ຄຳສອນພຸດທະ - ໜ້າຈໍໂຫລດ

ພຸດທະປະວັຕ ຈາກພຣະໂອຖະ

ໜ້າ/ 311

ອານົນທ໌ ! ບັນດາສະມະນະພຣາມ ທ. ເຫຼົ່ານັ້ນ (ກ) ສະມະນະພຣາມ ຜູ້ໃດ ກ່າວແນວນີ້ວ່າ “ທ່ານຜູ້ຈະເຣີນ ທ. ! ກັມທີ່ເປັນບາບບໍ່ມີ, ວິບາກແຫ່ງທຸຈະຣິຕກໍບໍ່ມີ” ດັ່ງນີ້ ; ຄໍາກ່າວຂໍ້ນີ້ ຂອງສະມະນະພຣາມຜູ້ນັ້ນ ເຮົາ ບໍ່ຍອມຮັບຮູ້ດ້ວຍ. (ຂ) ແຕ່ຂໍ້ໃດ ທີ່ສະມະນະພຣາມຜູ້ນັ້ນກ່າວຕໍ່ໄປອີກແນວນີ້ວ່າ “ຂ້າພະເຈົ້າໄດ້ເຫັນບຸກຄົນຜູ້ເສບປານາຕິບາຕ ປະກອບອະທິນນາທານ...ໆລໆ... ມີຈິຕພະຍາບາດ ເປັນມິດສາທິຕຖິ ພາຍຫຼັງແຕ່ການຕາຍ ເພາະການທໍາລາຍແຫ່ງກາຍ ເຂົ້າເຖິງສຸຄະຕິໂລກສະຫວັນ” ດັ່ງນີ້ ; ຄໍາກ່າວຂໍ້ນີ້ ຂອງສະມະນະພຣາມຜູ້ນັ້ນ ເຮົາ ຍອມຮັບຮູ້ດ້ວຍ. (ຄ) ສ່ວນຂໍ້ທີ່ສະມະນະພຣາມຜູ້ນັ້ນກ່າວເຊັ່ນນີ້ວ່າ “ທ່ານຜູ້ຈະເຣີນ ທ. ! ບຸກຄົນໃດ ເປັນຜູ້ເສບປານາຕິບາຕ ປະກອບອະທິນນາທານ ...ໆລໆ... ມີຈິຕພະຍາບາດ ເປັນມິດສາທິຕຖິ ບຸກຄົນນັ້ນ ທຸກຄົນ ພາຍຫຼັງແຕ່ການຕາຍ ເພາະການທໍາລາຍແຫ່ງກາຍ ຍ່ອມເຂົ້າເຖິງສຸຄະຕິໂລກສະຫວັນ” ດັ່ງນີ້ ; ຄໍາກ່າວຂໍ້ນີ້ຂອງສະມະນະພຣາມຜູ້ນັ້ນ ເຮົາ ບໍ່ຍອມຮັບຮູ້ດ້ວຍ. (ງ) ແມ່ນວ່າຂໍ້ໃດທີ່ສະມະນະພຣາມຜູ້ນັ້ນກ່າວຕໍ່ໄປເຊັ່ນນີ້ວ່າ “ຊົນເຫຼົ່າໃດຮູ້ແນວນີ້ ຊົນເຫຼົ່ານັ້ນຊື່ວ່າຮູ້ຖືກຕ້ອງ, ຊົນເຫຼົ່າໃດຮູ້ແນວອື່ນ ຄວາມຮູ້ຂອງຊົນເຫຼົ່ານັ້ນ ຜິດ” ດັ່ງນີ້ ; ຄໍາກ່າວແມ່ນວ່າຂໍ້ນີ້ ຂອງສະມະນະພຣາມຜູ້ນັ້ນ ເຮົາກໍ ບໍ່ຍອມຮັບຮູ້ດ້ວຍ. (ຈ) ແມ່ນແຕ່ຂໍ້ທີ່ສະມະນະ ພຣາມຜູ້ນັ້ນ ປັກໃຈຕາມກໍາລັງແຫ່ງຄວາມຮູ້ ຕາມຄວາມລູບຄໍາແຫ່ງທິຕຖິ ແລ້ວປະກອບເຊິ່ງໂວຫາຣຕາມທີ່ເຂົາຮູ້ເອງ ເຫັນເອງ ແຈ່ມແຈ້ງເອງ (ສືບຕໍ່ໄປ) ແນວນີ້ວ່າ “ຂໍ້ນີ້ເທົ່ານັ້ນຈິງ, ຂໍ້ອື່ນເປັນໂມຄະ” ດັ່ງນີ້ ; ຄໍາກ່າວຂໍ້ນີ້ ຂອງສະມະນະພຣາມຜູ້ນັ້ນ ເຮົາກໍ ບໍ່ຍອມຮັບຮູ້ດ້ວຍ. ຂໍ້ນັ້ນເພາະເຫດໃດໜໍ ? ອານົນທ໌ ! ຂໍ້ນັ້ນເພາະເຫດວ່າ ຍານໃນການຈໍາແນກຊຶ່ງກັມ ອັນກວ້າງຂວາງຂອງຕະຖາຄົຕ ຍ່ອມມີໂດຍປະການອື່ນ.

໔໐໖ ພຸດທະປະວັດຈາກພຣະໂອຖະ - ພາກ ໔

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ