ຄຳສອນພຸດທະ - ໜ້າຈໍໂຫລດ

ພຸດທະປະວັຕ ຈາກພຣະໂອຖະ

ໜ້າ/ 311

ອຸທາຢິ ! ໃນທັມວິນັຍນີ້ ເຫຼົ່າໂມຄະບຸຣຸສບາງພວກ ເມື່ອເຮົາກ່າວຢູ່ວ່າ “ພວກເຈົ້າຈົ່ງລະຄວາມຊົ່ວອັນນີ້ເສຍ”, ກໍກ່າວແນວນີ້ວ່າ “ເປັນຫຍັງກັບຄວາມຊົ່ວຊະນິດນີ້ຊຶ່ງເປັນຂອງເລັກນ້ອຍຕໍ່າຕ້ອຍ, ພຣະສະມະນະນີ້ຂູດເກົາເກີນໄປແລ້ວລະ” ດັ່ງນີ້, ໂມຄະບຸຣຸສເຫຼົ່ານັ້ນ ບໍ່ລະຄວາມຊົ່ວນັ້ນດ້ວຍ. ອຸທາຢິ ! ຄວາມຊົ່ວອັນນັ້ນ ຂອງໂມຄະບຸຣຸສເຫຼົ່ານັ້ນ ຍ່ອມເປັນເຄື່ອງຜູກຮັດທີ່ມີກໍາລັງ ໝັ້ນຄົງ ໜຽວແໜ້ນ ບໍ່ຮູ້ຈັກຜຸເປື່ອຍ ເປັນເໝືອນທ່ອນໄມ້ແກ່ນແຂງ, ສະນັ້ນ.

ອຸທາຢິ ! ສ່ວນວ່າກຸລະບຸຕບາງພວກ ໃນທັມວິນັຍນີ້, ເມື່ອເຮົາກ່າວຢູ່ວ່າ “ພວກເຈົ້າຈົ່ງລະຄວາມຊົ່ວອັນນີ້ເສຍ”, ກໍກ່າວແນວນີ້ວ່າ “ເປັນຫຍັງຈະຕ້ອງໃຫ້ວ່າກ່າວດ້ວຍຄວາມຊົ່ວຊະນິດນີ້ ຊຶ່ງເປັນຂອງເລັກນ້ອຍຕໍ່າຕ້ອຍ, ຊຶ່ງພຣະຜູ້ມີພຣະພາຄຂອງພວກເຮົາ ກ່າວການລະ ກ່າວການສະລັດຄືນໄວ້ແລ້ວ ດ້ວຍໜໍ” ດັ່ງນີ້, ກຸນະບຸຕເຫຼົ່ານັ້ນ ກໍລະຄວາມຊົ່ວນັ້ນເສຍ ແລະທັງບໍ່ຕັ້ງໄວ້ຊຶ່ງຄວາມຄຽດແຄ້ນໃນເຮົາດ້ວຍ ໃນພິກຂຸທັງຫຼາຍ ຜູ້ໄຝ່ຕໍ່ສິກຂາດ້ວຍ. ກຸລະບຸຕເຫຼົ່ານັ້ນ ລະຄວາມຊົ່ວນັ້ນແລ້ວ ເປັນຜູ້ຂົນຂວາຍໜ້ອຍ ມີຂົນນອນຮາບ (ຄືບໍ່ຕ້ອງຂົນລຸກເພາະຄວາມຢ້ານ) ມີຊີວິຕຢູ່ດ້ວຍຂອງທີ່ຜູ້ອື່ນໃຫ້ ມີຈິຕເໝືອນສັຕປ່າ (ຄືຖືກຕີຄັ້ງໜຶ່ງແລ້ວຍ່ອມບໍ່ເປີດໂອກາດໃຫ້ຖືກຕີອີກ) ຢູ່. ອຸທາຢິ ! ຄວາມຊົ່ວອັນນັ້ນ ຂອງກຸລະບຸຕເຫຼົ່ານັ້ນ ຍ່ອມເປັນເຄື່ອງຜູກຮັດທີ່ບໍ່ມີກໍາລັງ ອ່ອນກໍາລັງ ຜຸເປື່ອຍ ບໍ່ມີແກ່ນແຂງ, ສະນັ້ນ.

ທົງຮຽກຮ້ອງໃຫ້ປະພຶດກັບພຣະອົງຢ່າງມິຕ ໒

ອານົນທ໌ ! ພວກເຈົ້າຈົ່ງຮຽກຮ້ອງກັບເຮົາ ໃນຖານະແຫ່ງຄວາມເປັນມິຕ ຢ່າຮຽກຮ້ອງໃນຖານະແຫ່ງຄວາມເປັນສັດຕູເລີຍ. ຂໍ້ນັ້ນ ຈັກເປັນໄປເພື່ອປະໂຍຊນ໌ ເກື້ອກູນ ເພື່ອຄວາມສຸຂ ແກ່ພວກເຈົ້າ ທ. ຕະຫຼອດກາລະນານ.

໑. ບາລີ ລະດຸກິໂກປະມະສູຕ ມ. ມ. ໑໓/໑໘໑/໑໗໗. ຕຣັດແກ່ພຣະອຸທາຍີ ທີ່ອາປະນະນິຄົມ ແຄວ້ນອັງຄຸດຕຣາປະ.

໒. ບາລີ ມຫາສຸນຍະຕະສູຕ ອຸປຣິ. ມ. ໑໔/໒໔໔/໓໕໔. ຕຣັດແກ່ພຣະອານົນທ໌ ທີ່ຄະຕາຢະສາກະຢະວິຫາຣ.

ໂຜດປັນຈະວັກຄີແລ້ວ - ໃກ້ຈະປະຣິນິບພານ ໓໒໗

ອານົນທ໌ ! ສາວົກ ທ. ຮຽກຮ້ອງກັບສາສດາໃນຖານະແຫ່ງຄວາມເປັນສັດຕູ ບໍ່ຮຽກຮ້ອງໃນຖານະແຫ່ງຄວາມເປັນມິຕ ເປັນແນວໃດໜໍ ? ອານົນທ໌ ! ໃນກໍລະນີນີ້ ສາສດາຜູ້ເອັນດູ ສະແຫວງຫາປະໂຍຊນ໌ເກື້ອກູນ ອາໄສຄວາມເອັນດູແລ້ວຈຶ່ງສະແດງ ທັມແກ່ສາວົກ ທ. ວ່າ “ສິ່ງນີ້ເປັນໄປເພື່ອປະໂຍຊນ໌ເກື້ອກູນແກ່ພວກເຈົ້າ ທ. ແລະສິ່ງນີ້ເປັນໄປເພື່ອຄວາມສຸຂແກ່ພວກເຈົ້າ ທ.” ດັ່ງນີ້ເປັນຕົ້ນ ; ສາວົກແຫ່ງສາສດານັ້ນ ບໍ່ຟັງດ້ວຍດີ ບໍ່ງ່ຽງຫູຟັງ ບໍ່ຕັ້ງຈິຕກໍານົດເພື່ອຮູ້ທົ່ວເຖິງ ແຕ່ແກ້ງເຮັດໃຫ້ຜິດຈາກ ຄໍາສອນຂອງສາສດາໄປເສຍ. ອານົນທ໌ ! ແນວນີ້ແລ ສາວົກຊື່ວ່າ ຜູ້ຮຽກຮ້ອງກັບສາສດາໃນຖານະແຫ່ງຄວາມເປັນສັດຕູ ບໍ່ຮຽກຮ້ອງ ໃນຖານະແຫ່ງຄວາມເປັນມິຕ.

ອານົນທ໌ ! ສາວົກ ທ. ຮຽກຮ້ອງກັບສາສດາໃນຖານະແຫ່ງຄວາມເປັນມິຕ ບໍ່ຮຽກຮ້ອງໃນຖານະແຫ່ງຄວາມເປັນສັດຕູ ເປັນແນວໃດໜໍ ? ອານົນທ໌ ! ໃນກໍລະນີນີ້ ສາສດາຜູ້ເອັນດູ ສະແຫວງຫາປະໂຍຊນ໌ເກື້ອກູນ ອາໄສຄວາມເອັນດູແລ້ວ ຈຶ່ງສະແດງທັມແກ່ສາວົກ ທ. ວ່າ “ສິ່ງນີ້ເປັນໄປເພື່ອປະໂຍຊນ໌ເກື້ອກູນແກ່ພວກເຈົ້າ ທ. ແລະສິ່ງນີ້ເປັນໄປເພື່ອຄວາມສຸຂແກ່ພວກເຈົ້າ ທ.” ດັ່ງນີ້ເປັນຕົ້ນ ; ສາວົກແຫ່ງສາສດານັ້ນ ຍ່ອມຟັງດ້ວຍດີ ຍ່ອມງ່ຽງຫູຟັງ ຍ່ອມຕັ້ງຈິຕກໍານົດເພື່ອຮູ້ທົ່ວເຖິງ ແລະບໍ່ແກ້ງເຮັດໃຫ້ຜິດຈາກຄໍາສອນຂອງສາສດາ. ອານົນທ໌ ! ແນວນີ້ແລ ສາວົກຊື່ວ່າ ຜູ້ຮຽກຮ້ອງກັບສາສດາໃນຖານະແຫ່ງຄວາມເປັນມິຕ ບໍ່ຮຽກຮ້ອງໃນຖານະແຫ່ງຄວາມເປັນສັດຕູ.

ອານົນທ໌ ! ເພາະເຫດນັ້ນ ໃນເລື່ອງນີ້ ພວກເຈົ້າ ທ. ຈົ່ງຮຽກຮ້ອງເຮົາໃນຖານະແຫ່ງຄວາມເປັນມິຕເຖີ້ນ ຢ່າຮຽກຮ້ອງໃນຖານະແຫ່ງຄວາມເປັນສັດຕູເລີຍ. ຂໍ້ນັ້ນ ຈັກເປັນໄປເພື່ອປະໂຍຊນ໌ເກື້ອກູນ ເພື່ອຄວາມສຸຂ ແກ່ພວກເຈົ້າ ທ. ຕະຫຼອດກາລະນານ.

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ