ຄຳສອນພຸດທະ - ໜ້າຈໍໂຫລດ

ພຸດທະປະວັຕ ຈາກພຣະໂອຖະ

ໜ້າ/ 311

ພິກຂຸ ທ. ! ບໍຣິສັດເຊັ່ນໃດ ມີຮູບລັກສະນະທີ່ຄວນຈະໄປເບິ່ງໄປເຫັນ ແມ່ນວ່າຈະຕ້ອງເດີນທາງນັບດ້ວຍໂຍຊນ໌ໆ ເຖິງກັບຕ້ອງເອົາຫໍ່ສະບຽງໄປດ້ວຍກໍຕາມ ; ໝູ່ພິກຂຸນີ້ ກໍມີຮູບລັກສະນະເຊັ່ນນັ້ນ, ພິກຂຸບໍຣິສັດນີ້ ກໍມີຮູບລັກສະນະເຊັ່ນນັ້ນ.

ພິກຂຸ ທ. ! ໃນໝູ່ພິກຂຸນີ້ ມີພວກພິກຂຸເຊິ່ງເປັນ ພຣະອະຣະຫັນຕ໌ ຜູ້ດັບສິ້ນອາສະວະແລ້ວ, ຜູ້ຢູ່ຈົບພຣົມມະຈັນແລ້ວ, ມີກິຈທີ່ຄວນເຮັດໄດ້ເຮັດສໍາເລັດແລ້ວ, ມີພາຣະປົງລົງໄດ້ແລ້ວ ມີປະໂຍຊນ໌ຂອງຕົນເອງບັນລຸແລ້ວໂດຍລໍາດັບ ມີສັງໂຍຊນ໌ໃນພົບດັບສິ້ນແລ້ວ ຫຼຸດພົ້ນແລ້ວເພາະຮູ້ທົ່ວເຖິງໂດຍຖືກຕ້ອງ ; ພວກພິກຂຸແມ່ນວ່າເຫັນປານນີ້ ກໍມີຢູ່ໃນໝູ່ພິກຂຸນີ້.

ພິກຂຸ ທ. ! ໃນໝູ່ພິກຂຸນີ້ ມີພວກພິກຂຸຊຶ່ງດັບສິ້ນສັງໂຍຊນ໌ເບື້ອງຕໍ່າຫ້າ ເປັນໂອປະປາຕິກະແລ້ວ ຈະປະຣິນິບພານໃນບ່ອນນັ້ນ ບໍ່ວຽນກັບມາຈາກໂລກນັ້ນເປັນທໍາມະດາ ; ພວກພິກຂຸ ແມ່ນວ່າເຫັນປານນີ້ ກໍມີຢູ່ໃນໝູ່ພິກຂຸນີ້.

ພິກຂຸ ທ. ! ໃນໝູ່ພິກຂຸນີ້ ມີພວກພິກຂຸຊຶ່ງດັບສິ້ນສັງໂຍຊນ໌ສາມ ແລະມີຄວາມເບົາບາງໄປຂອງ ຣາຄະ ໂທສະ ໂມຫະ ເປັນ ສະກະທາຄາມີ ມາສູ່ໂລກນີ້ອີກຄັ້ງດຽວເທົ່ານັ້ນ ແລ້ວຈັກເຮັດທີ່ສຸດແຫ່ງທຸກຂ໌ໄດ້ ; ພວກພິກຂຸ ແມ່ນວ່າເຫັນປານນີ້ ກໍມີຢູ່ໃນໝູ່ພິກຂຸນີ້.

ພິກຂຸ ທ. ! ໃນໝູ່ພິກຂຸນີ້ ມີພວກພິກຂຸຊຶ່ງດັບສິ້ນສັງໂຍຊນ໌ສາມ ເປັນ ໂສດາບັນ ມີອັນບໍ່ຕົກຕໍ່າເປັນທໍາມະດາ ຜູ້ທ່ຽງແທ້ ຜູ້ແນ່ແທ້ທີ່ຈະຕຣັສຮູ້ໃນເບື້ອງໜ້າ ; ພວກພິກຂຸ ແມ່ນວ່າເຫັນປານນີ້ ກໍມີຢູ່ໃນໝູ່ພິກຂຸນີ້.

ໂຜດປັນຈະວັກຄີແລ້ວ - ໃກ້ຈະປະຣິນິບພານ ໓໒໑

ພິກຂຸ ທ. ! ໃນໝູ່ພິກຂຸນີ້ ມີພວກພິກຂຸຊຶ່ງ ປະກອບຄວາມພຽນເປັນເຄື່ອງຕ້ອງປາຣົບເນື່ອງໆ ໃນການອົບຮົມສະຕິປັຕຖານສີ່, ສັມມັບປະທານສີ່, ອິດທິບາດສີ່, ອິນຊີຫ້າ, ພະລະຫ້າ, ໂພຊຊົງຄ໌ເຈັດ ອະຣິຍະມັຄມີອົງແປດ, ເມຕຕາ, ກະຣຸນາ, ມຸທິຕາ, ອຸເປກຂາ, ອະສຸພະ, ອະນິຈຈະສັນຍາ ແລອານາປານະສະຕິ ; ພວກພິກຂຸ ແມ່ນວ່າເຫັນປານນີ້ ກໍມີຢູ່ໃນໝູ່ພິກຂຸນີ້.

(ໃນບາລີແຫ່ງອື່ນ ມີຄໍາກ່າວສັນລະເສີນຄະນະສົງຄ໌ຮູບແບບດຽວກັນນີ້ ຜິດກັນແຕ່ໃນຕອນທ້າຍແທນທີ່ຈະກ່າວວ່າ ມີພິກຂຸຜູ້ອໍຣະຫັນຕ໌ ຜູ້ອະນາຄາມີ ສະກະທາຄາມີ ໂສດາບັນ ແລະພິກຂຸຜູ້ກໍາລັງປະຕິບັດຢູ່ເພື່ອຄຸນນະທັມເບື້ອງສູງ ມີຢູ່ໃນໝູ່ສົງນັ້ນ ປ່ຽນໄປຕຣັດວ່າ ມີພິກຂຸຜູ້ເຖິງຄວາມເປັນເທບ (ເພາະມີຮູບຊານທັງສີ່) ພິກຂຸຜູ້ເຖິງຄວາມເປັນພຣົມ (ເພາະມີພຣົມມະວິຫາຣສີ່) ພິກຂຸຜູ້ເຖິງຄວາມເປັນອາເນນຊາ (ເພາະມີອະຮູບສະມາບັດທັງສີ່) ພິກຂຸຜູ້ເຖິງຄວາມເປັນອະຣິຍະ (ເພາະຮູ້ແຈ່ມແຈ້ງຕາມເປັນຈິງຊຶ່ງອະຣິຍະສັຈສີ່)

- ຈຕຸກກ. ອັງ. ໒໑/໒໔໘/໑໙໐)

ໃນແຕ່ລະບໍຣິສັດມີອະຣິຍະສາວົກ

ເຕັມທຸກຂັ້ນຕອນຕາມທີ່ຄວນຈະມີ ໑

“ສໍາລັບພຣະໂຄດົມຜູ້ຈະເຣີນ ຈົ່ງຍົກໄວ້ ; ແຕ່ມີສາວົກທີ່ເປັນພິກຂຸຂອງພຣະໂຄດົມຜູ້ຈະເຣີນຈັກອົງໜຶ່ງບໍ ທີ່ເປັນຜູ້ເຮັດໃຫ້ແຈ້ງເຊິ່ງເຈໂຕວິມຸດປັນຍາວິມຸດ ອັນຫາອາສະວະບໍ່ໄດ້ ເພາະຄວາມດັບສິ້ນໄປແຫ່ງອາສະວະ ທ. ດ້ວຍປັນຍາອັນຍິ່ງເອງ ເຂົ້າເຖິງແລ້ວແລຢູ່ໃນ ທິຕຖະທັມນີ້ ?” ວັຈສະ ! ມີຢູ່ບໍ່ແມ່ນຮ້ອຍດຽວ ບໍ່ແມ່ນສອງຮ້ອຍ ບໍ່ແມ່ນສາມຮ້ອຍ ບໍ່ແມ່ນສີ່ຮ້ອຍ ບໍ່ແມ່ນຫ້າຮ້ອຍ ແຕ່ວ່າມີຫຼາຍຍິ່ງກວ່າຫຼາຍໂດຍແທ້, ທີ່ເປັນເຊັ່ນນັ້ນ.

໑. ບາລີ ມຫາວັຈສະໂຄຕສູຕ ມ. ມ. ໑໓/໒໕໑/໒໕໕. ຕຣັດແກ່ວັຈສະໂຄຕປະຣິບພາຊົກ ທີ່ເວລຸວັນ

ໃກ້ເມືອງຣາຊະຄຶ.

໓໒໒ ພຸດທະປະວັດຈາກພຣະໂອຖະ - ພາກ ໔

“ສໍາລັບພຣະໂຄດົມຜູ້ຈະເຣີນ ຈົ່ງຍົກໄວ້ ; ສໍາລັບພິກຂຸ ທ. ເຫຼົ່ານັ້ນກໍຍົກໄວ້ ; ແຕ່ມີ ສາວິກາທີ່ເປັນພິກຂຸນີຂອງພຣະໂຄດົມຜູ້ຈະເຣີນ ແມ່ນວ່າຈັກອົງໜຶ່ງບໍ ທີ່ເປັນຜູ້ເຮັດໃຫ້ແຈ້ງເຊິ່ງເຈໂຕວິມຸດປັນຍາວິມຸດ ອັນຫາອາສະວະບໍ່ໄດ້ ເພາະຄວາມດັບສິ້ນໄປແຫ່ງອາສະວະ ທ. ດ້ວຍປັນຍາອັນຍິ່ງເອງ ເຂົ້າເຖິງແລ້ວແລຢູ່ ໃນທິຕຖະທັມນີ້ ?” ວັຈສະ ! ມີຢູ່ບໍ່ແມ່ນຮ້ອຍດຽວ ບໍ່ແມ່ນສອງຮ້ອຍ ບໍ່ແມ່ນສາມຮ້ອຍ ບໍ່ແມ່ນສີ່ຮ້ອຍ ບໍ່ແມ່ນຫ້າຮ້ອຍ ແຕ່ວ່າມີຫຼາຍຍິ່ງກວ່າຫຼາຍໂດຍແທ້, ທີ່ເປັນເຊັ່ນນັ້ນ.

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ