ຄຳສອນພຸດທະ - ໜ້າຈໍໂຫລດ

ພຸດທະປະວັຕ ຈາກພຣະໂອຖະ

ໜ້າ/ 311

ພຣະຜູ້ມີພຣະພາຄເຈົ້າເມຕເຕີຍຍະນັ້ນ ຈະບໍຣິຫານພິກຂຸສົງຄ໌ຈໍານວນ ພັນເປັນອະເນກ (ຫຼາຍພັນ), ເຊັ່ນດຽວກັບ ເຮົາໃນບັດນີ້ ບໍຣິຫານພິກຂຸສົງຄ໌ຈໍານວນຮ້ອຍເປັນອະເນກ (ຄືຫຼາຍຮ້ອຍ) ຢູ່໑.

ວິທີທີ່ທົງປະຕິບັດຕໍ່ພິກຂຸກ່ຽວກັບສິກຂາ ໒

(ພິກຂຸກັສສະປະໂຄຕ ນຶກຕໍານິພຣະອົງວ່າ ຈູ້ຈີ້ລໍ່າໄລ ພິຖີພິຖັນ ຂັດເກົາຫຼາຍເກີນໄປ, ພາຍລຸນລະລຶກໄດ້ວ່າ ເປັນການປະພຶດທີ່ຜິດທີ່ຊົ່ວ ຈຶ່ງໄປເຝົ້າພຣະອົງເຖິງທີ່ປະທັບ ທູນຂໍອະພັຍໂທດ ທົງປະທານອະພັຍໂທດແລ້ວ ຕຣັດຂໍ້ຄວາມດັ່ງຕໍ່ໄປນີ້ວ່າ :-)

ກັສສະປະ ! ຖ້າ ພິກຂຸແມ່ນເປັນເຖຣະ ບໍ່ໄຝ່ໃນສິກຂາ ກໍຈະບໍ່ກ່າວສັນລະເສີນ ພິກຂຸຜູ້ສມາທານໃນສິກຂາດ້ວຍ ບໍ່ຊັກຊວນພິກຂຸຜູ້ບໍ່ໄຝ່ໃນສິກຂາ ເພື່ອຄວາມເປັນຜູ້ໄຝ່ໃນສິກຂາດ້ວຍ. ກັສສະປະ ! ເຮົາບໍ່ກ່າວສັນລະເສີນ ພິກຂຸເຖຣະຜູ້ເປັນເຊັ່ນນັ້ນ. ຂໍ້ນັ້ນເພາະເຫດໃດໜໍ ? ເພາະພິກຂຸເຫຼົ່າອື່ນຈະຄົບຫາພິກຂຸ ເຖຣະນັ້ນ ດ້ວຍເຂົ້າໃຈວ່າ “ພຣະສາສດາທົງກ່າວສັນລະເສີນພິກຂຸນີ້” ດັ່ງນີ້ແລ້ວ ຈະຖືເອົາພິກຂຸເຖຣະນັ້ນ ເປັນຕົວຢ່າງ ; ຊຶ່ງຂໍ້ນັ້ນ ຈະເປັນໄປເພື່ອຄວາມທຸກຂ໌ ບໍ່ເກື້ອກູນຕະຫຼອດກາລະນານ ແກ່ພິກຂຸຜູ້ຖືເອົາເປັນຕົວຢ່າງນັ້ນ. ກັສສະປະ ! ເພາະເຫດນັ້ນ ເຮົາຈຶ່ງບໍ່ກ່າວສັນລະເສີນພິກຂຸຜູ້ເປັນເຖຣະຊະນິດນັ້ນ.

(ຕໍ່ໄປໄດ້ຕຣັດຂໍ້ຄວາມເຊັ່ນດຽວກັນ ໃນກໍລະນີຂອງ ພິກຂຸປູນກາງ ແລະພິກຂຸໃໝ່ ຜູ້ບໍ່ໄຝ່ໃນສິກຂາ ; ແລ້ວຕຣັດຂໍ້ຄວາມທີ່ເປັນໄປໃນທາງກົງກັນຂ້າມ ດັ່ງຕໍ່ໄປນີ້ :-)

໑. ເປັນເຄື່ອງວັດວ່າ ພຣະອະຣະຫັນຕ໌ໃນສາສນານີ້ ຈັກມີຫຼາຍໜ້ອຍປານໃດ, ໂດຍປະມານ.

໒. ບາລີ ຕິກ. ອັງ. ໒໐/໓໐໗໕໓໑/. ຕຣັດແກ່ພິກຂຸກັສສະປະໂຄຕຜູ້ເດີນທາງຈາກນິຄົມໃນແຄວ້ນໂກສົລ

ໄປຈົນເຖິງເມືອງຣາຊະຄຶ ແຄວ້ນມະຄົດ ເພື່ອທູນຂໍອະພັຍໂທດທີ່ໄດ້ນຶກດູໝິ່ນຢຽດຫຍາມພຣະອົງຄ໌.

ໂຜດປັນຈະວັກຄີແລ້ວ - ໃກ້ຈະປະຣິນິບພານ ໓໒໕

ກັສສະປະ ! ຖ້າແມ່ນວ່າ ພິກຂຸຜູ້ເປັນເຖຣະ ເປັນຜູ້ໄຝ່ໃນສິກຂາ ກໍຈະກ່າວສັນລະເສີນພິກຂຸຜູ້ສະມາທານໃນສິກຂາດ້ວຍ ຊັກຊວນພິກຂຸຜູ້ບໍ່ໄຝ່ໃນສິກຂາ ເພື່ອຄວາມເປັນຜູ້ໄຝ່ໃນສິກຂາດ້ວຍ. ກ່າວສັນລະເສີນຄຸນຂອງພິກຂຸຜູ້ໄຝ່ໃນສິກຂາ ຕາມທີ່ເປັນຈິງ ໂດຍການອັນຄວນດ້ວຍ. ກັສສະປະ ! ເຮົາຍ່ອມກ່າວສັນລະເສີນພິກຂຸເຖຣະຜູ້ເປັນເຊັ່ນນັ້ນ. ຂໍ້ນັ້ນເພາະເຫດໃດໜໍ ? ເພາະພິກຂຸເຫຼົ່າອື່ນຈະຄົບຫາພິກຂຸເຖຣະນັ້ນ ດ້ວຍເຂົ້າໃຈວ່າ “ພຣະສາສດາທົງກ່າວສັນລະເສີນພິກຂຸນີ້” ດັ່ງນີ້ແລ້ວ ຈະຖືເອົາພິກຂຸເຖຣະນັ້ນເປັນຕົວຢ່າງ ; ຊຶ່ງຂໍ້ນັ້ນຈະເປັນໄປເພື່ອຄວາມສຸຂ ຄວາມເກື້ອກູນຕະຫຼອດກາລະນານ ແກ່ພິກຂຸຜູ້ຖືເອົາເປັນຕົວຢ່າງນັ້ນ. ກັສສະປະ ! ເພາະເຫດນັ້ນ ເຮົາຈຶ່ງກ່າວສັນລະເສີນພິກຂຸ ຜູ້ເປັນເຖຣະຊະນິດນັ້ນ.

(ຕໍ່ໄປໄດ້ຕຣັດຂໍ້ຄວາມເຊັ່ນດຽວກັນ ໃນກໍລະນີຂອງ ພິກຂຸປູນກາງ ແລະພິກຂຸໃໝ່ ຜູ້ໄຝ່ໃນສິກຂາ.)

ທົງຮັບຮອງພິກຂຸແຕ່ບາງອົງ ວ່າເປັນຄົນຂອງພຣະອົງ ໑

ພິກຂຸ ທ. ! ພິກຂຸເຫຼົ່າໃດເປັນຄົນຫຼອກລວງ ແຂງກະດ້າງ ເວົ້າພໍ່າເພີ້ ຍົກຕົນຈອງຫອງ ໃຈກວັດແກວ່ງ ພິກຂຸເຫຼົ່ານັ້ນບໍ່ແມ່ນຄົນຂອງເຮົາ. ພິກຂຸ ທ. ! ພິກຂຸເຫຼົ່ານັ້ນໄດ້ອອກໄປນອກທັມວິນັຍນີ້ເສຍແລ້ວ ຍ່ອມບໍ່ເຖິງຄວາມຈະເຣີນງອກງາມໄພບູນ ໃນທັມວິນັຍນີ້ໄດ້ເລີຍ.

ພິກຂຸ ທ. ! ພິກຂຸເຫຼົ່າໃດ ບໍ່ເປັນຄົນຫຼອກລວງ ບໍ່ເວົ້າພໍ່າເພີ້ ມີປັນຍາເປັນເຄື່ອງຊົງໂຕ ບໍ່ແຂງກະດ້າງ ໃຈຄໍໝັ້ນຄົງດີ. ພິກຂຸເຫຼົ່ານັ້ນຊື່ວ່າເປັນຄົນຂອງເຮົາ. ພິກຂຸ ທ. ! ພິກຂຸເຫຼົ່ານັ້ນບໍ່ໄດ້ອອກໄປນອກທັມວິນັຍນີ້ ແລະຍ່ອມຈະເຣີນ ງອກງາມ ໄພບູນ ໃນທັມວິນັຍນີ້.

໑. ບາລີ ຈຕຸກກ. ອັງ. ໒໑/໓໓/໒໖. ຕຣັດແກ່ພິກຂຸທັງຫຼາຍ.

໓໒໖ ພຸດທະປະວັດຈາກພຣະໂອຖະ - ພາກ ໔

ທົງມີສິສທັງທີ່ຂີ້ດື້ ແລະບໍ່ຂີ້ດື້ ໑

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ