ຄຳສອນພຸດທະ - ໜ້າຈໍໂຫລດ

ພຸດທະປະວັຕ ຈາກພຣະໂອຖະ

ໜ້າ/ 311

“ພຣະໂຄດົມຜູ້ຈະເຣີນ ! ຂ້າພະເຈົ້າໄດ້ຟັງມາວ່າ ພຣະສະມະນະໂຄດົມໄດ້ກ່າວແລ້ວວ່າ ໃຜໆ ຈົ່ງໃຫ້ທານກັບເຮົາເທົ່ານັ້ນ ບໍ່ຄວນໃຫ້ທານກັບຄົນພວກອື່ນ, ໃຜໆ ຈົ່ງໃຫ້ທານກັບສາວົກທັງຫຼາຍຂອງເຮົາເທົ່ານັ້ນ ບໍ່ຄວນໃຫ້ທານກັບສາວົກຂອງພວກອື່ນ, ທານທີ່ໃຫ້ກັບເຮົາເທົ່ານັ້ນມີຜົລຫຼາຍ ທີ່ໃຫ້ກັບຄົນອື່ນບໍ່ມີຜົລຫຼາຍ, ທານທີ່ໃຫ້ກັບສາວົກຂອງເຮົາມີຜົລຫຼາຍ ທີ່ໃຫ້ກັບສາວົກຂອງພວກອື່ນບໍ່ມີຜົລຫຼາຍ” ດັ່ງນີ້. ຂ້າແຕ່ພຣະໂຄດົມຜູ້ຈະເຣີນ ! ໃຜໆ ທີ່ກ່າວເຊັ່ນນີ້ ຊື່ວ່າກ່າວຕົງຕາມທີ່ພຣະໂຄດົມກ່າວຫຼື ບໍ່ໄດ້ກ່າວຕູ່ພຣະໂຄດົມດ້ວຍຄໍາບໍ່ຈິງດອກຫຼື ເຂົາກ່າວຖືກຕາມທັມຢູ່ຫຼື ໝູ່ເພື່ອນຂອງເຂົາທີ່ກ່າວຕາມເຂົາ ຍ່ອມພົ້ນຈາກການຖືກຕິຕຽນຫຼື ? ພວກຂ້າພະເຈົ້າບໍ່ຢາກຈະກ່າວຕູ່ພຣະໂຄດົມເລີຍ”

.... ຄໍາຖາມຂອງປະຣິບພາຊົກວັດສະໂຄຕ.

ວັດສະ ! ຜູ້ໃດກ່າວວ່າເຮົາກ່າວເຊັ່ນນີ້ ບໍ່ຊື່ວ່າກ່າວຕົງຕາມທີ່ເຮົາກ່າວ ເຂົາກ່າວຕູ່ດ້ວຍເລື່ອງທີ່ບໍ່ແມ່ນຈິງ.

ວັດສະ ! ຜູ້ໃດຫ້າມຜູ້ອື່ນຊຶ່ງໃຫ້ທານ ; ຜູ້ນັ້ນຊື່ວ່າເປັນອະມິຕ ຜູ້ເຮັດອັນຕະລາຍສິ່ງ ໓ ສິ່ງ ຄື ເຮັດອັນຕະລາຍຕໍ່ບຸນຍ໌ຂອງທາຍົກ, ເຮັດອັນຕະລາຍຕໍ່ລາບຂອງປະຕິຄາຫົກ, ແລະໂຕເອງກໍຂຸດຮາກຕົນເອງ ກໍາຈັດຕົນເອງເສຍຕັ້ງແຕ່ເລີ່ມແລ້ວ. ວັດສະເອີຍ ! ຜູ້ທີ່ຫ້າມຜູ້ອື່ນຊຶ່ງໃຫ້ທານ ຊື່ວ່າ ເປັນອະມິຕ ຜູ້ເຮັດອັນຕະລາຍສິ່ງ ໓ ສິ່ງ ດັ່ງນີ້ແລ.

ວັດສະ ! ເຮົາເອງຍ່ອມກ່າວແນວນີ້ວ່າ “ຜູ້ໃດຖອກນໍ້າລ້າງໝໍ້ ຫຼືນໍ້າລ້າງຊາມກໍຕາມ ລົງໃນຂຸມນໍ້າຄໍາ ຫຼືທາງນໍ້າສົກກະປົກ ຊຶ່ງມີສັຕມີຊີວິຕເກີດຢູ່ໃນນັ້ນ ດ້ວຍຄິດວ່າ ສັຕໃນນັ້ນຈະໄດ້ອາໄສລ້ຽງຊີວິຕ ດັ່ງນີ້ແລ້ວ ເຮົາກໍຍັງກ່າວວ່າ ນັ້ນເປັນທາງມາແຫ່ງບຸນຍ໌ ເພາະການເຮັດແມ່ນແຕ່ເຊັ່ນນັ້ນ

໑. ບາລີ ຕິກ. ອັງ. ໒໐/໒໐໕/໔໙໗. ຕຣັດແກ່ປະຣິບພາຊົກວັດສະໂຄຕ.

ໂຜດປັນຈະວັກຄີແລ້ວ - ໃກ້ຈະປະຣິນິບພານ ໔໓໗

ບໍ່ຕ້ອງກ່າວເຖິງການໃຫ້ທານແກ່ມະນຸສດ້ວຍກັນ” ດັ່ງນີ້. ອີກຢ່າງໜຶ່ງ ເຮົາກ່າວວ່າທານທີ່ໃຫ້ແກ່ຜູ້ມີສີລ ເປັນທານມີຜົລຫຼາຍ. ທານທີ່ໃຫ້ແກ່ຜູ້ທຸສີລ ຫາກເປັນເຊັ່ນນັ້ນກໍບໍ່ ແລະຜູ້ມີສີລນັ້ນ ເປັນຜູ້ລະເສຍຊຶ່ງອົງຄ໌ ໕ ແລະປະກອບຢູ່ດ້ວຍອົງຄ໌ ໕. ລະອົງຄ໌ຫ້າຄື ລະກາມະສັນທະ ລະພະຍາບາດ ລະຖີນະມິດທະ ລະອຸດທັດຈະກຸກກຸດຈະ ລະວິຈິກິດສາ. ປະກອບດ້ວຍອົງຄ໌ຫ້າຄື ປະກອບດ້ວຍກອງສີລຊັ້ນອະເສຂະ (ຄືຊັ້ນພຣະອະຣະຫັນຕ໌) ປະກອບດ້ວຍກອງສະມາທິຊັ້ນອະເສຂະ ປະກອບດ້ວຍກອງປັນຍາຊັ້ນອະເສຂະ ປະກອບດ້ວຍກອງວິມຸດຕິຊັ້ນອະເສຂະ ປະກອບດ້ວຍກອງວິມຸດຕິຍານະທັດສນະຊັ້ນອະເສຂະ. ເຮົາກ່າວວ່າ ທານທີ່ໃຫ້ໃນບຸກຄົນຜູ້ລະອົງຄ໌ຫ້າແລະປະກອບດ້ວຍອົງຄ໌ຫ້າ ດ້ວຍອາການເຊັ່ນນີ້ ມີຜົລຫຼາຍ ດັ່ງນີ້.

ທົງແກ້ຂໍ້ທີ່ຖືກກ່າວຫາວ່າເປັນ “ກາຝາກສັງຄົມ” ໑

ຄາມະນິ ! ຕະຫຼອດເວລາຜ່ານມາ ໙໑ ກັບ ນັບຈາກກັບນີ້ ເຮົາລະລຶກບໍ່ໄດ້ວ່າ ເຮົາເຄີຍເຂົ້າໄປທໍາລາຍຕະກູນໃດໆ ເພາະການຮັບເອົາເຂົ້າສຸກມາ. ໂດຍທີ່ແທ້ນັ້ນ ຕະກູນໃດໆ ທີ່ເປັນຕະກູນຮັ່ງມີ ມີຊັບຫຼາຍ ມີໂພຄະຫຼາຍ ມີຄໍາແລະເງິນຫຼາຍ ມີອຸປະກອນແຫ່ງຊັບຫຼາຍ ມີເຂົ້າເປືອກເປັນຫຼັກຊັບຫຼວງຫຼາຍ ກໍເພາະຕະກູນເຫຼົ່ານັ້ນ ພຽບພ້ອມດ້ວຍ ທານ ພຽບພ້ອມດ້ວຍ ສັຈຈະ ພຽບພ້ອມດ້ວຍ ສັນຍະມະ.

໑. ບາລີ ສລາ. ສັງ. ໑໘/໔໐໐/໖໒໒. ຕຣັດທີ່ປາວາຣິກັມພະວັນ ໃກ້ເມືອງນາລັນທາ

ແກ່ຄາມະນິອະສິພັນດະກະບຸຕ ຜູ້ຮັບຄໍານິຄັນຖະນາຕະບຸຕ ເພື່ອກ່າວທັບຖົມພຣະອົງຄ໌ວ່າ

ເປັນຜູ້ທໍາລາຍໂລກດ້ວຍການຮັບໄທຍະທານ ເຮັດປະໂຍຊນ໌ບໍ່ຄຸ້ມຄ່າເຂົ້າສຸກ ໃນຍາມທຸບພິກຂະພັຍ.

໔໓໘ ພຸດທະປະວັດຈາກພຣະໂອຖະ - ພາກ ໔

ຄາມະນິ ! ເຫດປັດຈັຍມີຢູ່ ໘ ຢ່າງ ເພື່ອການທໍາລາຍແຫ່ງຕະກູນ ; ກ່າວຄື :

ຕະກູນເຖິງຄວາມຂາດສູນເພາະ ຣາຊະພັຍ ໑,

ຕະກູນເຖິງຄວາມຂາດສູນເພາະ ໂຈຣະພັຍ ໑,

ຕະກູນເຖິງຄວາມຂາດສູນເພາະ ອັກຄີພັຍ ໑,

ຕະກູນເຖິງຄວາມຂາດສູນເພາະ ອຸທະກະພັຍ ໑,

ຕະກູນເຖິງຄວາມຂາດສູນເພາະ ຊັບທີ່ຝັງໄວ້ເຄື່ອນຈາກບ່ອນ ໑,

ຕະກູນເຖິງຄວາມຂາດສູນເພາະ ການງານວິບັດ ເພາະບໍຣິຫານບໍ່ດີ ໑,

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ