ຄຳສອນພຸດທະ - ໜ້າຈໍໂຫລດ

ພຸດທະປະວັຕ ຈາກພຣະໂອຖະ

ໜ້າ/ 311

ພິກຂຸ ທ. ! ເຊັ່ນດຽວກັບທີ່ແມ່ນໍ້າໃຫຍ່ໆ ເຊັ່ນແມ່ນໍ້າຄົງຄາ ຢະມຸນາ ອະຈິຣະວະຕີ ສະຣະພູ ມະຫີ, ແມ່ນໍ້າທັງໝົດນີ້ ຄັນໄຫຼໄປເຖິງມະຫາສະມຸດແລ້ວ ຍ່ອມຖິ້ມຊື່ເດີມຂອງຕົນ ຍ່ອມເຖິງການເອີ້ນຊື່ໃໝ່ວ່າ “ມະຫາສະມຸດ” ຄືກັນໝົດເຊັ່ນໃດ ; ພິກຂຸ ທ. ! ວັນນະທັງສີ່ນີ້ກໍເຊັ່ນດຽວກັນ ຈະເປັນກະສັດ ພຣາມ ເວດ ຫຼືສູດກໍຕາມ, ເມື່ອຄົນເຫຼົ່ານັ້ນອອກບວດ ໃນທັມວິນັຍທີ່ຕະຖາຄົຕປະກາດແລ້ວ ຍ່ອມປະຖິ້ມຊື່ເດີມ ຊື່ຕະກູນເດີມຂອງຕົນ ຍ່ອມເຖິງການເອີ້ນຊື່ໃໝ່ວ່າ “ພວກສະມະນະສາກະຢະ ປຸຕຕິຢະ ຄືກັນໝົດໂດຍແທ້”. ຂໍ້ທີ່ເຖິງການເອີ້ນຊື່ໃໝ່ວ່າ “ສະມະນະສາກະຢະປຸຕຕິຢະ” ສະເໝີກັນໝົດນີ້ແລ ເປັນສິ່ງທີ່ໜ້າອັດສະຈັນ ບໍ່ໜ້າຈະເປັນໄດ້ ເປັນສິ່ງທີ ໔ ໃນທັມວິນັຍນີ້, ຊຶ່ງເມື່ອພິກຂຸທັງຫຼາຍເຫັນແລ້ວໆ ຊຶ່ງຂໍ້ນີ້ ຍ່ອມເກີດຄວາມພໍໃຈຢ່າງຍິ່ງ ໃນທັມວິນັຍນີ້.

໑. ບາລີ ໂສນະວັກຄະ ອຸ. ຂຸ. ໒໕/໑໕໗/໑໑໘. ຕຣັດແກ່ພິກຂຸທັງຫຼາຍ ທີ່ບຸບພາຣາມ ໃກ້ເມືອງສາວັຕຖີ.

໓໓໖ ພຸດທະປະວັດຈາກພຣະໂອຖະ - ພາກ ໔

ທົງໃຫ້ຖືວ່າ ສາວົກ ທ. ເປັນບຸຕຂອງພຣະອົງ ໑

ພິກຂຸ ທ. ! ເຮົາເປັນພຣາມຜູ້ຄວນແກ່ການຖືກຂໍ ມີຝ່າມືອັນຊຸ່ມແລ້ວຕະຫຼອດເວລາ ເປັນຜູ້ທົງໄວ້ຊຶ່ງກາຍອັນມີໃນຄັ້ງສຸດທ້າຍ ເປັນໝໍຜູ້ເຮັດການຜ່າຕັດ ບໍ່ມີໝໍອື່ນຍິ່ງກວ່າ ; ເຈົ້າ ທ. ເປັນບຸຕແຫ່ງເຮົານັ້ນ ເປັນໂອຣົດທີ່ເກີດແລ້ວຈາກປາກ ເກີດໂດຍທັມ ອັນທັມເນຣະມິດແລ້ວ ເປັນທັມມະທາຍາດ ບໍ່ແມ່ນອາມິດທາຍາດ.

ທົງສະແດງສາວົກຕົວຢ່າງທີ່ປະສົບຄວາມສໍາເລັດ

ໃນອິນຊີພາວະນາ ໑

ຖືກແລ້ວ ຖືກແລ້ວ ສາຣີບຸຕ ! ສາຣີບຸຕ ! ອະຣິຍະສາວົກໃດ ມີຄວາມເຫຼື້ອມໃສຢ່າງຍິ່ງໃນຕະຖາຄົຕ ເຖິງທີ່ສຸດໂດຍສ່ວນດຽວ, ເຂົາຍ່ອມບໍ່ສົງໄສ ຫຼືລັງເລ ໃນຕະຖາຄົຕ ຫຼືໃນຄໍາສອນຂອງຕະຖາຄົຕ. ສາຣີບຸຕ ! ເມື່ອອະຣິຍະສາວົກເປັນຜູ້ມີສັດທາແລ້ວ ຍ່ອມຫວັງຂໍ້ນີ້ສືບຕໍ່ໄປວ່າ ເຂົາຈະເປັນຜູ້ປາຣົບຄວາມພຽນ ເພື່ອລະອະກຸສົລທັມ ທ. ເພື່ອຄວາມເຖິງພ້ອມແຫ່ງກຸສົລທັມ ທ. ເປັນຜູ້ມີກໍາລັງ ມີຄວາມບາກບັ່ນໝັ້ນຄົງ ບໍ່ປະຖິ້ມທຸຣະໃນກຸສົລທັມ ທ. ສາຣີບຸຕ ! ຄວາມພຽນເຊັ່ນນັ້ນ ຂອງອະຣິຍະສາວົກນັ້ນ ຍ່ອມເປັນ ອິນຊີຄືວິຣິຢະ ຂອງເຂົານັ້ນ.

ສາຣີບຸຕ ! ເມື່ອອະຣິຍະສາວົກເປັນຜູ້ມີສັດທາ ເປັນຜູ້ປາຣົບຄວາມພຽນ ຢູ່ແລ້ວ ຍ່ອມຫວັງຂໍ້ນີ້ສືບຕໍ່ໄປວ່າ ເຂົາຈະເປັນຜູ້ມີສະຕິ ປະກອບພ້ອມດ້ວຍສະຕິເປັນເຄື່ອງລະວັງຮັກສາຕົນເປັນຢ່າງຍິ່ງ ເປັນຜູ້ລະນຶກໄດ້ ເຊິ່ງສິ່ງທີ່ເຮັດແລະຄໍາທີ່ເວົ້າແມ່ນແຕ່ດົນໄດ້. ສາຣີບຸຕ ! ຄວາມລະນຶກເຊັ່ນນັ້ນ ຂອງອະຣິຍະສາວົກນັ້ນ ຍ່ອມເປັນ ອິນຊີຄືສະຕິ ຂອງເຂົານັ້ນ.

໑. ບາລີ ອິຕິວຸ. ຂຸ. ໒໕/໓໐໘/໒໘໐.

໒. ບາລີ ມຫາວາຣ. ສັງ. ໑໙/໒໙໙/໑໐໑໗. ຕຣັດແກ່ພຣະສາຣີບຸຕ ທີ່ອາປະນະນິຄົມ ແຄວ້ນອັງຄະ.

ໂຜດປັນຈະວັກຄີແລ້ວ - ໃກ້ຈະປະຣິນິບພານ ໓໓໗

ສາຣີບຸຕ ! ເມື່ອອະຣິຍະສາວົກເປັນຜູ້ມີສັດທາ ເປັນຜູ້ປາຣົບຄວາມພຽນ ເປັນຜູ້ມີສະຕິເຂົ້າໄປຕັ້ງໄວ້ແລ້ວ ຍ່ອມຫວັງຂໍ້ນີ້ສືບຕໍ່ໄປວ່າ ເຂົາຈະເປັນຜູ້ເຮັດໃຫ້ໄດ້ຊຶ່ງໂວດສັກຄາຣົມ ຈັກໄດ້ແຫ່ງຄວາມຕັ້ງໝັ້ນແຫ່ງຈິຕ ກ່າວຄືຄວາມທີ່ຈິຕມີອາຣົມເປັນອັນດຽວ. ສາຣີບຸຕ ! ຄວາມຕັ້ງໝັ້ນແຫ່ງຈິຕເຊັ່ນນັ້ນ ຂອງອະຣິຍະສາວົກນັ້ນ ຍ່ອມເປັນ ອິນຊີຄືສະມາທິ ຂອງເຂົານັ້ນ.

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ