ພຸດທະປະວັຕ ຈາກພຣະໂອຖະ
ໜ້າ/ 311
ພິກຂຸ ທ. ! ກໍ ອຸເປກຂາເຈໂຕວິມຸດ ຈະເຣີນກັນແລ້ວແນວໃດ ມີຄະຕິແນວໃດ ມີທັມອັນໃດເປັນຢ່າງຍິ່ງ ມີຜົລແບບໃດ ມີທີ່ສຸດຈົບແນວໃດ ? ພິກຂຸ ທ. ! ພິກຂຸໃນທັມວິນັຍນີ້ ຍ່ອມຈະເຣີນສະຕິສັມໂພຊຊົງຄ໌ … ທັມມະວິຈະຢະສັມໂພຊຊົງຄ໌ …ວິຣິຢະສັມໂພຊຊົງຄ໌ …ປີຕິສັມໂພຊຊົງຄ໌ …ປັດສັດທິສັມໂພຊຊົງຄ໌ …
໓໙໔ ພຸດທະປະວັດຈາກພຣະໂອຖ - ພາກ ໔
ສະມາທິສັມໂພຊຊົງຄ໌ …ອຸເປກຂາສັມໂພຊຊົງຄ໌ ເປັນສັມໂພຊຊົງຄ໌ທີ່ສະຫະຣະຄະຕະດ້ວຍອຸເປກຂາ ອັນເປັນສັມໂພຊຊົງຄ໌ທີ່ອາໄສວິເວກ ອາໄສວິຣາຄະ ອາໄສ ນິໂຣທະ ນ້ອມໄປເພື່ອໂວດສັກຄະ. ຖ້າພິກຂຸນັ້ນຫວັງຈະເປັນຜູ້ມີສັນຍາວ່າປະຕິກູລ ໃນສິ່ງທີ່ບໍ່ປະຕິກູລຢູ່ ເຂົາກໍຍ່ອມເປັນຜູ້ມີສັນຍາວ່າປະຕິກູລໃນສິ່ງທີ່ບໍ່ປະຕິກູລນັ້ນໄດ້ ຢູ່. ຖ້າເຂົາຫວັງຈະເປັນຜູ້ມີສັນຍາວ່າບໍ່ປະຕິກູລໃນສິ່ງທີ່ປະຕິກູລຢູ່ ເຂົາກໍຍ່ອມເປັນຜູ້ມີສັນຍາວ່າບໍ່ປະຕິກູລໃນສິ່ງທີ່ປະຕິກູລນັ້ນໄດ້ ຢູ່ ; ຖ້າເຂົາຫວັງຈະເປັນຜູ້ມີສັນຍາວ່າປະຕິກູລໃນສິ່ງທີ່ບໍ່ປະຕິກູລແລະສິ່ງທີ່ປະຕິກູລ ຢູ່ ເຂົາກໍຍ່ອມເປັນຜູ້ມີສັນຍາວ່າປະຕິກູລໃນສິ່ງທີ່ບໍ່ປະຕິກູລແລະສິ່ງທີ່ປະຕິກູລນັ້ນໄດ້ ຢູ່ ; ຖ້າເຂົາຫວັງຈະເປັນຜູ້ມີສັນຍາວ່າບໍ່ປະຕິກູລທັງໃນສິ່ງທີ່ປະຕິກູລແລະສິ່ງທີ່ບໍ່ປະຕິກູລຢູ່ ເຂົາກໍຍ່ອມເປັນຜູ້ມີສັນຍາວ່າບໍ່ປະຕິກູລທັງໃນສິ່ງທີ່ປະຕິກູລແລະສິ່ງທີ່ບໍ່ປະຕິກູລ ນັ້ນໄດ້ ຢູ່ ; ຖ້າເຂົາຫວັງຈະເລີກຖອນ ສິ່ງທີ່ບໍ່ປະຕິກູລແລະສິ່ງທີ່ປະຕິກູລ ທັງສອງຢ່າງນັ້ນເສຍ ແລ້ວເປັນຜູ້ອຸເປກຂາ ມີສະຕິສັມປະຊັນຍະຢູ່ ເຂົາກໍຍ່ອມເປັນຜູ້ອຸເປກຂາ ມີສະຕິສັມປະຊັນຍະ ໃນທັມນັ້ນໄດ້ ຢູ່ ; ອີກຢ່າງໜຶ່ງ ເຂົານັ້ນ ເພາະການກ້າວຜ່ານເສຍໄດ້ ຊຶ່ງ ວິນຍານັນຈາຍະຕະນະ ໂດຍປະການທັງປວງ ຈຶ່ງເຂົ້າເຖິງ ອາກິນຈັນຍາຢະຕະນະ ອັນມີການກໍານົດໃນໃຈວ່າ “ນັຕຖິ ກິນຈິ” ດັ່ງນີ້ ແລ້ວແລຢູ່. ພິກຂຸ ທ. ! ເຮົາກ່າວອຸເປກຂາເຈໂຕວິມຸດ ວ່າເປັນທັມອາກິນຈັນຍາຢະຕະນະ ເປັນຢ່າງຍິ່ງ. ໃນກໍລະນີນີ້ ເປັນວິມຸດຂອງພິກຂຸຜູ້ມີປັນຍາ ຊະນິດທີ່ຍັງບໍ່ແທງຕະຫຼອດວິມຸດອັນຍິ່ງຂຶ້ນໄປ, ດັ່ງນີ້ແລ.
ໂຜດປັນຈະວັກຄີແລ້ວ - ໃກ້ຈະປະຣິນິບພານ ໓໙໕
ທົງບັນຍັດນິດທະສະບຸຄຄົນທີ່ບໍ່ເນື່ອງດ້ວຍພັນສາດັ່ງລັດທິອື່ນ ໑
“ຂ້າແຕ່ພຣະອົງຜູ້ຈະເຣີນ ມື້ເຊົ້ານີ້, ຂ້ານ້ອຍເຂົ້າໄປບິນດະບາຕໃນເມືອງສາວັຕຖີ, ເຫັນວ່າ ຍັງເຊົ້າຢູ່ ຈຶ່ງເຂົ້າໄປສູ່ອາຣາມຂອງປະຣິບພາຊົກຜູ້ເປັນເດຍຣະຖີອື່ນ ; ເຂົາກໍາລັງປະຊຸມກັນເວົ້າກັນວ່າ “ທ່ານຜູ້ມີອາຍຸ ! ຜູ້ໃດໃຜປະພຶດພຣົມມະຈັນບໍຣິສຸດບໍຣິບູນຮອດ ໑໒ ປີ, ຄວນຈະເອີ້ນພິກຂຸນັ້ນວ່າເປັນນິດທະສະພິກຂຸ (ນິດທະໂສ ໒ ພິກຂຸ)” ດັ່ງນີ້...ຂ້າແຕ່ພຣະອົງຜູ້ຈະເຣີນ ! ພຣະຜູ້ມີພຣະພາຄອາດຫຼືບໍ່ໜໍ ເພື່ອຈະບັນຍັດນິດທະສະພິກຂຸໃນທັມວິນັຍນີ້ ດ້ວຍເຫດສັກວ່າ ການນັບພັນສາຢ່າງດຽວ ຂ້ານ້ອຍ ?”
ສາຣີບຸຕ ! ໃຜໆ ບໍ່ອາດເພື່ອຈະບັນຍັດນິດທະສະພິກຂຸໃນທັມວິນັຍນີ້ ດ້ວຍເຫດ ສັກວ່າການນັບພັນສາຢ່າງດຽວ. ສາຣີບຸຕ ! ນິດທະສະວັຕຖຸ (ວັດຖຸເປັນເຄື່ອງບັນຍັດນິດທະສະບຸກຄົນ) ໗ ປະການເຫຼົ່ານີ້ ເຮົາເຮັດໃຫ້ແຈ້ງດ້ວຍປັນຍາອັນຍິ່ງເອງແລ້ວ ປະກາດແລ້ວ. ເຈັດປະການເຫຼົ່າໃດໜໍ ? ເຈັດປະການຄື ພິກຂຸໃນທັມວິນັຍນີ້ :-
໑. ເປັນຜູ້ມີສັນທະແກ່ກ້າໃນ ສິກຂາສະມາທານ ແລະມີຄວາມຮັກຢ່າງຍິ່ງໃນ ສິກຂາສະມາທານສືບຕໍ່ໄປ.
໒. ເປັນຜູ້ມີສັນທະແກ່ກ້າໃນ ການໄຄ່ຄວນທັມ ແລະມີຄວາມຮັກຢ່າງຍິ່ງໃນການໄຄ່ຄວນທັມສືບຕໍ່ໄປ.
໑. ບາລີ ສັຕຕກ. ອັງ. ໒໓/໓໗/໓໙. ຕຣັດແກ່ພຣະສາຣີບຸຕ.
໒. ຄໍາວ່າ ນິດທະໂາມໂຕພະຍັນຊະນະແປວ່າ ບໍ່ມີເສັ້ນດ້າຍທີ່ຍັງໃຫ້ຕໍ່າເຫຼືອຢູ່ ໝາຍຄວາມວ່າຜ້າຜືນ
ນັ້ນຕໍ່າແລ້ວແລ້ວ ບໍ່ມີສົ້ນດ້າຍເຫຼືອສໍາລັບຈະຕໍ່າອີກຕໍ່ໄປ; ມີຄວາມໝາຍວ່າຈົບກິດພຣົມມະຈັນ ທີ່ຮຽກວ່່າ
ວຸສິຕະວາ ; ເປັນໄວພົດສໍາລັບຄໍາວ່າ ອະຣະຫັນຕ໌ ນັ້ນເອງ ; ເປັນຄໍາທີ່ໃຊ້ກັນເປັນສາທາລະນະລະຫວ່າງ
ລັດທິ ເຊັ່ນດຽວກັບຄໍາວ່າພຣະອະຣະຫັນຕ໌ ; ຄວນຈະນໍາຄໍານີ້ມາໃຊ້ເວົ້າຈານໍາກັນໃຫ້ເປັນທີ່ແພ່ຫຼາຍ ເຊັ່ນ








