ຄຳສອນພຸດທະ - ໜ້າຈໍໂຫລດ

ພຸດທະປະວັຕ ຈາກພຣະໂອຖະ

ໜ້າ/ 311

ກຸມາຣ ! ກໍເມອຄະຫະບໍດີ ຫຼືບຸຕຄະຫະບໍດີ ຕອງອັ່ງຮ້ອນນອນທຸກຂ໌ເພາະຄວາມຮ້ອນຮົນອັນເກີດຈາກຣາຄະໃດໆ, ຣາຄະນນ ເຮົາຕະຖາຄົຕລະມັນໄດຂາດ ຖອນຂນໄດ້ຮອດຮາກເຫງາ ເຮັດໃຫເປັນເໝືອນຕົ້ນຕານຍອດກຸດ ບໃຫມີ ບໃຫເກີດອີກຕໄປ ເພາະສະນນ ເຮົາຈງນອນແລວເປັນສຸຂ.໑

ທົງດັບເຢັນເພາະບທົງຢຶດໝນການຮູສງທສົມມຸດກັນວາເລີດ ໒

ພັກຄະວະ ! ເຮົາຮູທວເຖິງຊຶ່ງສງທຄົນ ທ. ສົມມຸດກັນວາເລີດ, ແລະຮູຍິ່ງກວ່າຮູ້ ; ແລະເຮົາບຈັບສວຍລູບຄໍາຢູນນແະ, ຄວາມດັບເຢັນສະເພາະຕົນໂດຍແທ ຍ່ອມເປັນສງທແຈມແຈງແກເຮົາ, ເປັນຄວາມດັບເຢັນທເມອຕະຖາຄົຕ ຮູສະເພາະຢູ ຍ່ອມບເຖິງຊງອະນະຢະ (ຄວາມທຸກຂ໌ນາໆແບບ).

ໝາຍເຫດ : ສງທສົມມຸດກັນວາເລີດ ໃນກໍລະນີນີ້ ຄືສງທເປັນຜົລແຫ່ງການປະຕິບັດ ເພອເຂາເຖິງຄວາມເປັນພຣົມ ຫຼືການຢູຮວມກັນກັບພຣະເຈາ ຊຶ່ງຖືກັນວາເປັນຄຸນນະທັມສູງສຸດແຫງສະໄໝນນ ຂອງຊົນພວກນນ. (ເບງລາຍລະອຽດຈາກປາຕິກະສູຕ ປາ. ທີ. ໑໑/໒໙/໑໓-໑໖.

- ຜູ້ລວບລວມ.

ທີ່ປະທັບນັ່ງນອນຂອງພຣະອົງຄ໌ ໓

ພຣາມ ! ທີ່ນັ່ງສູງ ທີ່ນອນໃຫຍ່ທັງຫຼາຍເຫຼົ່າໃດ ຄື ຕຽງຂາສູງ ບັນລັງ. ຜ້າພຣົມຂົນຍາວ ໆລໆ ທີ່ນອນມີໝອນຂາງແດງທັງສອງເບື້ອງ (ລວມ ໒໐ ຊະນິດ ທີ່ນິຍົມເປັນຂອງສູງໃນຍຸກນັ້ນ) ນັ້ນເປັນຂອງຫາໄດ້ຍາກ ສໍາລັບບັນພະຊິຕ, ອີກປະການໜຶ່ງ ຄັນໄດ້ມາແລ້ວ ກໍຍ່ອມບໍ່ສົມຄວນແກ່ການບໍຣິໂພກ.

໑. ຕໍ່ຈາກນີ້ ມີການເລົ່າເຖິງຄວາມຮ້ອນຮົນອັນເກີດຈາກ ໂທສະ ໂມຫະ ໂດຍແນວແບບດຽວກັນ.

໒. ບາລີ ປາຕິກະສູຕ ປາ. ທີ. ໑໑/໒໙/໑໓. ຕຣັດແກ່ພັກຄະວະໂຄຕປະຣິບພາຊົກ ທີ່ອາຣາມຂອງລາວ.

໓. ບາລີ ມຫາວັຄ ຕິກ. ອັງ. ໒໐/໒໓໓/໕໐໓. ຕຣັດແກ່ພຣາມແລະຄະຫະບໍດີ ຊາວບ້ານເວນາຄະປຸຣະ

ແຄວ້ນໂກສົລ.

ໂຜດປັນຈະວັກຄີແລ້ວ - ໃກ້ຈະປະຣິນິບພານ ໓໗໓

ພຣາມ ! ທີ່ນັ່ງສູງ ທີ່ນອນໃຫຍ່ ສາມຊະນິດ ທີ່ເຮົາຫາໄດ້ງ່າຍ ບໍ່ລໍາບາກ ບໍ່ຝືດເຄືອງ ໃນບັດນີ້. ສາມຊະນິດຄືອັນໃດໜໍ ? ຄື ທີ່ນັ່ງສູງ ທີ່ນອນໃຫຍ່ ອັນເປັນທິບ ອັນເປັນພຣົມ ແລະອັນເປັນອະຣິຍະ.

ພຣາມ ! ໃນໂລກນີ້, ເຮົາເຂົ້າອາໄສບ້ານ ຫຼືເຂດໃດຢູ່ ເວລາເຊົ້າຄອງຈີວອນ ທ່ຽວໄປບິນດະບາຕໃນບ້ານຫຼືເຂດນັ້ນ. ຄັນເວລາຫຼັງອາຫາຣ ກັບຈາກບິນດະບາຕແລ້ວ ທ່ຽວໄປຕາມແຖວປ່າ. ເຮົານັ້ນ, ວັຕຖຸໃດມີຢູ່ໃນບ່ອນນັ້ນໆ ຈະເປັນຫຍ້າຫຼືໃບໄມ້ກໍຕາມ, ຄວ້າເອົາມາແລ້ວ (ເຮັດເປັນທີ່ຮອງນັ່ງ) ນັ່ງຄູ້ບັນລັງ ຕັ້ງກາຍໃຫ້ຕົງ ດໍາຣົງສະຕິສະເພາະໜ້າ, ເຮົານັ້ນສະງົບຈາກກາມ ແລະອະກຸສົລທັມທັງຫຼາຍ ຍ່ອມເຂົ້າເຖິງຊານທີ ໑໑ …ທີ ໒ …ທີ ໓ …ທີ ໔ ອັນບໍ່ມີທຸກຂ໌ ບໍ່ມີສຸຂ ມີແຕ່ສະຕິອັນບໍຣິສຸດ ເພາະອຸເປກຂາແລ້ວແລຢູ່, ພຣາມ ! ເຮົາຂະນະເມື່ອເປັນຢູ່ເຊັ່ນນີ້ ຖ້າຍ່າງຢູ່ ສະຖານທີ່ບ່ອນນັ້ນ ໃນສະໄໝນັ້ນ ກໍຊື່ວ່າ ທີ່ຈົງກົມທິບ, ຖ້າຢືນຢູ່ ສະຖານທີ່ບ່ອນນັ້ນ ໃນສະໄໝນັ້ນ ກໍຊື່ວ່າ ທີ່ຢືນອັນເປັນທິບ, ຖ້ານັ່ງຢູ່ ສະຖານທີ່ບ່ອນນັ້ນ ໃນສະໄໝນັ້ນກໍຊື່ວ່າ ອາສະນະທິບ, ຖ້າສໍາເລັດການນອນຢູ່ ສະຖານທີ່ບ່ອນນັ້ນ ໃນສະໄໝນັ້ນ ກໍຊື່ວ່າ ທີ່ນອນອັນເປັນທິບ, ພຣາມ ! ນີ້ແລ ທີ່ນັ່ງນອນສູງໃຫຍ່ອັນເປັນທິບ ຊຶ່ງໃນບັດນີ້ ເຮົາຫາໄດ້ງ່າຍ ບໍ່ລໍາບາກຝືດເຄືອງເລີຍ.

ພຣາມ ! ໃນໂລກນີ້, ເຮົາເຂົ້າອາໄສບ້ານ ຫຼືເຂດໃດຢູ່ ເວລາເຊົ້າຄອງຈີວອນ ທ່ຽວໄປບິນດະບາຕໃນບ້ານຫຼືເຂດນັ້ນ. ຄັນເວລາຫຼັງອາຫາຣ ກັບຈາກບິນດະບາຕແລ້ວ ທ່ຽວໄປຕາມແຖວປ່າ. ເຮົານັ້ນ, ວັຕຖຸໃດມີຢູ່ໃນບ່ອນນັ້ນໆ ຈະເປັນຫຍ້າຫຼືໃບໄມ້ກໍຕາມ, ຄວ້າເອົາມາແລ້ວ (ເຮັດເປັນທີ່ຮອງນັ່ງ) ນັ່ງຄູ້ບັນລັງ ຕັ້ງກາຍໃຫ້ຕົງ ດໍາຣົງສະຕິສະເພາະໜ້າ, ເຮົານັ້ນ ແຜ່ໄປສູ່ທິສທີ ໑ ທີ ໒ ທີ ໓ ທີ ໔ ທັງເບື້ອງເທິງ ເບື້ອງຕໍ່າ ເບື້ອງຂວາ ທົ່ວທຸກທາງສະເໝີໜ້າກັນຕະຫຼອດໂລກທັງປວງທີ່ມີຢູ່ ດ້ວຍຈິຕອັນປະກອບດ້ວຍເມຕຕາ ອັນໄພບູນ ປະກອບດ້ວຍຄຸນອັນໃຫຍ່ຫຼວງ

໑. ທີ່ປະໄວ້ດ້ວຍຈຸດ .... ເບິ່ງຂໍ້ຄວາມເຕັມໃນຂໍ້ທີ່ວ່າດ້ວຍການບັນທົມຢ່າງຕະຖາຄົຕ, ພາກນີ້.

໓໗໔ ພຸດທະປະວັດຈາກພຣະໂອຖະ - ພາກ ໔

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ