ຄຳສອນພຸດທະ - ໜ້າຈໍໂຫລດ

ພຸດທະປະວັຕ ຈາກພຣະໂອຖະ

ໜ້າ/ 311

ອານົນທ໌ ! ບັນດາບຸກຄົນເຫຼົ່ານັ້ນ ບຸກຄົນໃດໃນໂລກແຫ່ງກາລະປັດຈຸບັນນີ້ ເປັນຜູ້ເສບປານາຕິບາຕ ປະກອບອະທິນນາທານ ...ໆລໆ... ເປັນມິດສາທິຕຖິ, ພາຍຫຼັງແຕ່ການຕາຍ ເພາະການທໍາລາຍແຫ່ງກາຍ ຍ່ອມ ເຂົ້າເຖິງສຸຄະຕິ ໂລກສະຫວັນ ຂໍ້ນີ້ ເປັນເພາະ ໃນກາລກ່ອນ ເຂົາໄດ້ເຮັດກັນລະຍານະກັມ ອັນມີສຸຂເປັນຜົລໄວ້ ; ຫຼືວ່າ ໃນກາລພາຍຫຼັງ ເຂົາໄດ້ເຮັດກັນລະຍານະກັມ ອັນມີສຸຂເປັນຜົລໄວ້ ; ຫຼືວ່າ ໃນເວລາໃກ້ຕາຍ ເຂົາເປັນຜູ້ພຽບພ້ອມດ້ວຍສັມມາທິຕຖິ ເພາະເຫດນັ້ນ ບຸກຄົນນັ້ນ ພາຍຫຼັງແຕ່ການຕາຍ ເພາະການທໍາລາຍແຫ່ງກາຍ ຍ່ອມເຂົ້າເຖິງສຸຄະຕິໂລກສະຫວັນ. ສ່ວນອີກຂໍ້ ທີ່ເຂົາເປັນຜູ້ເສບປານາຕິບາຕ ປະກອບອະທິນນາທານ ...ໆລໆ... ເປັນມິດສາທິຕຖິ, ໃນໂລກແຫ່ງກາລະປັດຈຸບັນນີ້ ນັ້ນ ເຂົາຍ່ອມສະເຫວີຍຊຶ່ງວິບາກແຫ່ງກັມນັ້ນ ໃນກາລອັນເປັນທິຕຖະທັມ (ທັນຄວັນ) ແດ່, ຫຼືໃນກາລອັນເປັນອຸປະປັຊຊະ (ເວລາຖັດຕໍ່ໄປ) ແດ່, ຫຼືໃນກາລອັນເປັນອະປະຣະປະຣິຢາຢະ (ເວລາຖັດຕໍ່ໄປອີກ) ແດ່.

໔໑໐ ພຸດທະປະວັດຈາກພຣະໂອຖະ - ພາກ ໔

(ຕຣັດອະທິບາຍກ່ຽວກັບພວກທີ່ເວັ້ນຈາກບາບແລ້ວຕາຍໄປສູ່ສະຫວັນ)

ອານົນທ໌ ! ບັນດາບຸກຄົນເຫຼົ່ານັ້ນ ບຸກຄົນໃດໃນໂລກແຫ່ງກາລປັດຈຸບັນນີ້ ເປັນຜູ້ເວັ້ນຂາດຈາກປານາຕິບາຕ ເວັ້ນຂາດຈາກອະທິນນາທານ ...ໆລໆ...ບໍ່ມີຈິຕພະຍາບາດ ເປັນສັມມາທິຕຖິ, ພາຍຫຼັງແຕ່ການຕາຍ ເພາະການທໍາລາຍແຫ່ງກາຍ ຍ່ອມ ເຂົ້າເຖິງສຸຄະຕິໂລກສະຫວັນ ຂໍ້ນີ້ເປັນເພາະ ໃນກາລກ່ອນ ເຂົາໄດ້ເຮັດກັນລະຍານະກັມອັນມີສຸຂເປັນຜົລໄວ້ ; ຫຼືວ່າ ໃນກາລພາຍຫຼັງ ເຂົາໄດ້ເຮັດກັນລະຍານະກັມອັນມີສຸຂເປັນຜົລໄວ້ ; ຫຼືວ່າ ໃນເວລາໃກ້ຕາຍ ເຂົາເປັນຜູ້ພຽບພ້ອມດ້ວຍສັມມາທິຕຖິ ເພາະເຫດນັ້ນ ບຸກຄົນນັ້ນ ພາຍຫຼັງແຕ່ການຕາຍ ເພາະການ ທໍາລາຍແຫ່ງກາຍ ຍ່ອມເຂົ້າເຖິງສຸຄະຕິໂລກສະຫວັນ. ສ່ວນຂໍ້ທີ່ເຂົາເປັນຜູ້ເວັ້ນຂາດຈາກປານາຕິບາຕ ເວັ້ນຂາດຈາກອະທິນນາທານ ...ໆລໆ... ເປັນສັມມາທິຕຖິ, ໃນໂລກແຫ່ງກາລະປັດຈຸບັນນີ້ ນັ້ນ ເຂົາຍ່ອມສະເຫວີຍຊຶ່ງວິບາກແຫ່ງ ກັມນັ້ນ ໃນກາລອັນເປັນທິຕຖະທັມ (ທັນຄວັນ) ແດ່, ຫຼືໃນກາລອັນເປັນອຸປະປັຊຊະ (ເວລາຖັດຕໍ່ໄປ) ແດ່, ຫຼືໃນກາລອັນເປັນອະປະຣະປະຣິຍາຍະ (ເວລາຖັດຕໍ່ໄປອີກ) ແດ່.

(ຕຣັດອະທິບາຍກ່ຽວກັບພວກທີ່ເວັ້ນຈາກບາບແລ້ວຕາຍໄປສູ່ນະຣົກ)

ອານົນທ໌ ! ບັນດາບຸກຄົນເຫຼົ່ານັ້ນ ບຸກຄົນໃດໃນໂລກແຫ່ງກາລປັດຈຸບັນນີ້ ເປັນຜູ້ເວັ້ນຂາດຈາກປານາຕິບາຕ ເວັ້ນຂາດຈາກອະທິນນາທານ ...ໆລໆ... ບໍ່ມີຈິຕ ພະຍາບາດ ເປັນສັມມາທິຕຖິ, ພາຍຫຼັງແຕ່ການຕາຍ ເພາະການທໍາລາຍແຫ່ງກາຍ ຍ່ອມ ເຂົ້າເຖິງອະບາຍທຸຄະຕິວິບາຕນະຣົກ ຂໍ້ນີ້ເປັນເພາະ ໃນກາລກ່ອນ ເຂົາໄດ້ເຮັດບາບກັມອັນມີທຸກຂ໌ເປັນຜົລໄວ້ ; ຫຼືວ່າ ໃນກາລພາຍຫຼັງ ເຂົາໄດ້ເຮັດບາບກັມອັນມີທຸກຂ໌ເປັນຜົລໄວ້ ; ຫຼືວ່າ ໃນເວລາໃກ້ຕາຍ ເຂົາເປັນຜູ້ພຽບພ້ອມດ້ວຍມິດສາທິຕຖິ ເພາະເຫດນັ້ນ ບຸກຄົນນັ້ນ ພາຍຫຼັງແຕ່ການຕາຍ ເພາະການທໍາລາຍແຫ່ງກາຍ ຍ່ອມເຂົ້າເຖິງອະບາຍ ທຸຄະຕິ ວິບາຕ ນະຣົກ.

ໂຜດປັນຈະວັກຄີແລ້ວ - ໃກ້ຈະປະຣິນິບພານ ໔໑໑

ສ່ວນອີກຂໍ້ ທີ່ເຂົາເປັນຜູ້ເວັ້ນຂາດຈາກປານາຕິບາຕ ເວັ້ນຂາດຈາກອະທິນນາທານ ...ໆລໆ... ເປັນສັມມາທິຕຖິ, ໃນໂລກແຫ່ງກາລະປັດຈຸບັນນີ້ນັ້ນ ເຂົາຍ່ອມສະເຫວີຍຊຶ່ງວິບາກແຫ່ງກັມນັ້ນ ໃນກາລອັນເປັນທິຕຖະທັມ (ທັນຄວັນ) ແດ່, ຫຼືໃນກາລອັນເປັນອຸປະປັຊຊະ (ເວລາຖັດຕໍ່ໄປ) ແດ່, ຫຼືໃນກາລອັນເປັນອະປະຣະປະຣິຢາຢະ (ເວລາຖັດຕໍ່ໄປອີກ) ແດ່.

ອານົນທ໌ ! ດ້ວຍເຫດດັ່ງກ່າວມານີ້ແລ ກັມທີ່ບໍ່ຄວນເຮັດ ສະແດງໂຕອອກມາເປັນກັມທີ່ບໍ່ຄວນເຮັດກໍມີ ; ກັມບໍ່ຄວນເຮັດ ສະແດງໂຕອອກມາເປັນກັມທີ່ຄວນເຮັດກໍມີ ; ແລະກັມທີ່ຄວນເຮັດແທ້ໆ ສະແດງໂຕອອກມາເປັນກັມທີ່ຄວນເຮັດກໍມີ ; ກັມຄວນເຮັດ ສະແດງໂຕອອກມາເປັນກັມທີ່ບໍ່ຄວນເຮັດກໍມີ ; ດັ່ງນີ້ແລ.

ທົງ “ເຍາະເຍີ້ຍ” ລັດທິທີ່ວ່າສຸຂທຸກຂ໌ເພາະກັມເກົ່າຢ່າງດຽວ ໑

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ