ຄຳສອນພຸດທະ - ໜ້າຈໍໂຫລດ

ພຸດທະປະວັຕ ຈາກພຣະໂອຖະ

ໜ້າ/ 311

“ສໍາລັບພຣະໂຄດົມຜູ້ຈະເຣີນ ຈົ່ງຍົກໄວ້ ; ສໍາລັບພິກຂຸແລະພິກຂຸນີ ທ. ເຫຼົ່ານັ້ນກໍຍົກໄວ້ ; ແຕ່ມີ ສາວົກທີ່ເປັນອຸປາສົກ ຂອງພຣະໂຄດົມຜູ້ຈະເຣີນ ແມ່ນວ່າຈັກຄົນໜຶ່ງບໍ ທີ່ເປັນຄະຣືຫັດຜູ້ນຸ່ງຂາວ ປະພຶດພຣົມມະຈັນ ເປັນໂອປະປາຕິກະ ຈະປະຣິນິບພານໃນພົບນັ້ນ ມີທໍາມະດາບໍ່ວຽນກັບຈາກໂລກນັ້ນ ເພາະຄວາມດັບສິ້ນໄປຮອບແຫ່ງໂອຣັມພາຄິຢະສັງໂຍຊນ໌ຫ້າ ?” ວັຈສະ ! ມີຢູ່ບໍ່ແມ່ນຮ້ອຍດຽວ ບໍ່ແມ່ນສອງຮ້ອຍ ບໍ່ແມ່ນສາມຮ້ອຍ ບໍ່ແມ່ນສີ່ຮ້ອຍ ບໍ່ແມ່ນຫ້າຮ້ອຍ ແຕ່ວ່າມີຫຼາຍຍິ່ງກວ່າຫຼາຍໂດຍແທ້, ທີ່ເປັນເຊັ່ນນັ້ນ.

“ສໍາລັບພຣະໂຄດົມຜູ້ຈະເຣີນ ຈົ່ງຍົກໄວ້ ; ສໍາລັບພິກຂຸ ພິກຂຸນີ ແລະອຸປາສົກ ທ. ເຫຼົ່ານັ້ນ ກໍຍົກໄວ້ ; ແຕ່ມີ ສາວົກທີ່ເປັນອຸປາສົກ ຂອງພຣະໂຄດົມຜູ້ຈະເຣີນແມ່ນວ່າຈັກຄົນໜຶ່ງບໍ ທີ່ເປັນຄະຣືຫັດຜູ້ນຸ່ງຂາວ ບໍຣິໂພກກາມ ປະພຶດຕາມຄໍາສອນ ປະພຶດຕົງຕາມໂອວາດ ເປັນຜູ້ຂ້າມວິຈິກິຈສາເສຍໄດ້ ປາສະຈາກຄວາມສົງໄສ ເຖິງແລ້ວເຊິ່ງທັມເປັນເຄື່ອງສ້າງຄວາມກ້າຫານ ບໍ່ຕ້ອງເຊື່ອຕາມຄົນອື່ນໃນ ຄໍາສອນແຫ່ງສາສດາຕົນ, ຢູ່ ?” ວັຈສະ ! ມີຢູ່ບໍ່ແມ່ນຮ້ອຍດຽວ ບໍ່ແມ່ນສອງຮ້ອຍ ບໍ່ແມ່ນ ສາມຮ້ອຍ ບໍ່ແມ່ນສີ່ຮ້ອຍ ບໍ່ແມ່ນຫ້າຮ້ອຍ ແຕ່ວ່າມີຫຼາຍຍິ່ງກວ່າຫຼາຍໂດຍແທ້, ທີ່ເປັນເຊັ່ນນັ້ນ.

“ສໍາລັບພຣະໂຄດົມຜູ້ຈະເຣີນ ຈົ່ງຍົກໄວ້ ; ສໍາລັບພິກຂຸ ພິກຂຸນີ ອຸປາສົກຜູ້ປະພຶດພຣົມມະຈັນ ແລະ ອຸປາສົກຜູ້ບໍຣິໂພກກາມ ທ. ເຫຼົ່ານັ້ນ ກໍຍົກໄວ້ ; ແຕ່ມີ ສາວິກາທີ່ເປັນອຸປາສິກາ ຂອງພຣະໂຄດົມຜູ້ຈະເຣີນແມ່ນວ່າຈັກຄົນໜຶ່ງບໍ ທີ່ເປັນຄະຣືຫັດຜູ້ນຸ່ງຂາວ ປະພຶດພຣົມມະຈັນ ເປັນໂອປະປາຕິກະ ຈະປະຣິນິບພານໃນພົບນັ້ນ ມີທໍາມະດາບໍ່ວຽນກັບຈາກໂລກນັ້ນ ເພາະຄວາມດັບສິ້ນໄປຮອບແຫ່ງໂອຣັມພາຄິຢະສັງໂຍຊນ໌ຫ້າ ?” ວັຈສະ ! ມີຢູ່ບໍ່ແມ່ນຮ້ອຍດຽວ ບໍ່ແມ່ນສອງຮ້ອຍ ບໍ່ແມ່ນສາມຮ້ອຍ ບໍ່ແມ່ນສີ່ຮ້ອຍ ບໍ່ແມ່ນຫ້າຮ້ອຍ ແຕ່ວ່າມີຫຼາຍຍິ່ງກວ່າຫຼາຍໂດຍແທ້, ທີ່ເປັນເຊັ່ນນັ້ນ.

ໂຜດປັນຈະວັກຄີແລ້ວ - ໃກ້ຈະປະຣິນິບພານ ໓໒໓

“ສໍາລັບພຣະໂຄດົມຜູ້ຈະເຣີນ ຈົ່ງຍົກໄວ້ ; ສໍາລັບພິກຂຸ ພິກຂຸນີ ອຸປາສົກປະພຶດພຣົມມະຈັນ ອຸປາສົກຜູ້ບໍຣິໂພກກາມ ແລະອຸປາສິກາຜູ້ປະພຶດພຣົມມະຈັນເຫຼົ່ານັ້ນ ກໍຍົກໄວ້ ; ແຕ່ມີ ສາວິກາ ທີ່ເປັນອຸປາສິກາ ຂອງພຣະໂຄດົມຜູ້ຈະເຣີນແມ່ນວ່າຈັກຄົນໜຶ່ງບໍ ທີ່ເປັນຄະຣືຫັດຜູ້ນຸ່ງຂາວ ບໍຣິໂພກກາມ ປະພຶດຕາມຄໍາສອນ ປະພຶດຕົງຕາມໂອວາດ ເປັນຜູ້ຂ້າມວິຈິກິຈສາເສຍໄດ້ ປາສະຈາກຄວາມສົງໄສ ເຖິງແລ້ວເຊິ່ງທັມເປັນເຄື່ອງສ້າງຄວາມກ້າຫານ ບໍ່ຕ້ອງເຊື່ອຕາມຄົນອື່ນໃນຄໍາສອນແຫ່ງສາສດາຕົນ, ຢູ່ ?” ວັຈສະ ! ມີຢູ່ບໍ່ແມ່ນຮ້ອຍດຽວ ບໍ່ແມ່ນສອງຮ້ອຍ ບໍ່ແມ່ນສາມຮ້ອຍ ບໍ່ແມ່ນສີ່ຮ້ອຍ ບໍ່ແມ່ນຫ້າຮ້ອຍ ແຕ່ວ່າມີຫຼາຍຍິ່ງກວ່າຫຼາຍໂດຍແທ້, ທີ່ເປັນເຊັ່ນນັ້ນ.

ທົງບໍຣິຫານສົງຄ໌ຈໍານວນຮ້ອຍ ໑

ພິກຂຸ ທ. ! ເມື່ອມະນຸສທັງຫຼາຍມີອາຍຸ (ຍືນຍາວອອກເຖິງ) ແປດໝື່ນປີ, ພຣະຜູ້ມີພຣະພາຄນາມວ່າ ເມຕເຕີຍຍະ ຈະບັງເກີດຂຶ້ນໃນໂລກ ເປັນພຣະອະຣະຫັນຕ໌ ຕຣັສຮູ້ຊອບເອງ ສົມບູນດ້ວຍວິຊຊາແລະຈະຣະນະ ດໍາເນີນໄປດີ ຮູ້ແຈ້ງໂລກ ເປັນຜູ້ຝຶກບຸຣຸສທີ່ຄວນຝຶກ ບໍ່ມີໃຜຍິ່ງໄປກວ່າ ເປັນຜູ້ເບີກບານ ຈໍາແນກທັມສັ່ງສອນສັຕ, ເຊັ່ນດຽວກັບເຮົາໃນບັດນີ້.

ພຣະຜູ້ມີພຣະພາຄເຈົ້າເມຕເຕີຍຍະນັ້ນ ຈະເຮັດໃຫ້ແຈ້ງຊຶ່ງໂລກນີ້ ພ້ອມທັງ ເທວະໂລກ ມາຣໂລກ ພຣົມມະໂລກ ໝູ່ສັຕພ້ອມທັງສະມະນະພຣາມ ເທວະດາພ້ອມທັງມະນຸສ ດ້ວຍພຣະປັນຍາອັນຍິ່ງເອງ ແລ້ວປະກາດໃຫ້ຜູ້ອື່ນຮູ້ດ້ວຍ, ເຊັ່ນດຽວກັບເຮົາໃນບັດນີ້.

ພຣະຜູ້ມີພຣະພາຄເຈົ້າເມຕເຕີຍຍະນັ້ນ ຈະສະແດງທັມງົດງາມໃນເບື້ອງຕົ້ນ ທ່າມກາງ ເບື້ອງປາຍ, ຈັກປະກາດພຣົມມະຈັນ ພ້ອມທັງອັດຖະ ພະຍັນຊະນະ ບໍຣິສຸດບໍຣິບູນສິ້ນເຊີງ, ເຊັ່ນດຽວກັບເຮົາໃນບັດນີ້.

໑. ບາລີ ຈັກກະວັຕຕິສູຕ ປາ. ທີ. ໑໑/໘໓/໔໘. ຕຣັດແກ່ພິກຂຸທັງຫຼາຍ ທີ່ແຄວ້ນມະຄົດ.

໓໒໔ ພຸດທະປະວັດຈາກພຣະໂອຖະ - ພາກ ໔

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ