ຄຳສອນພຸດທະ - ໜ້າຈໍໂຫລດ

ພຸດທະປະວັຕ ຈາກພຣະໂອຖະ

ໜ້າ/ 311

ນິໂຄຣທະ ! ຄວາມລະແວງຂອງທ່ານອາດຈະມີໄດ້ເຊັ່ນນີ້ວ່າ ພຣະສະມະນະ ໂຄດົມກ່າວແນວນີ້໒ ເພາະຄວາມໃຝ່ຈະໄດ້ອັນເຕວາສິກ ກໍເປັນໄດ້. ນິໂຄຣທະ ! ກໍຂໍ້ນີ້ ທ່ານຢ່າຟ້າວເຫັນເຊັ່ນນັ້ນເລີຍ ; ຜູ້ໃດເປັນອາຈາຣຍ໌ຂອງທ່ານຢູ່ແລ້ວເຊັ່ນນັ້ນ ຜູ້ນັ້ນ ຈົ່ງເປັນອາຈາຣຍ໌ຂອງທ່ານຕໍ່ໄປເຖີ້ນ.

ນິໂຄຣທະ ! ຄວາມລະແວງຂອງທ່ານອາດຈະມີໄດ້ເຊັ່ນນີ້ວ່າ ພຣະສະມະນະ ໂຄດົມ ເປັນຜູ້ຕ້ອງການໃຫ້ເຮົາເຄື່ອນຈາກອຸດເທດ (ລັດທິທີ່ຖືຢູ່ດັ້ງເດີມ) ຈຶ່ງກ່າວແນວນີ້. ນິໂຄຣທະ ! ກໍຂໍ້ນີ້ ທ່ານຢ່າຟ້າວເຫັນເຊັ່ນນັ້ນເລີຍ ; ສິ່ງໃດເປັນອຸດເທດຂອງທ່ານຢູ່ແລ້ວເຊັ່ນນັ້ນ ສິ່ງນັ້ນ ຈົ່ງເປັນອຸດເທດຂອງທ່ານຕໍ່ໄປເຖີ້ນ.

ນິໂຄຣທະ ! ຄວາມລະແວງຂອງທ່ານອາດຈະມີໄດ້ເຊັ່ນນີ້ວ່າ ພຣະສະມະນະ ໂຄດົມ ເປັນຜູ້ຕ້ອງການໃຫ້ເຮົາເຄື່ອນຈາກອາຊີວະ (ແບບແຫ່ງການເປັນຢູ່ຕາມລັດທິນັ້ນ) ຈຶ່ງກ່າວແນວນີ້. ນິໂຄຣທະ ! ກໍຂໍ້ນີ້ ທ່ານຢ່າຟ້າວເຫັນເຊັ່ນນັ້ນເລີຍ ; ວິທີການໃດເປັນອາຊີວະຂອງທ່ານຢູ່ແລ້ວເຊັ່ນນັ້ນ ວິທີການນັ້ນ ຈົ່ງເປັນອາຊີວະຂອງທ່ານຕໍ່ໄປເຖີ້ນ.

ນິໂຄຣທະ ! ຄວາມລະແວງຂອງທ່ານອາດຈະມີໄດ້ເຊັ່ນນີ້ວ່າ ທັມເຫຼົ່າໃດເປັນອະກຸສົລ ນັບເນື່ອງໃນອະກຸສົລ ຕາມລັດທິແຫ່ງອາຈາຣຍ໌ຂອງເຮົາ, ພຣະສະມະນະໂຄດົມ ເປັນຜູ້ຕ້ອງການໃຫ້ເຮົາ ຕັ້ງຢູ່ໃນອະກຸສົລທັມເຫຼົ່ານັ້ນ ຈຶ່ງກ່າວແນວນີ້. ນິໂຄຣທະ ! ກໍຂໍ້ນີ້ ທ່ານຢ່າຟ້າວເຫັນເຊັ່ນນັ້ນເລີຍ ; ທັມເຫຼົ່ານັ້ນ ຈົ່ງເປັນອະກຸສົລທັມ ນັບເນື່ອງໃນອະກຸສົລທັມ ຕາມລັດທິແຫ່ງອາຈາຣຍ໌ຂອງຕົນ ຕໍ່ໄປຕາມເດີມເຖີ້ນ.

໑. ບາລີ ອຸທຸມພຣິກະສູຕ ປາ. ທີ. ໑໑/໕໙/໓໑. ຕຣັດແກ່ນິໂຄຣທະປະຣິບພາຊົກ

ທີ່ອຸທຸມພຣິກາປະຣິບພາຊະກາຣາມ ໃກ້ເມືອງຣາຊະຄຶ.

໒. ຄໍາວ່າ “ກ່າວແນວນີ້” ໃນບ່ອນນີ້ ຄືກ່າວດັ່ງຂໍ້ຄວາມໃນຂໍ້ທີ່ວ່າ ‘ທົງສາມາດໃນການສອນ’ ທີ່ໜ້າ ໒໗໓ ແຫ່ງໜັງສືເຫຼັ້ມນີ້.

໔໐໒ ພຸດທະປະວັດຈາກພຣະໂອຖະ - ພາກ ໔

ນິໂຄຣທະ ! ຄວາມລະແວງຂອງທ່ານອາດຈະມີໄດ້ເຊັ່ນນີ້ວ່າ ທັມເຫຼົ່າໃດເປັນກຸສົລ ນັບເນື່ອງໃນກຸສົລ ຕາມລັດທິແຫ່ງອາຈາຣຍ໌ຂອງເຮົາ, ພຣະສະມະນະໂຄດົມ ເປັນຜູ້ຕ້ອງການ ໃຫ້ເຮົາເລີກຫ່າງຈາກກຸສົລທັມເຫຼົ່ານັ້ນ ຈຶ່ງກ່າວແນວນີ້. ນິໂຄຣທະ ! ກໍຂໍ້ນີ້ ທ່ານຢ່າຟ້າວເຫັນເຊັ່ນນັ້ນເລີຍ ; ທັມເຫຼົ່ານັ້ນ ຈົ່ງເປັນກຸສົລທັມ ນັບເນື່ອງໃນກຸສົລທັມ ຕາມລັດທິແຫ່ງອາຈາຣຍ໌ຂອງຕົນ ຕໍ່ໄປຕາມເດີມເຖີ້ນ.

ນິໂຄຣທະ ! ເຊັ່ນນີ້ແຫຼະ ເຮົາບໍ່ໄດ້ກ່າວແນວນັ້ນ ເພາະຄວາມໃຝ່ຈະໄດ້ອັນເຕວາສິກ ; ແລະເຮົາບໍ່ໄດ້ກ່າວແນວນັ້ນ ເພາະເປັນຜູ້ຕ້ອງການໃຫ້ທ່ານເຄື່ອນຈາກອຸດເທດ ; ແລະເຮົາບໍ່ໄດ້ກ່າວແນວນັ້ນ ເພາະເປັນຜູ້ຕ້ອງການໃຫ້ທ່ານເຄື່ອນຈາກອາຊີວະ ; ແລະເຮົາບໍ່ໄດ້ກ່າວແນວນັ້ນ ເພາະເປັນຜູ້ຕ້ອງການໃຫ້ທ່ານຕັ້ງຢູ່ໃນ ທັມອັນເປັນອະກຸສົລ ນັບເນື່ອງໃນອະກຸສົລ ຕາມລັດທິແຫ່ງອາຈາຣຍ໌ຂອງຕົນ ເຫຼົ່ານັ້ນ ; ແລະເຮົາບໍ່ໄດ້ກ່າວແນວນັ້ນ ເພາະເປັນຜູ້ຕ້ອງການໃຫ້ທ່ານເລີກຫ່າງຈາກທັມອັນເປັນກຸສົລນັບເນື່ອງໃນກຸສົລ ຕາມລັດທິແຫ່ງອາຈາຣຍ໌ຂອງຕົນເຫຼົ່ານັ້ນ.

ນິໂຄຣທະ ! ທັມ ທ. ອັນເປັນອະກຸສົລທີ່ທ່ານຍັງລະບໍ່ໄດ້ ມີຢູ່ ເປັນທັມເສົ້າໝອງ ເປັນທັມນໍາມາຊຶ່ງພົບໃໝ່ ເປັນໄປເພື່ອທຸກຂ໌ທໍຣະມານ ມີທຸກຂ໌ເປັນວິບາກ ເປັນໄປເພື່ອຊາດຊະຣາມໍຣະນະສືບຕໍ່ໄປ, ອັນເປັນອະກຸສົລທັມ ທີ່ເຮົາສະແດງທັມເພື່ອໃຫ້ລະເສຍ ; ເມື່ອທ່ານ ທ. ປະຕິບັດຕາມແລ້ວ ທັມເປັນເຄື່ອງເສົ້າໝອງ ທ. ຈະລະໄປ, ທັມເປັນເຄື່ອງຜ່ອງໃສ ທ. ຈະຈະເຣີນໂດຍຍິ່ງ ; ທ່ານ ທ. ຈະເຮັດໃຫ້ແຈ້ງ ຊຶ່ງຄວາມເຕັມຮອບແຫ່ງປັນຍາ ແລະຄວາມເປັນຜູ້ໄພບູນດ້ວຍປັນຍາອັນຍິ່ງເອງໃນທິຕຖະທັມ ເຂົ້າເຖິງແລ້ວແລຢູ່.

ໂຜດປັນຈະວັກຄີແລ້ວ - ໃກ້ຈະປະຣິນິບພານ ໔໐໓

ບາງກົດທີ່ທົງຍົກເວັ້ນແກ່ບາງຄົນ ໑

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ