຈາກ ຕະຖາຄົຕ ຫຼືສາວົກຂອງຕະຖາຄົຕ ຫຼືວ່າເພາະໄດ້ຟັງຈາກຕະຖາຄົຕ ຫຼືສາວົກຂອງຕະຖາຄົຕນີ້.

ໝາຍເຫດ : ຂໍ້ຄວາມເບື້ອງເທິງນີ້ສະແດງໃຫ້ເຫັນແຈ່ມແຈ້ງຢູ່ແລ້ວວ່າ ພວກປະຣິບພາຊົກທັງຫຼາຍ ບໍ່ມີ

ຄວາມຮູ້ໃນເລື່ອງ ກາມ ຮູບ ເວທະນາ ແບບທີ່ພຣະອົງຄ໌ທົງຮູ້ ; ດັ່ງນັ້ນ ຈະສອນເລື່ອງ

ເຫຼົ່ານີ້ ໃຫ້ຖືກຕົງເປັນຢ່າງດຽວກັນໄດ້ແນວໃດ. ລາຍລະອຽດກ່ຽວກັບເລື່ອງ ກາມ ຮູບ

ເວທະນາ ມີຢູ່ແນວໃດ ຈົ່ງເບິ່ງໄດ້ຈາກ ມະຫາທຸກຂັກຂັນທະສູຕ

ມູ. ມ. ໑໒/໑໖໘/໑໙໖-໒໐໘. --ຜູ້ລວບລວມ.

ທົງຖືກຕູ່ວ່າຕຣັດວ່າໃນສຸພະວິໂມກຂ໌ມີຄວາມຮູ້ສຶກວ່າບໍ່ງາມ ໑

ພັກຄະວະ ! ກັບເຮົາຜູ້ມີວາທະຢູ່ເຊັ່ນນີ້ ມີການບອກການສອນຢູ່ແນວນີ້ ກໍຍັງມີສະມະນະພຣາມບາງພວກ ກ່າວຕູ່ເຮົາດ້ວຍເລື່ອງທີ່ບໍ່ໄດ້ມີຢູ່ ເປັນຄໍາວ່າງເປົ່າ ຄໍາຕົວະລ່າຍ ຄໍາບໍ່ຈິງ ວ່າ ວິປະຣິຕໄປແລ້ວ ທັງພຣະສະມະນະໂຄດົມແລະພວກພິກຂຸ ຄື ຂໍ້ທີ່ພຣະໂຄດົມໄດ້ກ່າວແນວນີ້ວ່າ “ສະໄໝໃດ ບຸຣຸສບຸກຄົນເຂົ້າເຖິງສຸພະວິໂມກຂ໌ ແລ້ວແລຢູ່ ; ສະໄໝນັ້ນ ເຂົາຍ່ອມມີຄວາມຮູ້ສຶກຕໍ່ສິ່ງທັງປວງ ວ່າເປັນຂອງບໍ່ງາມໄປໝົດ ໂດຍແທ້” ດັ່ງນີ້.

໑. ບາລີ ປະຕິກະສູຕ ປາ. ທີ. ໑໑/໓໖/໑໗. ຕຣັດແກ່ພັກຄະວະໂຄຕປະຣິບພາຊົກ ທີ່ອາຣາມຂອງລາວ.

໔໔໒ ພຸດທະປະວັດຈາກພຣະໂອຖະ - ພາກ ໔

ພັກຄະວະ ! ກໍເຮົາບໍ່ໄດ້ກ່າວແນວນັ້ນເລີຍ ; ແຕ່ວ່າ ເຮົາຍ່ອມກ່າວແນວນີ້ວ່າ “ສະໄໝໃດ ບຸຣຸສບຸກຄົນເຂົ້າເຖິງສຸພະວິໂມກຂ໌ ແລ້ວແລຢູ່ ; ສະໄໝນັ້ນ ເຂົາຍ່ອມມີຄວາມຮູ້ສຶກຕໍ່ສິ່ງທັງປວງ ວ່າເປັນຂອງງາມໄປໝົດ ໂດຍແທ້” ດັ່ງນີ້.

“ຂ້າແຕ່ພຣະອົງຜູ້ຈະເຣີນ ! ພວກເຫຼົ່ານັ້ນແຫຼະ ເປັນພວກວິປະຣິຕໄປເອງແລ້ວ ຄືພວກນີ້ ເພາະມີຄວາມວິປະຣິຕຂອງຕົນ, ຈຶ່ງໄດ້ກ່າວໃສ່ຮ້າຍ ພຣະຜູ້ມີພຣະພາຄແລະພິກຂຸ ທ. ຂ້າແຕ່ ພຣະອົງຜູ້ຈະເຣີນ ! ຂ້ານ້ອຍເປັນຜູ້ມີຄວາມເຫຼື້ອມໃສໃນພຣະຜູ້ມີພຣະພາຄ ເຖິງເຊັ່ນນີ້ແລ້ວ ; ແລະພຣະຜູ້ມີພຣະພາຄ ກໍສາມາດທີ່ຈະທົງສະແດງທັມ ຊະນິດທີ່ຂ້ານ້ອຍຈະຍ່ອມເຂົ້າເຖິງ ຊຶ່ງສຸພະວິໂມກຂ໌ ແລ້ວແລຢູ່”.

ພັກຄະວະ ! ນັ້ນເປັນສິ່ງທີ່ເຮັດໄດ້ຍາກເກີນໄປ ສໍາລັບເຈົ້າຜູ້ມີທິຕຖິເປັນແບບອື່ນ ມີຂັນຕິເປັນແບບອື່ນ ມີຄວາມຖືກໃຈເປັນແບບອື່ນ, ທັງຍັງຂາດອາໂຢຄະທັມແລະທັມເປັນລັດທິພື້ນຖານແຫ່ງອາຈາຣຍ໌ໂດຍສະເພາະ ເຊັ່ນນີ້, ທີ່ຈະເຂົ້າເຖິງຊຶ່ງສຸພະວິໂມກຂ໌ ແລ້ວແລຢູ່. ພັກຄະວະ ! ເອົາເຖີ້ນ, ເຈົ້າຈົ່ງຕາມຮັກສາຄວາມເຫຼື້ອມໃສຂອງເຈົ້າ ຊຶ່ງມີຢູ່ໃນເຮົາ ໄວ້ໃຫ້ເປັນຢ່າງດີກໍແລ້ວກັນ.

“ຂ້າແຕ່ພຣະອົງຜູ້ຈະເຣີນ ! ຖ້າວ່າ ນັ້ນເປັນສິ່ງທີ່ເຮັດໄດ້ຍາກເກີນໄປ ສໍາລັບຂ້ານ້ອຍ ດັ່ງນີ້ແລ້ວນັ້ນ ; ຂ້າແຕ່ພຣະອົງຜູ້ຈະເຣີນ ! ຂ້ານ້ອຍຈະຕາມຮັກສາຄວາມເຫຼື້ອມໃສຂອງຂ້ານ້ອຍ ຊຶ່ງມີຢູ່ໃນພຣະຜູ້ມີພຣະພາຄ ໄວ້ໃຫ້ເປັນຢ່າງດີ ຂ້ານ້ອຍ”.

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ