ພຸດທະປະວັຕ ຈາກພຣະໂອຖະ
ໜ້າ/ 311
ກັດສະປະ ! ຜູ້ໃດ ເປັນພວກເດຍຣະຖີອື່ນມາກ່ອນ, ຫວັງການບັນພະຊາ ຫວັງການອຸປະສົມບົດ ໃນທັມວິນັຍນີ້ ຜູ້ນັ້ນຍ່ອມຕ້ອງຢູ່ປະຣິວາສສີ່ເດືອນ,໒ ຄັນກາຍສີ່ເດືອນ ພວກພິກຂຸ ທ. ມີຈິຕໝົດສົງໄສລັງກຽດແລ້ວ ຍ່ອມໃຫ້ບັນພະຊາ ໃຫ້ອຸປະສົມບົດ ເພື່ອຄວາມເປັນພິກຂຸ. ກໍແຕ່ວ່າ ເຮົາຮູ້ຈັກຄວາມແຕກຕ່າງລະຫວ່າງບຸກຄົນໃນເລື່ອງນີ້.
(ພຣະບາລີເຊັ່ນນີ້ມີທົ່ວໆໄປ ທົງຍົກສິດທິພິເສດໃຫ້ອັນຍະເດຍຣະຖີບາງຄົນ ທີ່ພຣະອົງຄ໌ທົງສັງເກດເຫັນແລ້ວວ່າບໍ່ຈໍາເປັນ, ບໍ່ຕ້ອງຢູ່ປະຣິວາສສີ່ເດືອນ. ທົງເອີ້ນພິກຂຸອົງໃດອົງໜຶ່ງມາ ພາໂຕໄປບັນພະຊາເລີຍບາດດຽວ ແລ້ວຈຶ່ງໃຫ້ສົງຄ໌ໃຫ້ອຸປະສົມບົດຕາມຫຼັງ. ກົດຫຼາຍຂໍ້ ທີ່ມີອະນຸບັນຍັດ ຫຼື “ຂໍ້ຍົກເວັ້ນ” ໄວ້ສໍາລັບບາງບຸກຄົນ, ບາງກາລະ, ບາງເທສະ, ແນວນີ້ກໍເພາະທົງເປັນທັມມະຣາຊາ. ໃຈຄວາມເຊັ່ນນີ້ ອະທິບາຍໄວ້ແຈ່ມແຈ້ງໃນອັຕຖະກະຖາແຫ່ງພຣະບາລີ ທີ່ກ່າວເຖິງເລື່ອງເຊັ່ນນີ້ ທຸກແຫ່ງທົ່ວໄປ).
໑. ບາລີ ມຫາສິຫະນາທະສູຕ ສີ. ທີ. ໙/໒໒໑/໒໗໔. ຕຣັດແກ່ອະເຈລະກັດສະປະ.
໒. ປະຣິວາສເຊັ່ນນີ້ ມີການລອງບັງຄັບໃຫ້ຖື ຫຼືໃຫ້ຝຶກແນວນັ້ນແນວນີ້ເບິ່ງ ຈົນເປັນທີ່ພໍໃຈຈົນຄົບ ໔ ເດືອນ
ບໍ່ມີບົກພ່ອງໃນລະຫວ່າງນັ້ນ. ຖ້າບົກພ່ອງແມ່ນນັບໃໝ່.
໔໐໔ ພຸດທະປະວັດຈາກພຣະໂອຖະ - ພາກ ໔
ທົງສະແດງຫຼັກແຫ່ງກັມຕ່າງຈາກພວກອື່ນ ໑
ອານົນທ໌ ! ບັນດາສະມະນະພຣາມ ທ. ເຫຼົ່ານັ້ນ (ກ) ສະມະນະພຣາມຜູ້ໃດ ກ່າວແນວນີ້ ວ່າ “ທ່ານຜູ້ຈະເຣີນ ທ. ! ກັມທີ່ເປັນບາບ (ປາປະກັມມະ) ມີຢູ່, ວິບາກແຫ່ງທຸຈະຣິຕ ກໍມີຢູ່” ດັ່ງນີ້ ; ຄໍາກ່າວຂໍ້ນີ້ ຂອງສະມະນະພຣາມຜູ້ນັ້ນ ເຮົາ ຍອມຮັບຮູ້ດ້ວຍ. (ຂ) ເຖິງແມ່ນຂໍ້ໃດ ທີ່ສະມະນະພຣາມຜູ້ນັ້ນກ່າວຕໍ່ໄປວ່າ “ຂ້າພະເຈົ້າໄດ້ເຫັນບຸກຄົນຜູ້ເສບປານາຕິບາຕ ປະກອບອະທິນນາທານ ປະພຶດຜິດໃນກາມ ເວົາຂີ້ຕົວະ ເວົ້າສໍ່ສຽດ ເວົ້າຄໍາຫຍາບ ເວົ້າຄໍາໂລເລ ອັ່ງໄປດ້ວຍອະພິຊຊາ ມີຈິຕພະຍາບາດ ເປັນມິດສາທິຕຖິ, ພາຍຫຼັງແຕ່ການຕາຍ ເພາະການທໍາລາຍແຫ່ງກາຍ ເຂົ້າເຖິງອະບາຍ ທຸຄະຕິ ວິນິບາຕ ນະຣົກ” ດັ່ງນີ້ ; ຄໍາກ່າວແມ່ນວ່າຂໍ້ນີ້ ຂອງສະມະນະພຣາມຜູ້ນັ້ນ ເຮົາກໍ ຍອມຮັບຮູ້ດ້ວຍ. (ຄ) ແຕ່ຂໍ້ທີ່ສະມະນະພຣາມຜູ້ນັ້ນ ກ່າວດັ່ງນີ້ “ທ່ານຜູ້ຈະເຣີນ ທ. ! ບຸກຄົນໃດ ເປັນຜູ້ເສບປານາຕິບາຕ ປະກອບອະທິນນາທານ ...ໆລໆ... ມີຈິຕພະຍາບາດ ເປັນມິດສາທິຕຖິ ບຸກຄົນນັ້ນ ທຸກຄົນ, ພາຍຫຼັງແຕ່ການຕາຍ ເພາະການທໍາລາຍແຫ່ງກາຍ ຍ່ອມເຂົ້າເຖິງອະບາຍ ທຸຄະຕິ ວິນິບາຕ ນະຣົກ” ດັ່ງນີ້ ; ຄໍາກ່າວຂໍ້ນີ້ຂອງສະມະນະພຣາມຜູ້ນັ້ນ ເຮົາ ບໍ່ຍອມຮັບຮູ້ດ້ວຍ. (ງ) ແມ່ນແຕ່ຂໍ້ໃດທີ່ສະມະນະພຣາມຜູ້ນັ້ນ ກ່າວຕໍ່ໄປວ່າ “ຊົນເຫຼົ່າໃດຮູ້ແນວນີ້ ຊົນເຫຼົ່ານັ້ນຊື່ວ່າຮູ້ຖືກຕ້ອງ, ຊົນເຫຼົ່າໃດຮູ້ແນວອື່ນ ຄວາມຮູ້ຂອງຊົນເຫຼົ່ານັ້ນຜິດ” ດັ່ງນີ້ ; ຄໍາກ່າວແມ່ນວ່າຂໍ້ນີ້ຂອງສະມະນະພຣາມຜູ້ນັ້ນ ເຮົາກໍ ບໍ່ຍອມຮັບຮູ້ດ້ວຍ. (ຈ) ເຖິງ ແມ່ນວ່າຂໍ້ທີ່ສະມະນະພຣາມຜູ້ນັ້ນ ປັກໃຈຕາມກໍາລັງແຫ່ງຄວາມຮູ້ ຕາມຄວາມລູບຄໍາແຫ່ງທິຕຖິ ແລ້ວປະກອບເຊິ່ງໂວຫາຣຕາມທີ່ເຂົາຮູ້ເອງ ເຫັນເອງ ແຈ່ມແຈ້ງເອງ (ສືບຕໍ່ໄປ) ເຊັ່ນນີ້ວ່າ “ຂໍ້ນີ້ເທົ່ານັ້ນຈິງ, ຂໍ້ອື່ນເປັນໂມຄະ” ດັ່ງນີ້ ; ຄໍາກ່າວຂໍ້ນີ້ຂອງສະມະນະພຣາມຜູ້ນັ້ນ ເຮົາກໍ ບໍ່ຍອມຮັບຮູ້ດ້ວຍ. ຂໍ້ນັ້ນເພາະເຫດໃດໜໍ ? ອານົນທ໌ ! ຂໍ້ນັ້ນເພາະເຫດວ່າ ຍານໃນການຈໍາແນກຊຶ່ງກັມ ອັນກວ້າງຂວາງຂອງຕະຖາຄົຕ ຍ່ອມມີໂດຍປະການອື່ນ.
໑. ບາລີ ມຫາກັມມະວິພັງຄະສູຕ ອຸປຣິ. ມ. ໑໔/໓໙໔/໖໐໘. ຕຣັດແກ່ພຣະອານົນທ໌.
ໂຜດປັນຈະວັກຄີແລ້ວ - ໃກ້ຈະປະຣິນິບພານ ໔໐໕








